ຕອນທີ 20 ຕໍ່ລອງ
ນູ່ນີ່ກໍ່ຄອຍຊອກຫານ້ອງຊາຍຖາມຈາກເພື່ອນຂອງນ້ອງຊາຍຄົນທີ່ຄິດວ່ານ້ອງຈະໄປຂໍຄວາມຊ່ວຍເຫຼືອແຕ່ກັບບໍ່ໄດ້ຄຳຕອບ ດັ່ງນັ້ນຫຼັງເລີກວຽກທຸກມື້ນາງຈິ່ງແອບໄປຈອບເບິ່ງທີ່ເຮືອນຫຼັງທີ່ຢູ່ດອນປ່າໃໝ່ຢ່າງລັບໆໂດຍລຳພັງ ນີ້ເປັນວັນທີ 8 ແລ້ວທີ່ນູ່ນີ່ມາຊອມເບິ່ງທີ່ບໍລິເວນໃກ້ໆເຮືອນ ມື້ນີ້ນອກຈາກບໍ່ຜິດຫວັງທີ່ໄດ້ເຫັນນ້ອງຊາຍມາທີ່ເຮືອນຫຼັງນີ້ຕາມທີ່ຄິດໄວ້ແລ້ວ ຍັງຕ້ອງຕົກຕະລຶງແທບບໍ່ເຊື່ອສາຍຕາຂອງຕົນວ່ານ້ອງຊາຍພາຍິງສາວທີ່ຕົນຄຸ້ນໜ້າຄຸ້ນຕາດີ ເມື່ອຄັ້ງໜຶ່ງເຄີຍເປັນຄົນຮັບໃຊ້ທີ່ເຮືອນແມ່ຂອງຕົນມາອາໃສຢູ່ນຳ ນູ່ນີ່ວ່າຈະລົງລົດໄປຖາມເຊິ່ງໆໜ້າ ແຕ່ກໍ່ຕ້ອງຫັກໃຈແບກໄວ້ກ່ອນເພາະຕອນນີ້ມັນຍັງບໍ່ແມ່ນຈັງຫວະທີ່ດີກວ່ານີ້ກ່ອນ ຈິ່ງຈະສອບຖາມເອົາຄວາມໃຫ້ກະຈ່າງແຈ້ງ.
ພໍແຕ່ເອກກັບມາຮອດນະຄອນຫຼວງວຽງຈັນ ກໍ່ມີງານລະດັບຊ່າງເຜືອກເຂົ້າທັນທີ່ ຜູ້ໃຫຍ່ທັງສອງຝ່າຍໄດ້ຮຽກຕົວເອງໄປເຂົ້າພົບດ່ວນ.
ທີ່ເຮືອນຂອງພໍ່ເຖົ້າແມ່ເຖົ້າ (ພໍ່ແມ່ເມຍ) ມື້ນີ້ເປັນອີກມື້ໜຶ່ງທີ່ທຸກຄົນມາຢູ່ພ້ອມໜ້າພ້ອມຕາເລື່ອງທີ່ເກີດຂຶ້ນໃນໜຶ່ງອາທິດທີ່ຜ່ານມາມັນໄດ້ສ້າງຄວາມບໍ່ພໍໃຈໃຫ້ທາງຝ່າຍຍິງບໍ່ໜ້ອຍ ທາງພໍ່ແມ່ຂອງຢຸ້ຍໄດ້ຕໍ່ວ່າເອກຢ່າງໜັກກ່ຽວກັບເລື່ອງນີ້ ເອກບໍ່ມີຄຳເວົ້າໃດໆທີ່ຈະເວົ້າແກ້ຕົວ ມີແຕ່ນັ່ງນິ້ງໆຮັບຟັງຢ່າງດຽວ ແລະ ເລື່ອງນີ້ຜູ້ໃຫຍ່ທັງສອງຝ່າຍໄດ້ໂອ້ລົມໂນ້ມນ້າວໃຫ້ເອກກັບມາຢູ່ຄອງຄູ່ທີ່ເຮືອນກັບເມຍອີກຄັ້ງ ເພາະເປັນຜົວເມຍກັນຢູ່ຄົນລະບ່ອນມັນບໍ່ດີ ນອກຈາກນີ້ຜູ້ໃຫຍ່ທັງສອງຝ່າຍໄດ້ເວົ້າອົບຮົມແນວຄິດການໃຊ້ຊີວິດຄູ່ຢູ່ຮ່ວມກັນໃນຖານະສາມີພັນລະຍາໃຫ້ກັບທັງຄູ່ (ເອກ ແລະ ຢຸ້ຍ) ພ້ອມທັງວາງແຜນໃຫ້ທັງສອງໄປທ່ຽວຮານິມູນຫວານສານຄວາມສຳພັນສອງຕໍ່ສອງນຳກັນອີກດ້ວຍ.
ຢຸ້ຍເຖິງຈະຍັງຮູ້ສຶກນ້ອຍໃຈຕໍ່ການກະທຳຂອງເອກຜູ້ເປັນຜົວທີ່ເຮັດກັບຕົວເອງ ແຕ່ກໍ່ເພາະວ່າຮັກຈິ່ງຍອມໃຫ້ອະໄພໂດຍຄັ້ງນີ້ບໍ່ຕິດໃຈເອົາຄວາມໃດໆທັງນັ້ນ. ສຳລັບເອກແລ້ວເຖິງຈະບໍ່ຮູ້ສຶກພໍໃຈກັບການທີ່ຕ້ອງໄດ້ໄປຮານິມູນຕາມທີ່ຜູ້ໃຫຍ່ສັ່ງການ ແລະ ຕ້ອງໄດ້ຮັບຜິດຊອບກັບການກະທຳຂອງຕົນໃນຄືນນັ້ນຢ່າງບໍ່ເຕັມໃຈກໍ່ຕາມ ແຕ່ເມື່ອໄດ້ຂຶ້ນຊື່ວ່ານາງເປັນພັນລະຍາທີ່ຖືກຕ້ອງຕາມກົດໝາຍ ແລະ ຕອນນີ້ກໍ່ໄດ້ເສຍຕົວເປັນຜົວເມຍກັນແລ້ວ ເຖິງຈະຮູ້ຢູ່ແກ່ໃຈວ່າເລື່ອງຄືນນັ້ນມັນເກີດຂຶ້ນເພາະອີກຝ່າຍໃຊ້ວິທີສົກກະປົກກັບຕົນກໍ່ຕາມ ແຕ່ເພາະຄວາມເປັນສຸພາບບູລຸດ ເອກເລີຍຈຳເປັນຕ້ອງຮັບຜິດຊອບເຮັດໜ້າທີ່ສາມີຂອງນາງເທົ່າທີ່ຕົນຈະເຮັດໃຫ້ໄດ້.
ການກັບໄປຄັ້ງນີ້ເອກໄດ້ວາງກົດເຫຼັກ 3 ຂໍ້ສຳຄັນຢື່ນສະເໜີໃຫ້ກັບຢຸ້ຍ ບົດສົນທະນານີ້ໄດ້ລົມກັນພຽງສອງຕໍ່ສອງລະຫວ່າງຢຸ້ຍກັບເອກເທົ່ານັ້ນ ເຊິ່ງກົດເຫຼັກ ຫຼື ເງື່ອນໄຂທີ່ເອກຢື່ນສະເໜີໃຫ້ຢຸ້ຍມີດັ່ງຕໍ່ໄປນີ້: ເອກກ່າວ:”ຂໍ້ທີ 1. ຫ້າມຢຸ້ຍເຂົ້າໄປທີ່ຫ້ອງນອນຂອງຕົນເອງຕະຫຼອດຊີວິດ, ຂໍ້ທີ 2. ຫ້າມຢຸ້ຍນຳອາຫານ ແລະ ເຄື່ອງດື່ມທຸກຊະນິດມາໃຫ້ຕົນເອງກິນ ຫຼື ດື່ມເດັດຂາດ, ຂໍ້ທີ 3. ຫ້າມຢຸ້ຍເຂົ້າມາຫຍຸ້ງວຸ້ນວາຍເລື່ອງສ່ວນຕົວຂອງເອກທຸກເລື່ອງຫາກບໍ່ໄດ້ຮັບອະນຸຍາດ ແລະ ຫ້າມໃຊ້ວິທີສົກກະປົກແບບນັ້ນກັບຂ້ອຍອີກເດັດຂາດ ເພາະຖ້າມີເລື່ອງແບບນັ້ນເກີດຂຶ້ນອີກເຮົາທັງສອງກໍ່ຈະສິ້ນສຸດການເປັນຜົວເມຍກັນແມ່ນແຕ່ໃນນາມກໍ່ບໍ່ໃຫ້ເຫຼືອ”
ທັງສາມຂໍ້ ເອກຕັ້ງຂຶ້ນມາເພື່ອບີບບັງຄັບທາງໃຫ້ຢຸ້ຍເລີກກັບຕົວເອງທາງອ້ອມ, ໃນໃຈເອກຢາກກ່າວຄຳບອກເລີກຢ່າຮ້າງກັບຢຸ້ຍໃຈແທບຂາດ ແຕ່ກໍ່ຍັງຕິດຄິດເຖິງກຽດສັກສີຂອງຝ່າຍຍິງ ຈິ່ງບໍ່ເອີ່ຍເປັນຄຳເວົ້າ ແຕ່ໃຊ້ເປັນການກະທຳສະແດງອອກມາແທນຄວາມຮູ້ສຶກທັງໝົດທີ່ມີ ແລະ ຫວັງວ່າຢຸ້ຍຈະຄິດໄດ້ແລ່ວຍອມຖອນຕົວອອກໄປຈາກຊີວິດຕົນໂດຍດີ. ແຕ່ຢຸ້ຍກໍ່ຍັງດື້ດຶງຫວັດໃຈຕົນເອງອີກຄັ້ງ ຢຸ້ຍເຖິງເຈັບກໍ່ຕ້ອງທົນ 1. ທົນເພາະຮັກຜູ້ຊາຍຄົນນີ້ເທົ່າຊີວິດ, 2. ທົນເພື່ອບໍ່ຢາກໄດ້ຍິນຄຳຕິສິນນິນທາຈາກສັງຄົມ ຮູ້ສຶກແຄຣກັບຄຳເວົ້າທີ່ວ່າ “ຈັດງານດອງໃຫຍ່ໂຕລະດັງຊ້າງເຜືອກ ສິນສອດທອງໝັ້ນໂອອ່າອະລັງການສຸດທ້າຍຢູ່ກັນກົ້ນໝໍ້ເຂົ້າບໍ່ທັນດຳກໍ່ຕ້ອງເລີກລາ” ເພາະສັກສີມັນຄ້ຳຄໍຢູ່ “ຂ້າໄດ້ຢາມບໍ່ໄດ້” ຢຸ້ຍຈິ່ງຍອມໜ້າທົນເຮັດໃຈດີສູ້ເສືອຍອມກືນນ້ຳຕາລົງຄໍຮັບເງືອນໄຂທັງສາມຂໍ້ທີ່ເອກສະເໜີມາຢ່າງຈຳນົນ ເຖິງຈະຮູ້ວ່າເອກກຳລັງຄິດຈະເຮັດແນວໃດຢູ່ ເຖິງຈະຮູ້ວ່າວັນນີ້ຕົນເອງຈະເສຍປຽບຢ່າງໜັກ ແຕ່ກໍ່ຍອມກົ້ມຫົວຮັບຄວາມເສຍປຽບຈາກຝ່າຍໃນດີກວ່າໃຫ້ຄົນທັງໂລກຮັບຮູ້ເລື່ອງໜ້າອັບອາຍແບບນັ້ນ.
ເມື່ອຕົກລົງເງື່ອນໄຂກັບຢຸ້ຍໄດ້ເອກຈິ່ງຍອມກັບໄປຢູ່ທີ່ເຮືອນຫຼັງນັ້ນອີກຄັ້ງ ສ່ວນເສື້ອຜ້າທີ່ຂົນມາໄວ້ທີ່ເຮືອນອາລລີ້ຢູ່ກໍ່ຍັງໄວ້ຄືເກົ່າ ເພາະຢ່າງໃດກໍ່ຕ້ອງໄດ້ທຽວໄປທຽວມາຢູ່ແລ້ວ.
ຫຼາຍມື້ຕໍ່ມາທີ່ບໍລິສັດ ນູ່ນີ່ໄດ້ມີໂອກາດດີທີ່ຈະໄດ້ໃຊ້ເວລາສອງຕໍ່ສອງເພື່ອສອບຖາມເລື່ອງທີ່ຄ້າງຄາໃຈ ນູ່ນີ່ຈ້ອງເບິ່ງໜ້ານ້ອງຊາຍດ້ວນສີໜ້າທີ່ເຕັມໄປດ້ວຍຄຳຖາມ ຈົນຕ້ອງເອກນ້ອງຊາຍຮູ້ສຶກອຶດອັດໃຈຈິ່ງໄດ້ເອີ່ຍຖາມເອື້ອຍໄປວ່າ
ເອກ: “ເອື້ອຍເຮັດສີໜ້າແບບນີ້ມີຫຍັງຢາກຖາມແມ່ນບໍ່”
ນູ່ນີ່: ”ເຈົ້າຊ່າງຮູ້ໃຈເອື້ອຍແທ້! ຄືເອື້ອຍຈະເວົ້າຢ່າງບໍ່ອ້ອມຂ້ອມກັບເຈົ້າເລີຍ! ຄືເອື້ອຍເຫັນເຈົ້າພາຍິງສາວຄົນໜຶ່ງທີ່ເຄີຍເຮັດວຽກເປັນແມ່ບ້ານຢູ່ເຮືອນແມ່ໄປອາໃສຢູ່ກິນທີ່ເຮືອນຂອງເຈົ້າແຖວດອນປ່າໃໝ່ແມ່ນ ຫຼື ບໍ່”
ເອກເຮັດສີໜ້າຕົກໃຈເມື່ອຮູ້ວ່າເອື້ອຍຮູ້ຄວາມຈິງ: “ເອື້ອຍແອບສະກົດຮອຍເຮົາຊັ້ນຫວະ”
ນູ່ນີ່: “ກໍ່ບໍ່ເຖິງຂັ້ນວ່າສະກົດຮອຍຕາມ! ຄືອາທິດທີ່ຜ່ານມາເຈົ້າຫາຍຕົວໄປພວກເຮົາຕາມຫາເຈົ້າແທບພິກນະຄອນຫຼວງ ເພື່ອນຝູງຄົນສະໜິດທີ່ຮູ້ຈັກເຈົ້າຂ້ອຍບໍ່ໄປເລາະຖາມໝົດກໍ່ບໍ່ມີວີ່ແວວເຈົ້າ ເອື້ອຍຄິດໄດ້ວ່າເຈົ້າຕ້ອງໄປລົບຊ້ອນຕົວທີ່ເຮືອນຫຼັງນັ້ນ ຈິ່ງໄດ້ໄປດັກເຝົ້າທຸກວັນແລ້ວກໍ່ພົບ”
ເອກແຮງໜ້າຕາຕື່ນຂຶ້ນໄປອີກ: “ແລ້ວນອກຈາກເຈົ້າແລ້ວມີໃຜຮູ້ເລື່ອງນີ້”
ນູ່ນີ່: “ຄິດວ່າຍັງບໍ່ໃຜຮູ້ເທື່ອນອກຈາກເອື້ອຍຄົນດຽວ! ເອກນ້ອງຈົ່ງເລົ່າມາຢ່າງລະອຽດດຽວນີ້”
ເອກເມື່ອຮູ້ວ່າເອື້ອຍຮູ້ເລື່ອງຂອງຕົນເອງກັບອາລີ້ແລ້ວກໍ່ບໍ່ມີເຫດຜົນໃດທີ່ຕ້ອງປິດບັງຕໍ່ໄປອີກ ແລະ ກໍ່ເຊື່ອໃຈໃນຕົວຂອງເອື້ອຍຄົນນີ້ຫຼາຍຈິ່ງໄດ້ເລົ່າເລື່ອງລາວທັງໝົດໃຫ້ຟັງຢ່າງລະອຽດຕັ້ງແຕ່ເລີ່ມຕົ້ນຈົນຮອດປັດຈຸບັນ ນູ່ນີ່ແທບຊັອກຕາຍເມື່ອໄດ້ຍິນນ້ອງຊາຍກ່າວແບບນີ້ຈົນກ່າວອອກມາວ່າ
ນູ່ນີ່: “ຂ້ອຍຢາກມຸດດິນແກ່ນຕາຍເດ້! ເຈົ້າເຮັດເລື່ອງໃຫຍ່ລະດັບມະຫາພາກເລີຍໃດ໋ນິ ຖ້າພໍ່ແມ່ ແລະ ເມຍເຈົ້າຮູ້ເຈົ້າຈະເຮັດແນວໃດ ຍິງຊູ້ຮັກຂອງເຈົ້າຈະໄດ້ຮັບຄວາມເດືອດຮ້ອນແບບແນວຂ້ອຍລະບໍ່ຢາກຈະຄິດ”
ເອກເຮັດສີໜ້າຈິງຈັງ: “ເອື້ອຍນູ່ນີ່! ເລື່ອງນີ້ມີແຕ່ເຈົ້າກັບຂ້ອຍທີ່ຮູ້ເຈົ້າຕ້ອງຢຽບມັນໄວ້ ຕອນນີ້ຂ້ອຍກຳລັງມີແຜນເຮັດບາງສິ່ງບາງຢ່າງເພື່ອເຮັດໃຫ້ພວກຂ້ອຍທັງສອງໄດ້ຄອງຄູ່ກັນຢູ່ ມັນອາດຈະຕ້ອງໃຊ້ເວລາແຕ່ ຂ້ອຍໝັ້ນໃຈວ່າຕ້ອງໄດ້ຢູ່ຄູ່ກັນແນ່ນອນ”
ນູ່ນີ່ຮູ້ສຶກມຶນງົງກັບຄວາມຄິດຂອງນ້ອງ ຈິ່ງຖາມອອກໄປດ້ວຍຄວາມຢາກຮູ້ວ່າ: “ນ້ອງກຳລັງຄິດຈະເຮັດແຜນຫຍັງຢູ່”
ເອກ: “ເລື່ອງນີ້ບໍ່ສາມາດບອກໃຫ້ເອື້ອຍຮູ້ໄດ້ ພຽງແຕ່ເອື້ອຍຄອຍຊ່ວຍສະໜັບສະໜູນຄວາມຄິດຂອງເຮົາ ເພື່ອໃຫ້ຄວາມຮັກຂອງເຮົາສົມຫວັງກໍ່ພໍ”
ຢູ່ດີໆ ນູ່ນີ່ກໍ່ມີງານເຂົ້າເສຍແລ້ວຢູ່ດີບໍ່ວ່າດີ ແກ່ວງຕີນຫາສ້ຽນແທ້ໆ ຝັ່ງໜຶ່ງກໍ່ນ້ອງຊາຍ ອີກຝັ່ງກໍ່ພໍ່ແມ່ ແລ້ວຍັງມີຝັ່ງຂອງນ້ອງໄພ້ອີກ “ໂອຍຍຍຍ! ອີກອີ່ແປ້ນຈະແຕກ”
ແລງນີ້ຫຼັງເລີກວຽກເອກໄດ້ກັບໄປທີ່ເຮືອນຫຼັງທີ່ມີຢຸ້ຍອາໃສຢູ່ ມື້ນີ້ມີເພື່ອນຢຸ້ຍ 2-3 ຄົນມາຫຼິ້ນທີ່ເຮືອນ ພວກເຂົາໄດ້ນັ່ງຫຼິ້ນທີ່ຫ້ອງຮັບແຂກ ໃນລະຫວ່າງທີ່ເອກຍ່າງຜ່ານຫ້ອງຮັບແຂກກໍ່ໄດ້ຍິນສຽງພວກນາງລົມກັນ
ເກສອນ: “ຢຸ່ຍ! ເຮົາໄດ້ຍິນວ່າເຂົາເວົ້າຊຸບຊິບກັນວ່າຄອບຄົວເພິ່ນມີບັນຫາຕຽງໃກ້ຫັກມັນແມ່ນຄວາມຈິງບໍ່ເພິ່ນ”
ຕຸກຕາ: “ເລື່ອງນີ້ຍັງມີບາງຄົນໃນກຸ່ມເພື່ອນເຮົາເວົ້າວ່າ ບໍ່ເຄີຍເຫັນຜົວເພິ່ນໄປໃສມາໃສກັບເພິ່ນຈັກເທື່ອ ບາງຄົນກໍ່ເວົ້າວ່າ ພວກເພິ່ນແຕ່ງງານກັນຍ້ອນເລື່ອງທຸກລະກິດບໍ່ແມ່ນຍ້ອນຄວາມຮັກນັ້ນມັນແມ່ນຄວາມຈິງບໍ່”
ຢຸ້ຍຮູ້ສຶກບໍ່ພໍໃຈກັບຄຳຖາມຂອງເພື່ອນ ຢ້ານໂມໂຫໃສ່ແຕ່ກໍ່ຕ້ອງຂົ່ມໃຈເອົາໄວ້ ເພາະຖ້າສະແດງຄວາມບໍ່ພໍໃຈອອກໄປຈະຖືກເພື່ອນຈັບໄດ້ ແລະ ພວກເຂົາຈະນຳເອົາເລື່ອງດັ່ງກ່າວໄປເປີດເຜີຍວ່າຂ່າວລືທັງໝົດນັ້ນມັນເປັນເລື່ອງຈິ່ງ ຢຸ້ຍທຳທ່ານັ່ງຍິ້ມເຈື່ອນໆບໍ່ຕອບຈັກຄຳ ມືທັງສອງກຳໄວ້ແໜ້ນດ້ວຍຄວາມອັດອັ້ນຕັນໃຈ. ສຽງຫົວທີ່ບົ່ງບອກເຖິງການເຢາະເຢີ້ຍໄດ້ດັ່ງກ້ອງອອກມາຈາກໃນຫ້ອງ ເອກທີ່ຢືນຟັງແຕ່ຕົ້ນຈົນຈົບ ຈິ່ງຕັດໃຈນິ້ງເສີຍບໍ່ໄດ້ກໍ່ເລີຍຍ່າງເຂົ້າໄປຫາພວກນາງດ້ວຍສີໜ້າຍິ້ມແຍ້ມກ່ອນທີ່ຈະໄປນັ່ງລົງຂ້າງໆຢຸ້ຍພ້ອມເອີ່ຍທັກທາຍເພື່ອນໆຂອງຢຸ້ຍດ້ວຍວາຈາສຸພາບແລະທ່າທາງອົບອຸ່ນອອກໄປວ່າ
ເອກ: ສາວໆລົມກັນດ້ວຍສີໜ້າຍິ້ມແຍ້ມ ສຽງຫົວດັງກ້ອງສົງໃສມີເລື່ອງທີ່ມ່ວນຊື່ນລົມກັນບໍ່ໜ້ອຍາ ວ່າແຕ່ວ່າພວກເຈົ້າລົມເລື່ອງຫຍັງກັນຂ້ອຍນັ່ງຟັງນຳໄດ້ ຫຼື ບໍ່?
ຢຸ້ຍຫັນມາເບິ່ງໜ້າເອກດ້ວຍສີໜ້າແປກໃຈກັບການກະທຳກ່ອນຈະຕອບອອກໄປຢ່າງກະອຶກກະອັກວ່າ: “ລົມເລື່ອງຕາມພາສາຜູ້ຍິງນີ້ແຫຼະ”
ເອກ: “ອໍ…! ຖ້າເປັນແບບແນວນີ້ ຂ້ອຍເປັນຜູ້ຊາຍຄົນດຽວຄົງຈະບໍ່ສະດວກນັ່ງຢູ່ບ່ອນນີ້ ນັ້ນຂ້ອຍຕ້ອງຂໍລາໄປອາບນ້ຳກ່ອນ ມື້ນີ້ເຮັດວຽກມາເມື່ອຍຫຼາຍ! ຢຸ້ຍ! ອາຫານຄ່ຳມື້ນີ້ຊວນເພື່ອນໆຂອງເຈົ້າກິນເຂົ້າຮ່ວມກັບເຮົານຳເດີ້! ຊັ້ນຂ້ອຍໄປກ່ອນລະ ພວກເຈົ້າລົມກັນຕາມສະບາຍ”
ທັງສາມສາວເຮັດສີໜ້າຕາຕື່ນເບິ່ງເອກທີ່ກຳລັງຍ່າງຈາກໄປດ້ວຍຄວາມມຶນງົງ ໂດຍສະເພາະຢຸ້ຍ ເພາະຮ້ອຍວັນພັນປີ ບໍ່ເຄີຍເຫັນເອກເວົ້າຈາ ແລະ ມີຮອຍຍິ້ມທີ່ອົບອຸ່ນຄືເມື່ອກີ້ນີ້ເລີຍພຽງຄັ້ງດຽວ.
ການຮັບປະທານອາຫານຄ່ຳໃນມື້ນີ້ຢຸ້ຍເຕັມໄປດ້ວຍຄວາມສຸກໃຈຢ່າງທີ່ບໍ່ເຄີຍເປັນມາກ່ອນ ເພາະເອກເອົາໃຈໃສ່ເປັນຢ່າງດີທັງຕັກຂອງກິນໃຫ້ ທັງໂອ້ລົມແບບມະນຸດທຳມະດາຄົນໜຶ່ງທີ່ເຂົາສົນທະນາກັນ ຫຼັງຈາກກິນເຂົ້າແລ້ວ ກ່ອນທີ່ເກສອນ ແລະ ຕຸກຕາຈະກັບເມື່ອເອກກັບຢຸ້ຍກໍ່ໄປຢືນສົ່ງພວກເຂົາທີ່ໜ້າປະຕູເຮືອນ ພ້ອມໂບກມື້ບ໊າຍ! ບ໊າຍທັງສອງຄົນນັ້ນອີກຕ່າງຫາກ ຕຸກຕາກັບເກສອນ ຮູ້ສຶກອຶ້ງກັບການກະທຳໃນວັນນີ້ຂອງເອກ ພວດເຂົາເຊື່ອສະໜິດວ່າຂ່າວລືນັ້ນບໍ່ມີມູນຄວາມຈິງ ເພາະເຫັນແລ້ວວ່າທັງສອງຮັກແພງກັນດີ ຢຸ້ຍເປັນຜູ້ຍິງທີ່ໂຊກດີທີ່ສຸດໃນສາມໂລກທີ່ໄດ້ຜູ້ຊາຍຢ່າງເອກມາເປັນຄູ່ຄອງ.
ຫຼັງຈາກເພື່ອນຂອງຢຸ້ຍຂັບລົດວິດປະຕູຫົວ ອາລົມຂອງເອກກໍ່ປ່ຽນກັບໄປເປັນນ້ຳແຂງເຢັນຊາໜ້າຕາຍດັ່ງເດີມ ເອກເອົາມືຈົກຖົງໂສ້ງຍ່າງໜ້ານິ້ງເຂົ້າເຮືອນຄົນດຽວໂດຍບໍ່ເອີ່ຍຊວນຢຸ້ຍພຽງແຕ່ຄຳດຽວ ຢຸ້ຍຮູ້ເລີຍວ່ານີ້ເປັນການສະແດງແຕ່ເຖິງຢ່າງໃດກໍ່ຕ້ອງກ່າວຄຳຂອບໃຈ ຢຸ້ຍໄດ້ແລ່ນໄປຢືນອ້າແຂນລັດໜ້າເອກໄວ້ ແລ້ວກ່າວວ່າ:
ຢຸ້ຍ: “ມື້ນີ້ຂອບໃຈທີ່ເຮັດໃຫ້ມີວັນທີມີຄວາມສຸກຫຼາຍໃນຊີວິດ”
ເອກ: “ເຈົ້າບໍ່ຕ້ອງຂອບໃຈຂ້ອຍດອກ ທັງໝົດທີ່ຂ້ອຍເຮັດລົງໄປນັ້ນມັນເປັນພຽງການສະແດງ! ເພາະໃນຖານະທີ່ຕອນນີ້ເຈົ້າຂຶ້ນຊື່ວ່າເປັນເມຍຂ້ອຍ ເຖິງເຮົາຈະແຕ່ງງານກັນເພາະເລື່ອງທຸລະກິດການເງິນ ແຕ່ຂ້ອຍກໍ່ບໍ່ອາດຢືນເບິ່ງ ຫຼື ທົນຟັງຄົນອື່ນວ່າເວົ້າຢຽດຢາມສັກສີເມຍຂ້ອຍໄດ້ ເພາະນັ້ນມັນເໝືອນກັບການດູຖູກສັກສີຂອງຂ້ອຍພ້ອມ”
ຢຸ້ຍຮູ້ສຶກຊຶ້ງໃຈໃນຄຳເວົ້າຂອງເອກກ່ອນກ່າວອອກໄປວ່າ: “ເຖິງຈະເປັນແບບນັ້ນຂ້ອຍກໍ່ຂອບໃຈ”
ເອກຍັງຢູ່ໃນທ່າຈົກຖົງໂສ້ງແລ້ວຍ່າງເສີດໜ້ານິ້ງກາຍຢຸ້ຍໄປ ແຕ່ຢຸ້ຍກັບຂ້ວາຈັບແຂນເອກໄວ້ ເອກຢຸດຢືນນິ້ງກ່ອນທີ່ຈະໃຊ້ມືຕົນເອງແກະມືຢຸ້ຍອອກຈາກແຂນ ຢຸ້ຍກໍ່ເອີ່ຍຂຶ້ນມາວ່າ:
ຢຸ້ຍ: “ມື້ນີ້ຂ້ອຍມີຄວາມສຸກຫຼາຍ! ຂ້ອຍຂໍໃຫ້ເຈົ້າຕໍ່ເວລາຄວາມສຸກນີ້ໃຫ້ຂ້ອຍຕື່ມແນ່ຈັກໜ້ອຍໄດ້ບໍ່! ຊ່ວຍໄປນັ່ງເປັນເພື່ອນເບິ່ງດາວກັບຂ້ອຍຈັກ 5 ຈັກ 10 ນາທີໄດ້ ຫຼື ບໍ່”
ເມື່ອເອກໄດ້ຟັງຄຳຮ້ອງຂໍຈາກຢຸ້ຍກໍ່ຮູ້ສຶກໃຈອ່ອນເລີຍຍອມໄປນັ່ງເບິ່ງດາວກັບຢຸ້ຍທີ່ຕັ່ງຊິງຊ້າສອງຕໍ່ສອງ ຢຸ້ຍນັ່ງເບິ່ງດວງດາວຢ່າງມີຄວາມສຸກໃຈ ສ່ວນເອກເມື່ອແນມຂຶ້ນທ້ອງຟ້າເຫັນດວງດາວແລ້ວກໍ່ຄິດຮອດອະດີດຕອນທີ່ນັ່ງເບິ່ງດາວຄູ່ກັນກັບອາລີ້ທີ່ສາລາສວນດອກໄມ້ໜ້າບ້ານ ຕອນທີ່ອາລີ້ຍັງເປັນຄົນຮັບໃຊ້ຢູ່ທີ່ເຮືອນແມ່ຂອງຕົນ. ທັງສອງນັ່ງເບິ່ງດາວໄປປະມານ 10 ນາທີ ກ່ອນທີ່ເອກຈະລຸກຈາກຕັ່ງຊິງຊາ ແລ້ວຍ່າງເຂົ້າມາໃນເຮືອນເພື່ອຂຶ້ນຫ້ອງນອນ ໂດຍປ່ອຍໃຫ້ຢຸ້ຍນັ່ງເບິ່ງດາວຕໍ່ລຳພັງ ນີ້ເປັນຄວາມສຸກແບບເຈັບຊ້ຳທີ່ກືນບໍ່ເຂົ້າຄາຍບໍ່ອອກ ຖ້າຈະປົງປ່ອຍວາງກໍ່ຍັງຄິດບໍ່ຕົກອິດທິກິເລດໃນໃຈຍັງຕັດບໍ່ຂາດ ຢຸ້ຍຈິ່ງຕ້ອງທົນຮັບຄວາມເຈັບຊ້ຳຕໍ່ແບບນີ້ໄປ.
ອ່ານຕໍ່ຕອນທີ 21 ຕາມລິ້ງ: https://www.laopost.com/2017/04/07/88402
ອ່ານຍ້ອນຄືນຕອນທີ 19 ຕາມລິ້ງ: https://www.laopost.com/2017/04/06/88339