ຕອນທີ 6 ຈໍາໃຈຈາກເພື່ອໄປສຶກສາຕໍ່
ມື້ນີ້ອາກາດແຈ່ມໃສດີ ນາຍນ້ອຍເອກຢືນເອົາແຂນທັງສອງຂ້າງໄຂ່ວຫຼັງຢູ່ທີ່ລະບຽງຫ້ອງນອນດ້ວຍສີໜ້າອຶມຄຶມເໝືອນກັບຄົນມີເລື່ອງອຸກອັ່ງໃນໃຈ ສາຍຕາຂອງເຂົາຈ້ອງເບິ່ງລົງມາດ້ານລຸ່ມ ເຫັນ ອາລີ້ ກັບ ເອື້ອຍສອນ ກຳລັງປັດກວດໃບໄມ້ທີ່ກ້ອງຕົ້ນໄມ້ດ້ວຍຄວາມອາວອນຢູ່ພັກໃຫຍ່ ກ່ອນທີ່ນາຍນ້ອຍເອກ ຈະຍ່າງມາດນິ້ງໆກັບເຂົ້າມາໃນຫ້ອງ ແລ້ວເປີດຕູ້ເສື້ອຜ້າ ຈາກນັ້ນກໍ່ຈັບເອົາກະເປົາເດີນທາງຫິ້ວຂຶ້ນມາວາງໄວ້ເທິງຕຽງ ແລ້ວກໍ່ຍ່າງກັບໄປທີ່ຕູ້ເສື້ອຜ້າເພື່ອເລືອກຊຸດເຄື່ອງນຸ່ງຈຳນວນຫຼາຍມາພັບເຂົ້າໃນກະເປົາເດີນທາງ ພ້ອມທັງໜັງສືຮຽນກໍ່ເອົາມາເກັບເຂົ້າກະເປົາພ້ອມອອກເດີນທາງກັບ ກຸງເທບ (ປະເທດໄທ) ເພື່ອໄປສຶກສາຮ່ຳຮຽນຕໍ່ໃຫ້ຈົບ.
ສຳລັບອາຫານຄ່ຳຂອງຄືນນີ້ ຖືເປັນອາຫານຄ່ຳສຸດພິເສດ ເພາະຈະມີແຂກພິເສດມາຮ່ວມກິນເຂົ້າເພີ່ມເຖິງສອງຄົນ ນັ້ນກໍ່ຄື ລູກສາວ ກັບ ລູກເຂີຍຂອງເຈົ້ານາຍ ດັ່ງນັ້ນ ຂ້ອຍ “ອາລີ້” ກັບເອື້ອຍສອນກໍ່ຕ້ອງເມື່ອຍກັບການເຮັດອາ ຫານຄາວຫວານເພີ່ມ ກ່ອນເວລາຮັບປະທານອາຫານຄ່ຳ 20 ນາທີ ອາຫານເຮັດແລ້ວດີ ແທນທີ່ຈະໄດ້ນັ່ງພັກຜ່ອນຈັກໜ່ອຍ ແຕ່ຂ້ອຍກັບເອື້ອຍສອນກໍ່ຕ້ອງຟ້າວນຳອາຫານໄປຈັດໄວ້ເທິງໂຕະກິນເຂົ້າໃຫ້ຮຽບຮ້ອຍ ເພາະເຈົ້ານາຍບ້ານນີ້ເປັນຄົນຕົງເວລາສຸດໆຕອນເວລາອາຫານຄ່ຳກໍ່ຄື 19:00 ໂມງພໍດີຫ້າມຊ້າເດັດຂາດບໍ່ດັ່ງນັ້ນຈະຖືກຕຳນິ ແລະ ຈະບໍ່ມີໂບນັດທ້າຍປີ. ອາຫານຄ່ຳມື້ນີ້ຮູ້ສຶກວ່າມີສີສັນຄຶກຄື້ນກວ່າທຸກມື້ອາດເປັນເພາະມີລູກສາວກັບລູກເຂີຍມາຮ່ວມກິນເຂົ້ານຳ ຈາກທີ່ຜ່ານມາເກືອບຄົບເດືອນແລ້ວບໍ່ເຄີຍເຫັນພວກເຂົາລົມກັນໃນເວລາກິນເຂົ້າ ແຕ່ມື້ນີ້ກັບມາການສົນທະນາກັນຢ່າງຍິ້ມແຍ້ມ ຍົກເວັ້ນຄົນດຽວກໍ່ຄືນາຍນ້ອຍເອກໜ້ານິ້ງບໍ່ມີຫຼຸດ. ບົດສົນທະນານີ້ມີລູກເຂີຍເປັນຄົນເປີດສາກ
ຈິດຕະກອນ (ເຂີຍກົກ) ກ່າວຖາມນາຍນ້ອນເອກດ້ວຍສີໜ້າຍິ້ມແຍ້ມວ່າ: “ຊ້ຳອີກປີດຽວກໍ່ຈະຈົບປະລິນຍາຕີແລ້ວ! ນ້ອງຄິດຈະຮຽນຕໍ່ເອກຕໍ່ໂທເລີຍ ຫຼື ພັກກັບມາຫາປະສົບການກ່ອນ”
ນາຍນ້ອຍເອກ ເບິ່ງໜ້າອ້າຍເຂີຍດ້ວຍສີໜ້ານິ້ງກ່ອນຕອບໄປວ່າ: “ເລື່ອງນັ້ນຍັງບໍ່ທັນຄິດເທື່ອ”
ດ.ຣ ສົມບູນ (ນາຍໃຫຍ່ຂອງເຮືອນ): “ເວລາຫຍັງເຫຼືອອີກຕັ້ງຫຼາຍເດືອນຄ່ອຍຄິດຄ່ອຍຕັດສິນໃຈກໍ່ໄດ້”
ມາດາມ ລິນດາ (ນາຍໃຫຍ່ຄົນທີສອງ): “ລູກມາພັກຮ້ອນພຽງເດືອນດຽວ ແມ່ຍັງບໍ່ທັນຫາຍຄິດຮອດລູກກໍ່ຈະກັບໄປທີ່ໂຮງຮຽນອີກແລ້ວ! ມື້ນີ້ແມ່ສັ່ງແມ່ບ້ານເຮັດອາຫານທີ່ລູກມັກທັງນັ້ນ ກິນຫຼາຍໆເດີ້ລູກ” ຕັກອາຫານໃຫ້ນາຍນ້ອຍເອກ
ນາຍນ້ອຍເອກແນມເບິ່ງໜ້າແມ່ ແລະ ກ້າວຄຳ “ຂອບໃຈ” ເບົາໆ
ນາຍຍິງ ນູ່ນີ່ (ເອື້ອຍນາຍນ້ອຍເອກ): ເອກ! ຄືນນີ້ເອື້ອຍກັບອ້າຍຈະຄ້າງຄືນທີ່ນີ້! ມື້ອື່ນເຊົ້າຈະໄປສົ່ງເຈົ້າທີ່ສະໜາມບິນແຕ່ເຊົ້າເດີ້
ນາຍນ້ອຍເອກ: ບໍ່ເປັນຫຍັງດຽວນ້ອງໃຫ້ຄົນຂັບລົດຢູ່ເຮືອນໄປສົ່ງນ້ອງທີ່ສະໜາມບິນກໍ່ໄດ້
ນູ່ນີ່: ຢ່າເວົ້າແບບນັ້ນ! ມີນ້ອງຊາຍຄົນດຽວ ເອື້ອຍຕ້ອງບໍລິການເຕັມທີ່
ນາຍນ້ອຍເອກ ເບິ່ງໜ້າເອື້ອຍດ້ວຍຮອຍຍິ້ມສີກມຸມປາກເລັກນ້ອຍ ກ່ອນຕອບໄປວ່າ: “ຕ້ອງລົບກວນເອື້ອຍແລ້ວ”
ນາຍຍິງນູ່ນີ່ຫັນມາເບິ່ງໜ້າເອື້ອຍສອນ ແລ້ວບອກກັບເອື້ອຍສອນວ່າ ”ສອນຊ່ວຍຈັດຫ້ອງນອນໃຫ້ຂ້ອຍແນ່ເດີ້”
ເອື້ອຍສອນກົ້ມຫົວຮັບຄຳສັ່ງ “ຂ້ານ້ອຍຮັບຊາບ”
ຫຼັງຈາກທຸກຄົນກິນອາຫານຄາວແລ້ວ ພວກຂ້ອຍກໍ່ເສີບຕໍ່ດ້ວຍອາຫານຫວານທັນທີ ມີທັງໝາກໄມ້, ຂະໜົມຫວານໃຫ້ເລືອກຮັບປະທານ ຊີວິດເສດຖີຊ່າງດີ໊ດີແບບນີ້ເອງ, ຜ່ານໄປ 20 ນາທີ ທຸກຄົນເລີກກິນອາຫານແລ້ວກໍ່ເຄື່ອນຕົວອອກຈາກໂຕະອາຫານ ຂ້ອຍກັບເອື້ອຍສອນກໍ່ພາກັບມ້ຽນໂຕະອາຫານໃຫ້ຮຽບຮ້ອຍ, ຄືນນີ້ຄົງມີແຕ່ຂ້ອຍຮັບຜິດຊອບລ້າງຈານພຽງຄົນດຽວ ເພາະເອື້ອຍສອນຕ້ອງຂຶ້ນໄປເຮັດຄວາມສະອາດ ແລະ ປ່ຽນຊຸດບ່ອນໃໝ່ທີ່ຫ້ອງນອນຂອງນາຍຍິງນູ່ນີ່.
ຂ້ອຍລ້າງຖ້ວຍຄົນດຽວຢູ່ໃນຫ້ອງຄົວທ່າມກາງຄວາມມິດຫງຽບໃນສະໝອງກໍ່ຄິດເຖິງເລື່ອງຂອງວານນີ້ຕອນທີ່ນາຍນ້ອຍຈັບມືຕົນເອງ ຄິດໄປຄິດມາກໍ່ຮູ້ສຶກຂຳກັບການກະທຳຂອງນາຍນ້ອຍເອກ ແຕ່ເມື່ອຄິດຂຶ້ນມາວ່າຫຼັງຈາກມື້ນີ້ແລ້ວຕົນເອງກໍ່ຈະບໍ່ໄດ້ເຫັນໜ້ານາຍນ້ອຍເອກອີກ 1 ປີ ຢູ່ດີໆກໍ່ຮູ້ສຶກໃຈຫວິວໆຂຶ້ນມາທັນທີ ເຊິ່ງຂ້ອຍກໍ່ແປກໃຈວ່າເປັນຫຍັງຕົນເອງຈິ່ງຮູ້ສຶກແບບນີ້ ເມື່ອລ້າງຖ້ວຍແລ້ວຂ້ອຍກໍ່ຂວ້ຳຖ້ວຍໄວ້ເປັນລະ ບຽບທີ່ຖ້ານເກັບຖ້ວຍ ຕອນນັ້ນເປັນເວລາປະມານ 20:00 ໂມງ ມື້ນີ້ວຽກແລ້ວໄວໄຊໂຢ ເພາະຂ້ອຍຈະໄດ້ພັກຜ່ອນແຕ່ຫົວເວັນ ເມື່ອຮອດເວລາ 21:00 ໂມງ ຂ້ອຍກັບເອື້ອຍສອນກໍ່ພາກັນນັ່ງເບິ່ງລະຄອນໃນໂທລະທັດຕາມປົກກະຕິ ຢູ່ດີໆຂ້ອຍກໍ່ເອີ່ຍຖາມເອື້ອຍສອນອອກໄປວ່າ
ອາລີ້: “ເອື້ອຍສອນ ຄືນນີ້ຄືບໍ່ເຫັນນາຍນ້ອຍໂທມາສັ່ງນົມເນາະ”
ເອື້ອນສອນ: “ອື່! ບໍ່ດື່ມຕິຄືນນິ! ສົງໃສຈະນອນລະຕີ້ ເພາະມື້ອື່ນເຊົ້າຕ້ອງອອກເດີນທາງແຕ່ເຊົ້າ”
ອາລີ້: “ອໍ…”
ພໍແຕ່ເວົ້າຈົບສຽງໂທລະສັບປະຈຳກາຍແມ່ບ້ານກໍ່ດັງຂຶ້ນທັງທີ ເອື້ອຍສອນຮັບສາຍ ປະກົດວ່າເປັນນາຍນ້ອຍທີ່ໂທມາສັ່ງນົມອຸ່ນໆ ໃຫ້ເອົາໄປສົ່ງທີ່ຫ້ອງນອນ ຫຼັງຈາກເອື້ອຍສອນວາງສາຍກໍ່ຫັນມາເວົ້າກັບຂ້ອຍທັນທີ
ເອື້ອຍສອນ: “ອາລີ້! ພໍແຕ່ເຮົາເວົ້າສຸດຄວາມກໍ່ໂທມາສັ່ງນົມແລ້ວ! ສາກຕໍ່ໄປພະເອກນາງເອກເຂົາສິໄດ້ພົບກັນແລ້ວ ເອື້ອຍບໍ່ຢາກພາດສາກເດັດ ໂຕຊ່ວຍເອົານົມໄປສົ່ງໃຫ້ນາຍນ້ອຍແທນເອື້ອຍແນ່”
ບໍ່ຮູ້ວ່າເປັນຫຍັງເທື່ອນີ້ຂ້ອຍຮູ້ສຶກດີໃຈທີ່ຖືກໃຊ້ໃຫ້ເອົານົມໄປສົ່ງ ຂ້ອຍຟ້າວຕອບຮັບຄຳ ແລະ ຟ້າວລຸກຈາກບ່ອນນອນເດີນໜ້າໄປທີ່ເຮືອນຄົວເພື່ອຊົງນົມທັນທີ.
ທີ່ໜ້າຫ້ອງນາຍນ້ອຍກ່ອນຈະປິດປະຕູເຂົ້າໄປຕາມກົດຕ້ອງເຄາະຫ້ອງກ່ອນ 1-2 ຄັ້ງ ຖ້າໄດ້ຍິນສຽງຮັບອະນຸຍາດຈາກເຈົ້າຂອງຫ້ອງແລ້ວຈິ່ງສາມາດເຂົ້າໄປໃນຫ້ອງໄດ້
ນາຍນ້ອຍເອກ: “ເຂົ້າມາ”
ຂ້ອຍຄ່ອຍໆໄຂປະຕູເຂົ້າໄປໃນຫ້ອງນອນ ເຫັນນາຍນ້ອຍເອກກຳລັງນອນເອນກາຍເບິ່ງໂທລະທັດ ເມື່ອນາຍນ້ອຍເອກເຫັນຂ້ອຍກໍ່ຟ້າວລຸກຂຶ້ນນັ່ງແບບໜ້າຕາຕື່ນ ແລ້ວເອີ່ຍວ່າ: “ເປັນເຈົ້າເອງຫວາມາສົ່ງນົມ”
ຂ້ອຍກໍ່ຕອບນາຍນ້ອຍເອກດ້ວຍສີໜ້າງົງໆກັບຄຳຖາມຂອງນາຍນ້ອຍ: “ແມ່ນແລ້ວ”
ຫຼັງຈາກທີ່ຂ້ອຍເອົາຈອກນົມວາງໄວ້ໜ້າໂຕໃນຫ້ອງແລ້ວກໍ່ຈະຍ່າງອອກຈາກນອນຫ້ອງ ຕອນທີ່ຂ້ອຍກຳລັງຈະອອກຈາກຫ້ອງນາຍນ້ອຍເອກກໍ່ບອກໃຫ້ຂ້ອຍ “ຢ່າຟ້າວໄປ” ຂ້ອຍຫັນກັບທັງຕົວມາເບິ່ງໜ້ານາຍນ້ອຍເອກດ້ວຍຄວາມຢາກຮູ້ ນາຍນ້ອຍເອກໄດ້ບອກໃຫ້ຂ້ອຍນັ່ງລົງທີ່ຕັ່ງ ຂ້ອຍກໍ່ນັ່ງລົງທີ່ຕັ່ງ ແລະ ກໍ່ຄິດສົງໃສວ່ານາຍນ້ອຍເອກມີເລື່ອງຈະເວົ້າຫຍັງກັບເຮົາອີກນໍ້ ຫຼັງຈາກນັ້ນນາຍນ້ອຍເອກກໍ່ລຸກຈາກບ່ອນນອນແລ້ວຍ່າງມາຈັບເອົານົມທີ່ຢູ່ໜ້າໂຕະຂຶ້ນໄປຄ່ອຍໆດື່ມ ດື່ມຊ້າໆ ດື່ມຊ້າອີ່ຫຼີ ນົມຈອກດຽວຜ່ານໄປ 10 ນາທີແລ້ວກໍ່ຍັງດື່ມບໍ່ໝົດຈອກ ຕອນນັ້ນຂ້ອຍຮູ້ສຶກອຶດອັດໃຈເລັກນ້ອຍທີ່ຕ້ອງທົນນັ່ງຢູ່ໃນຫ້ອງກັບນາຍນ້ອຍພຽງສອງຕໍ່ສອງ.
ນາຍນ້ອຍເອກຄວາມຈິງແລ້ວຢາກໃຊ້ເວລາຢູ່ກັບ ອາລີ້ໃຫ້ດົນກວ່ານີ້ ຢາກໃຊ້ເວລາຢູ່ກັບອາລີ້ໃນຫ້ອງທັງຄືນ ແຕ່ກໍ່ໄດ້ພຽງຄິດ ເພາະບໍ່ສາມາດເຮັດໄດ້ ເນື່ອງຈາກມັນຈະບໍ່ເປັນການດີແທ້ ຖ້າມີໃຜມາເຫັນ ອາລີ້ຢູ່ໃນຫ້ອງນອນກັບຕົນສອງຕໍ່ສອງດົນໆ ເພາະຢ້ານຄົນອື່ນຈະຈັບໄດ້ ແລະ ສົງໃສວ່າຕອນນີ້ຕົນກຳລັງແອບມີໃຈໃຫ້ອາລີ້ຢູ່ ໂດຍສະເພາະພໍ່ກັບແມ່ແຮງບໍ່ຄວນໃຫ້ຮູ້ເດັດຂາດ ເພາະຖ້າພໍ່ກັບແມ່ຈັບໄດ້ວ່າຕົນເອງສົນໃຈໃນຕົວຂອງອາລີ້ ຄົນທີ່ຈະຊວຍນັ້ນແນ່ນອນວ່າບໍ່ແມ່ນຕົວເອງ ແຕ່ຈະແມ່ນອາລີ້ ເພາະພໍ່ກັບແມ່ບໍ່ອະນຸຍາດໃຫ້ຕົນເອງໄປວຸ້ນວາຍກັບຜູ້ຍິງຄົນໃດ ແລະ ບໍ່ອະນຸຍາດໃຫ້ຜູ້ຍິງຄົນໃດມາວຸ້ນວາຍກັບຕົນເອງໃນຖານະຊູ້ສາວ ເນື່ອງຈາກພໍ່ແມ່ກຽມຜູ້ຍິງທີ່ຈະມາເປັນລູກໄພ້ໃນອານາຄົດຂອງພວກເພິ່ນໄວ້ແລ້ວ ແລະ ຕອນນີ້ສິ່ງທີ່ນາຍນ້ອຍເອກເຮັດໄດ້ກໍ່ພຽງເກັບງຳຄວາມຮູ້ນີ້ໄວ້ໃນໃຈ ເພື່ອລໍຖ້າເປີດເຜີຍໃນວັນເວລາທີ່ຄິດວ່າເໝາະສົມ ນາຍນ້ອຍເອກດື່ມນົມ ແລະ ກໍ່ຈ້ອງເບິ່ງໜ້າ ອາລີ້ພຽງເລັກນ້ອຍກ່ອນຈະເອີ່ຍກັບອາລີ້ໄປວ່າ
ນາຍນ້ອຍເອກ “ອາລີ້! ຢືມໂທລະສັບແນ່”
ອາລີ້ ເຮັດໜ້າແປກໃຈເລັກໜ້ອຍໃສນາຍນ້ອຍເອກກ່ອນຈະຈົກໂທລະສັບຈາກຖົງໂສ້ງຢື່ນໃຫ້ນາຍນ້ອຍເອກດ້ວຍຄວາມເຂີນອາຍ ເພາະໂທລະສັບລຸ້ນທີ່ອາລີ້ໃຊ້ນັ້ນ ເປັນພຽງໂທລະສັບໄຟສາຍເກົ່າ ໂຕໜັງສືປຸ່ມກົດລຶບເກືອບໝົດທຸກໂຕແລ້ວ ນາຍນ້ອຍເອກຫຼັງຈາກເຫັນໂທລະສັບຂອງ ອາລີ້ ກໍ່ຖອນຫາຍໃຈເລັກນ້ອຍ ກ່ອນຈະຈັບເອົາໂທລະສັບຈາກມືຂອງ ອາລີ້ ມາກົດ 2-3 ເທື່ອ ແລ້ວກໍ່ສົ່ງໃຫ້ອາລີ້ຄືນ ເມື່ອເຫັນວ່ານາຍນ້ອຍເອກດື່ມນົມໝົດຈອກແລ້ວ ແລະ ບໍ່ມີຫຍັງຕໍ່ອີກແລ້ວ ອາລີ້ກໍ່ໄດ້ເອີ່ຍຄອບນາຍນ້ອຍກັບຫ້ອງທັນທີ ເຊິ່ງນາຍນ້ອຍກໍ່ພະຍັກໜ້າຕອບອະນຸຍາດໃຫ້ກັບໄດ້ ແຕ່ເມື່ອອາລີ້ຍ່າງໄປຮອດປະຕູ ກ່ອນຈະໄຂປະຕູຫ້ອງອອກໄປ ກໍ່ໄດ້ຫັນມາຍິ້ມໃຫ້ນາຍນ້ອຍເອກ ແລະ ກ່າວໄປວ່າ “ນາຍນ້ອຍເອກ! ມື້ອື່ນຂໍໃຫ້ນາຍນ້ອຍເດີນທາງປອດໄພເດີ” ແລ້ວກໍ່ຍ່າງອອກໄປຈາກຫ້ອງພ້ອມອັດປະຕູຫ້ອງໄວ້
ນາຍນ້ອຍເອກຮູ້ສຶກປື້ມໃຈເມື່ອໄດ້ຍິນ ອາລີ້ເອີ່ຍຄຳອວຍພອນສັ້ນໆໃຫ້ຕົນເອງ ຈາກນັ້ນລາວກໍ່ຟ້າວຈັບເອົາໂທລະສັບທີ່ວາງໄວ້ໃກ້ໂທລະທັດມາກົດແຊັບເບີໂທຂອງ ອາລີໄວ້ໃນມືຖື ເກັບໃສ່ໝວດຄົນພິເສດໄວ້.
ທ່ານສາມາດອ່ານຍ້ອນຫຼັງຕອນທີ 5 ໄດ້ທີ່ລິ້ງ: https://www.laopost.com/2017/03/23/87427