ຕອນທີ 10.1 ສາລະພາບຮັກ
ຂ້ອຍ “ອາລີ້” ຮູ້ສຶກຄືກັບໃຈສັ່ນຫວິວໆ ເມື່ອເຫັນຍິງງາມແປກໜ້າຢືນຄຽງຂ້າງນາຍນ້ອຍເອກ ແລະ ຕອນນີ້ນາງກຳລັງຍິ້ມທັກທາຍຕົວເອງຢ່າງເປັນມິດ ຂ້ອຍຈິ່ງຍິ້ມເບົາໆ ແລ້ວຕອບກັບຕາມາລະຍາດໄປວ່າ
ອາລີ້: “ຍິນດີທີ່ໄດ້ຮູ້ຈັກ! ຂະນ້ອຍມີຊື່ວ່າ ອາລີ້ ເປັນຜູ້ຊ່ວຍແມ່ບ້ານທີ່ເຮືອນຫຼັງນີ້ ຕອນນີ້ຂະນ້ອຍຂໍຕົວກ່ອນ” ເມື່ອເວົ້າສຸດຄວາມຂ້ອຍກໍ່ຟ້າວຍ່າງມຸ່ງໜ້າໄປທີ່ຫ້ອງນອນເຮືອນຄົນຮັບໃຊ້ທັນທີ
ນາຍນ້ອຍເອກໄດ້ແຕ່ແນມຕາມອາລີໄປດ້ວຍຄວາມຮູ້ສຶກເສົ້າ ແລະ ເລ່ຫາງຕາມາເບິ່ງຢຸ້ຍແບບຜ່ານໆດ້ວຍສີໜ້າອາລົມເບື່ອໆ
ຢຸ້ຍ ອຶ້ງໄປເລັກນ້ອຍເມື່ອຮູ້ວ່າຍິງສາວທີ່ມາກັບນາຍນ້ອຍເອກນັ້ນຄວາມຈິງແລ້ວມີຖານະເປັນພຽງຄົນຮັບໃຊ້ ນາງຈິງຍິ້ມດ້ວຍຄວາມດີໃຈເບົາໆ ແລະ ໂລ່ງໃຈໄປຫຼາຍສ່ວນ ແລ້ວນາງກໍ່ຫັນໄປຈັບແຂນນາຍນ້ອຍເອກທີ່ຢືນຢູ່ຂ້າງໆ ແຕ່ກໍ່ຖືກນາຍນ້ອຍເອກປັດມືຢຸ້ຍທີ່ກຳລັງຈັບແຂນຕົວເອງອອກແລ້ວຍ່າງໜ້ານິ້ງພ້ອມກັບມືໜຶ່ງຫິ້ວຖົງເຄື່ອງຍ່າງເຂົ້າເຮືອນໄປໂດຍມີຢຸ້ຍຍ່າງຕາມນຳຫຼັງມາຕິດໆດ້ວຍສີໜ້າບໍ່ພໍໃຈເລັກນ້ອຍ.
ອາຫານຄ່ຳມື້ນີ້ມີຢຸ້ຍເປັນແຂກຮ່ວມຮັບປະທານອາຫານທີ່ໂຕະອາຫານ ມື້ນີ້ທັງມາດາມ ແລະ ດ.ຣ ສົມບູນ ພໍ່ກັບແມ່ນາຍນ້ອຍເອກມີຄວາມສຸກເປັນພິເສດທັງກິນ ແລະ ສົນທະນາກັບຢຸ້ຍໄປດ້ວຍສີໜ້າເບີກບານ ເຫັນມີແຕ່ນາຍນ້ອຍເອກເທົ່ານັ້ນລະທີ່ນັ່ງໜ້າບູດບຶ້ງບໍ່ເວົ້າບໍ່ຈາກກັບໃຜ ຢຸ້ຍນາງໄດ້ຕັກແກງໃສ່ຖ້ວຍນ້ອຍແລ້ວນຳໄປວາງຂ້າງໆຈານເຂົ້າຂອງນາຍນ້ອຍເອກດ້ວຍສີໜ້າຍິ້ມແຍ້ມກ່ອນຈະເວົ້າອອກໄປວ່າ: “ນ້ອງຈື່ໄດ້ວ່າອ້າຍເອກຕອນຍັງນ້ອຍມັກກິນແກງໄກ່ຫຼາຍ”
ທັງມາດາມ ແລະ ດ.ຣ ສົມບູນ ຮູ້ສຶກດີໃຈທີ່ວ່າທີ່ລູກໄພ້ໃນອານາຄົດຂອງຕົນເອງເອົາໃຈໃສ່ລູກຊາຍຈິ່ງໄດ້ພາກັນເວົ້ສອອກໄປດ້ວຍສີໜ້າແຈ່ມໃສວ່າ
ມາດາມ ລິນດາ: “ຢຸ້ຍຊ່າງຮູ້ວ່າອ້າຍມັກກິນຫຍັງ! ປ້າວາງໃຈເມື່ອານາຄົດພວກເຈົ້າແຕ່ງງານກັນໄປແລ້ວລູກຊາຍປ້າຈະມີຄວາມສຸກເພາະໄດ້ເມຍທີ່ດີ”
ຢຸ້ຍກໍ່ຍິ້ມດີໃຈເມື່ອໄດ້ຍິນວ່າທີ່ແມ່ຍ່າໃນອານາຄົດກ່າວແບບນັ້ນ ສວນທາງກັບນາຍນ້ອຍເອກທີ່ໜ້າບຶ້ງຢູ່ແລ້ວກັບບຶ້ງຕຶງກວ່າເກົ່າ ຄິ້ວທັງສອງຂ້ອງຫຍໍ້ເຂົ້າຫາກັນຈົນປາຍຄິ້ວເກືອບຈຸໃສ່ກັນ.
ສາວນຂ້ອຍ “ອາລີ້” ຫຼັງຈາກໄດ້ຍິນມາດາມລິນດາເອີ່ຍວ່ານາຍນ້ອຍເອກຈະແຕ່ງງານກັບຜູ້ຍິງຄົນນີ້ຢູ່ດີໆກໍ່ໜາວສັ່ນຄືກັບບໍ່ສະບາຍຂຶ້ນມາທັນທີ ຫຼື ນີ້ອາດຈະເປັນອາການຊັອກໃນ ຖ້າຈະເປັນເພາະໜາວແອຣກໍ່ຄົງຈະບໍ່ແມ່ນແນ່ນອນເພາະກໍ່ຢູ່ຕາກແອຣມາດົນແລ້ວກໍ່ບໍ່ເຄີຍມີອາການຜິດປົກກະຕິໃດໆ ຂ້ອຍພະຍາຍາມກັ້ນໃຈແຂງຝືນຢືນຢູ່ໃຫ້ໄຫວ ຕອນນີ້ຄືກັບຈະເປັນລົມລົ້ມລົງຫົວໃຈຮູ້ສຶກເຈັບແຮງ ຂ້ອຍຄິດຢູ່ໃນໃຈວ່າ
ອາລີ້ ຄິດໃນໃຈ (ເຫດໃດຮ່າງກາຍຈິດໃຈເຮົາຄືອ່ອນແຮງລົງແບບນີ້ ຄຳເວົ້າຂອງມາດາມລິນດາເປັນຫຍັງເມື່ອຟັງແລ້ວຈິ່ງເຮັດໃຫ້ເຮົາຮູ້ສຶກເຈັບປວດຂະໜາດນີ້)
ນາຍນ້ອຍເອກແອບສົ່ງສາຍຕາໄປສັງເກດເບິ່ງອາລີ້ເລັກໜ້ອຍກ່ອນຈະເຫັນສີໜ້າຍິງທີ່ຕົນຮັກຈືດສືດຄ້າຍຄົນບໍ່ສະບາຍ ເຊິ່ງຜິດແປກໄປເນື່ອງຈາກກີ້ນີ້ອາລີ້ຍັງມີສີສັນໜ້າຕາດີໆຢູ່ ນາຍນ້ອຍເອກຈິ່ງແອບສົ່ງສາຍຕາໄປເບິ່ງອາລີ້ເປັນໄລຍະໄລຍະດ້ວຍຄວາມຫ່ວງໃຍ
ຫຼັງຈາກທີ່ເຈົ້ານາຍຮັບປະທານອາຫານແລ້ວ ຂ້ອຍກັບເອື້ອຍສອນກໍ່ພາກັນມ້ຽນໂຕະກິນເຂົ້າຕາມປົກກະຕິ ມື້ນີ້ຈິດໃຈຂ້ອຍເລື່ອນລອຍບໍ່ຢູ່ກັບເນື້ອກັບຕົວ ເລີຍເຜີເຮັດຖ້ວຍແຕກຕ້ອງ 2 ໃບ ເອື້ອຍສອນເຫັນສີໜ້າຂ້ອຍແປກໆຈິ່ງຖາມຂ້ອຍດ້ວຍຄວາມເປັນຫ່ວງວ່າ
ເອື້ອຍສອນ: “ອາລີ້! ນ້ອງບໍ່ສະບາຍຫວະ ໃບໜ້າ ແລະ ຕົນຕົວເຈົ້າຄືຈືດໆ”
ຂ້ອຍພະຍັກໜ້າຕອບແທນຄຳເວົ້າ ເມື່ອເອື້ອຍສອນເຫັນທ່າທາງສີໜ້າຂ້ອຍບໍ່ດີປານໃດ ຈິ່ງອະນະຍາດໃຫ້ຂ້ອຍໄປນອນພັກຜ່ອນທີ່ຫ້ອງ ສ່ວນວຽກທີ່ເຫຼືອຄືນນີ້ເອື້ອຍສອນຮັບເໝົາເຮັດເອງ ຂ້ອຍຮູ້ສຶກໜາວມາຈາກຂ້າງໃນແບບບໍ່ເຄີຍເປັນອາການແບບນີ້ມາກ່ອນ ເມື່ອໄປຮອດຫ້ອງນອນກໍ່ຟ້າວຍ່າງໄປທີ່ຕຽງນອນ ແລະ ຈັບຜ້າຫົ່ມທີ່ຕີນຕຽງດຶງຂຶ້ນມາຫົ່ມທັນທີ ເຖິງປານນັ້ນກໍ່ຍັງຮູ້ສຶກສັ່ນໆຢູ່ ໃນໃຈຮູ້ສຶກອຶດອັດຂັບແໜ້ນໃນເອິກ ເຄີຍແຕ່ໄດ້ຍິນວ່າຄົນອົກຫັກຈະມີອາການເຈັບປວດແໜ້ນທີ່ຫົວໃຈຄືກັບຫົວໃຈໄດ້ຮັບຄວາມກະທົບຢ່າງຮຸນແຮງ ຫຼື ນີ້ຂ້ອຍຈະອົກຫັກຂ້າງດຽວ ຢູ່ດີໆນ້ຳຕາກໍ່ຄ່ອຍໆໄຫລອອກມາ.
ນາຍນ້ອຍເອກເມື່ອກິນເຂົ້າແລ້ວກໍ່ບໍ່ໄດ້ຢູ່ນັ່ງລົມກັບຢຸ້ຍທີ່ຫ້ອງນັ່ງຫຼິ້ນຄືກັບພໍ່ແລະແມ່ ເພາະຮູ້ສຶກອຶດອັດໃຈຈິ່ງຂໍຕົວໄປພັກຜ່ອນທີ່ຫ້ອງນອນໂດຍອ້າງວ່າຮູ້ສຶກປວດຫົວແຮງ, ຢຸ້ຍແນມເບິ່ງນາຍນ້ອຍເອກທີ່ຍ່າງຂຶ້ນຂັນໄດເຮືອນໄປດ້ວຍສາຍຕາລະຫ້ອຍ ຮູ້ສຶກຜິດຫວັງຢູ່ໃນໃຈ ອຸສ່າຕັ້ງໃຈເອົາຂອງຂັວນຈາກເມືອງຈີນມາຕ້ອນ ແຕ່ຍັງບໍ່ທັນໄດ້ມີໂອກາດໄດ້ລົມກັບນາຍນ້ອຍເອກສອງຕໍ່ສອງຈິ່ງຍັງບໍ່ທັນມອບຂອງຂັວນທີ່ກຽມໄວ້ໃຫ້ ເມື່ອນາຍນ້ອຍເອກຂຶ້ນຫ້ອງໄປນອນ ຢຸ້ຍຈິ່ງບໍ່ລໍຊ້າທີ່ຈະຄອບມາດາມລິນດາ ກັບ ດ.ຣ ສົມບູນກັບເມື່ອເຮືອນຂອງຕົນ, ຕາມທາງຂັບລົດເມືອ ຢຸ້ຍຄິດຄະນຶງເຖິງເຫດການທີ່ໄດ້ພົບມື້ນີ້ ຢຸ້ຍເຫັນຄວາມແປກລະຫວ່າງນາຍນ້ອຍເອກ ກັບສາວໃຊ້ທີ່ຊື່ວ່າ ອາລີ້, ຢຸ້ຍຮູ້ສຶກສັງຫອນໃຈກ່ຽວກັບຄວາມສຳພັນຂອງສອງຄົນນີ້ ເພາະສັງເກດເຫັນໄດ້ຫຼາຍຈຸດທີ່ບົ່ງບອກວ່າສອງຄົນນີ້ມີຄວາມສຳພັນເໜືອຄຳວ່ານາຍຈ້າງກັບລູກ ຈ້າງ.
ນາຍນ້ອຍເອກນອນພິກຕົວໄປມາທີ່ຕຽງນອນ ແລະ ກໍ່ຄິດເປັນຫ່ວງອາລີ້ ເຫັນສີໜ້າອາລີ້ຕອນຢູ່ທີ່ໂຕະກິນເຂົ້າບໍ່ຊູ່ດີປານໃດ ຈະລົງໄປຖາມອາການທີ່ຫ້ອງນອນກໍ່ຍັງລັງເລໃຈຈິ່ງໄດ້ສົ່ງຂໍ້ຄວາມໄປຖາມທາງກ່ອນ ແຕ່ອາລີ້ບໍ່ຍອມຕອບຂໍ້ຄວາມກັບສົ່ງໄປ 2 ສະບັບກໍ່ມິດງຽບ ເລີຍຕັດສິນໃຈໂທຫາ
ຂ້ອຍ “ອາລີ້” ກໍາລັງຢູ່ໃນພາວະອາລົມບໍ່ດີບໍ່ຢາກເວົ້າຈາກັບໃຜເມື່ອສຽງໂທລະສັບດັງຂຶ້ນກໍ່ຈັບໂທລະສັບຂຶ້ນມາເບິ່ງເຫັນເປັນເບີນາຍນ້ອຍເອກໂທເຂົ້າຮູ້ສຶກບໍ່ຢາກເວົ້ານຳກໍ່ເລີຍກົດວາງສາຍ ແຕ່ນາຍນ້ອຍກໍ່ໂທມາອີກຮອບທີສອງ ຂ້ອຍເລີຍຕັດສິນໃຈປິດໂທລະສັບໃສ່ທັນທີ.
ຢູ່ດີໆຕິດຕໍ່ສາຍປາຍທາງບໍ່ໄດ້ນາຍນ້ອຍເອກຈິ່ງຮູ້ສຶກຮ້ອນຮົນກະວົນກະວາຍໃນຫົວໃຈຍາກທີ່ຈະຂົ່ມຕາລົງໃຫ້ນອນຫຼັບສະໜິດໄດ້ໃນຄືນນີ້ຖ້າບໍ່ໄດ້ໄປເຫັນໄປຮູ້ກັບຫູກັບຕາວ່າຍິງທີ່ຕົນຮັກຕອນນີ້ມີອາການເປັນແນວ ໃດ ຈິ່ງໄດ້ຕັດສິນໃນຍ່າງລົງມາຈາກຫ້ອງນອນມຸ່ງໜ້າໄປທີ່ເຮືອນຄົວຫວັງເພື່ອຈະໄດ້ພົບກັບອາລີ້ ແຕ່ກໍ່ຕ້ອງຜິດຫວັງເພາະເມື່ອຍ່າງມາຮອດເຮືອນຄົວກໍ່ເຫັນພຽງໄຟເຮືອນຄົວຖືກປິດມີດມົນໄປຮຽບຮ້ອຍແລ້ວ ຈິ່ງໄດ້ຍ່າງເລາະໆໄປທີ່ຫ້ອງຊັກເຄື່ອງ ຍ່າງເຂົ້າໄປໄກ້ໆຫ້ອງຊັກເຄື່ອງກໍ່ໄດ້ຍິນສຽງຈັກຊັກຜ້າ ນາຍນ້ອຍເອກຮູ້ສຶກດີໃຈເລັກນ້ອຍເພາະຫວັງວ່າຄົນທີ່ຊັກຜ້າຢູ່ໃນຫ້ອງອາດເປັນອາລີ້ ແຕ່ເມື່ອເຂົ້າໄປໃນຫ້ອງກັບຕ້ອງຜິດຫວັງເພາະເປັນເອື້ອຍສອນນັ້ນເອງ, ເອື້ອຍສອນທີ່ກຳລັງແຍກຜ້າຢູ່ໄດ້ເຫັນນາຍນ້ອຍເອກຢືນຢູ່ທີ່ໜ້າປະຕູຫ້ອງຊັກຜ້າຈິ່ງໄດ້ເອີ່ຍຖາມ
ເອື້ອຍສອນ: “ນາຍນ້ອຍ! ຕ້ອງການຫຍັງບໍ່”
ນາຍນ້ອຍເອກແນມຊ້າຍຂວາບໍ່ເຫັນອາລີ້ ຄິດຈະເອີ່ຍຖາມແຕ່ກໍ່ຕ້ອງຢຸດໄວ້ໃນໃຈ ເມື່ອໃນຫ້ອງນີ້ບໍ່ມີອາລີ້ຈິ່ງຮີບຍ່າງຈາກໄປປ່ອຍເອື້ອຍສອນໄວ້ກັບຄວາມງົງ. ນາຍນ້ອຍເອກຍ່າງໄປເລາະເບິ່ງສະຖານທີ່ທີ່ຄິດວ່າອາລີ້ຈະໄປເຊັ່ນ: ແຖວໆຄອກໝາ, ຫ້ອງເກັບເຄື່ອງ, ສາລາສວນດອກໄມ້ ແຕ່ກໍ່ບໍ່ເຫັນ ສຸດທ້າຍກໍ່ຕັດສິນໃຈໄປທີ່ໜ້າຫ້ອງພັກຂອງແມ່ບ້ານ ເຫັນເກີບທີ່ອາລີ້ໃສ່ປົດໄວ້ໜ້າປະຕູ ຈິ່ງໝັ້ນໃຈວ່າອາລີ້ຕ້ອງຢູ່ໃນຫ້ອງ ຈິ່ງຕັດສິນໃຈເຄາະປະຕູຫ້ອງ 2-3 ບາດ ແລ້ວເອີ້ນ “ອາລີ້” ເບົາໆ ແຕ່ບໍ່ມີສຽງຕອບຮັບກັບມາຈິ່ງຄິດໄດ້ວ່າຕົນບໍ່ສົມຄວນທີ່ຈະລົບກວນໃນເວລານີ້ ຈິ່ງຕັດສິນໃຈຍ່າງຄໍຕົກກັບຫ້ອງນອນໄປ.
ຮຸ່ງເຊົ້າຂຶ້ນມາເປັນມື້ວັນອາທິດ ອາລຸນເບີກຟ້າແສງແດສາດສ່ອງມາທີ່ຫ້ອງຜ່າຜ້າກັ້ງສີຂາວບາງທີ່ຕິດຢູ່ປ່ອງຢຽມຫ້ອງນອນຂອງ ຢຸ້ຍ ຕອນນີ້ເປັນເວລາ 9 ໂມງເຊົ້າພໍດີ ໃນໜຶ່ງກໍ່ຢາກນອນຕໍ່ອີກຈັກບຶດໜຶ່ງກ່ອນຈິ່ງຄ່ອຍລຸກອອກຈາກຕຽງ ແຕ່ກໍ່ອົດຄິດເຫັນໃບໜ້າຂອງນາຍນ້ອຍເອກບໍ່ໄດ້ ເພາະຫົວໃຈຄິດຮອດຊາຍຄົນທີ່ຕົນຫຼົງຮັກມາຕັ້ງແຕ່ນ້ອຍແຮງຈິ່ງໄດ້ເຮັດໃຫ້ ຢຸ້ຍມີພະລັງແຮງກາຍແຮງໃຈໃນການຕື່ນຂຶ້ນມາຈາກຕຽງເພື່ອແຕ່ງຕົວອອກໄປເຮືອນຜູ້ຊາຍ.
ຂ້ອຍ “ອາລີ້” ມື້ນີ້ກໍ່ມາເຮັດອານາໄມທີ່ຫ້ອງສະໝຸດ ເພາະຄົບສາມມື້ແລ້ວ ໃນຂະນະທີ່ຂ້ອຍກໍາລັງຂົນອຸ ປະກອນເຮັດຄວາມສະອາດທັງເຄື່ອງດູດຝຸ່ນ, ໄມ້ຖູພື້ນ, ໄມ້ປີກໄກ່, ກ້ານຟອຍເຂົ້າໄປໃນຫ້ອງສະໝຸດ ນາຍນ້ອຍເອກກໍ່ຍ່າງເຂົ້າມາໃນເວລານັ້ນພໍດີ ຈິ່ງໄດ້ສວາຍໂອກາດເຂົ້າມາໃນຫ້ອງພ້ອມກັນກັບຂ້ອຍເລີຍ ມື້ນີ້ຂ້ອຍຮູ້ສຶກບໍ່ຢາກພົບໜ້ານາຍນ້ອຍເອກ ບໍ່ແມ່ນເພາະຄຽດທີ່ໄດ້ຮູ້ວ່ານາຍນ້ອຍເອກມີຄູ່ໝາຍແລ້ວ ແຕ່ອາຍໜ້າຕາບວມໆຂອງຕົນເອງ ເຊິ່ງຜົນມາຈາກການທີ່ຄືນວານນີ້ນອນຮ້ອງໄຫ້ໝົດຄືນ ຂ້ອຍຈິ່ງໄດ້ແຕ່ກົ້ມໜ້າຫຼົບໜ້າຫຼົບຕາໄປມາ ນາຍນ້ອຍເອກກໍ່ບໍ່ຖອຍໜີຍ່າງລັດໜ້າລັດຫຼັງຂ້ອຍບໍ່ເລີກລາຈົນຂ້ອຍຮູ້ສຶກບໍ່ໂອ ເຄເລີຍ ຂ້ອຍກັບນາຍນ້ອຍເອກຍ່າງລັດກັນໄປມາເປັນເວລາເກືອບສິບນາທີ ໃນທີ່ສຸດຂ້ອຍກໍ່ຕ້ອງຍອມເອງ ຂ້ອຍໄດ້ຢຸດຍ່າງ ແລະ ຢືນຢູ່ຕໍ່ໜ້ານາຍນ້ອຍເອກມນທ່າກົ້ມໜ້າ ນາຍນ້ອຍເອກໄດ້ໃຊ້ມືຄ່ອຍໆຈັບໜ້າຂ້ອຍຂຶ້ນມາ ເມື່ອເຫັນໜ້າຕາທີ່ບວມຊ້ຳຂອງຂ້ອຍນາຍນ້ອຍກັບອຶ້ງ ພ້ອມຖາມຂ້ອຍດ້ວຍສີໜ້າສົງໃສວ່າ
ນາຍນ້ອຍເອກ: “ອາລີ້! ຢ່າບອກໄດ້ວ່າຄືນວານນີ້ເຈົ້ານອນຮ້ອງໄຫ້ທັງຄືນ”
ຂ້ອຍປັດມືທີ່ຈັບຫນ້າຂ້ອຍອອກ ແລ້ວຕອບນາຍນ້ອຍກັບດ້ວຍນ້ຳສຽງເຢັນຊາວ່າ: “ຂະນ້ອຍຈະຮ້ອງໄຫ້ຫຼືບໍ່ນັ້ນ ມັນບໍ່ກ່ຽວຂ້ອງກັບນາຍນ້ອຍເລີຍ”
ນາຍນ້ອຍເອກເວົ້າກັບຂ້ອຍດ້ວຍສີໜ້າ, ນ້ຳສຽງຈິງຈັງວ່າ: “ອາລີ້! ເຈົ້າຢ່າເວົ້າວ່າເລື່ອງນີ້ບໍ່ກ່ຽວກັບຂ້ອຍ! ຂ້ອຍຮູ້ວ່າເຈົ້າເອງຄິດຈັ່ງໃດກັບຂ້ອຍ! ແລະ ເຈົ້າກໍ່ຮູ້ຢູ່ແກ່ໃຈວ່າຂ້ອຍຄິດແນວໃດກັນເຈົ້າ”
ອາລີ້ ຍັງຕອບກັບດ້ວຍນ້ຳສຽງເຢັນຊາວ່າ: “ຂະນ້ອຍຮູ້ວ່ານາຍນ້ອຍຮູ້ສຶກກັບຂະນ້ອຍຈັ່ງໃດແລ້ວມັນເປັນແນວໃດ ຫຼື ນາຍນ້ອຍຮູ້ວ່າຂະນ້ອຍຄິດແນວໃດກັບນາຍນ້ອຍນັ້ນແລ້ວມັນເປັນແນວໃດ ເພາະເຮົາສອງຄົນກໍ່ຮູ້ບົດສະຫຼຸບຕອນທ້າຍຢູ່ແລ້ວວ່າມັນບໍ່ສາມາດເປັນໄປໄດ້”
ນາຍນ້ອຍເອກເວົ້າເຮັດສີໜ້າ ແວວຕາເຄັ່ງຂຶມໃສ່ອາລີ້ກ່ອນເວົ້າວ່າ: “ຍັງບໍທັນໄດ້ເລີ່ມຊ້ຳແລ້ວເຈົ້າຮູ້ໄດ້ແນວໃດວ່າມັນເປັນໄປບໍ່ໄດ້”
ອາລີ້: “ນາຍນ້ອຍເອກກໍ່ຮູ້ດີວ່ານາຍນ້ອຍມີຄູ່ຮັກຄູ່ໝັ້ນຄູ່ໝາຍຢູ່ແລ້ວ”
ນາຍນ້ອຍເອກ: “ອາລີ້! ຂ້ອຍຢາກຖາມເຈົ້າແນ່! ຄົນທີ່ບໍ່ເຄີຍຄິດຢາກຈະເບິ່ງໜ້າ, ຄົນທີ່ບໍ່ເຄີຍຄິດຢາກຈະເວົ້ານຳ, ຄົນທີ່ບໍ່ເຄີຍຄິດຢາກຢູ່ໃກ້ ຄົນແບບນັ້ນຍັງຈະນັບວ່າເປັນຄົນຮັກ ຫຼື ຄູ່ຮັກໄດ້ອີກບໍ່’
ອາລີ້ ສະເງີ້ກັບຄຳເວົ້າຂອງນາຍນ້ອຍໄປພັກໜຶ່ງ ແຕ່ກໍ່ຫັກດິບຕອບໄປວ່າ: “ເລື່ອງນັ້ນມັນບໍ່ໄດ້ມີຄວາມກ່ຽວພັນກັບຂະນ້ອຍເລີຍແມ່ແຕ່ນ້ອຍດຽວ! ເພາະໃນທີ່ສຸດນາຍນ້ອຍຕ້ອງໄດ້ໃຊ້ຊີວິດຄູ່ຢູ່ກັບຍິງຄົນນັ້ນຢູ່ດີ”
ນາຍນ້ອຍເອກຮູ້ສຶກໃຈສະທ້ານເມື່ອໄດ້ຍິນຍິງຄົນຮັກຕອບກັບມາແບບນັ້ນ ຈິ່ງໄດ້ຈັບແຂນອາລີ້ທັງສອງເບື້ອງດຶງເຂົ້າມາຫາຕົວເອງ ເມື່ອອາລີ້ຂັດຂືນຈິ່ງໄດ້ດັນຕົວເຂົ້າແນບຝາຫ້ອງ ນາຍນ້ອຍເອກຈ້ອງຕ້ອງອາລີ້ດ້ວຍສາຍຕາທີ່ສື່ເຖິງອາລົມເຫຼືອອົກເຫຼືອໃຈໃຫ້ກັບຄຳຕອບຂອງອາລີ້ ແລະ ເອີ່ຍຖາມອາລີ້ດ້ວຍຄວາມນ້ອຍອົກນ້ອຍໃຈໄປວ່າ: “ອາລີ້! ເຈົ້າຍອມເສຍຂ້ອຍໃຫ້ກັບຄົນອື່ນແທ້ໆຫວາ! ເຈົ້າຮັບໄດ້ແທ້ຫວາ”
ຂ້ອຍ “ອາລີ້” ຫຼົບສາຍຕາຂອງນາຍນ້ອຍເອກທັນທີ ເມື່ອໄດ້ຍິນນາຍນ້ອຍເອກຍິງຄໍາຖາມມາແບບນີ້ ຄວາມແຂງກະດ້າງໃນຕົວກໍ່ຄ່ອຍໆລະລາຍລົງໄປແລ້ວເຄິ່ງສ່ວນ ໃນສະໝອງຕອນນັ້ນຮູ້ສຶກສັບສົນລັງເລໃຈບໍ່ຮູ້ຈະຕອບກັບແນວໃດດີ ຢ້ານຕອບໄປແລ້ວພາດ ໃນໃຈກໍ່ຢ້ານເສຍນາຍນ້ອຍເອກໄປໃຫ້ຄົນອື່ນໄປ ຂ້ອຍເລີຍໃຊ້ມຸກເກົ່າຄືມິດງຽບໄວ້ ບໍ່ຕອບຄຳໃດໆອອກໄປດີກວ່າ
ນາຍນ້ອຍເອກຈາກທ່າທາງບຸກລະຫ່ຳຈູ່ໂຈມມາໃສ່ຂ້ອຍຈາກມື້ທັງສອງທີ່ຈັບແຂນຂ້ອຍແໜ້ນກໍ່ຄ່ອຍໆຜ່ອນຄາຍລົງຢ່າງຊ້າໆ ແລ້ວເວົ້າກັບຂ້ອຍດ້ວຍນ້ຳສຽງອ່ອນໂຍນວ່າ
ນາຍນ້ອຍເອກ: “ອາລີ້! ຂ້ອຍຂໍໂທດທີ່ເຮັດໃຫ້ເຈົ້າເຈັບຕົວ! ເຮັດໃຫ້ເຈົ້າຕົກໃຈ! ເລື່ອງມື້ນີ້ໃຫ້ເຈົ້າກັບໄປຄິດຄືນໃຫ້ດີໆ ອີກສາມມື້ຕໍ່ໜ້າຂ້ອຍຈະມາເອົາຄຳຕອບ”
ເມື່ອນາຍນ້ອຍເອກເວົ້າຈົບກໍ່ຍ່າງອອກຈາກຫ້ອງສະໝຸດໄວ້ ປ່ອຍໃຫ້ຂ້ອຍຢູ່ໃນຫ້ອງຄົນດຽວດ້ວຍອາການໃຈຫາຍ ແລະ ໃນຂະນະທີ່ນາຍນ້ອຍເອກເປີດປະຕູອອກຈາກຫ້ອງສະໝຸດໄປນັ້ນ ຢຸ້ຍ ວ່າທີ່ພັນລະຍາໃນອານາຄົດກໍ່ເຂົ້າມາໃນເຮືອນທັນເຫັນນາຍນ້ອຍເອກຍ່າງອອກມາຈາກໃນຫ້ອງສະໝຸດພໍດີ ນາງຈິ່ງໄດ້ຍ່າງເຂົ້າມາທັກທາຍນາຍນ້ອຍເອກດ້ວຍຮອຍຍິ້ມ ແຕ່ກໍ່ຖືກນາຍນ້ອຍເອກເຮັດໜ້ານິ້ງເສີຍໃສ່ແລ້ວຍ່າງຈາກໄປ ປ່ອຍໃຫ້ຢຸ້ຍຍິ້ມຄ້າງຄົນດຽວກາງເຮືອນ.
ອ່ານຕໍ່ຕອນທີ 11 ທີ່ລິ້ງນີ້: https://www.laopost.com/2017/03/29/87736
ອ່ານຕໍ່ຕອນທີ 12 ທີ່ລິ້ງນີ້: https://www.laopost.com/2017/03/29/87741
ອ່ານຄືນຕອນທີ 10 ຍ້ອນຫຼັງຕາມລິ້ງ: https://www.laopost.com/2017/03/28/87689