Homeນານາສາລະເຄັດລັບຊອຍເຍື່ອໝາກປີບໍ່ໃຫ້ກາຍເປັນສີແຫລ້

ເຄັດລັບຊອຍເຍື່ອໝາກປີບໍ່ໃຫ້ກາຍເປັນສີແຫລ້

Published on

ສຳລັບຄົນທີ່ຊອຍເຍື່ອໝາກປີແລ້ວພົບກັບບັນຫາເຍື່ອໝາກປີໝອງຄ້ຳ ເຖິງວ່າຈະຊອຍແຊ່ລົງນ້ຳກໍ່ຍັງໝອງຄ້ຳຄືເກົ່າ ໃນຄໍລຳ ສາລະໜ້າຮູ້ ແອັດເລີຍມີ ເຄັດລັບຊອຍເຍື່ອໝາກປີບໍ່ໃຫ້ຄ້ຳ ມາຝາກ ເຊິ່ງຈະເຮັດແນວໃດນັ້ນ ເຮົາມາເບິ່ງນຳກັນເລີຍ

ວິທີທີ່ 1 :​ ຊອຍໝາກປີແຊ່ລົງໃນນ້ຳທີ່ມີສ່ວນປະສົມຂອງໝາກນາວ ຫຼື ນ້ຳສົ້ມສາຍຊູ ເພື່ອບໍ່ໃຫ້ເຍື່ອໝາກປີທີ່ຊອຍນັ້ນມີສີຄ້ຳເຂົ້າ
วิธีที่ 2 : ນຳໝາກຂາມປຽກມາຄັ້ນໃສ່ໃນນ້ຳ ຈາກນັ້ນກໍ່ຕອງເອົາແຕ່ນ້ຳ ກ່ອນທີ່ຈະເອົາເຍື່ອໝາກປີທີ່ຊອຍນັ້ນມາແຊ່ໄວ້ ພຽງເທົ່ານັ້ນທ່ານກໍ່ຈະໄດ້ໝາກປີທີ່ຂາວໜ້າກິນ

ບົດຄວາມຫຼ້າສຸດ

ນວ ພົບການສໍ້ລາດບັງຫຼວງ ທັງໝົດ 31 ກໍລະນີ ຢູ່ນະຄອນຫຼວງວຽງຈັນ ໃນນີ້ມີສວຍໃຊ້ຕຳແໜ່ງ 12 ຄົນ

ກອງປະຊຸມສະຫຼຸບວຽກງານກວດກາ 5 ປີ (2021-2025) ທົ່ວນະຄອນຫຼວງວຽງຈັນ ຄັ້ງທີ IV ຈັດຂຶ້ນວັນທີ 6 ພະຈິກ 2026 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ວັນໄຊ...

ເປີດຕົວປຶ້ມໃໝ່ “ປະເທດທີ່ຍິ່ງໃຫຍ່ສ້າງໄດ້ໂດຍຜູ້ນຳທີ່ດີ” ໂດຍ ທ່ານ ດຣ. ອານຸລັກ ກິດຕິຄຸນ

ໃນວັນທີ 3 ພະຈິກ 2026 ທີ່ຜ່ານມາ ຢູ່ ສູນຮ່ວມມືລາວ-ສິງກະໂປ ນະຄອນຫຼວງວຽງຈັນ ທ່ານ ດຣ. ອານຸລັກ ກິດຕິຄຸນ ຜູ້ອຳນວຍການໃຫຍ່ ແລະ...

ປຶກສາຫາລືການສ້ອມແປງທາງ ກໍ່ສ້າງເສັ້ນທາງໃຫ້ສະດວກວ່ອງໄວຍິ່ງຂຶ້ນ

ໃນຕອນເຊົ້າຂອງວັນທີ 04 ພະຈິກ 2026 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານ ໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໂດຍທ່ານ...

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...