ຊົນເຜົ່າຍວນມີປະຫວັດຄວາມເປັນມາຄ້າຍຄືກັບຊົນເຜົ່າໃນໝວດພາສາລາວ-ໄຕ ທີ່ໄດ້ອົບພະຍົບ ແລະເຄື່ອນຍ້າຍມາຈາກພາກໃຕ້ ຫຼື ພາກຕາເວັນອອກສຽງໃຕ້ຂອງຈີນແລ້ວເຂົ້າສູ່ດິນແດນພາກເໜືອຂອງລາວເຮົາໃນລະຫວ່າງສະຕະວັດທີ 13 ເປັນຕົ້ນມາ. ປະຈຸບັນ, ຊົນເຜົ່າຍວນທີ່ອາໄສຢູ່ ສປປ ລາວເຮົາໄດ້ຕັ້ງຖິ່ນຖານພູມລໍາເນົາຢູ່ບັນດາແຂວງພາກເໜືອເຊັ່ນ: ແຂວງອຸດົມໄຊ, ບໍ່ແກ້ວ, ໄຊຍະບູລີ, ຫຼວງພະບາງ ແລະຜົ້ງສາລີເປັນຕົ້ນ.
– ຕາມການບອກເລົ່າຂອງພໍ່ຕູ້ໃຫຍ່ເຂດບ້ານທົ່ງປົ່ງ, ຄຸ້ມເຜົ່າໄທດໍາ, ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ຊື່ເອີ້ນຂອງຊົນເຜົ່າຍວນນີ້ເອີ້ນຕົນເອງວ່າ ຍວນ ແລະຊົນເຜົ່າອື່ນໆ ກໍ່ມັກເອີ້ນເຂົາເຈົ້າຍວນເຊັ່ນກັນ ເຊິ່ງຊື່ທີ່ເຂົາເຈົ້າມັກກໍແມ່ນຊົນ ເຜົ່າຍວນ. ການທີ່ເອີ້ນຊື່ວ່າ: ຍວນ,ໄຕຍວນ, ໄທຍວນ, ໂຍນ, ໄຕໂຍນ, ໄທໂຍນ ນີ້ແມ່ນມາຈາກຫຼັກຖານທາງປະຫວັດສາດ ແລະພຶດຕິກໍາບາງຢ່າງໃນປະຈຸບັນເຊິ່ງໄດ້ສັນນິຖານວ່າເປັນການເອີ້ນຊື່ຄົນທີ່ມາຈາກຊື່ຂອງອານາຈັກໂຍນົກ, ອີກຄໍາເຫັນໜຶ່ງວ່າຍວນມາຈາກໄມ້ກັນຜີທີ່ເຂົາເຈົ້າຕອກໄວ້ຢູ່ເທິງຂອບປະຕູເບື້ອງເທິງ, ຊົນເຜົ່າຍວນ ປະກອບມີສອງແຊງຄື: ກະລອມ ແລະງ້ຽວ.
– ພາສາຂອງຊົນເຜົ່າຍວນ ແມ່ນມີພາສາການປາກເວົ້າທີ່ເປັນເອກະລັກຂອງຕົນເອງຊຶ່ງໄດ້ຈັດເຂົ້າຢູ່ໃນໝວດພາສາລາວ-ໄຕ, ສໍາລັບສຽງສໍານຽງປາກເວົ້າຂອງຊົນເຜົ່າຍວນຄ້າຍຄືກັນກັບຊົນເຜົ່າລື້ ແລະອີກດ້ານໜຶ່ງເຂົາເຈົ້າກໍ່ມີຕົວໜັງສືຂຽນຄ້າຍຄືກັບໜັງສືຂອງຊົນເຜົ່າລື້ເຊັ່ນດຽວກັນ (ໜັງສືທໍາ).
– ຍ້ອນມີປະຫວັດຄວາມເປັນມາຕະຫຼອດຮອດການເຄື່ອນຍ້າຍເຂົ້າມາຢູ່ໃນດິນດອນຕອນນີ້ພ້ອມດຽວກັນກັບບັນດາເຜົ່າທີ່ປາກເວົ້າພາສາລາວ-ໄຕ. ສະນັ້ນ, ຮີດຄອງປະເພນີ, ຄວາມເຊື່ອຖື ແລະວັດທະນະທໍາ-ສັງຄົມ ຂອງຊົນເຜົ່າຍວນຈິ່ງມີລັກສະນະຄ້າຍຄືກັນກັບຊົນເຜົ່າໃນໝວດພາສາ ລາວ-ໄຕ ເຊິ່ງເຂົາເຈົ້າໄດ້ມີຄວາມເຊື່ອ ແລະນັບຖືພຸດທະສາສະໜາພ້ອມດຽວກັນນັ້ນກໍຍັງໄດ້ເຊື່ອຖືຜີນໍາອີກເຊັ່ນ: ຜີພໍ່, ຜີແມ່, ຜີຟ້າ ແລະຜີອື່ນໆ, ໝາຍຄວາມວ່າ: ການເຊື່ອຖືໃນເລື່ອງຂອງຈິດວິນຍານ, ຄວາມເຊື່ອຖືທາງດ້ານໄສຍະສາດ ແລະສິ່ງທີ່ນອກເໜືອຈາກທໍາມະຊາດທີ່ບັນພະບຸລຸດໄດ້ກໍານົດໄວ້ນັ້ນຍັງມີຢູ່ໃນຊີວິດປະຈໍາວັນຂອງຊົນເຜົ່າຍວນ.
– ຊົນເຜົ່າຍວນມີລັກສະນະຄ້າຍຄືກັນກັບຊົນເຜົ່າລື້ທາງດ້ານສັງຄົມຊຶ່ງປະກອບມີຫຼາຍກົກເຫຼົ່າ, ຫຼາຍຕະກູນ ແລະຫຼາຍຊັ້ນຄົນ, ແຕ່ເຂົາເຈົ້າຖືວ່າຄົນຢູ່ໃນຕະກູນດຽວກັນແມ່ນສືບເຊື້ອສາຍມາຈາກບັນພະບຸລຸດດຽວກັນ, ເປັນຍາດພີ່ນ້ອງກັນຕ້ອງມີຄວາມຮັກແພງສາມັກຄີຊ່ວຍເຫຼືອກັນໃນການດໍາລົງຊີວິດປະຈໍາວັນ. ສໍາລັບລະບົບຂອງຄອບຄົວ, ຊົນເຜົ່າຍວນມີຮີດຄອງທີ່ປະຕິບັດແບບຜົວດຽວ-ເມຍດຽວ, ມີການສືບເຊື້ອສາຍທາງພໍ່ເປັນສໍາຄັນການເລືອກຄູ່ຄອງກ່ອນການແຕ່ງດອງນັ້ນແມ່ນຂຶ້ນກັບຄູ່ບ່າວ-ສາວເປັນຜູ້ຕົກລົງກັນແລ້ວຈິ່ງສະເໜີໃຫ້ພໍ່ແມ່ເພື່ອຈັດການສູ່ຂໍຕາມຮີດຄອງປະເພນີ, ແຕ່ພິເສດໃນສັງຄົມຂອງຊົນເຜົ່າຍວນນີ້ແມ່ນຝ່າຍຍິງເປັນຜູ້ໄປສູ່ຂໍນໍາຝ່າຍຊາຍ, ພາຍຫຼັງທີ່ທັງສອງຝ່າຍໄດ້ຕົກລົງເຫັນດີນໍາກັນໃນເລື່ອງຕ່າງໆແລ້ວຈິ່ງກໍານົດມື້ແຕ່ງດອງ. ຫຼັງຈາກແຕ່ງດອງກັນແລ້ວ, ຄູ່ຜົວ-ເມຍກໍ່ໄດ້ຕົກລົງກັນໃນການດໍາລົງຊີວິດ, ແຕ່ໂດຍທົ່ວໆໄປແລ້ວຜູ້ຊາຍຈະໄປຢູ່ເຮືອນແມ່ຍິງກ່ອນແລ້ວຈິ່ງກັບຄືນມາຢູ່ເຮືອນກັບພໍ່ແມ່ຂອງຕົນ ຫຼື ອອກໄປຕັ້ງເຮືອນໃໝ່ໃນປະຈຸບັນ, ໂຄງສ້າງສັງຄົມຂອງຊົນເຜົ່າຍວນເປັນລັກສະນະລະບົບຄອບຄົວດຽວເຊິ່ງແຕກຕ່າງກັນກັບໃນສະໄໝກ່ອນທີ່ເປັນລະບົບຄອບຄົວຂະຫຍາຍ, ຊົນເຜົ່າຍວນມັກຕັ້ງຖິ່ນຖານບ້ານຊ່ອງຢູ່ຕາມເຂດທົ່ງພຽງ, ລຽບຕາມແຄມແມ່ນໍ້າລໍາເຊທີ່ມີເງື່ອນໄຂສະດວກໃນການດໍາລົງຊີວິດປະຈໍາວັນໂດຍສະເພາະແມ່ນບ່ອນທີ່ມີເງື່ອນໄຂໃນການເຮັດນາ.
ຂໍ້ມູນຈາກ: ເສດຖະກິດ-ສັງຄົມ