Homeປ່ອງຢ້ຽມດວງດາວປະຫວັດ "ໄລກ້າ" ໝາອາວະກາດໂຕທຳອິດຂອງໂລກ ທີ່ຖືກສົ່ງຂື້ນສູ່ອາວະກາດໂຄຈອນຮອບໂລກ

ປະຫວັດ “ໄລກ້າ” ໝາອາວະກາດໂຕທຳອິດຂອງໂລກ ທີ່ຖືກສົ່ງຂື້ນສູ່ອາວະກາດໂຄຈອນຮອບໂລກ

Published on

ຍ້ອນເວລາກັບໄປເມື່ອວັນທີ 3 ພະຈິກ 1957 ໄລກ້າ (Leika ແປວ່າ ເຫົ່າ) ໝາອາວະກາດໂຕທຳອິດຂອງໂລກ ທີ່ຖືກສົ່ງຂຶ້ນສູ່ອາວະກາດເພື່ອເຮັດພາລະກິດໂຄຈອນຮອບໂລກດ້ວຍຍານ ສະປຸດນິດ 2 ຂອງສະຫະພາບໂຊຫວຽດ ຕາມໂຄງການສະປຸດນິດ

ໄລກ້າ ເປັນໝາພັນໄຊບິຣຽນ ຮັສກີ ເພດເມຍ ເບື້ອງຕົ້ນມັນມີຊື່ວ່າ “ດຸດຣາຟກ້າ” ທີ່ແປວ່າ “ຫອຍ” ກ່ອນທີ່ຕໍ່ມາໃນງານຖະແຫຼງຂ່າວກ່ຽວກັບການສົ່ງໝາໄປນອກໂລກ “ດຸດຣາຟກ້າ” ໄດ້ເຫົ່າໃສ່ໄມໂຄໂຟນ ມັນຈິ່ງຖືກປ່ຽນຊື່ມາເປັນ “ໄລກ້າ” ທີ່ແປວ່າ “ເຫົ່າ”

ໃນປະຕິບັດການທົດລອງນຳໝາເດີນທາງສູ່ອາວະກາດຂອງໂຊວຽດນັ້ນ ທຳອິດພວກເຂົາໄດ້ເລືອກໝາຈອນຈັດສານພັນໄຊບິຣຽນ ຮັສກີ ມາ 3 ໂຕ ເຊິ່ງໄລກ້າຄືໜຶ່ງໃນນັ້ນ ໂດຍເຫດຜົນທີ່ເລືອກສາຍພັນນີ້ເພາະພວກເົາຄິດວ່າມັນສາມາດທົນຕໍ່ສະພາບຕ່າງໆໄດ້ດີກວ່າໝາສາຍພັນອື່ນ ຮວມເຖິງຄິດເພື່ອໄປວ່າມັນຈະສາມາດທົນຕໍ່ສະພາບນອກໂລກໄດ້ອີກດ້ວຍ ແລະ ເມື່ອຜ່ານການທົດສອບເບື້ອງຕົ້ນແລ້ວ ໄລກ້າ ກໍ່ໄດ້ຖືກຮັບເລືອກ ເມື່ອຜ່ານການຝຶກຝົນສຳເລັດຮຽບຮ້ອຍ ນັກດາລາສາດຄົນໜຶ່ງເກີດຄວາມຮູ້ສຶກສົງສານໄລກ້າ ທີ່ເວລາຂອງມັນຢູ່ໂລກນີ້ເຫຼືອໜ້ອຍລົງ ເຂົາຈິ່ງນຳມັນກັບເມືອເຮືອນເພື່ອໄປຫຼິ້ນກັບລູກໆຂອງເຂົາ ກ່ອນທີ່ມັນຈະເດີນທາງສູ່ອາວະກາດ.

ເມື່ອເຖິງເວລາທີ່ຈະປ່ອຍຍານ ສະປຸດນິດ 2 ອອກສູ່ນອກໂລກພາຍໃນຍານນັ້ນ ໄລກ້າໄດ້ຢູ່ໃນກະສວາຍນ້ອຍໆ ແລະ ຖືກລ່າມໂຊ້ໄວ້ ໂດຍມີເຈລລີອາຫານໝາໄວ້ໃຫ້ກິນ ໂຊກຮ້າຍທີ່ໄລຍະເລີ່ມຕົ້ນຂອງປະຕິບັດການມີຄວາມຜິດພາດເກີດຂຶ້ນ ກະສວາຍເກີດບັນຫາ ແລະ ມີອາກາດໜາວຫຼາຍ ເຮັດໃຫ້ໄລກ້າຕ້ອງທົນຢູ່ໃນສະພາບນັ້ນເຖິງ 3 ມື້ ກ່ອນຈະພຸ່ງອອກນອກໂລກໃນວັນທີ 3 ພະຈິກ 1957

ຢ່າງໃດກໍ່ຕາມ ຍານສະປຸດນິດ 2 ບໍ່ໄດ້ອອກແບບໃຫ້ກັບສູ່ໂລກຢ່າງສົມບູນ ເລື່ອງລາວຊີວິດຂອງ ໄລກ້າ ຈິ່ງຈົບລົງດ້ວຍຄວາມໂສກເສົ້າ ທີ່ເຮົາບໍ່ອາດຮູ້ສາເຫດທີ່ຊັດເຈນ ຜູ້ຊຽວຊານສ່ວນຫຼາຍປະເມີນວ່າ ໄລກ້າມີຊີວິດຢູ່ໄດ້ ລະ ຫວ່າງ 4-10 ມື້ ໃນວົງໂຄຈອນບາງຄົນກໍ່ບອກວ່າ ອາຫານມື້ທ້າຍຂອງໄລກ້າມີພາວະເປັນພິດ ບາງສ່ວນກໍ່ອ້າງວ່າ ໄລກ້າຂາດອົກຊີເຈນເມື່ອແບັດເຕີລີຂອງລະບົບເກືອຊີວິດໝົດ, ​ຍານສະປິດນິກ 2 ຢູ່ໃນວົງໂຄຈອນດົນເຖິງ 163 ມື້ ໂຄຈອນຮອບໃນເວລາ 1 ຊົ່ວໂມງ 42 ນາທີ/ຮອບ ລວມທັງໝົດ 2,370 ຮອບ ແລະ ໃນທີ່ສຸດໂລງສົບຂອງ ໄລກ້າກໍ່ຕົກລົງສູ່ໂລກ ແລະ ໄໝ້ສະລາຍໝົດໄປໃນອາກາດເມື່ອວັນທີ 14 ເມສາ 1958 ຫຼັງຈາກນັ້ນ 40 ປີຕໍ່ມາ ໄດ້ມີ ການສ້າງ ອານຸສາວະລີຂອງສຸສານອາວະກາດຂຶ້ນທີ່ນອກເມືອງຫຼວງ ມອສກູ ໂດຍມີຮູບປັ້ນໄລກ້າທີ່ໃສ່ຊຸດນັກບິນອາວະກາດຕັ້ງຢູ່ທີ່ນັ້ນ

 

 

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...