Homeຂ່າວພາຍ​ໃນຈຸ່ຍ ນັກເທັນນິສເຍົາວະຊົນລາວ ຄວ້າ 2 ແຊ້ມ ໃນລາຍການດຽວທີ່ປະເທດໄທ

ຈຸ່ຍ ນັກເທັນນິສເຍົາວະຊົນລາວ ຄວ້າ 2 ແຊ້ມ ໃນລາຍການດຽວທີ່ປະເທດໄທ

Published on

ຈຸ່ຍ ພະທິກອນ ການຍາພັນ ນັກກິລາເທັນນິສເຍົາວະຊົນລາວ ສາມາດຍາດໄດ້ແຊ້ມ ທັງປະເພດຊາຍດ່ຽວ ແລະ ຊາຍຄູ່ ໃນລາຍການ ເອທີເອຟ ລຸ້ນອາຍຸບໍ່ເກີນ 14 ປີ ຄັ້ງທີ 1 ທີ່ສະໜາມເທັນນິສ ເອຟທີບີ ປີຣາມິດ ສະປອດຄັບ ບາງກອກ ປະເທດໄທ ຈັດຂຶ້ນໃນລະວ່າງວັນທີ 12-18 ກຸມພາ 2017 ທີ່ຜ່ານມານີ້.
ປະເພດດ່ຽວ ຮອບທຳອິດ ເອົາຊະນະທ້າວ ທະນາກອນ ພານິດອັດຕຣາ ຈາກປະເທດໄທ ດ້ວຍຄະແນນ 6:0 ; 6:2
ຮອບທີ 2 ເອົາຊະນະ ທ້າວ ສາຣັດ ອານິວັດ ຈາກປະເທດໄທ ດ້ວຍຄະແນນ 6:4 ; 6:0
ຮອບທີ 3 ເອົາຊະນະ ທ້າວ ຣາຊະຕະ ທຳຈະເລີນສະຖິດ ຈາກປະເທດໄທ ດ້ວຍຄະແນນ 6:2 ; 6:0
ຮອບຮອງຊະນະເລີດ ເອົາຊະນະ ທ້າວ ແທນຕາວັນ ທັດດິໂອ ແມັກຈິໂອລິ ຈາກປະເທດໄທ ດ້ວຍຄະແນນ 6:1 ; 6:1
ແລະຮອບຊິງຊະນະເລີດ ເອົາຊະນະ ທ້າວ ປາວະລິດ ຢູ່ບຳລຸງ ຈາກປະເທດໄທ ດ້ວຍຄະແນນ 6:2 ; 6:0
ສ່ວນປະເພດຄູ່ ທ້າວ ພະທິກອນ ການຍາພັນ ຫຼື ນ້ອງຈຸ່ຍ ຈັບຄູ່ກັບ ທ້າວ ສີວະນັດ ອຸ້ຍຕະຍະກຸນ ຈາກ ປະເທດໄທ
ຮອບທຳອິດ ຊະນະບາຍ (ເປັນມືວາງຮອບທຳອິດ) ສົ່ງຜົນໃຫ້ທັງສອງ ຜ່ານເຂົ້າໄປແຂ່ງໃນຮອບ 2 ເຊິ່ງສາມາດເອົາຊະນະຄູ່ຂອງ ທ້າວ ມິກາເນຍ ກັບ ທ້າຍ ເຈເດັ້ນ ເຢລີວອງ ຈາກປະເທດມາເລເຊຍ ດ້ວຍຄະແນນ 6:2 ; 6:2
ຮອບຮອງຊະນະເລີດ ເອົາຊະນະຄູ່ຂອງທ້າວ ເບຣນເດັ້ນ ເຮັ້ນດະຣາຕະ ກັບ ທ້າວ ແມັດທຽດ ບັນວອງ ຈາກປະເທດສິງກະໂປ ດ້ວຍຄະແນນ 6:2 ; 6:3
ແລະຮອບຊິງຊະນະເລີດ ເອົາຊະນະຄູ່ຂອງທ້າວ ສາຣັດ ອະນິວັດ ກັບທ້າວ ແທນຕາວັນ ທັດດິໂອ ແມັກຈິໂອລິ ຈາກປະເທດໄທ ດ້ວຍຄະແນນ 7:5 ; 6:3 ຄວ້າແຊ້ມຄູ່ໄປຄອງ.
ຜົນງານການຄວ້າແຊ້ມຄັ້ງນີ້ ຂອງ ຈຸ່ຍ ພະທິກອນ ນັກກິລາເທນນິສເຍົາວະຊົນລາວ ຖືເປັນເຍົາວະຊົນລາວຄົນທຳອິດທີ່ສາມາດຄວ້າ 2 ແຊ້ມ ໃນລາຍການດຽວກັນ.
ທ້າວ ຈຸ່ຍ ຫຼື ພະທິກອນ ການຍາພັນ ເປັນເຍົາວະຊົນ ບ້ານໜອງພະຍາ ເມືອງໄຊທານີ ນະຄອນຫຼວງວຽງຈັນ ທີ່ມັກຮັກໃນກິລາເທນນິສເປັນຊີວິດຈິດໃຈແລະມີແວວມາຕັ້ງແຕ່ນ້ອຍ ປັດຈຸບັນເວລາຜູ້ກ່ຽວໄດ້ຖືເອົາການເຝິກຊ້ອມກິລາເທນນິສເປັນວຽກຫຼັກ ແລະຫວັງວ່າຈະໃຫ້ກາຍເປັນກິລາເທນນິສມືອາຊີບຂອງລາວໃນອະນາຄົດ.

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...