spot_img
Homeຂ່າວພາຍ​ໃນຄວາມຄືບໜ້າ ການພັດທະນາ ລະບົບແຈ້ງພາສີປະຕູດຽວ ຂອງ ສປປ ລາວ

ຄວາມຄືບໜ້າ ການພັດທະນາ ລະບົບແຈ້ງພາສີປະຕູດຽວ ຂອງ ສປປ ລາວ

Published on

ສຳນັກຂ່າວສານປະເທດລາວ ລາຍງານເມື່ອວັນທີ 7 ມີນາ 2017 ວ່າ. ການພັດທະນາ ລະບົບແຈ້ງພາສີ ປະຕູດຽວແຫ່ງຊາດ (LNSW) ຈະເຮັດໃຫ້ ການນຳເຂົ້າ-ສົ່ງອອກສິນຄ້າ ມີຄວາມສະດວກວ່ອງໄວ, ສາມາດປະຢັດເວລາ ແລະ ຄ່າໃຊ້ຈ່າຍ. ຫລັງຈາກນັ້ນ ຈະໄດ້ພັດທະນາ ໄປສູ່ການໃຫ້ບໍລິການ ແບບບໍ່ມີເອກະສານ ແບບຄົບວົງຈອນ ກັບທຸກໜ່ວຍງານ ທີ່ກ່ຽວຂ້ອງກັບການຄ້າ ລະຫວ່າງປະເທດ. ຜູ້ປະກອບການສາມາດນຳໃຊ້ ຂໍ້ມູນພຽງຊຸດດຽວ ໂດຍການປ້ອນຂໍ້ມູນ ຢູ່ຈຸດດຽວ ກໍສາມາດຕິດຕໍ່ພົວພັນ ກັບຂະແໜງການລັດ ຜ່ານທາງລະບົບເອເລັກໂຕນິກ ​ເຊິ່ງຈະເຮັດໃຫ້ຫລຸດຜ່ອນ ຄວາມຊ້ຳຊ້ອນ ໃນການຍື່ນເອກະສານ, ການຕິດຕາມ ແລະ ຈັດເກັບເອກະສານ ທີ່ເປັນເຈ້ຍສໍ.

ປັດຈຸບັນ ການພັດທະນາ ລະບົບດັ່ງກ່າວ ແມ່ນໄດ້ເລີ່ມທົດລອງນຳໃຊ້ ຕັ້ງແຕ່ເດືອນສິງຫາ 2016 ເປັນຕົ້ນມາ ສຳລັບການອອກໃບອະນຸຍາດ ນຳເຂົ້າຍານພາຫະນະ ແບບເອເລັກໂຕຼນິກ ຢູ່ກົມການນຳເຂົ້າ-ສົ່ງອອກ, ກະຊວງອຸດສາຫະກໍາ ແລະ ການຄ້າ ໂດຍໄດ້ຄັດເລືອກເອົາບໍລິສັດລາວໂຕໂຍຕ້າ ແລະ ບໍລິສັດນິວຈິບເຊັງ ເຂົ້າຮ່ວມທົດລອງ, ເຊິ່ງປັດຈຸບັນ ມີແຕ່ບໍລິສັດນິວຈິບເຊັງ ຈັດຕັ້ງປະຕິບັດ ເຊິ່ງໄດ້ອອກ ອະນຸຍາດແລ້ວປະມານ 120 ຟອມ ໃຫ້ແກ່ ຜູ້ປະກອບການ ຈຳນວນໜຶ່ງແລ້ວ. ຈາກນັ້ນ, ຈຶ່ງຈະຜັນຂະຫຍາຍ ການນໍາໃຊ້ໄປສູ່ຂະແໜງການອື່ນໆ ທີ່ຕິດພັນກັບການຄຸ້ມຄອງ ການນໍາເຂົ້າ-ສົ່ງອອກສິນຄ້າ ເປັນເທື່ອລະກ້າວ ໂດຍສະເພາະ ແມ່ນການອອກໃບອະນຸຍາດເຕັກນິກ ພາຫະນະຢູ່ກົມຂົນສົ່ງ, ກະຊວງໂຍທາທິການ ແລະ ຂົນສົ່ງ. ຄຽງຄູ່ກັບ ການພັດທະນາດັ່ງກ່າວ ກໍຍັງມີສິ່ງທ້າທາຍຄື ການນຳໃຊ້ລະບົບເອເລັກໂຕນິກ ຍັງເປັນເຄື່ອງມືທີ່ໃໝ່ ຢູ່ສຳລັບທັງພາກລັດ ແລະ ທຸລະກິດຂອງລາວ. ນອກຈາກນີ້ ລະບົບອິນເຕີເນັດ, ບຸກຄະລະກອນ ແລະ ອຸປະກອບຮັບໃຊ້ ທີ່ກ່ຽວຂ້ອງກັບ ການນຳໃຊ້ລະບົບນີ້ ຕ້ອງໄດ້ຮັບການຍົກລະດັບ ໃຫ້ທັນກັບສະພາບໃນປະຈຸບັນ. ໂດຍລວມທັງການ ປັບປຸງກົດໝາຍ ແລະ ລະບຽບການພາຍໃນ ຂອງແຕ່ລະຂະແໜງການຂອງລັດ ໃຫ້ສາມາດຮອງຮັບ ການເຮັດທຸລະກຳ ທາງເອເລັກໂຕຣນິກໄດ້ດ້ວຍ. ເມື່ອລະບົບ LNSW ໄດ້ຮັບການພັດທະນາສໍາເລັດ ກໍ່ຈະສາມາດເຊື່ອມໂຍງ ຖານຂໍ້ມູນກັບ ຂະແໜງການຕ່າງໆ ທັງພາຍໃນ ແລະ ຕ່າງປະເທດ ໂດຍສອດຄ່ອງຕາມຂໍ້ຕົກລົງ ຂອງປະເທດສະມາຊິກອາຊຽນ ໃນການຈັດຕັ້ງປະຕິບັດ ການແຈ້ງພາສີປະຕູດຽວອາຊຽນ. ເຊິ່ງປັດຈຸບັນ ປະເທດສະມາຊິກອາຊຽນ ທີ່ໄດ້ສຳ ເລັດການພັດທະນາ ລະບົບແຈ້ງພາສີປະຕູດຽວ ມີທັງໝົດ 7 ປະເທດ ຄື: ບຣູໄນ, ອິນໂດເນເຊຍ, ມາເລຍເຊຍ, ຟິລິບປິນ, ສິງກະໂປ, ໄທ ແລະ ຫວຽດນາມ.

ສຳລັບທິດທາງແຜນການຕໍ່ໜ້າ ຂອງຂະແໜງການພາສີ ໃນການອຳນວຍຄວາມສະດວກ ໃຫ້ແກ່ ພາກທຸລະກິດ ແມ່ນ:

1. ຊຸກຍູ້ໃຫ້ພາກ ທຸລະກິດຫັນມານຳໃຊ້ ລະບົບແຈ້ງພາສີປະຕູດຽວ ເນື່ອງຈາກເປັນລະບົບລວມສູນ ການເຊື່ອມໂຍງ ທີ່ເປັນເອເລັກໂຕຣນິກ ໂດຍສອດຄ່ອງກັບ ແນວທາງນະໂຍບາຍຂອງ ລັດຖະບານ ໃນການຫັນໄປສູ່ຄວາມທັນສະໄໝ ໃຫ້ທຽບເທົ່າກັບສາກົນ.
2. ກົມພາສີ ແລະ ຂະແໜງການ ທີ່ອອກໃບອອກອະນຸຍາດ ສາມາດແລກປ່ຽນຂໍ້ມູນ ຜ່ານລະບົບເອເລັກໂຕຣນິກ ແບບຄົບວົງຈອນ ແລະ ສາມາດກວດຄືນ ຂໍ້ມູນທີ່ເຫັນວ່າຍັງບໍ່ທັນຈະແຈ້ງໄດ້ ໂດຍຜ່ານລະບົບດັ່ງກ່າວ.
3. ສະເໜີ ໃຫ້ຂະແໜງການລັດ ທີ່ເປັນຜູ້ອອກໃບອະນຸຍາດ, ໃບຢັ້ງຢືນ ກ່ຽວຂ້ອງກັບຂັ້ນຕອນ ການນຳເຂົ້າ-ສົ່ງອອກ ແລະ ສິນຄ້າຜ່ານແດນ ຮີບຮ້ອນພັດທະນາ-ປັບປຸງລະບົບ ການແລກປ່ຽນຂໍ້ມູນ ດ້ວຍລະບົບເອເລັກໂຕນິກ ໂດຍສະເພາະ ການນຳໃຊ້ລະບົບ LNSW ໃຫ້ຄວບຄຸມທຸກປະເພດສິນຄ້າ.
4. ສະເໜີ ໃຫ້ຂະແໜງການ ລັດທີ່ເປັນຜູ້ອອກໃບອະນຸຍາດ, ໃບຢັ້ງຢືນ ກ່ຽວຂ້ອງກັບຂັ້ນຕອນ ການນຳເຂົ້າ-ສົ່ງອອກ ແລະ ສິນຄ້າ ຜ່ານແດນຮີບຮ້ອນລົງນາມ ບົດບັນທຶກຊ່ວຍຈຳ MOU ຮ່ວມກັບກົມພາສີ ໃນການນຳໃຊ້ລະບົບ LNSW, ປັບປຸງກົດໝາຍ ແລະ ລະບຽບພາຍໃນຂອງຕົນ ໃຫ້ສາມາດຮອງຮັບການ ເຮັດທຸລະກຳທາງເອເລັກໂຕນິກ ແບບບໍ່ມີເອກະສານ ທີ່ເປັນເຈ້ຍສໍ.

ສຳລັບແຜນຍຸດທະສາດ ການພັດທະນາລະບົບ LNSW  ໄດ້ແບ່ງອອກເປັນ 3 ໄລຍະ ຄື: ໄລຍະທີ 1: E-Permit, E-Logistic, E-Report ເລີ່ມຈັດຕັ້ງປະຕິບັດໃນ ເດືອນກໍລະກົດ 2017 ທີ່ດ່ານພາສີ ສາງທ່ານາແລ້ງ; ໄລຍະທີ 2: E-Payment / ASYCUDA Interface_UNICTAD ເລີ່ມຈັດຕັ້ງປະຕິບັດໃນ ເດືອນກັນຍາ 2017 ທີ່ ດ່ານພາສີສາງທ່ານາແລ້ງ; ໄລຍະທີ 3: ແຂວງຕ່າງໆທີ່ມີດ່ານພາສີສາກົນ ເລີ່ມຈັດຕັ້ງປະຕິບັດໃນ ເດືອນທັນວາ 2017.

ບົດຄວາມຫຼ້າສຸດ

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...

ສະຫຼົດ! ຊາຍອາຍຸ 26 ປີ (ເສຍຊີວິດ) ຍ້ອນຂັບລົດຕຳງົວ ທີ່ບ້ານວຽງແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ບັນຫາການປ່ອຍສັດຊະຊາຍ ສ່ຽງເຮັດໃຫ້ຄົນອື່ນເກີດອຸບັດຕິເຫດ ເຖິງຂັ້ນເສຍຊີວິດໄດ້. ບັນຫາການປ່ອຍສັດລ້ຽງ (ງົວ, ຄວາຍ, ແບ້, ມ້າ...) ຍັງຄົງຖືກພົບເຫັນເລື້ອຍໆຢູ່ຫຼາຍໆຂົງເຂດ ຕັ້ງແຕ່ເຂດຊານເມືອງຈົນໄປເຖິງໃນເມືອງ. ຈົນກາຍເປັນຄວາມເຄີຍຊິນໄປແລ້ວສຳລັບຜູ້ສັນຈອນໄປມາທີ່ຕ້ອງລະວັງເອງ ແຕ່ບາງຄັ້ງກໍມີອຸບປະຕິເຫດຕາມມາ ເຊັ່ນ: ລົດໃຫຍ່ຕຳງົວ, ລົດຈັກຕຳງົວ,...