spot_img
Homeຂ່າວການພັດທະນາຫົວໜ້າກອງເລຂາ ຄະນະກຳມະການແມ່ນ້ຳຂອງແຫ່ງຊາດລາວ ຊີ້ແຈງຕອບໂຕ້ NGO ບາງອົງການ ໂຄສະນາບິດເບືອນເລື່ອງການສ້າງເຂື່ອນດອນສະໂຮງ ກາງແມ່ນ້ຳຂອງທາງແຂວງຈຳປາສັກ

ຫົວໜ້າກອງເລຂາ ຄະນະກຳມະການແມ່ນ້ຳຂອງແຫ່ງຊາດລາວ ຊີ້ແຈງຕອບໂຕ້ NGO ບາງອົງການ ໂຄສະນາບິດເບືອນເລື່ອງການສ້າງເຂື່ອນດອນສະໂຮງ ກາງແມ່ນ້ຳຂອງທາງແຂວງຈຳປາສັກ

Published on

ເຖິງແມ່ນວ່າກອງປະຊຸມສະພາມົນຕີຄະນະກຳມາທິການແມ່ນ້ຳຂອງສາກົນ (ຄມສ) ຄັ້ງທີ 20 ທີ່ບາງກອກປະເທດໄທ

ໄດ້ອັດລົງດ້ວຍຜົນສຳເລັດຕາມຈຸດປະສົງ ແລະ ລະ ດັບຄາດໝາຍທີ່ວາງໄວ້ ມາໄດ້ເດືອນກວ່າແລ້ວ, ແຕ່ບາງອົງການ

ຈັດຕັ້ງທີ່ບໍ່ສັງກັດລັດຖະບານ (NGO) ກໍໂຄສະນາເປົ່າຂ່າວແບບບໍ່ມີມູນຄວາມຈິງ ວ່າກອງປະຊຸມດັ່ງກ່າວໄດ້ຕົກລົງ

ໃຫ້ໂຈະໂຄງການສ້າງເຂື່ອນໄຟຟ້າດອນສະໂຮງ.

 

ດັ່ງນັ້ນ, ເພື່ອຄວາມກະຈ່າງແຈ້ງ ຜູ້ຂຽນຈິ່ງໄດ້ເຂົ້າສຳພາດທ່ານ ນາງ ມອນມະນີ ຍອຍບົວກ່ອງ ຫົວໜ້າກອງເລຂາຄະ

ນະກຳມະການແມ່ນ້ຳຂອງແຫ່ງຊາດ (ຄມຊ) ທັງເປັນຄະນະກຳມະການຮ່ວມ ຄມສ ສຳລັບ ສປປ ລາວ ເມື່ອບໍ່ດົນມານີ້

ແລະ ໄດ້ຮັບຄຳຢັ້ງຢືນວ່າ: ກອງປະຊຸມສະພາມົນຕີ ຄມສ ຄັ້ງທີ 20 ທີ່ຈັດຂຶ້ນຢູ່ບາງກອກປະເທດໄທ ເມື່ອທ້າຍເດືອນມີ

ຖຸນາຜ່ານມາ ໄດ້ປຶກສາຫາລືໃນຫຼາຍບັນຫາທີ່ປິ່ນອ້ອມວຽກງານຂອງອົງການແມ່ນ້ຳຂອງສາກົນ ແລະ ໄດ້ບັນລຸຂໍ້ຕົກ

ລົງຮ່ວມກັນຕາມວາລະດຳເນີນກອງປະຊຸມທີ່ໄດ້ກຳນົດໄວ້.

 

ໃນນັ້ນ, ຕໍ່ໂຄງການເຂື່ອນໄຟຟ້າດອນສະໂຮງ, ຄະນະກຳມະການແມ່ນ້ຳຂອງສາກົນ ແລະ ຄູ່ຮ່ວມພັດທະນາໄດ້ສະແດງ

ຄວາມຊົມເຊີຍລັດຖະບານລາວ ທີ່ໄດ້ນຳເອົາໂຄງການດັ່ງກ່າວເຂົ້າໃນຂະບວນການປຶກສາຫາລືກັນລ່ວງໜ້າ, ໝາຍວ່າ

ພາຍຫຼັງສຳເລັດກອງປະຊຸມ ຄມສ ໃນໄລຍະ 6 ເດືອນ ຄືຮອດທ້າຍເດືອນທັນວາ 2014 ຄະນະກຳມະການແມ່ນ້ຳຂອງ

ແຫ່ງຊາດລາວ (ຄມຊ) ຕ້ອງເປັນເຈົ້າການປະສານງານ ແລະ ເຂົ້າຮ່ວມການສຶກສາ ຂອງສະພາມົນຕີລວມທັງການສຶກ

ສາຂອງບາງປະເທດສະມາຊິກ ຄມສ ໄປຄຽງຄູ່ກັບການຊຸກຍູ້ກອງເລຂາ ຄມສ ໃຫ້ຮີບຮ້ອນ ສ້າງຕັ້ງຄະນະວິຊາການຈາກ

ປະເທດສະມາຊິກ ເພື່ອດຳເນີນການຕິດຕາມຮ່ວມກັນ.

 

ທ່ານ ນາງ ມອນມະນີ ຍອຍບົວກ່ອງກ່າວຕື່ມວ່າ: ການຕັດສີນໃຈຂອງລັດຖະບານລາວໃນການນຳເອົາໂຄງການ ເຂື່ອນ

ໄຟຟ້າພະລັງງານນ້ຳດອນສະໂຮງ ເຂົ້າສູ່ຂະບວນການປຶກສາຫາລືລ່ວງໜ້າ ແມ່ນເປັນການຢັ້ງຢືນຄືນເຖິງເຈດຈຳນົງ

ອັນດີໃນການຮ່ວມມືພາຍໃນ ຄມສ ກໍຄືຢັ້ງຢືນເຖິງຄວາມກຽມພ້ອມຂອງລັດຖະບານລາວ ທີ່ຈະພັດທະນາເຂື່ອນໄຟຟ້າ

ພະລັງງານນ້ຳ ດ້ວຍການເປັນມິດກັບສິ່ງແວດລ້ອມ, ບໍ່ມີຜົນກະທົບຂ້າມຊາຍແດນ ແລະ ມີລັກສະນະຍືນຍົງ.

 

ໃນກອງປະຊຸມ ຄມສ ບັນດາປະເທດສະມາຊິກ ຄມສ ແລະ ບັນດາຄູ່ຮ່ວມພັດທະນາກໍບໍ່ໄດ້ສະເໜີໃຫ້ ສປປ ລາວ ໂຈະ

ທຸກການກໍ່ສ້າງ ແລະ ບໍ່ໄດ້ສະເໜີໃຫ້ພວກເຮົາລໍຖ້າບັນດາຜົນຂອງການສຶກສາ ຈຶ່ງພິຈາລະນາການກໍ່ສ້າງເຂື່ອນດັ່ງ

ກ່າວຢ່າງເປັນທາງການແຕ່ຢ່າງໃດເລີຍ ເພາະວ່າພາຍຫຼັງສຳເລັດ 6 ເດືອນຂອງການປຶກສາຫາລືລ່ວງໜ້າແລ້ວ, ການ

ຕັດສີນໃຈຈະສືບຕໍ່ກໍ່ສ້າງ ຫຼື ການພັດທະນາກໍຍັງແມ່ນສິດອຳນາດໜ້າທີ່ຂອງລັດຖະບານ ສປປ ລາວ ເປັນຜູ້ຕັດສີນ.

 

ຢ່າງໃດກໍດີ, ລັດຖະບານ ສປປ ລາວ ຈະສືບຕໍ່ຢຶດຖືການພັດທະນາຕາມທິດຍືນຍົງ ບໍ່ມີຜົນກະທົບທີ່ສຳຄັນ-ຍາວນານ

ຂ້າມຜ່ານຊາຍແດນ ແລະ ຕ້ອງເກີດມີຜົນປະໂຫຍດໂດຍກົງຕໍ່ປະຊາຊົນ. ດັ່ງນັ້ນ, ເພື່ອເຮັດໃຫ້ທຸກວຽກງານດຳເນີນ

ໄປດ້ວຍຜົນສຳເລັດໃນໄລຍະປຶກສາຫາລືລ່ວງໜ້າ, ບັນດາກະຊວງຕ່າງໆທີ່ກ່ຽວຂ້ອງ ຈະໄດ້ຮ່ວມມືກັນສືບຕໍ່ເຜີຍແຜ່

ແລະ ສະໜອງຂໍ້ມູນຂ່າວສານທີ່ກ່ຽວຂ້ອງ ກັບຄວາມຄືບໜ້າຂອງການພັດທະນາເຂື່ອນດອນສະໂຮງ ແລະ ເຂົ້າຮ່ວມ

ກອງປະຊຸມສາກົນຕ່າງໆຕາມການເຊີນ ເພື່ອໃຫ້ບັນດາປະເທດສະມາຊິກ ຄມສ, ບັນດາອົງການຈັດຕັ້ງສາກົນ ແລະ

ຄູ່ຮ່ວມພັດທະນາໄດ້ເຂົ້າໃຈແຈ້ງຕໍ່ກັບສະພາບການພັດທະນາຂອງປະເທດເຮົາ ທີ່ຕ້ອງໄດ້ອາໄສການສ້າງເຂື່ອນໄຟ

ຟ້າພະລັງງານນ້ຳຢູ່ຕາມລຳແມ່ນ້ຳຂອງແບບເປີດກວ້າງດ້ວຍຫຼາຍຮູບການ.  ພັກ ແລະ ລັດຖະບານລາວກໍຄືປະຊາ

ຊົນລາວທັງຊາດ ຍາມໃດກໍປາຖະໜາຢາກພັດທະນາປະເທດຊາດໃຫ້ຫຼຸຸດພົ້ນອອກຈາກຄວາມທຸກຍາກ, ຍາມໃດກໍສະ

ແດງຄວາມຂອບໃຈມາຍັງບັນດາປະເທດເພື່ອນມິດໃນໂລກ ແລະ ອົງການຈັດຕັ້ງສາກົນທັງສັງກັດລັດຖະບານ ແລະ

ບໍ່ສັງກັດລັດຖະບານ ທີ່ໄດ້ອູ້ມຊູຊ່ວຍເຫຼືອ ແລະ ໃຫ້ການສະໜັບສະໜູນ ສປປ ລາວ ຕະຫຼອດມາໃນການພັດທະນາ

ປະເທດຊາດ.  ແຕ່ຄຽງຄູ່ກັນນັ້ນ, ພວກເຮົາກໍຕຳນິວິຈານຕໍ່ບາງອົງການ NGO ທີ່ກົດໜ່ວງຖ່ວງດຶງການພັດທະນາ

ຂອງພວກເຮົາ, ເວົ້າແນວນີ້ບໍ່ໝາຍວ່າ ພວກເຮົາບໍ່ຮັບເອົາຄຳຕຳນິຕິຊົມຕໍ່ອົງການດັ່ງກ່າວ, ທຸກການຕຳນິຕິຊົມພວກ

ເຮົາກໍໄດ້ປັບປ່ຽນ ແລະ ແກ້ໄຂເປັນທີ່ພໍໃຈຂອງການສະເໜີຂອງ NGO ມາໂດຍຕະຫຼອດ, ແຕ່ຈະໂທດປານ້ອຍປາໃຫຍ່

ຂະໜາດ 1 ໂຕ 2 ໂຕ ທີ່ບໍ່ແຂງແຮງບໍ່ສາມາດລອຍ ແລະ ແພ່ພັນໄດ້ ແລ້ວມາຕິວ່າເປັນຍ້ອນ ຈະມີການສ້າງເຂື່ອນໃສ່

ລຳແມ່ນ້ຳຂອງ ແມ່ນບໍ່ມີເຫດຜົນພຽງພໍ ເພາະໃນຂະນະທີ່ແມ່ນ້ຳໂຣນຢູ່ປະເທດຝຣັ່ງ ທີ່ມີຄວາມຍາວເທົ່າແມ່ນ້ຳຂອງ

ກໍຍັງສາມາດສ້າງເຂື່ອນໄດ້ເຖິງ 19 ເຂື່ອນ ຈົນມາຮອດປະຈຸບັນນີ້, ຈາກບົດຮຽນນັ້ນ ສປປ ລາວ ກໍຢາກພັດທະນາຊັບ

ພະຍາກອນທຳມະຊາດ ເພື່ອຮັບໃຊ້ໃຫ້ແກ່ການພັດທະນາຂອງປະເທດຕົນເຊັ່ນດຽວກັນ.

 

ຂອບໃຈບົດຂ່າວຈາກ: http://www.pasaxon.org.la/Index/12-8-14/Content8.html

ບົດຄວາມຫຼ້າສຸດ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...