spot_img
Home​ຂ່າວທ່ອງທ່ຽວ"ສວນພຶກສາ" ສະຖານທີ່ທ່ຽວແຫ່ງໃໝ່ຂອງນະຄອນຫຼວງວຽງຈັນ

“ສວນພຶກສາ” ສະຖານທີ່ທ່ຽວແຫ່ງໃໝ່ຂອງນະຄອນຫຼວງວຽງຈັນ

Published on

ທ່ອງທ່ຽວກັບລາວໂພສຕ໌ ມື້ນີ້ແອັດມິນຈະມາແນະນຳບ່ອນຫຼິ້ນ, ບ່ອນກິນ, ບ່ອນທ່ຽວ, ບ່ອນຖ່າຍເຊລຟີ ສະຖານທີ່ທ່ອງທ່ຽວແຫ່ງໃໝ່ຂອງນະຄອນຫຼວງວຽງຈັນ ທີ່ຈະໄດ້ເປີດໃຫ້ເຂົ້າທ່ຽວຊົມຢ່າງເປັນທາງການໃນວັນທີ 7 ເມາສາ 2017 ນີ້ ປີໃໝ່ນີ້ຖ້າບໍ່ຮູ້ວ່າສິໄປທາງໃດດີລອງມາແວ່ທ່ຽວຊົມສະຖານທີ່ແຫ່ງນີ້ເບິ່່ງຮັບຮອງວ່າທ່ານຈະບໍ່ຜິດຫວັງ.

ຖ້າໃຜຕ້ອງການໄປທ່ຽວຊົມສະຖານທີ່ຕັ້ງຢູ່ ບ້ານໃຫມ່ດານຊີ, ເມືອງ ນາຊາຍທອງ, ນະຄອນຫລວງວຽງຈັນ

ນອກຈາກດອກໄມ້ນາໆຊະນິດແລ້ວ ທ່ານຍັງຈະສຳຜັດກັບຫມາກແຕງ ຫລືເມລອນຢີ່ປຸ່ນ ທີ່ປູກແບບບໍ່ມີຢາຂ້າແມງໄມ້ແລະປຸຍຕ່າງໆ ຮັບຮອງວ່າດີຕໍ່ສຸຂະພາບຢ່າງແນ່ນອນ ແລະ ຖ້າໃຜມັກນັ່ງງອຍຂາຕຶກປາຢູ່ແຄມ ຢູ່ທີ່ນີ້ເພິ່ນມີຕູມນ້ອຍໄວ້ໃຫ້ເຊົ່ານັ່ງຕຶກປາຊຸມແຊວຢ່າງສະບາຍໃຈ, ສ່ວນຄົນທີ່ທ່ານຮູບໄປໃສກໍ່ຕ້ອງຖ່າຍເຊລຟີ ແລ້ວໂພສຕ໌ລົງໂຊຊຽວຢູ່ຕະຫຼອດ ຕ້ອງມາທີ່ນີ້ເລີຍທ່ານຈະບໍ່ຜິດຫວັງ ເພາະມີຫຼາຍມຸມໃຫ້ເລືອກຖ່າຍຮູບຢ່າງເຕັມອີ່ມ ເວົ້າແລ້ວເຮົາກໍ່ບໍ່ຊັກຊ້າເສຍເວລາ ເຮົາມາເບິ່ງຮູບບັນຍາກາດ ຂອງສວນພຶກສາ ໄປພ້ອມໆກັນເລີຍ

 

ບົດຄວາມຫຼ້າສຸດ

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025 ໃນອາທິດຜ່ານມາ, ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ...