Homeນານາສາລະປະເທດທີ່ມີຄົນໃຊ້ເວລາອ່ານໜັງສືຫຼາຍທີ່ສຸດໃນໂລກ

ປະເທດທີ່ມີຄົນໃຊ້ເວລາອ່ານໜັງສືຫຼາຍທີ່ສຸດໃນໂລກ

Published on

ນີ້ເປັນຂໍ້ມູນທີ່ໜ້າສົນໃຈສຳລັບຜົນການສຳຫຼວດຈາກ The World Culture Score Index ທີ່ເຮັດການສຳຫຼວດຈາກຜູ້ຄົນ 1,600 ຄົນ ໃນ 30 ປະເທດ ວ່າພວກເຂົາໃຊ້ເວລາອາທິດໜຶ່ງຈັກຊົ່ວໂມງໃນການອ່ານໜັງສື ເພື່ອຄົ້ນຫາວ່າປະເທດໃດທີ່ມີຄົນໃຊ້ເວລາໃນການອ່ານໜັງສືຫຼາຍທີ່ສຸດ

ຈາກຜົນການສຳຫຼວດພົບວ່າ ປະເທດທີ່ຜູ້ຄົນຝຊ້ເວລາໃນການອ່ານໜັງສືຕໍ່ອາທິດຫຼາຍທີ່ສຸດຄືປະເທດ ອິນເດຍ ຈາກຄ່າສະເລ່ຍຊາວອິນເດຍໃຊ້ເວລາອ່ານໜັງສື ເຖິງ  10:42 ຊົ່ວໂມງໃນການອ່ານ, ເກົາຫຼືໃຕ້ອັນດັບຕົກລົງມາເປັນຮອງໄຕ້ຫວັນ ແລະ ຍີ່ປຸ່ນ ດ້ວຍມີຊົ່ວໂມງການອ່ານພຽງ 3:06 ຊົ່ວໂມງຕໍ່ອາທິດ ໃນຂະນະທີ່ອັນດັບທີສອງນັ້ນຕົກເປັນຂອງປະເທດໄທ ຄົນໄທມີຄ່າສະເລ່ຍຊົ່ວໂມງການອ່ານ 09:42 ຊົ່ວໂມງຕໍ່ອາທິດ ແລະ ປະເທດຈີນເປັນອັນດັບທີສາມ ເຊິ່ງ 8 ຊົ່ວໂມງຕໍ່ອາທິດສຳລັບການອ່ານໜັງສື

ຜົນການສຳຫຼວດນີ້ຊີ້ໃຫ້ເຫັນວ່າ ຄົນເອເຊຍນິຍົມອ່ານໜັງສືຫຼາຍກວ່າຄົນໃນທະວີບອື່ນໆ ສ່ວນຫຼາຍປະເທດໃນແຖວຢຸໂຣບເຊັ່ນ: ສາທາລະນະລັດເຊັກ, ສະວີເດນ, ຝຣັ່ງ ແລະ ຮົງກາລີ ມີຄ່າສະເລ່ຍທີ່ 6:48 ຊົ່ວໂມງຕໍ່ອາທິດ 

ຜົນການສຳຫຼວດຍັງບອກອີກວ່າ ຈຳນວນຜູ້ທີ່ໃຊ້ເວລາໃນການອ່ານໜັງສືບໍ່ໄດ້ສົ່ງຜົນ ຫຼື ຄວາມເຊື່ອມໂຍງກັບລະບົບເສດຖະກິດ ຫຼື ການພັດທະນາອຸດສະຫະກຳຂອງປະເທດແຕ່ຢ່າງໃດ 

ໃນຕອນທ້າຍຂອງການສຳຫຼວດຍັງສະແດງໃຫ້ເຫັນເຖິງ ປະເພດຂອງໜັງສືທີ່ຜູ້ຄົນນິຍົມອ່ານຫຼາຍທີ່ສຸດ 32% ນິຍົມອ່ານໜັງສືນະວະນິຍາຍແຟນຕາຊີ ຕາມມາດ້ວຍວັນນະກຳຄລາສສິກແບບຣັດເຊຍ ແລະ ນິຍາຍປະຫວັດ ສ່ວນຜູ້ຖືກສຳຫຼວດ ແມ່ຍິງຈະນິຍົມອ່ານເລື່ອງຄວາມຮັກໂຣແມນຕິກ ສ່ວນຜູ້ຊາຍຈະມັກອ່ານເລື່ອງແຟນຕາຊີຫຼາຍກວ່າ. 

 

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...