Homeປ່ອງຢ້ຽມດວງດາວຍານນິວຮໍໄຣຊັນສ໌ ມຸ່ງໜ້າສູ່ດາວ "ເອັມຢູ 69"

ຍານນິວຮໍໄຣຊັນສ໌ ມຸ່ງໜ້າສູ່ດາວ “ເອັມຢູ 69”

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກແຫຼມຄານາເວຣັລ ປະເທດອາເມລິກາ ເມື່ອວັນທີ 4 ເມສາ ວ່າ ອົງການບໍລິ ຫານການບິນ ແລະ ອາວະກາດແຫ່ງຊາດ (ນາຊ່າ) ສະຫະລັດ ຖະແຫຼງການເມື່ອວັນອັງຄານ (4 ເມສາ 2017) ວ່າ ຍານນິວຮໍໄຣຊັນສ໌ ກຳລັງມຸ່ງໜ້າສູ່ເປົ້າໝາຍທີ່ຢູ່ໄກອອກໄປອີກນັ້ນຄື ດາວ 2014 ເອັມຢູ 69 ໂດຍດາວດວງນີ້ ກໍ່ຄ້າຍກັບດາວພລູໂຕ ທີ່ໂຄຈອນຢູ່ລະບົບສຸລິຍະ ທີ່ຮູ້ຈັກກັນໃນຊື່ “ແຖບໄຄເປີ” ແຕ່ມັນມີຂະໜາດບໍ່ຮອດ 1% ຂອງດາວພລູໂຕ ເອັມຢູ 69 ຢູ່ກາຍຈາກດາວພລູໂຕອອກໄປອີກເກືອບ 1,600 ລ້ານກິໂລແມັດຍານນິຮໍໄຣຊັນສ໌ ຈະບິນຜ່ານດາວເອັມຢູ 69 ໃນວັນທີ 1 ມັງກອນ 2019

ແະລັນ ສະເຕິຣນ ຫົວໜ້າຄະນະຜູ້ຄວບຄຸມຂອງສະຖາບັນວິໄຈ ເຊົາທ໌ເວສ ກ່າວຖະແຫຼງການວ່າ ການບິນຜ່ານດາວເອັມຢູ 69 ຈະເຮັດໃຫ້ ຍານນິວຮໍໄຣຊັນສ໌ ສ້າງສະຖິຕິ ດາວດວງທີ່ຮ່າງໄກທີ່ສຸດເທົ່າທີ່ຍານຈາກໂລກເຄີຍສຳຫຼວດ ໃນປະຫວັດສາດຂອງມະນຸດ

ດ້ວຍໄລຍະທາງທີ່ເຫຼືອຢູ່ 750 ລ້ານກິໂລແມັດ ຍານນິວຮໍໄຣຊັນສ໌ ຈຳເຂົ້າສູ່ໄລຍະ “ຈຳສິນ” 5 ເດືອນ ຕັ້ງແຕ່ທ້າຍອາທິດນີ້ ແຕ່ມັນຍັງເຮັດໜ້າທີ່ສອດສ່ອງ ແລະ ບັນທຶກພາບໄປຕະຫຼອດທາງ ແລະ ນອກຈາກດາວເອັມຢູ 69 ແລ້ວ ມັນຈະສຶກສາວັດຖຸອື່ນໆ ໃນແຖບໄຄເປີຣອີກເກືອບ 30 ຊະນິດຈາກໄລຍະໄກ

ຍານນິວຮໍໄຣຊັນສ໌ ເຊິ່ງໄດ້ອອກເດີນທາງຈາກໂລກ ຈາກສູນອາວະາດໃນແຫຼມຄານາເວຣັລ ລັດຟໍຣິດາ ເມື່ອວັນທີ 19 ມັງກອນ 2001 ເດີນທາງຜ່ານດາວພລູໂຕເມື່ອເດືອນ ກໍລະກົດ 2015 ກາຍເປັນແຂກລາຍທຳອິດຂອງໂລກ ທີ່ໄປຢາມດວງດາວຂະໜາດນ້ອຍສຸດ ແລະ ຢູ່ຫ່າງໄກຈາກດວງອາທິດຫຼາຍທີ່ສຸດຂອງລະບົບສຸລິຍະ

ຂະນະນີ້ ຍານນິວຮໍໄຣຊັນສ໌ຢູ່ຫ່າງຈາກໂລກປະມານ 5,700 ລ້ານກິໂລແມັດ ສັນຍານວິທະຍຸຕ້ອງໃຊ້ເວລາເດີນທາງ 5 ຊົ່ວໂມງກັບອີກ 20 ນາທີ ຈິ່ງຈະໄປຮອດຍານນິວຮໍໄຣຊັນສ໌ ຈາກສູນຄວບຄຸມເທິງພື້ນໂລກ ທີ່ມະຫາວິທະຍາໄລ ຈອນ ຮອບກິນສ໌ ໃນເມືອງລໍເຣລ ລັດແມຣີແລນ ສະຫະັລດອາເມລິກາ.

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...