HomeBaby-ແມ່ແລະເດັກອາຫານທີ່ແມ່ຄວນກິນ ໄລຍະຖືພາລູກນ້ອຍໃນ 9 ເດືອນ

ອາຫານທີ່ແມ່ຄວນກິນ ໄລຍະຖືພາລູກນ້ອຍໃນ 9 ເດືອນ

Published on

ອາຫານເປັນສິ່ງສຳຄັນຫຼາຍກັບແມ່ຍິງທີ່ຖືພາ ເພາະທຸກໆມື້ຂອງແມ່ຈະສົ່ງຜ່ານການຈະເລີນເຕີບໂຕຂອງລູກໃນທ້ອງ, ດັ່ງນັ້ນ ນອກຈາກເລືອກອາຫານທີ່ມີຄຸນຄ່າທາງໂຄສະນາການແລ້ວ ຕ້ອງເລືອກອາຫານທີ່ເໝາະສົມໃນແຕ່ລະໄລຍະຂອງການຖືພາອີກດ້ວຍ

  1. ໃນໄລຍະ 1-3 ເດືອນ: ແມ່ຄວນປ່ຽນພຶດຕິກຳການກິນ ເພື່ອກຽມພ້ອມໃນເດືອນຕໍ່ໆໄປ, ອາຫານທີ່ຈຳເປັນສຳລັບຊ່ວງນີ້  ຄວນກິນອາຫານທີ່ເສີມເນື້ອເຍື່ອ ແລະການຈະເລີນເຕີບໂຕຂອງລູກນ້ອຍ ເຊິ່ງໄດ້ແກ່ ໂປຣຕີນ, ແຄວຊຽມ, ທາດເຫຼັກ ແລະໂຟເລັກເຊັ່ນ: ກິນໄຂ່ມືລະໜ່ວຍ ເລືອກກິນຕົ້ມໄຂ່ ແຕ່ຖ້າເປັນຈືນໄຂ່, ໄຂ່ດາວ ຄວນປຸງເອງດ້ວຍການໃຊ້ນໍ້າມັນໜ້ອຍ, ດື່ມນົມງົວອຸ່ນໆ ຫຼືນົມຖົ່ວເຫຼືອງ ວັນລະ 1-2 ຈອກ, ເລືອກກິນອາຫານທີ່ມີທາດເຫຼັກເຊັ່ນ: ໄຂ່ແດງ, ງາດຳ, ຕັບສັດ, ຊີ້ນສັດສີແດງ, ເມື່ອແມ່ທີ່ຖືພາໄດ້ຮັບໂປຣຕີນ, ແຄວຊຽມ ແລະທາດເຫຼັກພຽງພໍ ກໍຈະໄດ້ໃນທຸກໆສາມເດືອນ ເພາະສຳຄັນຕໍ່ການຈະເລີນເຕີບໂຕ ແລະສົ່ງອອກຊີແຊນ, ອາຫານ ໄປສູ່ລູກນ້ອຍໃນທ້ອງແມ່
  2. ໃນໄລຍະ 4-6 ເດືອນ: ຄົນທີ່ຖືພາໃນໄລຍະນີ້ ສ່ວນຫຼາຍປັບຕົວໄດ້ແລ້ວ ອາຫານແພ້ທ້ອງຈະບໍ່ມີອີກ, ຄວາມຢາກອາຫານມີຫຼາຍຂຶ້ນ, ລູກຈະເລີນເຕີບໂຕຫຼາຍຂຶ້ນ ຈຶ່ງຕ້ອງການພະລັງງານຈາກອາຫານເພີ່ມຂຶນມື້ລະ 300 ກິໂລແຄລໍລີ່, ແຕ່ເມື່ອລູກນ້ອຍໃຫຍ່ຂຶ້ນ ທ້ອງແມ່ກໍເລີ່ມໃຫຍ່ຂຶ້ນ ອາດເຮັດໃຫ້ແມ່ມີອາການທ້ອງຜູກ, ທ້ອງອືດ, ຈຶ່ງຄວນກິນຜັກ ແລະໝາກໄມ້ຕະຫຼອດ ເພື່ອເພີ່ມໃຍອາຫານ ແລະຕ້ອງຈຳກັດປະລິມານນໍ້າຕານ ບໍ່ເກີນມື້ລະ 6 ບ່ວງຊາ ແບ່ງອາຫານມີອາຫານວ່າງ ເພື່ອປ້ອງກັນການແໜ້ນທ້ອງ ແລະພາວະກົດໄຫຼກັບ ເຊິ່ງຄວນໄດ້ຮັບຄາໂບໄຮເດດ, ເສັ້ນໃຍອາຫານ ແລະໄອໂອດິນ ຈາກໝາກມັນດ້າງ, ໝາກອຶ, ສາລີ ເມື່ອຍ່ອຍສະຫຼາຍແລ້ວ ຈະ່ຽນເປັນກລູໂຄສ ເຊິ່ງເປັນແຫຼ່ງພະລັງງານທີ່ສຳຄັນຂອງສະໝອງ ຊ່ວຍສ້າງຄວາມຈຳ ແລະຮັກສາລະດັບນໍ້າຕານໃນເລືອດໃຫ້ຄົງທີ່ ແລະເຮັດໃຫ້ແມ່ອາລົມດີ, ອາຫານທີ່ມີເສັ້ນໃຍໄດ້ຈາກຜັກ ແລະໝາກໄມ້ສົດ ຫຼີກລຽງການດື່ມນໍ້າໝາກໄມ້ລົດຊາດຫວານເກີນໄປ ເພາະຈະເຮັດໃຫ້ຮ່າງກາຍໄດ້ຮັບນໍ້າຕານຫຼາຍເກີນໄປ, ຄວນກິນອາຫານທີ່ມີໄອໂອດິນທີ່ພຽງພໍເຊັ່ນ: ປາ, ກຸ້ງ, ສາຫຼ່າຍທະເລ ຄວນກິນຢ່າງໜ້ອຍອາທິດລະ 2 ຄັ້ງ ເພາະໄອໂອດີນເປັນສ່ວນປະກອບຂອງໂຮໂມນໄທອຍ ທີ່ເຮັດໜ້າທີ່ຄວບຄຸມການເຮັດວຽກຂອງເຊວ ແລະອະໄວຍະວະຕ່າງໆຂອງຮ່າງກາຍໂດຍສະເພາະສະໝອງ ແລະລະບົບປະສາດ
  3. ໃນໄລຍະ 7-9 ເດືອນ: ຍັງຕ້ອງການພະລັງງານເພີ່ມຂຶ້ນວັນລະ 300 ກິໂລແຄລໍລີ່ ແມ່ຖືພາ ທີ່ມີນໍ້າໜັກເກີນ ຄວນຢຸດກິນເຂົ້າໜົມຫວານ, ເຄື່ອງດື່ມທີ່ມີນໍ້າຕານຫຼາຍ ແລະຄວນຈຳກັດປະລິມານນໍ້າມັນປຸງອາຫານວັນລະ 2-3 ບ່ວງ ເພື່ອປ້ອງກັນນໍ້າໜັກເພີ່ມຂຶ້ນ ເຊິ່ງສານອາຫານທີ່ຄວນຄຳນຶງຄື ສານອາຫານທີ່ຊ່ວຍບຳລຸງສະໝອງ ເພາະເຊວສະໝອງຂອງລູກຈະພັດທະນາສູງສຸດໃນ 3 ເດືອນນີ້, ຄວນກິນໄຂມັນອິ່ມຕົວຊະນິດໄລໂນເລອິກ ແລະໄລໂນເລນິກ ເຊິ່ງແມ່ນໂອເມກ້າ 3 ແລະ 6 ຈະຊ່ວຍພັດທະນາການຈະເລີນເຕີບໂຕຂອງເຊວສະໝອງ ແລະປະສາດຕາຂອງລູກ, ຖ້າແມ່ກິນອາຫານທີ່ມີໄຂມັນດີ ລູກຈະໄດ້ຮັບດີເອັນເອ ແລະເອອາເອ ສະສົມໄວ້ຢ່າງພຽງພໍ ເຮັດໃຫ້ລູກມີພັດທະນາການ ແລະການຮຽນຮູ້ທີ່ດີ, ຄວນດື່ມນໍ້າມື້ລະ 8-10 ຈອກ ນໍ້າຈະຊ່ວຍສົ່ງຜ່ານຂໍ້ມູນສະໝອງເຮັດວຽກໄດ້ເຕັມປະສິດທິພາບ, ຄວນເລືອກກິນອາຫານທີ່ມີທາດສັງກະສີ ເພາະສັງກະສີຈະຊ່ວຍສັງເຄາະໂປຣຕີນ ເປັນສ່ວນໜຶ່ງຂອງເອັນໄຊ ຄາບໍນິກແອນໄຮເດດ ທີ່ຊ່ວຍໃຫ້ປະສາດເຮັດວຽກໄດ້ດີ ມີຄວາມສຳຄັນຕໍ່ການຈະເລີນເຕີບໂຕ ເຊິ່ງແຫຼ່ງອາຫານໄດ້ແກ່: ຖົ່ວດິນ, ຊີ້ນງົວ, ກຸ້ງ, ປາ ເປັນຕົ້ນ

ບົດຄວາມຫຼ້າສຸດ

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ...

ສອງນາຍົກລັດຖະມົນຕີ ລາວ – ຫວຽດນາມ ຮ່ວມກັນ ເປີດໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ – ຫວຽດນາມ

ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ...

ຮອງປະທານສະພາແຫ່ງຊາດ ຕາງໜ້າໃຫ້ ຄປຈສພຊ ປະກອບ 16 ຄໍາເຫັນຕໍ່ບົດລາຍງານຂອງລັດ

ວັນທີ 5 ຕຸລາ 2026, ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ...