Homeຂ່າວ​ໄອ​ທີເປີດໂຕ Samsung Galaxy C5 Pro ທີ່ປະເທດຈີນ ໃນລາຄາເລີ່ມຕົ້ນ 3.000.000 ກີບ

ເປີດໂຕ Samsung Galaxy C5 Pro ທີ່ປະເທດຈີນ ໃນລາຄາເລີ່ມຕົ້ນ 3.000.000 ກີບ

Published on

ຫຼ້າສຸດນີ້ Samsung ໄດ້ປະກາດເປີດໂຕ Galaxy C5 Pro ເຊິ່ງເປັນລຸ້ນທີ່ເຈາະກຸ່ມຕະຫຼາດລະດັບກາງນັ້ນເອງ. ໂດຍສະມາດໂຟນລຸ້ນນີ້ນັ້ນຖືວ່າເປັນອີກລຸ້ນໜຶ່ງທີ່ນອນຢູ່ໃນ “Galaxy C Series” , ໂດຍຈຸດເດັ່ນໆຂອງໂຕເຄື່ອງຄົງຈະເປັນ ກ້ອງໜ້າ ແລະ ຫຼັງທີ່ຈັດມາໃຫ້ເຖິງ 16 ລ້ານພິກເຊວ ອີກທັງຍັງມາພ້ອມລະບົບ Android 6.0 (Marshmallow).

ສຳລັບສະເປັກຂອງ Samsung Galaxy C5 Pro ມີດັ່ງນີ້:


  • ສັດສ່ວຮເຄື່ອງ: 145.7 x 71.4 x 7 ມມ
  • ນ້ຳໜັກ: 145 ກຣາມ
  • ໜ້າຈໍ: Super AMOLED, Full HD 5.2 ນິ້ວ, (1920×1080 pixels) 
  • CPU: Snapdragon 626 2.2GHz 
  • GPU: Adreno 506 GPU
  • RAM: 4GB RAM
  • ROM: 64GB ເພີ່ມກາຣ໌ດ microSD ໄດ້ 256GB
  • ລະບົບ: Android 6.0.1 (Marshmallow)
  • ຊິມ: Hybrid Dual SIM (nano+nano/microSD)
  • ກ້ອງຫຼັງ: 16 ລ້ານພິກເຊວ ມາພ້ອມແຟລັດຄູ່ໂທນ LED ແລະ f/1.9
  • ກ້ອງໜ້າ: 16 ລ້ານພິກເຊວ ແລະ f/1.9 
  • ເຊັນເຊີ້: ສະແກນລາຍນິ້ວມື 
  • ການເຊື່ອມຕໍ່: 4G VoLTE, Wi-Fi 802.11a/b/g/n (2.4 + 5GHz), Bluetooth v 4.2, GPS, NFC, USB Type-C
  • ແບັດເຕີຣີ: 2600mAh ມາພ້ອມລະບົບສາກໄວ

ສຳລັບ Samsung Galaxy C5 Pro ແມ່ນມາພ້ອມ 3 ສີຄື: ສີຄຳ, ສີຟ້າ ແລະສີຄຳກຸຫຼາບ ໂດຍມີລາຄາຢູ່ທີ່ 2499 ຢວນ (3.000.000 ກີບ). ເຊິ່ງຕອນນີ້ແມ່ນເປີດໃຫ້ສັ່ງຈອງໄດ້ແລ້ວທີ່ປະເທດຈີນ ແລະຈະວາງຈຳໜ່າຍພາຍຫຼັງເດືອນນີ້. 

ແຫຼ່ງຂ່າວ: fonearena

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...