ຕອນທີ 5 ຄວາມລັບໃນໃຈຂອງນາຍນ້ອຍເອກ
ຂ້ອຍຄິດຂຶ້ນມາໄດ້ວ່າມື້ນີ້ຕ້ອງໄດ້ເຂົ້າໄປເຮັດອານາໄມດູດຝຸ່ນທີ່ຫ້ອງສະໝຸດ ເຊິ່ງເປັນຫ້ອງທີ່ຂ້ອຍມັກທີ່ສຸດ ເພາະຫຼັງຈາກອານາໄມແລ້ວຂ້ອຍຕ້ອງລັກອ່ານປື້ມກ່ອນອອກມາຈາກຫ້ອງ ຫຼັງຈາກໄປເອົາອຸປະກອນເຮັດຄວາມສະອາດເຊັ່ນ: ຝອຍຂົນໄກ່, ເຄື່ອງດູດຝຸ່ນ ແລະ ແນວຖູຟື້ນຈາກຫ້ອງເກັບເຄື່ອງແລ້ວຂ້ອຍກໍ່ຟ້າວຍ່າງມຸ້ງໜ້າໄປທີ່ຫ້ອງສະໜຸດໃນເຮືອນໃຫຍ່ທັນທີ ຫຼັງຈາກໄຂປະຕູຫ້ອງຂ້ອຍກໍ່ຍ່າງເຂົ້າໄປພ້ອມກັບອຸປະກອນທຳຄວາມສະອາດ ຫ້ອງສະໜຸດຂອງເຮືອນຫຼັງນີ້ໃຫຍ່ກວ່າເຮືອນຂ້ອຍອີກ ມີປຶ້ມຫຼາກຫຼາຍແນວ ຫຼາຍພາສາໃຫ້ເລືອກອ່ານ ມີການແຍກໝວດໝູ່ແນວປື້ມແຕ່ລະແນວຢ່າງເປັນລະບຽບໃສ່ທີ່ຖ້ານຈັດປື້ມ ມີທັງໝົດ 3 ແຖວ ແລະ ເກືອບຝາຫ້ອງທຸກຝາກໍ່ເປັນຕູ້ໄມ້ສີນ້ຳຕານອ່ອນຕິດຝາທີ່ໃຊ້ໄວ້ເກັບໜັງສື ເບິ່ງແລ້ວກໍ່ຄ້າຍຄືກັບຫ້ອງສະໜຸດທີ່ເຄີຍເຫັນຢູ່ໃນໂຮງຮຽນໃຫຍ່ຕາມລະຄອນທີ່ເຫັນໃນໂທລະທັດ ນອກຈາກຈະມີປື້ມແລ້ວ ຍັງມີໂຕະຄອມພິວເຕີ 1 ໜ່ວຍ ແລະ ມີຊຸດໂຕະຕັ່ງໄວ້ອ່ານໜັງສືອີກດ້ວຍ ພົມທີ່ປູພື້ນບໍລິເວນຊຸດໂຕະຕັ່ງເປັນຜົມນຸ້ມໆສີນ້ຳຕານເຂັ້ມ ສີເຂົ້າກັນກັບສີຕູ້ ສີຖ້ານວາງໜັງສີພໍດີ ສ່ວນຜ້າກັ້ງໃນຫ້ອງກໍ່ເປັນສີເຫຼືອງອ່ອນໆ ເບິ່ງແລ້ວສະບາຍຕາດີ ແອໃນຫ້ອງກໍ່ເຢັນໆ ຊ່າງເປັນຫ້ອງທີ່ໜ້າຢູ່ທີ່ສຸດຂອງເຮືອນຫຼັງນີ້ ຂ້ອຍນັ່ງລົງທີ່ຕັ່ງມືເບື້ອງຂວາເຄາະທີ່ໂຕະເບົາແລ້ວເບິ່ງໄປຮອບໆຫ້ອງ ພ້ອມທັງນັ່ງຈົ່ມພຶມພຳຢູ່ໃນຫ້ອງໂດຍບໍ່ໄດ້ສັງເກດໃນຫ້ອງນັ້ນກຳລັງມີໃຜຄົນໜຶ່ງກຳລັງແອບຟັງຄຳເວົ້າຂອງຂ້ອຍດ້ວຍຮອຍຍິ້ມ
“ເຮົາຈະອ່ານໜັງສືເຫຼັ້ມທີ່ອ່ານຄ້າງໄວ້ນັ້ນຈົບກ່ອນຈິ່ງອານາໄມດີ ຫຼື ຈະອານາໄມແລ້ວກ່ອນແລ້ວຈິ່ງນັ່ງພັກອ່ານປື້ມດີ ເພາະເບິ່ງແລ້ວຄົງໃຊ້ເວລາອານາໄມບໍ່ດົນ ຄົງບໍ່ເກີນ 20 ນາທີກໍ່ແລ້ວ ເພາະຫ້ອງກໍ່ບໍ່ໄດ້ເປື້ອນ ຝຸ່ນກໍ່ບໍ່ຫຼາຍ! ເອົາລະ! ອານາໄມກ່ອນດີກວ່າ”
ຂັ້ນຕອນທຳອິດຂ້ອຍເລີ່ມປັດຝຸ່ນທີ່ຕູ້ ແລະ ຖ້ານປຶ້ມກ່ອນຄ່ອຍໆປັດຝຸ່ນໄລ່ໄປຕັ້ງແຕ່ແຖວໜ້າໄລ່ໄປເລື່ອຍໆຕາມລຳດັບຈົນວົນກ້ຽວມາດ້ານຫຼັງວົນອອກໄປທາງໂຕະຄອມ ຂ້ອຍຕ້ອງຢຸດສະເງີ້ພັກໜຶ່ງ ເພາະເຫັນນາຍນ້ອຍເອກ ນັ່ງທີ່ຕັ່ງໜ້າໂຕະຄອມພວມກຳລັງອ່ານໜັງສືຢູ່ ຂ້ອຍຈິ່ງອຸທານອອກສຽງເບົາໆວ່າ “ອຸ້ຍ” ນາຍນ້ອຍເອກວາງປື້ມທີ່ອ່ານລົງໜ້າໂຕະຄອມແລ້ວລຸກຂຶ້ນຈາກຕັ່ງຈາກນັ້ນກໍ່ຄ່ອຍໆຍ່າງເຂົ້າມາຫາຂ້ອຍດ້ວຍສີໜ້າແປກໆ ສາຍຕາທັງສອງຈ້ອງເບິ່ງໜ້າຂ້ອຍບໍ່ກະພິບ ຄິ້ວດົກດຳທັງສອງຂ້າງຊົນເຂົ້າຫາກັນເລັກນ້ອຍ ນາຍນ້ອຍເອກ ຍ່າງເຂົ້າມາຍ່າງເຂົ້າມາຫາຂ້ອຍໃກ້ເຂົ້າມາເລື່ອຍໆພຽງເວລາບໍ່ຮອດ 10ວິນາທີ
ກໍ່ມາຢືນຢູ່ຕໍ່ໜ້າຂ້ອຍ ສອງຄົນເຮົາຫ່າງກັນພຽງ 1 ສອກ ຕອນນັ້ນຫົວໃຈຂ້ອຍເຕັ້ນແຮງຜິດປົກກະຕິຈົນຂ້ອຍຮູ້ສຶກໄດ້ ຂ້ອຍຮູ້ສຶກວ່າເຮົາສອງຄົນຢືນໃກ້ກັນເກີນໄປ ຈິ່ງຖອຍກັບຫຼັງ 1 ກ້າວ ແລ້ວຮວບຮວມສະຕິເອີ່ຍຖາມນາຍນ້ອຍເອກອອກໄປດ້ວຍຄວາມກ້າວ່າ
ອາລີ້: “ນາຍນ້ອຍເອກເຂົ້າມາຕັ້ງແຕ່ເມື່ອໃດ”
ນາຍນ້ອຍເອກ ປ່ຽນສີໜ້າຈາກເດີມເລັກໜ້ອຍ ແລະ ຄິດໃນໃຈຢູ່ພັກໜຶ່ງວ່າ “ຖ້າຈະຕອບຕາມຕົງ ວ່າເຮົາເຂົ້າມາຢູ່ໃນຫ້ອງນີ້ຕັ້ງແຕ່ດົນແລ້ວ ກ່ອນທີ່ນາງຈະເຂົ້າມາເຮັດຄວາມສະອາດນາງກໍ່ຄົງຈະພໍເດົາໄດ້ວ່າເຮົາໄດ້ຍິນສິ່ງທີ່ນາງເວົ້າທັງໝົດ ນາງກໍ່ຄົງຮູ້ສຶກອາຍບໍ່ໜ້ອຍ”
ເມື່ອນາຍນ້ອຍເອກຄິດໄດ້ທົບທວນແລ້ວຈິ່ງຕອບດ້ວຍສີໜ້າມີຮອຍຍິ້ມເບົາໆກັບອາລີ້ໄປວ່າ ”ຂ້ອຍຫາກໍ່ເຂົ້າມາກີ້ນີ້ ເຫັນເຈົ້າກຳລັງເຮັດຄວາມສະອາດຢູ່ເລີຍບໍ່ຢາກສົ່ງສຽງລົບກວນ”
ຂ້ອຍ “ອາລີ້” ຮູ້ສຶກໂລ່ງໃຈທີ່ໄດ້ຍິນນາຍນ້ອຍເອກກ່າວແບບນັ້ນ ຈິ່ງອຸທານອອກໄປວ່າ “ອໍ…” ແຕ່ບົດສົນທະນາລະຫວ່າງຂ້ອຍກັບນາຍນ້ອຍເອກຍັງບໍ່ຈົບລົງພຽງເທົ່ານີ້
ນາຍນ້ອຍເອກຈ້ອງເບິ່ງໜ້າຂ້ອຍແປກໆແລ້ວເອີ່ຍຖາມຂ້ອຍດ້ວຍນ້ຳສຽງຈິງຈັງບວກກັບສີໜ້າສົງໃສວ່າ: “ອາລີ້! ໜ້າຕາຕົນຕົວເຈົ້າມື້ນີ້ຄືເຫຼືອງໆ! ເຈົ້າຮູ້ສຶກບໍ່ສະບາຍບໍ້ ຫຼື ເມື່ອຍຫຼາຍຍ້ອນພັກຜ່ອນບໍ່ພຽງ”
ເມື່ອນາຍນ້ອຍເອກເກີດຄວາມສົນໃຈໃນສີຜິວຂອງຂ້ອຍມື້ນີ້ຂ້ອຍກໍ່ຕອບນາຍນ້ອຍເອກດ້ວຍສີໜ້າຍິ້ມແຍ້ມໄປຕາມຄວາມຈິງວ່າ “ບໍ່ໄດ້ເຈັບປ່ວຍອັນໃດ! ຂອບໃຈທີ່ນາຍນ້ອຍເປັນຫ່ວງຂະນ້ອຍສະບາຍດີ ພຽງຊ່ວງນີ້ຂະນ້ອຍ ກັບ ເອື້ອຍສອນກຳລັງພອກສູດຄວາມງາມຂີ້ໝິ້ນໝາກຂາມຢູ່ ອາດເປັນເພາະຂະນ້ອຍປະສົມຂີ້ໝິ້ນຫຼາຍຈົນເກີນໄປເລີຍເຮັດໃຫ້ທັງໜ້າ ແລະ ຜິວກາຍອອກມາເຫຼືອງແບບນີ້”
ຫຼັງຈາກໄດ້ຍິນຄຳຕອບຈາກຂ້ອຍແລ້ວນາຍນ້ອຍເອກກໍ່ໄດ້ແຕ່ຍິ້ມ ແລະ ເວົ້າອອກໄປວ່າ “ອໍ.. ເປັນແບບນີ້ນີ້ເອງ! ຊັ້ນເຈົ້າເຮັດຄວາມສະອາດຕໍ່ໄປເຖາະ ຂ້ອຍບໍ່ລົບກວນແລ້ວ” ກ່ອນທີ່ຈະຫັນຫຼັງຍ່າງຈາກໄປ ແຕ່ເມື່ອຍ່າງໄປປະມານ 3 ບາດກ້າວ ກໍ່ຫັນກັບມາເວົ້າກັບຂ້ອຍອີກວ່າ “ຖ້າເຈົ້າຢາກອ່ານປື້ມຫົວໃດໃນຫ້ອງນີ້ກໍ່ສາມາດຢືມເອົາໄປອ່ານໄດ້ເລີຍ ຂ້ອຍອະນຸຍາດ” ແລ້ວກໍ່ຫັນຫຼັງຍ່າງຈາກໄປອີກຄັ້ງດ້ວຍສີໜ້າເບີກບານໃຈ ຂ້ອຍຮູ້ສຶກດີໃຈຫຼາຍທີ່ໄດ້ຍິນນາຍນ້ອຍເອກກ່າວຄຳນີ້ກໍ່ເລີຍຟ້າວກ່າວຄຳຂອບໃຈທັນທີ “ຂອບໃຈຫຼາຍໆນາຍນ້ອຍ”
ຫຼັງຈາກເຮັດຄວາມສະອາດຫ້ອງສະໝຸດແລ້ວ ຂ້ອຍກໍ່ຈັບເອົາໜັງສືນິຍາຍຮັກເລື່ອງ “ເພື່ອນ” ເຫຼັ້ມທີ່ອ່ານຄ້າງໄວ້ຄາວກ່ອນນັ້ນອອກຈາກຫ້ອງມານຳ.
ຕອນບ່າຍມື້ນີ້ມີຜູ້ຊາຍແປກໜ້າຄົນໜຶ່ງມາເຮືອນ ຊື່ວ່າ “ຖັງ” ເປັນຄົນສູງຫຸ່ນດີຜິວຂາວ ຕາຕີ່ລູກສອດຈີນ ເພື່ອນສະໄໝຮຽນມັດທະຍົມປາຍຂອງນາຍນ້ອຍເອກ “ຖັງ ກັບ ນາຍນ້ອຍເອກ” ນັ່ງລົມກັນທີ່ຂອບສະລອຍນ້ຳ ມື້ນີ້ອາກາດຮ້ອນອົບເອົ້າ ດັ່ງນັ້ນ ທັງສອງໜຸ່ມຈິ່ງພາກັນລອຍນ້ຳທີ່ສະຫຼິ້ນຄາຍຮ້ອນ ລອຍນ້ຳຫຼິ້ນຢູ່ພັກໃຫຍ່ກໍ່ພາກັນຂຶ້ນມາຈາກສະລອຍນ້ຳ ແລ້ວມານັ່ງພັກຜ່ອນທີ່ນັ່ງນອນແຄມຂອບສະ ທີ່ມີຄັນຮົ່ມໃຫຍ່ສີຂາວກັ້ງຮົ່ມໄວ້ໃຫ້ ຂ້ອຍໄດ້ຫິ້ວເອົາຖັງນ້ຳກ້ອນນ້ອຍສີຟ້າທີ່ທາງໃນແຊ່ເບຍ, ນ້ຳໝາກໄມ້, ນ້ຳລ້າ, ນ້ຳອັດລົມຈຳນວນໜຶ່ງໄວ້ໃຫ້ດື່ມ ໄປເສີບພ້ອມເອື້ອຍສອນທີ່ ຖືຖາດໝາກໄມ້ຍ່າງນຳໜ້າເຂົ້າໄປເສີບງວດທີ 1 ຫຼັງຈາກນັ້ນເມື່ອກັບມາຮອດເຮືອນຄົວ ເອື້ອຍສອນກໍ່ຈີນຊີ້ນແຫ້ງ ແລະ ໃຫ້ຂ້ອຍເອົາໄປເສີບ ເພື່ອໃຫ້ບັນດາເຈົ້ານາຍໄດ້ກິນ ໃນຂະນະທີ່ຂ້ອຍກຳລັງວາງຈານຈີນຊີ້ນລົງທີ່ໂຕະນັ້ນ ເພື່ອນຂອງນາຍນ້ອຍເອກ ກໍ່ໄດ້ຈ້ອງເບິ່ງໜ້າຂ້ອຍແບບສາຍຕາເຈົ້າຊູ້ແລ້ວເອີ່ຍຖາມຂ້ອຍດ້ວຍຮອຍຍີ້ມວ່າ
ຖັງເຮັດມືໄວເອົາມືໄປຈັບມືຂອງ ອາລີ້ໄວ້ກ່ອນຈິ່ງຖາມ: “ເອ໊! ບໍ່ເຄີຍເຫັນໜ້າມາກ່ອນ! ມາໃໝ່ແມ່ນບໍ່ນິ”
ເວລາທີ່ ຖັງ ຈັບມືຂ້ອຍ ກໍ່ສັງເກດເຫັນໄດ້ວ່າທ່າມກາງຄວາມນິ້ງຂອງນາຍນ້ອຍນັ້ນແຝງໄປດ້ວຍໄຟທີ່ຮ້ອນແຮງປຽບດັ່ງພູເຂົາໄປທີ່ກຳລັງຮ້ອນຂຶ້ນມາ ແລະ ກຽມຈະລະເບີດຂຶ້ນໃນເວລາອັນໃກ້ນີ້ ຄິ້ວອັນດົກດຳທັງສອງຂ້າງຢັບເຂົ້າຫາກັນ ສາຍຕາຂຽວປິກ ແລະ ປ໋ອງນ້ຳອັດລົມທີ່ກຳລັງກຳຢູ່ນັ້ນ ຖືກບີບຫັດເຂົ້າໄປຈົນກິ່ວ ນ້ຳໃນກະປ໋ອງໄຫລຫຼົ້ນອອກມາຖືກມືທີ່ກຳກະປ໋ອງຢູ່
ຂ້ອຍແນມເບິ່ງໜ້າໝູ່ນາຍນ້ອຍແລ້ວຍິ້ມໃສ່ຕາມມາລະຍາດກ່ອນຈະຄ່ອຍໆຖົກມືອອກແລ້ວຕອບໄປວ່າ: “ແມ່ນແລ້ວ”
ນາຍນ້ອຍເອກດຶກກະປ໋ອງນ້ຳອັດລົມໃສຖັງຂີ້ເຫຍື້ອໃກ້ໆດັງ “ປ່ອງ” ບາດໜຶ່ງ ຈົນເຮັດໃຫ້ ຖັງ ຫັນມາເບິ່ງໜ້ານາຍນ້ອຍບາດໜຶ່ງ ແຕ່ກໍ່ຍັງບໍ່ຢຸດອີກ ຍັງຫັນກັບມາຫາຂ້ອຍ ຄາວນີ້ເຖິງກັບຂັ້ນຖາມຊື່ຂ້ອຍພ້ອມ: “ອ້າຍຊື່ວ່າ ຖັງເດີ້! ນ້ອງໜ້າຮັກແບບນີ້ມີຊື່ວ່າແນວໃດ!”
ຂ້ອຍຍັງບໍ່ມັນໄດ້ຕອບຊື່ໄປຊ້ຳ ນາຍນ້ອຍເອກທີ່ມີສີໜ້ານິ້ງສີໜ້າຄືກັບຄົນຖືກຫວຍກິນກໍ່ເອີ່ຍຂຶ້ນມາຕັດຄວາມຂ້ອຍທັນທີວ່າ
ນາຍນ້ອຍເອກ: ໝົດວຽກແລ້ວເຈົ້າເຂົ້າໄປຂ້າງໃນສະ! ມີວຽກຫຍັງກໍ່ໄປເຮັດ ຖ້າຂ້ອຍຕ້ອງການຫຍັງຈະໂທໃຫ້ເອື້ອຍສອນເອົາມາສົ່ງໃຫ້ເອງ ເຈົ້າບໍ່ຕ້ອງມາແຖວນີ້ອີກ.
ເມື່ອຂ້ອຍໄດ້ຍິນແບບແນວນັ້ນຂ້ອຍກໍ່ຟ້າວຍ່າງອອກຈາກບ່ອນນັ້ນທັນທີ ເພື່ອນຂອງນາຍນ້ອຍເອກຫັນໄປແນມເບິ່ງໜ້ານາຍນ້ອຍເອກທັນທີດ້ວຍສີໜ້າບໍ່ພໍໃຈເລັກນ້ອຍກ່ອນກ່າວອອກໄປວ່າ
ຖັງ: “ເອກ! ໂຕຊ່ວຍອະທິບາຍມາດຸ…ມື້ກີ້ນີ້ແມ່ນ”
ນາຍນ້ອຍເອກດື່ມນ້ຳອັດລົມກະປ໋ອງໄປອຶກໜຶ່ງແລ້ວຕອບກັບເພື່ອນດ້ວຍຄວາມໃຈເຢັນວ່າ: “ອະທິບາຍເລື່ອງ”
ຖັງ ຖອນຫາຍໃຈເຫືອກໜຶ່ງ “ເຫີ້ຍ! ໂຕເຮັດແບບນີ້ເພື່ອ…”
ນາຍນ້ອຍເອກຕອບກັບຢ່າງນິ້ງວ່າ: “ຕັດຈົງອາງທີ່ຢູ່ເທິງຫົວໂຕ…”
ຖັງ: “ໂຕເວົ້າສະເຮົາເປັນອະສໍລະພິດເລີຍ”
ນາຍນ້ອຍເອກ: “ຫາກໍ່ຮູ້ນິ! ເລື່ອງຜູ້ຍິງໂຕສິໄປວ່ານສະເໜ່ໃສ່ສາວທາງໃດກໍ່ໄດ້ ແຕ່ມາວ່າສະເໜ່ໃສຜູ້ຍິງໃນເຮືອນຂອງເຮົາ ເຖິງແມ່ນວ່າຜູ້ຍິງຄົນນັ້ນຈະເປັນໃຜກໍ່ຕາມ”
ຖັງ: “ເຮີ້ຍ! ເອກເພື່ອນ! ໂຕຈິງຈັງໂພດຕິເບາະ”
ນາຍນ້ອຍເອກ ເບິ່ງໜ້າເພື່ອນຖັງຢ່າງຈິງຈັງແລ້ວຕອບໄປດ້ວຍນ້ຳສຽງເຄັ່ງຂຶມວ່າ: “ແມ່ນເຮົາຈິງຈັງ”
ຖັງ ເຮັດທ່າທີອ່ອນລົງ: “ຍອມໆ! ຕໍ່ໄປເຮົາຈະບໍ່ແຕະຜູ່ຍິງເຮືອນໂຕອີກ”
ອາລີ້ ຍ່າງສຶມມາທີ່ເຮືອນຄົວກ່ອນຈະຄ່ອຍໆວາງຖາດຈານຊີ້ນລົງໂຕະ ແລ້ວນັ່ງຂ້ຳແກ້ມຄິດໃນໃຈວ່າ ຕົນເອງເຮັດຫຍັງໃຫ້ນາຍນ້ອຍເອກ ກັບ ເພື່ອນບໍ່ພໍໃຈ ຫຼື ບໍ່! ເປັນຫຍັງນາຍນ້ອຍເອກຈິ່ງສັ່ງຫ້າມບໍ່ໃຫ້ເຮົາໄປຮັບໃຊ້ທີ່ສະນ້ຳ
ນາຍນ້ອຍເອກ ກັບເພື່ອນນັ່ງຫຼິ້ນຢູ່ທີ່ສະລອຍນ້ຳຫຼັງບ້ານ ເປັນເວລາກວ່າ 2 ຊົ່ວໂມງ ກ່ອນທີ່ ຖັງ ເພື່ອນຂອງນາຍນ້ອຍຈະກັບໄປ ເອື້ອຍສອນໄດ້ຂົນຖ້ວຍ, ຈອກນ້ຳ, ຖັງນ້ຳກ້ອນ ຈາກສະລອຍນ້ຳເຂົ້າມາທີ່ເຮືອນຄົວ ແລ້ວສັ່ງຄວາມໃຫ້ຂ້ອຍຈັດການລ້າງ ແລະ ເກັບມ້ຽນໃຫ້ຮຽບຮ້ອຍ ເພາະຕອນນີ້ເປັນເວລາ 15:00 ໂມງແລ້ວ ເອື້ອຍສອນຟ້າວໄປຕະລາດ ເພື່ອຈະໄປຊື້ ຊີ້ນປາອາຫານ ແລະ ຜັກ, ໝາກໄມ້ ບາງຢ່າງທີ່ຈະມາເຮັດອາຫານຄ່ຳຂຶ້ນໂຕະໃນມື້ນີ້, ເມື່ອເອື້ອຍສອນອອກຈາກເຮືອນຄົວໄປຂ້ອຍກໍ່ເຮັດຕາມຄຳສັ່ງເອື້ອຍສອນທັນທີ ໂຊກດີທີ່ມີຈອກນ້ຳ, ຈານ, ຊ້ອມ ບໍ່ຫຼາຍຂ້ອຍຈິ່ງລ້າງແລ້ວໄວ ແລະ ໃນຂະນະທີ່ຂ້ອຍກຳລັງເຊັດຂອບອ່າງລ້າງຖ້ວຍຢູ່ນັ້ນນາຍນ້ອຍກໍ່ຍ່າງເຂົ້າມາຫາ ຂ້ອຍຈິ່ງຕ້ອງຢຸດເຊັດຂອບອ່າງລ້າງຖ້ວຍໄວ້ກ່ອນ ແລ້ວຫັນມາຢືນລົມກັບນາຍນ້ອຍແທນ
ນາຍນ້ອຍເອກເບິ່ງໜ້າຂ້ອຍຍ່າງຈິ່ງຈັງແລ້ວເອີ່ຍຖາມຂ້ອຍວ່າ: “ເປັນຫຍັງເຈົ້າຈິ່ງໃຫ້ຜູ້ຊາຍແປກໜ້າຈັບມືເຈົ້າໄດ້ງ່າຍໆ”
ຂ້ອຍ “ອາລີ” ກໍ່ຮູ້ສຶກແປກໃຈເລັກນ້ອຍກັບຄໍາຖາມນີ້ ແຕ່ກໍ່ຕອບໄປແບບບໍ່ໄດ້ຄິດຫຍັງຊັບຊ້ອນວ່າ: “ຜູ້ຊາຍແປກໜ້າທີ່ນາຍນ້ອຍເອກກຳລັງເວົ້າເຖິງນັ້ນໝາຍເຖິງ ອ້າຍຖັງ ເພື່ອນຂອງນາຍນ້ອຍແມ່ນບໍ່” ເຖິງນາຍນ້ອຍເອກຈະເຮັດໜ້ານິ້ງບໍ່ເວົ້າຫຍັງແຕ່ຂ້ອຍກໍ່ພໍເດົາອອກວ່ານາຍນ້ອຍໝາຍເຖິງໃຜຂ້ອຍຈິ່ງຕອບຕໍ່ໄປອີກວ່າ “ກໍ່ອ້າຍຖັງເປັນເພື່ອນຂອງນາຍນ້ອຍ ຖ້າຂະນ້ອຍຈະຖົກມືໜີທັນທີໃນຕອນນັ້ນກໍ່ຖືເປັນການເສຍມາລະຍາດ ຖືວ່າບໍ່ໃຫ້ກຽດແຂກຂອງນາຍນ້ອຍ ກໍ່ຄືບໍ່ໃຫ້ກຽດນາຍນ້ອຍ”
ນາຍນ້ອຍເອກໄດ້ຍິນທີ່ອາລີ້ເວົ້າແບບນັ້ນກໍ່ຄິດໄດ້ວ່າທີ່ ອາລີ້ເວົ້ານັ້ນກໍ່ມີເຫດຜົນຢູ່ ຈິ່ງເວົ້າອອກໄປວ່າ “ຜູ້ຊາຍໄວ້ໃຈບໍ່ໄດ້ຈັກຄົນ ເຈົ້າຕ້ອງຈື່ໄວ້”
ອາລີ້: “ລວມທັງນາຍນ້ອຍເອກພ້ອມບໍ່”
ນາຍນ້ອຍເອກ: “ໃນໂລກນີ້ຜູ້ຊາຍນອກຈາກພໍ່, ອ້າຍ, ນ້ອງ ແລ້ວກໍ່ມີຂ້ອຍອີກຄົນທີ່ຢູ່ໃນກໍລະນີຍົກເວັ້ນໄດ້”
ອາລີ: “ອໍ້…ຂະນ້ອຍຈະຈຳໄວ້ໃສ່ໃຈ! ແຕ່ນາຍນ້ອຍເອກບໍ່ຕ້ອງກັງວົນແທນຂະນ້ອຍສຳລັບເລື່ອງຂອງມື້ນີ້ ເພາະຂະນ້ອຍບໍ່ໄດ້ຮູ້ສຶກວ່າຕົນເອງຖືກລວນລາມ ຫຼື ຖືກເຮັດໃນສິ່ງທີ່ບໍ່ດີ ກໍ່ພຽງຖືກຜູ້ຊາຍຈັບມືເລັກນ້ອຍ ນາຍນ້ອຍເອກຢ່າງເກັບມາໃສ່ໃຈອີກເລີຍ”
ເມື່ອນາຍນ້ອຍເອກໄດ້ຍິນ ທີ່ຂ້ອຍເວົ້າອອກໄປແບບນັ້ນກໍ່ບໍ່ຊັກຊ້າທີ່ຈະຟ້າວຍ່າງເຂົ້າມາໃກ້ແລ້ວຈັບມືທັງສອງຂ້າງຂ້ອຍໄວ້ ເມື່ອຂ້ອຍຈະຖົກມືອອກແຕ່ກໍ່ຖືກມືນາຍນ້ອຍກຳໄວ້ແໜ້ນກວ່າເກົ່າ ຂ້ອຍຈິ່ງຖາມນາຍນ້ອຍກັບດ້ວຍສີໜ້າມຶນງົງໄປວ່າ
ອາລີ້: “ນາຍນ້ອຍເອກເຈົ້າມືຂະນ້ອຍໄວ້ແບບນີ້ ດຽວຄົນອື່ນມາເຫັນ ພວກເຂົາຈະຕີລາຄາສອງຄົນເຮົາໄປທາງທີ່ບໍ່ດີໄດ້”
ນາຍນ້ອຍເອກຍິ້ມຖືກໃຈແລ້ວຕອບກັບຂ້ອຍມາວ່າ: “ບໍ່ເປັນຫຍັງດອກ! ເຈົ້າບໍ່ໄດ້ຖືກລວນລາມ ຂ້ອຍພຽງຈັບມືເຈົ້າໄວ້ເທົ່ານັ້ນ”
ອ່ານຕອນທີ 4 ຍ້ອນຫຼັງໄດ້ທີ່ລິ້ງ: https://www.laopost.com/2017/03/22/87334