Homeຂ່າວຕ່າງປະເທດໂອບາມາ-ມິເຊລ ເຊັນສັນຍາຂຽນໜັງສືຄົນລະເຫຼັ້ມ ຮັບຊັບຫຼາຍສິບລ້ານໂດລາ

ໂອບາມາ-ມິເຊລ ເຊັນສັນຍາຂຽນໜັງສືຄົນລະເຫຼັ້ມ ຮັບຊັບຫຼາຍສິບລ້ານໂດລາ

Published on

ສຳນັກຂ່າວເອເອຟພີລາຍງານເມື່ອວັນທີ 1 ມີນາ 2017ວ່າ ທ່ານ ບາຣັກ ໂອບາມາ ແລະ ທ່ານ ນາງ ມິເຊລ ໂອບາມາ ລົງນາມໃນສັນຍາທີ່ຈະຕີພິມໜັງວືບັນທຶກຄວາມຊົງຈຳ ຫຼື ຊີວະປະຫວັດ ກັບ ສຳນັກພິມ ເພນກວິນແຣນດອມເຮົາສ໌ ໃນນະຄອນຫຼວງ ນິວຢອກ ສະຫະລັດອາເມລິກາ ໃນຂໍ້ຕົກລົງທີ່ບໍ່ສາມາດເປີດເຜີຍຄ່າຕອບແທນໄດ້ ແຕ່ຄາດວ່າມີມູນຄ່າຫຼາຍສິບລ້ານໂດລາ

ສຳນັກພິມ ເພນກວິນແຣນດອມເຮົາສ໌ ລະບຸວ່າ “ໄດ້ຮັບສິດໃນການຕີພິມໜັງສື 2 ເຫຼັ້ມ ທີ່ຂຽນໂດຍອະດີດປະທານາທິບໍດີ ບາຣັກ ໂອບາມາ ແລະ ທ່ານ ນາງ ມິເຊລ ພັນລະຍາ”

ທັງນີ້ຂໍຕົກລົງໃນການເຮັດສັນຍາດັ່ງກ່າວໄດ້ຮັບການເປີດເຜີຍ ແຕ່ໄຟແນນຊຽວໄທມ໌ ຂອງອັງກິດເປີດເຜີຍວ່າ ຢູ່ທີ່ 60 ລ້ານໂດລ້າ ເຊິ່ງນັບວ່າເປັນຄ່າຕອບແທນທີ່ສູງຫຼາຍສຳລັບໜັງສືບັນທຶກຄວາມຊົງຈຳຂອງປະທານາທິບໍດີ ພາຍໃຕ້ຂໍຕົກລົງດັ່ງກ່າວທາງສຳນັກພິມຈະບໍລິຈາກໜັງສື 1 ລ້ານເຫຼັ້ມໃນນາມຂອງຄອບຄົວໂອບາມາໃຫ້ອົງກອນການກຸສົນ ເຟິຣສ໌ບຸ໊ກອີກດ້ວຍ.

ທ່ານ ບາຣັກ ໂອບາມາ ຮັບຂຽນໜັງສື “ໜັງສືບັນທຶກຄວາມຊົງຈຳຂອງປະທານາທິບໍດີ ” ສ່ວນທ່ານ ນາງ ມິ ເຊລ ໂອບາມາ ຮັບຂຽນໜື່ທີ່ມີຊື່ວ່າ “ບັນທຶກຄວາມຊົງຈຳໃນໄລຍະທີ່ນາງເປັນລັດຖະມົນຕີກະຊວງການຕ່າງປະເທດພາຍໃຕ້ປະທານາທິບໍດີ ບາຣັກ ໂອບາມາ”

 

ບົດຄວາມຫຼ້າສຸດ

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...