Homeຂ່າວ​ໄອ​ທີຕາມຄາດ... Samsung ເປີດໂຕ Galaxy S8 ແລະ S8+ ຢ່າງເປັນທາງການແລ້ວ!!

ຕາມຄາດ… Samsung ເປີດໂຕ Galaxy S8 ແລະ S8+ ຢ່າງເປັນທາງການແລ້ວ!!

Published on

ສົດໆຮ້ອນໆຈາກງານ Galaxy Unpacked 2017 ທີ່ກຸງນິວຢອຣ໌ກກັນເລີຍ, ໂດຍໄດ້ມີການເປີດໂຕຫົວເຮືອໃຫຍ່ຂອງທາງບໍລິສັດ Samsung ນັ້ນກໍຄື: Galaxy S8 ແລະ S8+ ນັ້ນເອງ.

ໃນສ່ວນຂອງຂໍ້ມູນດ້ານສະເປັກນັ້ນເຮົາຈະບໍ່ເວົ້າເຖິງກັນຫຼາຍເພາະສະເປັກທີ່ເປີດໂຕມານັ້ນ ຖືວ່າຄືກັບສະເປັກທີ່ເຮົາເຄີຍລົງຂ່າວໄປກ່ອນໜ້ານີ້ເລີຍ, ໂດຍເຮົາຈະມາເວົ້າເຖິງເຄື່ອງທີ່ຈຳໜ່າຍໃນປະເທດຕ່າງໆນຳກັນ ເລີ່ມກັນທີ່ເຄື່ອງທີ່ບັນຈຸ RAM 6GB + ROM 128GB ນັ້ນຈະມີຂາຍພຽງແຕ່ສະເພາະປະເທດຈີນ ແລະເກົາຫຼີ. ສ່ວນເຄື່ອງ RAM 4GB + ROM 64GB ນັ້ນຈະເປັນລຸ້ນວາງຈຳໜ່າຍທົ່ວໂລກ.

ສ່ວນອີກປະເດັນທີ່ໜ້າສົນໃຈທີ່ເຮົາຮູ້ມາວ່າ Samsung ຈະວາງຈຳໜ່າຍເຄື່ອງທີ່ໃຊ້ຊິບ Snapdragon 835 ສະເພາະອາເມຣິກາປະເທດດຽວເທົ່ານັ້ນ ແລະ ປະເທດອື່ນໆຈະມີພຽງຊິບເຊັດຂອງຊຳຊຸງເອງນັ້ນຄື Exynos 9 Series 8895 (ຕອນນີ້ບໍ່ຢືນຢັນເທື່ອ), ແຕ່ຖ້າເປັນແນວນັ້ນຜູ້ໃຊ້ແບບໂປຣອາດຈະມີເຄືອງກັນແດ່ສຳລັບເລື່ອງນີ້ ແຕ່ກະຄົງບໍ່ມີບັນຫາສຳລັບຜູ້ໃຊ້ທົ່ວໄປ

ສຳລັບໃນສ່ວນຂອງລາຄາຍັງບໍ່ມີປະກາດອອກມາເທື່ອເດີ້ (ດຽວຈະອັບເດດໃຫ້ພາຍຫຼັງ) ເຊິ່ງໂຕເຄື່ອງນັ້ນຈະມາພ້ອມ 5 ສີໃຫ້ເລືອກຄື: Black Sky, Orchid Grey ແລະ Arctic Silver. (ອີກ 2 ແມ່ນສີຟ້າ ແລະສີຄຳ)
ສຳລັບສະເປັກຂອງ Samsung Galaxy S8 ແລະ S8+ ມີດັ່ງນີ້:


  • ໂຕເຄື່ອງ S8:  148.9 x 68.1 x 8.0 ມມ ແລະໜັກ 152 ກຣາມ
  • ໂຕເຄື່ອງ S8+: 159.5 x 73.4 x 8.1 ມມ ແລະໜັກ 173 ກຣາມ
  • S8: ໜ້າຈໍ Super AMOLED ຂະໜາດ 5.8 ນິ້ວ, Quad HD+ (2560×1440 ພິກເຊວ) ມາພ້ອມຈໍໂຄ້ງ 
  • S8+: ໜ້າຈໍ Super AMOLED ຂະໜາດ 6.2 ນິ້ວ, Quad HD+ (2560×1440 ພິກເຊວ) ມາພ້ອມຈໍໂຄ້ງ 
  • CPU: Qualcomm Snapdragon 835 / Samaung Exynos 9 Series 8895
  • GPU: Adreno 540 / Mali-G71 MP20 
  • RAM: 4GB / 6GB
  • ROM: 64GB / 128GB ເພີ່ມກາຣ໌ດ microSD ໄດ້
  • ລະບົບ: Android 7.0 (Nougat)
  • ຊິມ: Dual SIM
  • ກ້ອງຫຼັງ: ເລນຄູ່ 12 ລ້ານພິກເຊວ ພ້ອມແຟລັດ LED ແລະ f/1.7
  • ກ້ອງໜ້າ: 8 ລ້ານພິກເຊວ ພ້ອມ f/1.7
  • ເຊັນເຊີ້: ກວດຈັບການເຕັ້ນຂອງຫົວໃຈ, ສະແກນລາຍນິ້ວມື, ສະແກນມ່ານຕາ ແລະກວດຈັບສະພາບອາກາດ
  • ມາດຕະຖານ: IP68 ກັນນ້ຳ ແລະຝຸ່ນ
  • ການເຊື່ອມຕໍ່: 4G VoLTE, Wi-Fi 802.11ac, Bluetooth 4.2 LE, GPS with GLONASS, USB 2.0, NFC
  • S8: ແບັດເຕີຣີ 3000mAh ມາພ້ອມລະບົບສາກໄວທັງແບບໃຊ້ສາຍ ແລະໄຮ້ສາຍ (WPC and PMA)
  • S8+: ແບັດເຕີຣີ 3500mAh ມາພ້ອມລະບົບສາກໄວທັງແບບໃຊ້ສາຍ ແລະໄຮ້ສາຍ (WPC and PMA)

ແຫຼ່ງຂ່າວ: fonearena ແລະຮູບພາບຈາກ phonearena

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...