ຕອນທີ 2 ຕ້ອງຕາແຕ່ຍັງບໍ່ຕ້ອງໃຈ
ເຮັດວຽກໜັກທຸກມື້ແຕ່ເຊົ້າຈົນຮອດຄ່ຳແຕ່ກໍ່ຕ້ອງທົນ ເພາະຊີວິດເຮົາເກີດມາທຸກ ຊ່ວງໄລຍະ 1-2 ອາທິດທຳອິດຂ້ອຍຮູ້ສຶກຄິດຮອດລຸງກັບປ້າຫຼາຍ ຂ້ອຍຈະມັ່ນໂທຫາລຸງກັບປ້າທຸກມື້ ແຕ່ຫຼັງໆມານີ້ກໍ່ເລີ່ມທຳໃຈໄດ້ແລ້ວ ບາມື້ໂທຫາເທື່ອສອງເທື່ອ ນີ້ເວລາກໍ່ລ່ວງເລີຍມາຄົບໜຶ່ງເດືອນແລ້ວ ວານນີ້ຂ້ອຍໄດ້ຮັບເງິນເດືອນເດືອນທຳອິດໃນຊີວິດ ຂ້ອຍຮູ້ສຶກພາກພູມໃຈກັບນ້ຳພັກນ້ຳແຮງຂອງຕົນເອງ ຫຼັງຈາກອານາໄມຫ້ອງນອນ, ປ່ຽນຊຸດບ່ອນນອນໄວ້ຮັບແຂກ 1 ຫ້ອງສຳເລັດ ຮຽບຮ້ອຍ ແລະ ຕາກຜ້າທີ່ຊັກແລ້ວ ຂ້ອຍກໍ່ໄດ້ຍ່າງໄປຂໍອະນຸຍາດເອື້ອຍສອນທີ່ກຳລັງກວດເຮືອນຄົວ ເພື່ອຈະໄປທີທະນາຄານໃກ້ໆເຮືອນ ເພື່ອເອົາເງິນເຂົ້າທະນາຄານ ແລະ ແບ່ງເຄິ່ງໜຶ່ງຂອງເງິນເດືອນໂອນເຂົ້າບັນຊີໃຫ້ລຸງກັບປ້າໄວ້ໃຊ້
ອາລີ້ ກ່າວ: ”ເອື້ອຍສອນດຽວນ້ອງຂໍອອກໄປທະນາຄານໃກ້ເຮືອນແປັບໜຶ່ງເດີ້”
ເອື້ອຍສອນທີ່ກຳລັງກົ້ມໜ້າກວດພື້ນເຮືອນຄົວຢູ່ກໍ່ຢຸດ ແລະ ເງີຍໜ້າຂຶ້ນມາຕອບຂ້ອຍວ່າ: “ຟ້າວໄປຟ້າວກັບມາເດີ້! ຍັງມີວຽກຕ້ອງເຮັດອີກຫຼາຍ! ແລ້ວຕອນກັບມາເອື້ອຍຝາກຊື້ ກາເຟນົມເຢັນມາໃຫ້ເອື້ອຍມາ 1 ຖົງ” ແລ້ວເອື້ອຍສອນກໍ່ຈົກເງິນ 10 ພັນກີບ ຈາກຖົງເສື້ອຍື່ນໃຫ້ເພື່ອຝາກຊື້ກາເຟ ແຕ່ຂ້ອຍບໍ່ເອົາພຽງກາເຟຖົງ 10,000 ກີບ ຖ້າທຽບກັບບຸນຄຸນທີ່ເອື້ອຍສອນຊ່ວຍຊອກວຽກໃຫ້ຂ້ອຍເຮັດການຕອບແທນບຸນຄຸນດ້ວຍການລ້ຽງກາເຟພຽງ 1 ຖົງນີ້ກໍ່ຖືວ່າບໍ່ແມ່ນເລື່ອງທີ່ໜັກບ່າກວ່າແຮງ.
ທີ່ທະນາຄານ ມື້ນີ້ເປັນຕົ້ນເດືອນ ມີຄົນຈຳນວນຫຼາຍມາເຮັດທຸລະທາງການເງິນທີ່ທະນາຄານມີທັງຄົນມາຝາກ-ຖອນ, ໂອນເງິນ, ເປີດບັນຊີໃໝ່… ແຕ່ຂ້ອຍມາມອບເງິນສົດເຂົ້າບັນຊີກໍ່ເລີຍບໍ່ຕ້ອງລໍຖ້າດົນປານໃດ ອອກຈາກທະນາຄານຂ້ອຍກໍ່ຟ້າວມຸ້ງໜ້າມາທີ່ເຮືອນແຕ່ທາງມາຂ້ອຍກໍ່ບໍ່ລືມຊື້ກາເຟມາຝາກເອື້ອຍສອນ ຂ້ອຍຂັບລົດຮອດໜ້າບ້ານ ມີຍາມມາໄຂປະຕູໃຫ້ ຂ້ອຍຂັບລົດຈັກຜ່ານປະຕູເຂົ້າໄປພຽງ 5-6 ແມັດ ກໍ່ມີລົດເກັງສີດຳຄັນງາມ ຢີຫໍ້ CAMRY ຂັບກາຍຂ້ອຍເຂົ້າໄປຂ້ອຍເອງຈິ່ງເກີດຄວາມສົນໃຈວ່າມີແຂກທາງໃດມາທີ່ເຮືອນກໍ່ເລີຍຂັບລົດຈັກຕາມຕິດໆ ແລ້ວຢຸດເບິ່ງຢູ່ໄກໆດ້ວຍຄວາມຢາກຮູ້ ລົດຄັນດັ່ງກ່າວຂັບເຂົ້າໄປຈອດທີ່ໜ້າປະຕູເຮືອນ ມີຄົນຂັບລົດຟ້າວລົງມາຈາກລົດແລ້ວແລ່ນມາໄຂປະຕູລົດອອກ ຂ້ອຍເຫັນສາວງາມດັ່ງນາງຟ້າຄົນໜຶ່ງ ກັບ ຊາຍໜຸ່ມຮູບງາມດັ່ງເທບພະບຸດຄົນໜຶ່ງລົງມາຈາກລົດ ເບິ່ງຜູ້ຊາຍແລ້ວເຮັດໃຫ້ຂ້ອຍຮູ້ສຶກດີຕໍ່ໃຈທີ່ສຸດ ຂ້ອຍຢຸດສະເງີ້ໄປພັກໃຫຍ່ກໍ່ຄິດຂຶ້ນມາໄດ້ວ່າຕ້ອງຟ້າວເອົາກາເຟໄປສົ່ງໃຫ້ເອື້ອຍສອນເລີຍອຸທານເບົາໆອອກໄປວ່າ “ຕາຍຫ່າ ກາເຟ” ແລ້ວກໍ່ຟ້າວດຶງສະຕິກັບມາຢູ່ກັບຕົວໂດຍດ່ວນ ເມື່ອເອົາລົດໄປໄວ້ໃນຄອກລົດຈັກ ຂ້ອຍກໍ່ບໍ່ລໍຊ້າຟ້າວຫິ້ວຖົງກາເຟທີ່ນ້ຳກ້ອນໃນຖົງເປື້ອຍເລັກນ້ອຍແລ່ນເຂົ້າໄປຊອກຫາເອື້ອຍສອນທີ່ເຮືອນຄົວແຕ່ກໍ່ບໍ່ພົບ ແລະ ຫິ້ວຖົງກາເຟໄປຫາທີ່ຫ້ອງນອນແຕ່ກໍ່ບໍ່ພົບ ຫຼື ວ່າຈະເອື້ອຍສອນຈະໄປຢູ່ທີ່ຫ້ອງຊັກລີດ ຂ້ອຍກໍ່ຟ້າວຕາມໄປແຕ່ກໍ່ບໍ່ພົບ ຂ້ອຍເລີຍຕັດສິນໃຈຍ່າງກັບມາທີ່ເຮືອນຄົວເພື່ອຈະເອົາຖົງກາເຟໄປແຊ່ໄວ້ໃນຕູ້ເຢັນ ເມື່ອຂ້ອຍຍ່າງເຂົ້າໄປທີ່ເຮືອນຄົວ ຂ້ອຍກໍ່ໄປພົບກັບເອື້ອຍສອນທີ່ກຳລັງຍ່າງເຂົ້າມາທີ່ຫ້ອງຄົວຄືກັນໃນມືເອື້ອຍສອນຖືຖາດນ້ຳເປົ່າມາໜຶ່ງຖາດ ເມື່ອເອື້ອຍສອນເຫັນຂ້ອຍກໍ່ເຮັດໜ້າບຶ້ງຕຶງໃສ່ ສົງໃນລາວຈະບໍ່ພໍໃຈທີ່ຂ້ອຍຫາຍໄປດົນ ຂ້ອຍເລີຍຍິ້ມແຫ້ງໆໃສ່ແລ້ວຍົກຖົງກາເຟຂຶ້ນໃຫ້ເອື້ອຍສອນເບິ່ງ ພ້ອມທັງກ່າວດ້ວຍນ້ຳສຽງຄ່ອຍໆວ່າ “ກາເຟແຊ໊ບມາແລ້ວ” ເອື້ອຍສອນກໍ່ຍັງເຮັດໜ້າບຶ້ງຕຶງຍ່າງມາເອົາກາເຟຈາກມືຂ້ອຍໄປດູດ ດູດນ້ຳກາເຟໄປສອງສາມອຶກເອື້ອຍສອນກໍ່ປ່ຽນສີໜ້າແລ້ວເວົ້າກັບຂ້ອຍດ້ວຍນ້ຳສຽງປົກກະຕິວ່າ “ມື້ນີ້ຄົນຫຼາຍໃດ໋ເນາະຢູ່ທະນາຄານຈິ່ງນານມາ” ເມື່ອຂ້ອຍໄດ້ຍິນແບບນີ້ກໍ່ຮູ້ສຶກໂລ່ງໃຈໄປສ່ວນໜຶ່ງ ແຕ່ກໍ່ຄິດຂຶ້ນໄດ້ວ່ານີ້ຄົງເປັນການເຕືອນທາງອ້ອມຈາກເອື້ອຍສົມວ່າເຮົາບໍ່ຄວນໄປທະນາຄານໃນມື້ຕົ້ນເດືອນເພາະຊ່ວງນີ້ທະນາຄານຈະມີຄົນຫຼາຍ ແຕ່ຄວາມຈິງແລ້ວຖ້າເຮົາບໍ່ເສຍເວລາໄປຢືນຖ້າຊື້ກາເຟ ກັບ ບໍ່ໄປສະເງີ້ສົນໃຈເບິ່ງແຂກທີ່ມາເຮົາກໍ່ຄົງຈະມາໄດ້ໄວກວ່ານີ້, ຂ້ອຍເລີຍຄິດປ່ຽນບັນຍາກາດດ້ວຍການຖາມເຖິງແຂກສອງຄົນທີ່ຂ້ອຍເຫັນກັບເອື້ອຍສອນດ້ວຍສີໜ້າຢາກຮູ້
“ຕອນມາຂ້ອຍເຫັນຜູ້ຍິງທີ່ງາມເປັນຕາຮັກ ກັບ ຜູ້ຊາຍຄົນໜຶ່ງທີ່ຫຼໍ່ແບບງົວຕາຍຄວາຍລົ້ມ ມາທີ່ເຮືອນ ສອງຄົນນັ້ນແມ່ນໃຜເອື້ອຍ”
ເອື້ອຍສອນທີ່ກຳລັງດູດນ້ຳກາເຟດ້ວຍຄວາມສົດຊື່ນນັ້ນກໍ່ຢຸດດູດທັນທີ ແລ້ວຕອບຂ້ອຍແບບໜ້າຕາເສີຍໆວ່າ:
“ສອງຄົນທີ່ຂ້ອຍເຫັນນັ້ນຄືລູກສາວກົກ ກັບ ລູກຊາຍຫຼ້າຂອງມາດາມ, ລູກສາວກົກມີຊື່ວ່າ ນູນີ່ ຄົນນີ້ສ້າງຄອບຄົວເມື່ອປີກາຍຕອນນີ້ຢູ່ກັບຜົວ ດົນໆກໍ່ມາຢາມແມ່ເທື່ອໜຶ່ງ ສ່ວນລູກຊາຍຫຼ້າຊື່ວ່າ ເອກ ນັ້ນຮຽນວິຊາຊີບຕໍ່ຢູ່ໄທ ກໍ່ບໍ່ຮູ້ດອກວ່າຮຽນທີ່ໂຮງຮຽນໃດ ເພາະບໍ່ໄດ້ສົນໃຈເລື່ອງເຈົ້ານາຍປານໃດ ຮູ້ແຕ່ວ່າຮຽນມາ ປະມານ 4 ປີແລ້ວ ແລະ ແຕ່ລະປີຊ່ວງພັກແລ້ງ ເພິ່ນກໍ່ຈະມາຢູ່ກັບແມ່ທີ່ລາວ”
ອາລີ້: “ອໍ….”
ເມື່ອເອື້ອຍສອນຕອບຄຳຖາມຂ້ອຍແລ້ວລາວກໍ່ຍົກແຂນຊ້າຍຂຶ້ນມາແນມເບິ່ງທີ່ໂມງແລ້ວບອກກັບຂ້ອຍວ່າ “ປານນີ້ເຈົ້ານາຍທັງສອງຄົງຈະກິນນ້ຳ ກິນຂອງຫວ່າງແລ້ວໆ ໃຫ້ເຈົ້າໄປເກັບເອົາຈອກນ້ຳ ແລະ ຈານໝາກໄມ້ ທີ່ໂຕະຫ້ອງນັ່ງຫຼິ້ນອອກມາໄດ້ແລ້ວ”
ຂ້ອຍກໍ່ຟ້າວຈັບເອົາຖາດເປົ່າຍ່າງເຂົ້າໄປທີ່ຫ້ອງນັ່ງຫຼິ້ນທັນທີ ແຕ່ພໍຂ້ອຍຍ່າງເຂົ້າໄປຮອດຫ້ອງນັ່ງຫຼິ້ນກໍ່ບໍ່ເຫັນໃຜແລ້ວ ເຫັນພຽງຈອກນ້ຳ 3 ຈອກກັບຈານໝາກໄມ້ວາງຢູ່ ຂ້ອຍຈິ່ງເກັບໃສ່ຖາດເປົ່າທີ່ຂ້ອຍຖືໄປນຳ ແລ້ວຍ່າງກັບຄືນມາທີ່ເຮືອນຄົວ.
ອາຫານຄ່ຳມື້ນີ້ຖືວ່າເປັນມື້ໃຫຍ່ມີອາຫານຄາວຫວານທີ່ເຮັດເພີ່ມອີກ 2-3 ຢ່າງ ຈາກປົກກະຕິອາຫານຂຶ້ນໂຕະ ຈະມີອາຫານຄາວ 3 ຢ່າງ ອາຫານຫວານ 1 ຢ່າງ, ແຕ່ມື້ນີ້ອາຫານຄາວ 5 ຢ່າງ, ອາຫານຫວານ 3 ຢ່າງ ເພາະມື້ນີ້ນອກຈາກມີເຈົ້ານາຍທັງສອງກິນອາຫານຕາມປົກກະຕິທຸກມື້ແລ້ວກໍ່ຍັງມີ ລູກຂອງເຈົ້ານາຍອີກສອງຄົນມາຮ່ວມຮັບປະທານອາຫານຄ່ຳນຳ ຂ້ອຍກັບເອື້ອຍສອນພາກັນຂົນອາຫານຄາວຫວານຈັດຂຶ້ນທີ່ໂຕະອາຫານກ່ອນທີ່ເຈົ້ານາຍທັງສີ່ຈະລົງມາຮັບປະທານອາຫານຄ່ຳ ເມື່ອເຈົ້ານາຍທັງໝົດມານັ່ງທີ່ໂຕະ ເອື້ອຍສອນກໍ່ຟ້າວຍ່າງໄປຕັກເຂົ້າໃສ່ຈານໃຫ້ດ້ວຍກິລິຍາອ່ອນນ້ອມທ່ອມຕົນ ຈາກນັ້ນກໍ່ຍ່າງກັບມາຢືນຄຽງຂ້າງຂ້ອຍ ທ່າມກາງທີ່ເຈົ້ານາຍທັງສີ່ກຳລັງກິນອາຫານດ້ວຍຄວາມແຊ໊ບຊ້ອຍນຳກັນຊ່າງເປັນພາບທີ່ໜ້າປະທັບໃຈ ແຕ່ຂ້ອຍກໍ່ຮູ້ສຶກເຖິງບັນຍາກາດແປກໆເຖິງທຸກຄົນຈະມາກິນເຂົ້າຄົບໜ້າຄົບຕາແຕ່ບັນຍາ ກາດກໍ່ມິດງຽບບໍ່ມີໃຜເອີ່ຍປາກໃນເວລາກິນແມ່ນແຕ່ຄຳດຽວ ຄວາມມິດງຽບນັ້ນຈົນເຮັດໃຫ້ຂ້ອຍໄດ້ຍິນແຕ່ສຽງແອຣດັງເບົາໆ ເຊິ່ງຄິດໄປຄິດມາແລ້ວມັນຊ່າງຕ່າງກັບບັນຍາກາດທີ່ຂ້ອຍກິນອາຫານຮ່ວມກັບປ້າລຸງ ແລະ ເອື້ອຍໝີນ້ອຍຢູ່ເຮືອນ ຊ່າງມີຄວາມສຸກແທ້ໆ ທຸກຄົນກິນດ້ວຍສີໜ້າຍິ້ມແຍ້ມ ແລະ ກໍ່ໂອ້ລົມກັນ ເຖິງອາຫານຈະບໍ່ແມ່ນອາຫານດີປານນີ້ ແຕ່ກໍ່ແຊ໊ບສຸດໆ ຄິດມາລະຂ້ອຍມີຄວາມສຸກ ຂ້ອຍຈິ່ງລືມຕົວລະເມີເຜີຫົວຂຶ້ນເບົາໆ “ຮຶ! ຮຶ! ຮຶ” ຄົນດຽວ ເອື້ອຍສອນທີ່ຢືນຢູ່ຂ້າງໆຟ້າວສະກິດໃຫ້ຂ້ອຍຮູ້ຕົວດຶງສະຕິຄືນມາທັນທີ ຂ້ອຍສະດຸ້ງຕື່ນແນມເບິ່ງໜ້າເອື້ອຍສອນທັນທີ ເຫັນເອື້ອຍສອນເຮັດສີໜ້າອ້ຳໆອຶ້ງໆສາຍຕາສະກິດໃຫ້ຂ້ອຍແນມໄປທີ່ໂຕະອາຫານ ເມື່ອຂ້ອຍແນມໄປທີ່ໂຕະອາຫານກໍ່ເຫັນເຈົ້ານາຍທັງສີ່ຫັນມາເບິ່ງໜ້າຂ້ອຍດ້ວຍສີໜ້າແປກໆ ຂ້ອຍຕົກໃຈສະດຸ້ງຕື່ນເລັກນ້ອຍແຕ່ກໍ່ບໍ່ສາມາດອຸທານອອກມາເປັນສຽງໄດ້ຈິ່ງໄດ້ແຕ່ກົ້ມໜ້າຫຼົບສາຍຕາ, ຕົວສັ່ນ ແລະ ຄິດກັງວົນຢູ່ທີ່ຫົວວ່າ
“ຕາຍຫ່າ ງານເຂົ້າແລ້ວກູ ຈະຖືກຕຳນິບໍ່ນໍ້”
ຊ່າງເປັນເລື່ອງທີ່ໜ້າລະອາຍໃຈ ເຖິງຂ້ອຍຈະຄິດວ່າເລື່ອງນີ້ມັນບໍ່ແມ່ນຄວາມຜິດຮ້າຍແຮງ ແຕ່ຂ້ອຍກໍ່ບໍ່ອາດຄາດເດົາຄວາມຄິດຂອງກຸ່ມຄົນຊັ້ນສູງໄດ້ວ່າພວກເຂົາຈະຄິດແບບໃດກັບຂ້ອຍ ເຖິງມັນຈະເປັນຄວາມຜິດພາດພຽງເລັກນ້ອຍ ແຕ່ມັນກັບເຮັດໃຫ້ຂ້ອຍຮູ້ສຶກວ່ານີ້ມັນຄືເລື່ອງໃຫຍ່ ແລະ ບໍ່ຄວນຈະເກີດຂຶ້ນເລີຍທ່າມກາງຄວາມຕຶງຄຽດທີ່ວົນວຽນໃນສະໝອງນ້ອຍໆຂອງຂ້ອຍນີ້ ຂ້ອຍກໍ່ແອບເຫຼືອກຕາຂ້າງຊ້າຍໄປເຫັນ ນາຍນ້ອຍເອກແອບມຸມປາກຍິ້ມເບົາໆ ຂ້ອຍເລີຍຄິດຢູ່ຄົນດຽວໃນໃຈຕໍ່ໄປອີກວ່າ
“ເອ໋ະ! ຫຼື ວ່ານາຍນ້ອຍເອກຈະຫົວຂັວນເຮົາ ແລ້ວຈະຂຳເຮົາເຮັດຫຍັງລະບາດນິ! ໂອ໋ະ! ຫຼື ເຮົາຄິດໄປເອງລະບາດນິ! ພໍພໍ ອາລີ້ ຢຸດຄິດ’
ຫຼັງຈາກທີ່ເຈົ້ານາຍທັງສີ່ກິນອາຫານແລ້ວ ຂ້ອຍກັບເອື້ອຍສອນກໍ່ພາກັນມ້ຽນໂຕະອາຫານຕາມປົກກະຕິ ໃນຂະນະທີ່ລ້າງຖ້ວຍຂ້ອຍໄດ້ຍິນສຽງລົດຂັບອອກໄປຂ້ອຍເລີຍຖາມເອື້ອຍສອນດ້ວຍຄວາມຢາກຮູ້ວ່າ:
ອາລີ້ “ເອື້ອຍສອນ! ຄ່ຳແລ້ວເຫດໃດຈິ່ງຍັງມີລົດຂັບອອກໄປອີກ”
ເອື້ອຍສອນ ເບິ່ງໜ້າຂ້ອຍແລ້ວກໍ່ຕອບ “ອໍ ສົງໃສ ນາຍນູ່ນີ່ ເພິ່ນຈະກັບເມືອເຮືອນຂອງເພິ່ນ”
ອາລີ້ ຖາມເພີ່ມ “ເພິ່ນຄືບໍ່ນອນຄ້າງຄືນທີ່ເຮືອນຫຼັງນີ້”
ເອື້ອຍສອນ ຕອບ “ນອນຄ້າງບໍ່ໄດ້ດອກ ເພິ່ນມີຄອບຄົວແລ້ວເພິ່ນຕ້ອງກັບໄປນອນກັບຜົວຂອງເພິ່ນ ຍົກເວັ້ນວ່າມື້ໃດທີ່ຜົວເພິ່ນກໍ່ມານຳເພິ່ນຈິ່ງນອນຄ້າງ”
ອາລີ້ ອຸທານເບົາໆ “ອໍ…”
ພໍເປີດສາກລົມກັນເອື້ອຍສອນກໍ່ເລີຍຖາມເລື່ອງທີ່ເກີດຂຶ້ນຕອນທີ່ຢູ່ໂຕະອາຫານດ້ວຍສີໜ້າຢາກຮູ້
ເອື້ອຍສອນ ຖາມ “ອາລີ້! ທີ່ໂຕະອາຫານເຈົ້າເປັນຫຍັງໄປ ຈິ່ງຫົວ ຮຶ! ຮຶ! ອອກມາແບບນັ້ນ”
ອາລີ້ ຕອບແບບອ້ຳອຶ້ງໄປວ່າ “ບໍ່ມີຫຍັງດອກ ພຽງຕອນນັ້ນຄິດເຫັນໜັງເລື່ອງໜຶ່ງເລີຍຄິດຢາກຫົວຂຶ້ນມາ”
ເອື້ອຍສອນ ເຮັດໜ້າເຂັ້ມຄິ້ວທັງສອງຂ້າງໜີບເຂົ້າຫາກັນທັນທີແລ້ວໃນທາງຕັກເຕືອນວ່າ “ຢ່າໃຫ້ເລື່ອງແບບນີ້ເກີດຂຶ້ນອີກ ເພາະມັນເສຍມາລະຍາດ ເຈົ້ານາຍເຖິງເພິ່ນບໍ່ເວົ້າແຕ່ໃນໃຈເລິກໆແລ້ວເພິ່ນບໍ່ມັກ, ຫາກມີອີກເທື່ອໜ້າເອື້ອຍຢ້ານເພິ່ນໄລ່ເຈົ້າອອກ ທີ່ເອື້ອຍເວົ້າເພາະເອື້ອຍຮັກແພງເຈົ້າເດີ້”
ໄດ້ຟັງເອື້ອຍສອນເວົ້າແບບນີ້ແລ້ວຂ້ອຍກໍ່ຄິດໄດ້ວ່າ ຕໍ່ໄປຂ້ອຍຄວນມີສະຕິຕ້ອງລະວັງກວ່ານີ້ເຮົາເຮັດວຽກຢູ່ເຮືອນຜູ້ດີເຮົາຕ້ອງປັບຕົວໃຫ້ເຂົ້າກັບຜູ້ດີໃຫ້ໄດ້ ທີ່ເອື້ອຍສອນເວົ້າກ່ອນມີເຫດຜົນດີຢູ່ ຂ້ອຍກໍ່ເລີຍຕອບເອື້ອຍສອນໄປດ້ວຍຮອຍຍິ້ມເບົາໆວ່າ “ນ້ອງຈະຈຳໄວ້”
ເອື້ອຍສອນຍັງຢ້ຳອີກວ່າ “ຢ່າພຽງແຕ່ຈຳຢ່າງດຽວ ແຕ່ຕ້ອງປະຕິບັດໃຫ້ໄດ້”
ທ່ານສາມາດອ່ານຍ້ອນຫຼັງຕອນທີ 1 ໄດ້ທີ່ລິ້ງນີ້: https://www.laopost.com/2017/03/19/87047