Homeຂ່າວ​ໄອ​ທີHuawei ເປີດໂຕ Honor 8 Lite ສະມາດໂຟນສະເປັກດີ ແລະລາຄາຖືກເລີ່ມຕົ້ນທີ່ 1.320.000 ກີບ

Huawei ເປີດໂຕ Honor 8 Lite ສະມາດໂຟນສະເປັກດີ ແລະລາຄາຖືກເລີ່ມຕົ້ນທີ່ 1.320.000 ກີບ

Published on

ຫຼ້າສຸດນີ້ Huawei ໄດ້ເປີດໂຕສະມາດໂຟນລຸ້ນໃໝ່ພາຍໃຕ້ຊື່ແບຣນ Honor ທີ່ປະເທດຈີນ ແລະລຸ້ນດັ່ງກ່າວມີຊື່ວ່າ:Honor 8 Lite. ສຳລັບລຸ້ນນີ້ແມ່ນຖືວ່າເປັນລຸ້ນ ຫຼຸດສະເປັກ ແລະລາຄາຈາກລຸ້ນເຮືອທຸງ Honor 8 ນັ້ນເອງ. ດ້ານໂຕເຄື່ອງນັ້ນເປັນໂລຫະ ແລະຮູບຮ່າງໂຕເຄື່ອງຖືວ່າບາງພໍສົມຄວນ. 

ສຳລັບສະເປັກຂອງ Honor 8 Lite ມີດັ່ງນີ້:

  • ສັດສ່ວນເຄື່ອງ: 147.2 x 72.94 x 7.6 ມມ
  • ນ້ຳໜັກ: 147 ກຣາມ
  • ໜ້າຈໍ: Full HD, ຂະໜາດ 5.2 ນິ້ວ (1920 x 1080 ພິກເຊວ) ແລະຈໍໂຄ້ງ 2.5D.
  • CPU: Kirin 655 (4 x 2.1GHz + 4 x 1.7GHz) 
  • GPU: Mali T830-MP2
  • RAM: 3GB / 4GB
  • ROM: 32GB /64GB ເພີ່ມກາຣ໌ດ microSD ໄດ້ 128GB
  • ລະບົບ: Android 7.0 (Nougat) ແລະ EMUI 5.0
  • ຊິມ: Hybrid Dual SIM (nano + nano/microSD)
  • ກ້ອງຫຼັງ: 12 ລ້ານພິກເຊວ ພ້ອມແຟລັດ LED, PDAF ແລະຂະໜາດພິກເຊວ 1.25μm
  • ກ້ອງໜ້າ: 8 ລ້ານພິກເຊວ
  • ເຊັນເຊີ້: ສະແກນລາຍນິ້ວມື
  • ການເຊື່ອມຕໍ່: 4G VoLTE, Wi-Fi b/g/n, Bluetooth 4.1, GPS
  • ແບັດເຕີຣີ: 3000mAh 

ສຳລັບ Honor 8 Lite ແມ່ນມາພ້ອມ 4 ສີຄື: ສີຄຳ, ສີຟ້າ, ສີດຳ ແລະສີຂາວ. ໂດຍຕອນນີ້ແມ່ນເປີດໃຫ້ຈອງກັນແລ້ວທີ່ປະເທດຈີນ ແລະຈະເລີ່ມວາງຂາຍໃນວັນທີ 28 ກຸມພາ, ໃນສ່ວນຂອງລາຄາດັ່ງລຸ່ມນີ້: 

  • ລຸ້ນ ROM 32GB + RAM 3GB ລາຄາຢູ່ທີ່ 1099 ຢວນ (1.320.000 ກີບ)
  • ລຸ້ນ ROM 32GB + RAM 4GB ລາຄາຢູ່ທີ່ 1399 ຢວນ (1.670.000 ກີບ) 
  • ລຸ້ນ ROM 64GB + RAM 4GB ລາຄາຢູ່ທີ່ 1599 ຢວນ (1.910.000 ກີບ) 

ທີ່ມາ: fonearena

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...