Homeຂ່າວພາຍ​ໃນລັດຖະມົນຕີ ກະຊວງໂຍທາທິການ ແລະຂົນສົ່ງ ລົງຕິດຕາມການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ຢູ່ຫຼວງນໍ້າທາ

ລັດຖະມົນຕີ ກະຊວງໂຍທາທິການ ແລະຂົນສົ່ງ ລົງຕິດຕາມການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ຢູ່ຫຼວງນໍ້າທາ

Published on

ຕາມແຫຼ່ງຂ່າວ ໜັງສືພິມ ເສດຖະິກດ-ສັງຄົມລາຍງານ ໃນວັນທີ 28 ມີນາ 2017 ຜ່ານມາ ທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີ ກະຊວງໂຍທາທິການ ແລະຂົນສົ່ງ ຫົວໜ້າຄະນະຊີ້ນຳໂຄງການເສັ້ນທາງລົດໄຟລາວ-ຈີນ, ພ້ອມດ້ວຍຄະນະລົງກວດກາ ຕິດຕາມໂຄງການກໍ່ສ້າງທາງລົດໄຟລາວ-ຈີນຢູ່ແຂວງລວງນໍ້າທາ ໂດຍການຕ້ອນຮັບຂອງທ່ານ ເພັດຖາວອນ ພິລາວັນ ເຈົ້າແຂວງຫຼວງນໍ້າທາ, ມີກຳມະການພັກແຂວງ ແລະພ້ອມດ້ວຍບັນດາຄະນະນຳຂອງແຂວງ ຕະຫຼອດຮອດພະນັກງານວິຊາການ ລົງກວດກາຊີ້ນຳໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ

ການເຄື່ອນໄຫວດັ່ງກ່າວ ແມ່ນເພື່ອປະຕິບັດຕາມທິດຊີ້ນຳ ໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ຕາມການແຈ້ງການຂອງກະຊວງໂຍທາທິການ ແລະຂົນສົ່ງ ວ່າດ້ວຍການດຳເນີນກໍ່ສ້າງເສັ້ນທາງເວັ້ນຢູ່ຂອບເຂດດ່ານສາກົນບໍ່ເຕ່ນ ແລະດ່ານພາສີສາກົນບໍ່ເຕັນ, ຕັ້ງປ້ອມກວດກາສະເພາະ ສຳລັບຂົນສົ່ງວັດສະດຸ, ອຸປະກອນ ແລະກົນຈັກ ເພື່ອນຳມາໃຊ້ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ, ບໍລິສັດກໍ່ສ້າງທາງລົດໄຟ ເປັນຜູ້ຮັບຜິດຊອບງົບປະມານທັງໝົດ ແລະສົມທົບກັບພາກສ່ວນກ່ຽວຂ້ອງຂອງແຂວງ ເພື່ອຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ, ໂດຍສະເພາະພື້ນທີ່ເຈາະອຸໂມງມິດຕະພາບ-ລາວຈີນ, ສະຖານີບໍ່ເຕ່ນ, ຈຸດຕັ້ງແຄ້ມ ແລະສິ່ງອຳນວຍຄວາມສະດວກອື່ນໆ, ບັນດາບ້ານ ແລະເຮືອນທີ່ຖືກເສັ້ນທາງລົດໄຟ ແມ່ນໃຫ້ຍ້າຍອອກໄປຕັ້ງບ່ອນໃໝ່ຊົ່ວຄາວ, ພ້ອມອຳນວຍຄວາມສະດວກດ້ານໄຟຟ້າ ແລະນໍ້ປະປາ ບໍລິສັດທາງລົດໄຟເລກ 5 ສປ ຈີນ ເປັນຜູ້ຮັບຜິດຊອບ ໃນການໃຊ້ຈ່າຍ ແລະລໍຖ້າການຈັດສັນໃໝ່ຂອງລັດ, ປະຊາຊົນສ່ວນໃຫຍ່ໄດ້ເຂົ້າໃຈເຖິງແນວທາງນະໂຍບາຍຂອງພັກ-ລັດ ໃນການພັດທະນາເສດຖະກິດ-ສັງຄົມ ຂອງປະເທດ ແລະທຸກຄົນເຫັນດີ ໃນການກໍ່ສ້າງເສັ້ນທາງລົດໄຟ

ສຳລັບຄວາມຄືບໜ້າ ການຈັດຕັ້ງປະຕິບັດ ໂຄງການເສັ້ນທາງລົດໄຟລາວ-ຈີນ ໃນຊ່ວງທີໜຶ່ງເລີ່ມແຕ່ບໍ່ເຕ່ນ ຊາຍແດນລາວ-ຈີນ ຫາເມືອງນາໝໍ້ ແຂວງອຸດົມໄຊ ມີຄວາມຍາວ 52,9 ກິໂລແມັດ, ຜ່ານເມືອງຫຼວງນໍ້າທາ 16,9 ກິໂລແມັດ, ມີສອງສະຖານີຄື: ສະຖານີບໍ່ເຕ່ນ ເປັນສະຖານີນ້ອຍສຳລັບກວດຄົນເຂົ້າອອກເມືອງ ແລະສະຖານີນາເຕີຍ ເປັນສະຖານີສຳລັບຄ່ຽນຖ່າຍສິນຄ້າ, ມີຂົວ 7 ແຫ່ງ ຍາວ 4.907 ແມັດ ແລະອຸໂມງ 3 ແຫ່ງ ຍາວ 10.054 ແມັດຄື: ອຸໂມງມິດຕະພາບ-ລາວຈີນ, ອຸໂມງບໍ່ເຕ່ນ ແລະອົງໂມງຕີນຕົກ, ການເກັບກູ້ລະເບີດຍັງບໍ່ທັນແຕກຕາມແລວທາງ ແລະຂອບເຂດ ສະຖານີລົດໄຟປະຈຸບັນສຳເລັດເກືອບ 100%

ໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ເປັນໂຄງການທີ່ນອນຢູ່ໃນແຜນຍຸດທະສາດຂອງລັດຖະບານ ແລະນອນໃນແຜນຍຸດທະສາດຂອງກະຊວງໂຍທາທິການ ແລະຂົນສົ່ງ, ເປັນການຕົກລົງຂອງສອງລັດຖະບານ ເມື່ອສ້າງສຳເລັດ ສປປ ລາວ ຈະມີການເຊື່ອມໂຍງກັບພາກພື້ນຂອງອາຊຽນ ເປັນການພັດທະນາເສດຖະກິດສັງຄົມຂອງປະເທດ ກໍຄືການຄ້າ, ການບໍລິການ, ການທ່ອງທ່ຽວ ແລະໂຄງການນີ້ລັດຖະບານລົງທຶນ 730 ລ້ານດອນລາສະຫະລັດ, ຖືຫຸ້ນ 40%

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...