spot_img
Homeນານາສາລະເຄັດລັບການເພີ່ມພະລັງໃຫ້ຕົວເອງໃນການເຮັດວຽກເມື່ອຮູ້ສຶກວ່າກຳລັງເບື່ອວຽກທີ່ເຮັດຢູ່

ເຄັດລັບການເພີ່ມພະລັງໃຫ້ຕົວເອງໃນການເຮັດວຽກເມື່ອຮູ້ສຶກວ່າກຳລັງເບື່ອວຽກທີ່ເຮັດຢູ່

Published on

ມະນຸດເງິນເດືອນທຸກຄົນ ແນ່ນອນວ່າໃນຊ່ວງເວລາໜຶ່ງຂອງຊີວິດການເຮັດວຽກ ຕ້ອງເຄີຍພົບກັບພາວະຮູ້ສຶກເບື່ອ ເບື່ອວຽກທີ່ກຳລັງເຮັດຢູ່ ບາງເທື່ອຈົນເຖິງຂັ້ນຄິດປ່ຽນວຽກໃໝ່ ແຕ່ໃນສັງຄົມປັດຈຸບັນນີ້ຕ້ອງບອກເລີຍວ່າ ຖ້າເຮົາເລືອກແຕ່ວຽກທີ່ເຮົາມັກ ແລະ ເປັນວຽກທີ່ເຮົາຢາກເຮັດ ຫຼື ເປັນວຽກທີ່ເໝາະສົມກັບເຮົາເທົ່ານັ້ນ ພໍດີອາດຕ້ອງໃສ້ກິນແນ່ນອນ ເພາະສະໄໝນີ້ວຽກເລີ່ມຫາຍາກຂຶ້ນເລື່ອຍໆ ຫຼາຍຄົນກໍ່ເຄີຍໄດ້ຍິນຄຳທີ່ວ່າ ປະລິນຍາເຕະຝຸ່ນ ມາກໍ່ຫຼາຍ ສະນັ້ນຖ້າຕອນນີ້ທ່ານຍັງເປັນຜູ້ໜຶ່ງທີ່ມີວຽກເຮັດມີເງິນເດືອນຢູ່ ຕ້ອງພູມໃຈວຽກທີ່ຕົນເຮັດນັ້ນໃຫ້ດີທີ່ສຸດ

ເອົາລ່ະ! ໃນຄໍລຳ ສາລະໜ້າຮູ້ ມື້ນີ້ ແອັດມິນ ມີ 6 ເຄັດລັບ ໃນການປຸກໄຟໃນຕົວໃຫ້ກັບມາຮ້ອນແຮງພ້ອມລຸຍງານທີ່ເຮັດຢູ່ ເຊິ່ງຈະມີວິທີໃດແດ່ນັ້ນ ເຮົາມາເບິ່ງພ້ອມກັນເລີຍ

1. ລອງປັບຕົວໃຫ້ເຂົ້າກັບວຽກທີ່ ຕ້ອງເຮັດ

ຫາກຕອນນີ້ທ່ານບໍ່ແນ່ໃຈແລ້ວວ່າ ວຽກທີ່ເຮັດຢູ່ນັ້ນ ເປັນວຽກທີ່ທ່ານມັກແທ້ ຫຼື ບໍ່ ແຕ່ເລື່ອງນັ້ນຢ່າຟ້າວຄິດຫຍັງຫຼາຍ ບໍ່ວ່າທ່ານຈະມັກ ຫຼື ບໍ່ມັກ ສິ່ງທຳອິດຕ້ອງເຮັດນັ້ນກໍ່ຄື ຕ້ອງຮຽນຮູ້ ແລະ ປັບຕົວໃຫ້ເຂົ້າກັບວຽກ, ເພື່ອນຮ່ວມງານ ແລະ ການໃຊ້ຊີວິດໃນສັງຄົມໃຫ້ໄດ້ ເພື່ອເຮັດແນວໃດໃຫ້ຕົນເອງຢູ່ລອດ

2. ພຽງຄິດໃໝ່ວ່າ “ເຮົາເຮັດໄດ້” ລຸຍ ລຸຍ !!!

ມະນຸດເງິນເດືອນທຸກຄົນຮູ້ດີວ່າ ໃນການເຮັດວຽກບໍ່ວ່າຈະຢູ່ໃສກໍ່ຕາມຕ້ອງພົບກັບພາວະກົດດັນ ອາດຈະເກີດຂຶ້ນຍ້ອນສະພາບແວດລ້ອມເພື່ອນຮ່ວມງານໃນອົງກອນ, ຫຼື ກົດດັນຍ້ອນໄດ້ເຮັດວຽກທີ່ຕົນບໍ່ມີປະສົບການ, ບໍ່ຊຳນານ ບາງເທື່ອກໍ່ເຮັດໃຫ້ຮູ້ສຶກເມື່ອຍ ແລະ ທໍ້ແທ້ໄດ້ ແຕ່ເຮົາເອງກໍ່ຕ້ອງຮູ້ຈັກປັບຕົວໃຫ້ເຂົ້າກັບສະພາບແວດລ້ອມທີ່ຢູ່ ແຂງຫຼາຍກໍ່ບໍ່ດີ ຍານຫຼາຍກໍ່ເປັນຈຸດອ່ອນ ທໍ້ໄປກໍ່ເຮົານັ້ນ ດັ່ງນັ້ນ ບໍ່ວ່າເຮົາຈະໄດ້ຮັບຜິດພິຊອບໜ້າທີ່ໃດກໍ່ຕາມເຮົາຕ້ອງລຸຍ ເຮັດໃຫ້ດີທີສຸດ

3. ສ້າງກິດຈະກຳທີ່ມັກ ໃຫ້ເປັນວຽກທີ່ “ແມ່ນ”

ເມື່ອຄິດວ່າໄດ້ເຮັດວຽກທີ່ຕົນມັກແລ້ວ ກໍ່ຄວນຫາກິດຈະກຳ ຫຼື ຫາທັກສະໃໝ່ມາເສີມໃສ່ວຽກທີ່ຕົນເຮັດຢູ່ໃຫ້ການເປັນວຽກທີ່ຮູ້ສຶກແມ່ນຍິ່ງຂຶ້ນ ຄວາມມັກມັນຕ້ອງມາກັບການອັບເດດຂໍ້ມູນໃໝ່ໆຢູ່ສະເໝີ ກໍ່ວຽກງານຖ້າໄດ້ເຮັດວຽກທີ່ມັກແລ້ວແຕ່ວົນວຽກຢູ່ກັບແຜນວຽກເກົ່າໆຊ້ຳໆ ດົນໆໄປເຖິງຈະມັກວຽກນັ້ນພຽງໃດ ເຮົາກໍ່ຈະຮູ້ສຶກເບື່ອໄດ້

4. ຮຽນຮູ້ຈາກໂອກາດທີ່ໄດ້ຈາກການເຮັດວຽກໃໝ່ 

ໃນເວລາທີ່ເຮົາໄດ້ຮັບຜິດພິຊອບໜ້າທີ່ໃໝ່ ອາດຈະບໍ່ຄຸ້ນເຄີຍກັບວຽກນັ້ນປານໃດ ແຕ່ກໍ່ໃຫ້ຄິດສະເໝີວ່າ ທ່ານກຳລັງກ້າວໄປທາງໜ້າເພີ່ມຂຶ້ນເທື່ອລະກ້າວ ບົດຮຽນຈະໄດ້ມາຈາກຄວາມທ້າທາຍໃໝ່, ຂໍ້ຜິດພາດໃໝ່ໆ, ຄຳແນະນຳ, ຄະຕິ, ຄຳເຕືອນໃໝ່ໆ ທັງຈາກຫົວໜ້າ ແລະ ເພື່ອນຮ່ວມງານ ທັງໝົດນີ້ຖືເປັນປະສົບການທີ່ຕ້ອງໄດ້ຮຽນຮູ້ໄວ້

5. ຫາແຮງບັນດານໃຈ ມາກະຕຸ້ນໄຟໃນຕົວທ່ານ

ບາງຄົນກໍ່ຮູ້ສຶກທໍ້ກັບຕົນເອງເຮັດງານມາລາຍຟ້າຫຼາຍປີບໍ່ປະສົບຜົນສຳເລັດກັບເຂົາຈັກເທື່ອ ຢ່າມົວເອົາແຕ່ຕັ້ງຄຳຖາມ ຫຼື ໂທດນັ້ນນີ້ ທ່ານຕ້ອງຫາຄຳຕອບຈາກຄຳຖາມ ເພາະມີແຕ່ເວົ້າ ແລະ ຄິດຫາກບໍ່ລົງມືເຮັດກໍ່ບໍ່ສາມາດໄປເຖິງຝັນໄດ້ ຄືກັບເສດຖີ ຫຼື ຄົນທີ່ປະສົບຜົນສຳເລັດໃນຊີວິດລະດັບໂລກຫຼາຍຄົນ ພວກເຂົາຈະມີເປົ້າໝາຍທີ່ກຳນົດຢ່າງຊັດເຈນ ແລະ ບໍ່ແມ່ນວ່າຈະຄິດເພີ້ຝັນໄວ້ເທົ່ານັ້ນ ຕ້ອງລົງມືເຮັດພ້ອໃຈິ່ງຈະສຳເລັດ ທ່ານລອງໄປຫາອ່ານເບິ່ງກວ່າພວກເຂົາຈະປະສົບຄວາມສຳເລັດລະດັບພວກເຂົາເຮັດແນວໃດ ເມື່ອອ່ານຈົບທ່ານຈະຮູ້ສຶກມີແຮງພັກດັນຫຼາຍຂຶ້ນແນ່ນອນ.

6. ປ່ຽນວຽກໃໝ່ໄປເລີຍ ງ່າຍໆ 

ເມື່ອຄິດຢ່າງງຖີ່ຖ້ວນແລ້ວ ວຽກທີ່ເຮັດຢູ່ນີ້ມັນບໍ່ແມ່ນ ຍັງບໍ່ມັກ ເຮັດແລ້ວຍັງບໍ່ມີຄວາມສຸກ ຮູ້ສຶກເບື່ອ ທົນບໍ່ໄຫວແລ້ວ ຖ້າທ່ານມີໂອກາດດີໄດ້ເລີ່ມຕົ້ນໃໝ່ ກັບວຽກໃໝ່ທີ່ຄິດວ່າມັນໂອເຄກວ່າວຽກເກົ່າທີ່ເຮັດຢູ່ ກໍ່ລອງຕັດສິນໃຈເດັດຂາດປ່ຽນວຽກໃໝ່ໄປເລີຍດີກວ່າ ເພື່ອຈະໄດ້ໄປພົບສິ່ງທີ່ດີມີຄວາມສຸກກວ່າ ປັດຈຸບັນທີ່ເປັນຢູ່ ຊີວິດເຮົາເຮົາກຳນົດເອງເລີຍ ຈະດີ ຫຼື ບໍ່ດີ ກໍ່ຂຶ້ນຢູ່ກັບຄວາມເພິ່ງພໍໃຈຂອງຕົນເຮົາເອງ.

ບົດຄວາມຫຼ້າສຸດ

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45 ຈະໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 17-23 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ໂດຍຈະມີຄະນະຜູ້ແທນຈາກລັດຖະສະພາສະມາຊິກໄອປາ, ຄະນະຜູ້ແທນ...

ເປີດຢ່າງເປັນທາງການ ແຂ່ງຂັນຊ່ວງເຮືອເມືອງນານ ປະຈໍາປີ 2024

ເມືອງ ນານ ແຂວງ ຫລວງພະບາງ ຈັດພິທີເປີດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະຈໍາປີ 2024 ຂຶ້ນ ໃນວັນທີ 17 ຕຸລາ ນີ້ ທີ່ຜາມໄຊຍຶ່ງນ້ໍານານ...

Liam Payne ອະດີດສະມາຊິກວົງ One Direction ເສຍຊີວິດຫຼັງຈາກຕົກລົງຊັ້ນ 3 ໃນໂຮງແຮມແຫ່ງໜຶ່ງ

ອີງຕາມສຳນັກຂ່າວບີບີຊີ ລາຍງານວ່າ: ລຽມ ເພນ (Liam Payne) ອະດີດສະມາຊິກວົງ ວັນໄດເຣກຊັ່ນ (One Direction) ວົງດົນຕີຊື່ດັງຈາກ ອັງກິດ-ໄອແລນ ໄດ້ເສຍຊີວິດດ້ວຍອາຍຸ 31...

ເດືອນກັນຍາ 2024 ມີຜູ້ເສຍຊີວິດຈາກອຸບັດເຫດທັງໝົດ 54 ຄົນ ໃນຂອບເຂດທົ່ວປະເທດ

ໃນໄລຍະເດືອນກັນຍາ 2024 ຜ່ານມານີ້, ທົ່ວປະເທດລາວ ມີຜູ້ເສຍຊີວິດເຖິງ 54 ຄົນ, ມີຜູ້ບາດເຈັບ 674 ຄົນ ແລະ ມີພາຫະນະເປ່ເພ 780 ຄັນຈາກອຸບັດເຫດເກີດຂຶ້ນທັງໝົດ...