Homeສຸຂະພາບ ແລະ ສີ່ງແວດລ້ອມສາເຫດຂອງອາການບວມ ແລະ ສັນຍານເຕືອນເປັນບວມແບບໃດຕ້ອງໄປພົບແພດ

ສາເຫດຂອງອາການບວມ ແລະ ສັນຍານເຕືອນເປັນບວມແບບໃດຕ້ອງໄປພົບແພດ

Published on

ອາການບວມທີ່ເຮົາມັກສັງເກດພົບໄດ້ງ່າຍຈະເປັນບໍລິເວນຝາມືທັງສອງຂ້າງ ຕີນ ຫຼື ມື, ອາການບວມທີ່ເກີດຂຶ້ນອາດມີຜົນຂ້າງຄຽງມາຈາກຢາບາງຊະນິດ, ພາວະຖືພາ ຫຼື ການມີໂຣກປະຈຳຕົວຕ່າງໆ ໂດຍສະເພາະຢ່າງຍິ່ງໂຣກທີ່ກ່ຽວຂ້ອງກັບຫົວໃຈ, ໂຣກຫນິ້ວ,​ ໂຣກຕັບແຂງ ເປັນຕົ້ນ.

ອາການບວມເກີດຂຶ້ນໄດ້ແນວໃດ?

– ມີການນັ່ງ ຫຼື ຢູ່ໃນທ່ານດຽວເປັນເວລາດົນເກີນໄປ

– ກິນອາຫານທີ່ມີໂຊດຽມ (ເກືອ) ເປັັນສ່ວນປະກອບໃນປະລິມານຫຼາຍ

– ມີອາການບວມກ່ອນ ຫຼື ໃນຊ່ວງເວລາເປັນປະຈຳເດືອນ

– ພາວະຖືພາ

ນອກຈາກນີ້ອາການບວມຍັງເກີດຈາກຢາບາງກຸ່ມໄດ້ເຊັ່ນ: ຢາຫຼຸດຄວາມດັນບາງຊະນິດ, ຢາຕ້ານການອັກເສບທີ່ບໍ່ແມ່ນສະເຕີຣອຍ (NSAIDS), ຢາຫຼຸດນ້ຳຕານໃນເສັ້ນເລືອດ ຢ່າງໃດກໍ່ຕາມອາການບວມນັ້ນອາດເກີດຈາກຜົນພະຍາດ ຫຼື ຄວາມເຈັບປ່ວຍບາງຊະນິດທີ່ມີຄວາມຮຸນແຮງໄດ້ເຊັ່ນ:

– ຜູ້ປ່ວຍທີ່ມີປະຫວັດເປັນໂຣກຫົວໃຈ, ຜູ້ປ່ວຍທີ່ມັກມີອາການຫາຍໃຈເມື່ອຍ

– ຜູ້ປ່ວຍໂຣກຕັບແຂງ

– ຜູ້ປ່ວຍໂຣກໜິ້ວ

– ຜູ້ປ່ວຍໂຣກກ່ຽວກັບຫຼອດເລືອດ

– ຜູ້ປ່ວຍໂຣກທາງເດີນນ້ຳເຫຼືອງອຸດຕັນ

ບວມແບບໃດຈິ່ງຕ້ອງຟ້າວໄປພົບເພດ

ເນື່ອງຈາກອາການບວມອາດເປັນຜົນມາຈາກສາເຫດຕ່າງໆ ຫຼາຍຢ່າງທັງສາເຫດທີ່ຮຸນແຮງ ແລະ ບໍ່ຮຸນແຮງ ດັ່ງນັ້ນຄົນທີ່ມີອາການບວມຈິ່ງຄວນສັງເກດອາການຕ່າງໆຮ່ວມນຳ ໂດຍມີອາການຮ່ວມນຳດັ່ງຕໍ່ໄປນີ້ຄວນຟ້າວໄປພົບແພດດ່ວນ:

– ຫາຍໃຈເມື່ອຍຫອບ

– ແໜ້ນໜ້າເອິກຫາຍໃຈລຳບາກ

– ປັດສະວະອອກໜ້ອຍຜິດປົກກະຕິ

– ທ້ອງບວມໃຫຍ່ຂຶ້ນມາຜິດປົກກະຕິ

 

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...