Homeຂ່າວຕ່າງປະເທດນັກວິທະຍາສາດເຜີຍ ນໍ້າກ້ອນທີ່ປົກຄຸມບໍລິເວນ 2​ ຂົ້ວໂລກນ້ອຍລົງເຫຼືອໜ້ອຍທີ່ສຸດເປັນປະຫວັດການ

ນັກວິທະຍາສາດເຜີຍ ນໍ້າກ້ອນທີ່ປົກຄຸມບໍລິເວນ 2​ ຂົ້ວໂລກນ້ອຍລົງເຫຼືອໜ້ອຍທີ່ສຸດເປັນປະຫວັດການ

Published on

ສຳນັກຂ່າວເອເອຟພີລາຍງານ ເມື່ອວັນທີ 23 ມີນາ 2017 ຜ່ານມາວ່າ ທີມວິທະຍາາດຈາກສູນຂໍ້ມູນນໍ້າກ້ອນ ແລະຫິມະແຫ່ງຊາດ (ເອັນເອສໄອດີຊີ) ສັງກັດໃນອົງການບໍລິຫານການບິນ ແລະອະວະກາດແຫ່ງຊາດ (ນາຊາ) ຂອງສະຫະລັດອາເມຣິກາ ໄດ້ຖະແຫຼງຂ່າວໃນເມືອງໄມອາມີ ລັດຟໍຣິດາ ສະຫະລັດອາເມຣິກາ ບອກວ່າພື້ນທີ່ເຊິ່ງປົກຄຸມດ້ວຍນໍ້າກ້ອນ ແລະຫິມະຢູ່ບໍລິເວນຂົ້ວໂລກເໜືອ ແລະຂົ້ວໂລກໃຕ້ ຫົດນ້ອຍລົງເຫຼືອໜ້ອຍທີ່ສຸດເປັນປະຫວັດການ

ແຜ່ນນໍ້າກ້ອນຂົ້ວໂລກ ຈະປ່ຽນຂະໜາດໄປຕາມລະດູການ ເຊິ່ງຊ່ວງຕົ້ນເດືອນີນາ ຈະມີຂະໜາດໃຫຍ່ທີ່ສຸດ ກ່ອນທີ່ຈະນ້ອຍລົງເຫຼືອພື້ນທີ່ໜ້ອຍສຸດໃນເດືອນກັນຍາ ທີ່ເປັນຊ່ວງຮ້ອນຂອງຂົ້ວໂລກ, ແຕ່ແຜ່ນນໍ້າກ້ອນທະວີບອາກຕິກ ທີ່ປົກຄຸມຂົ້ວໂລກເໜືອ ວັດແທກໃນເດືອນມີນາ ເຫຼືອພຽງແຕ່ 14.42 ລ້ານຕາລາງກິໂລແມັດ ນ້ອຍກວ່າສະຖິຕິນ້ອຍທີ່ສຸດໃນປີ 2015 ຮອດ 417.000 ຕາລາງກິໂລແມັດ, ສ່ວນແຜ່ນນໍ້າກ້ອນ ທີ່ແອນຕາຣ໌ຄຕິກ ທີ່ປົກຄຸມຂົ້ວໂລກໃຕ້ ໃນເດືອນມີນາ ກໍເຮັດສະຖິຕິເຫຼືອພື້ນທີ່ນ້ອຍທີ່ສຸດເປັນປະຫວັດການໃນຮອບ 38 ປີ ນັບຕັ້ງແຕ່ມີການເກັບສະຖິຕິ ປາກົດການດັ່ງກ່າວ ກໍໃຫ້ເກີດຄວາມກັງວົນໃຈສູງຂຶ້ນອີກວ່າ ພາວະໂລກຮ້ອນກຳລັງເລັ່ງຄວາມໄວ ແລະເພີ່ມທະວີຄວາມຮຸນແຮງຂຶ້ນເລື້ອຍໆ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...