Home​ຂ່າວບັນເທິງVientiane WOW Fashion Week 2017 ຈັດຂຶ້ນຢ່າງຍິ່ງໃຫຍ່ສົມງານແຟຊັ່ນແຫ່ງປີ

Vientiane WOW Fashion Week 2017 ຈັດຂຶ້ນຢ່າງຍິ່ງໃຫຍ່ສົມງານແຟຊັ່ນແຫ່ງປີ

Published on

ຂ່າວບັນເທີງອັບເດດກັບລາວໂພສຕ໌ ມື້ນີ້ ແອັດກໍ່ມີຄວາມແຊ໊ບຂອງງານ Vientiane WOW Fashion Week 2017 ທີ່ຈັດຂຶ້ນເມື່ອວັນທີ 18 ມີນາ 2017 ທີ່ຜ່ານມາ ທີ່ຜ່ານມາ ທີ່ໂຮງແຮມແລນມາກ, ນະຄອນຫຼວງວຽງຈັນ ໂດຍທາງ ວາລະສານວ້າວ ເປັນຜູ້ຮັບຜິດຊອບການຈັດງານຄັ້ງນີ້

ເພື່ອເປັນການສະຫຼອງຄົບຮອບ 5 ປີ ແລະ ການກ້າວເຂົ້າສູ່ປີ 6 ງານນີ້ຈະທຳມະດາໄດ້ແນວໃດ! ວາລະສານວ້າວ ຈິ່ງຈັດໜັກຈັດເຕັມທັງເຄື່ອງປະດັັບ, ເສື້ອຜ້າໜ້າຜົມແບບວ່າຂົນຜົນງານຂອງນັກອອກແບບແຟຊັ່ນຊັ້ນນຳລະດັບແຖວໜ້າຂອງທັງລາວ ແລະ ໄທ ມາໂຊຢ່າງລະລານຕາເທິງເວທີນີ້ເລີຍກໍ່ວ່າໄດ້.

Vientiane WOW Fashion Week 2017 ນອກຈາກເສື້ອຈະຈັດເຕັມທັງຊຸດປະຍຸກ ແລະ ຊຸດເຈົ້າສາວລູກໄມ້ແບບສາກົນງາມໆແລ້ວ ສຳລັບນາຍແບບ-ນາງແບບ ທີ່ມາຮ່ວມຍ່າງແຟຊັ່ນຄັ້ງນີ້ ກໍ່ຈັດໄດ້ວ່າເດັດໆໃນລະດັບຕົວພໍ່ຕົວແມ່ຂອງວົງການບັນເທີງກວ່າ 150 ຊີວິດ ເຊິ່ງດາລາທັງຝັ່ງລາວ ແລະ ຝັ່ງໄທນຳທີມໂດຍ:

ຫາກໃຜບໍ່ໄດ້ໄປຮ່ວມໃນງານ Vientiane WOW Fashion Week 2017 ໃນມື້ນັ້ນກໍ່ຢ່າເສຍດາຍ ເພາະມື້ນີ້ແອັດມິນມີຮູບໃນງານບາງສ່ວນມາຝາກກັນ

ບົດຄວາມຫຼ້າສຸດ

ກົມໃຫຍ່ການເມືອງ ປກສ ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໄດ້ 47 ໜ່ວຍ.

ໃນປີຜ່ານມາ, ອົງຄະນະພັກກົມໃຫຍ່ການເມືອງ ກະ ຊວງ ປກສ ໄດ້ຖືສໍາຄັນ ແລະ ເອົາໃຈໃສ່ການນໍາພາ-ຊີ້ນໍາສະມາຊິກພັກ , ນາຍ ແລະ ພົນຕໍາຫຼວດທຸກຂັ້ນ ຈັດຕັ້ງປະຕິບັດໜ້າທີ່ການເມືອງຕາມ 5...

ຄະນະຜູ້ແທນ ຈາກ ສປປ ລາວ ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືແມ່ນໍ້າຂອງ 2026 ບາງກອກ ປະເທດໄທ.

ໃນຕອນເຊົ້າວັນທີ 23 ກໍລະກົດ 2026 ທີ່ ບາງກອກ, ປະເທດໄທ, ທ່ານ ສົມບູນ ສີຫານາດ, ຫົວໜ້າກົມເສດຖະກິດ, ກະຊວງການຕ່າງປະເທດ, ໄດ້ຕາງໜ້າ ສປປ...

ຜູ້ອຳນວນການໃຫຍ່ ແລະ ຜູ້ບໍລິຫານ ຄົນໃໝ່ ຂອງສະຖາບັນແມ່ນ້ຳຂອງ

ທ່ານ ດຣ. ອານຸລັກ ກິດຕິຄຸນ ໄດ້ຮັບການແຕ່ງຕັ້ງດຳລົງຕຳແໜ່ງເປັນ ຜູ້ອຳນວນການໃຫຍ່ ແລະ ຜູ້ບໍລິຫານ (ຜູ້ໃໝ່) ຂອງສະຖາບັນແມ່ນ້ຳຂອງ (Mekong Institute: MI), ນັບເປັນການເປີດສາກໃໝ່ໃຫ້ກັບອົງກອນລະຫວ່າງລັດຖະບານໃນການຮັບໃຊ້ພາກພື້ນລຸ່ມແມ່ນ້ຳຂອງ....

ໂຮງໝໍມິດຕະພາບ ເປັນແຫ່ງທໍາອິດ ໃນ ສປປ ລາວ ຟອກໄຂ່ຫຼັງ) ມາຕັ້ງແຕ່ປີ 1994.

ໂຮງໝໍມິດຕະພາບ ໄດ້ປະສົບຜົນສໍາເລັດໃນການຜ່າຕັດປູກຖ່າຍໄຂ່ຫຼັງໃຫ້ກັບຄົນເຈັບ ເຊິ່ງຖືເປັນບາດກ້າວໂດດເດັ່ນໃນການພັດທະນາ ແລະ ຍົກສູງຄຸນນະພາບການບໍລິການທາງດ້ານການແພດຢູ່ ສປປ ລາວ. ການສໍາເລັດການຜ່າຕັດດັ່ງກ່າວ ຊ່ວຍໃຫ້ຄົນເຈັບ ທີ່ມີຄວາມຈໍາເປັນ ແລະ ມີເງື່ອນໄຂ ສາມາດເຂົ້າເຖິງການປ່ຽນຖ່າຍໄຂ່ຫຼັງຢູ່ພາຍໃນປະເທດ ໂດຍບໍ່ຈໍາເປັນຕ້ອງເດີນທາງໄປປິ່ນປົວຢູ່ຕ່າງປະເທດອີກຕໍ່ໄປ. ທ່ານ...