Homeສຸຂະພາບ ແລະ ສີ່ງແວດລ້ອມອາຫານທີ່ຊ່ວຍບຳລຸງສາຍຕາໄດ້ດີ

ອາຫານທີ່ຊ່ວຍບຳລຸງສາຍຕາໄດ້ດີ

Published on

ພະຍາດທາງສາຍຕາເຊັ່ນ ຕາຕໍ້, ປະສາດຕາເສື່ອມ, ມະເຮັງດວງຕາ, ເຍື່ອຕາແຫ້ງ ຫຼືສາຍຕາສັ້ນ ສ່ວນຫຼາຍມັກເກີດກັບຜູ້ອາຍຸສູງ, ແຕ່ໃນປະຈຸບັນເກີດໄດ້ກັບທຸກເພດໄວ ໂດຍສະເພາະກັບໜຸ່ມສາວ, ດ້ວຍວິຖີຊີວິດທີ່ປ່ຽນໄປ ມີທັງສື່, ໂຊຊຽວມີເດຍ ສົ່ງຜົນໃຫ້ “ດວງຕາ” ເຮັດວຽກຫຼາຂຶ້ນ, ການເບິ່ງໜ້າຈໍຄອມ ຫຼືໂທລະສັບດົນໆ ເປັນສາເຫດເຮັດໃຫ້ເກີດຄວາມຜິດປົກກະຕິຂອງດວງຕາໄດ້

  1. ຫົວແຄລ໊ອດ: ມີສ່ວນປະກອບຂອງເບຕ້າເຄໂຣທີນ ທີ່ອຸດົມດ້ວຍວິຕາມິນເອ ທີ່ຊ່ວຍດູດຊຶມພະລັງງານຈາກແສງທີ່ຜ່ານເຂົ້າມາໃນດວງຕາ ແລະຊ່ວຍປັບການເບິ່ງເຫັນໃຫ້ຊັດເຈນຂຶ້ນ
  2. ຜັກບົ້ງ: ຊ່ວຍບຳລຸງສາຍຕາ ບໍ່ເຮັດໃຫ້ເຈັບຕາ ຫຼືສາຍຕາສັ້ນ ເພາະມີວິຕາມິນເອ ແລະຊີ ລວມເຖິງເບຕ້າແຄໂຣທີນ ທີ່ຊ່ວຍປ້ອງກັນມະເຮັດໄດ້ອີກດ້ວຍ, ນອກຈາກນີ້ ຍັງມີເກືອແຮ່ ມີທາດເຫຼັກ ທີ່ຊ່ວຍບຳລຸງເລືອດ
  3. ຜັກຕຳນິນ: ມີເບຕ້າແຄໂຣທີນທີ່ດີທີ່ສຸດ ເຮັດໜ້າທີ່ກອງແສງໃຫ້ດວງຕາ ປ້ອງກັນໄຟເບີຂອງເລນຕາ ຈາກຄວາມເສຍຫາຍທີ່ອາດເກີດຈາກການຖືກອົກຊີໄດດ້ວຍແສງ, ປ້ອງກັນການເກີດສາຍຕາສັ້ນໄດ້ອີກດ້ວຍ
  4. ໝາກອຶ: ມີສານລູທີນປ້ອງກັນການເສື່ອມຂອງຈຸດ ຫຼືແສງສີຂອງເຣຕິນາ ມີວິຕາມິນເອບຳລຸງສາຍຕາ, ມີເບຕາແຄໂຣທີນ ເຊິ່ງມີສານ Antioxidant ສູງທີ່ຊ່ວຍຕ້ານມະເຮັງ, ນອກຈາກບຳລຸງສາຍຕາແລ້ວ ຍັງດີຕໍ່ຜິວອີກດ້ວຍ
  5. ໝາກກ້ຽງ: ອຸດົມດ້ວຍວິຕາມິນຊີ ແລະມີການວິໄຈພົບວ່າ ຫາກຜູ້ຍິງຄົນໃດຫາກໄດ້ຮັບວິຕາມິນຊີຕິດຕໍ່ກັນເປັນເວລາ 10 ປີ ມີໂອກາດຫຼຸດຄວາມສ່ຽງການເກີດເປັນຕາຕໍ້ໄດ້ຫຼາຍເຖິງ 64%
  6. ນໍ້າມັນຕັບປາ: ໂດຍສະເພາະໃນປາທູນ່າ, ປາແຊວມອນ ແລະປາເທຣາ ເປັນປາທີ່ອຸດົມດ້ວຍກົດໂດໂຄຊະເອກຊະອີໂນອິກ ຫຼືີຮູ້ຈັກກັນໃນຊື່ DHA ຫຼືໂອເມກ້າ 3 ຊ່ວຍປ້ອງກັນອາການຜິດປົກກະຕິຂອງຕາ ຊ່ວຍປ້ອງກັນປະສາດຕາເສື່ອມ
  7. ຊີ້ນງົວແດງ: ເພາະຊີ້ນງົວມີສັງກະສີເປັນສ່ວນປະກອບສໍາຄັນຕໍ່ດວງຕາ, ຊ່ວຍໃຫ້ຕັບປ່ອຍວິຕາມິນເອ ອອກມາ ສົ່ງຜ່ານໄປຫາດວງຕາໄດ້ໄວ
  8. ໝາກນອດ: ມີວິຕາມິນເອສູງ ເຮັດໃຫ້ເບິ່ງເຫັນໄດ້ຊັດເຈນຂຶ້ນ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...