spot_img
Homeຂ່າວພາຍ​ໃນລາວຄາດບັນລຸ ເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ ກັບສະຫະພາບເອີຣົບ ພາຍໃນປີ 2018

ລາວຄາດບັນລຸ ເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ ກັບສະຫະພາບເອີຣົບ ພາຍໃນປີ 2018

Published on

ຂປລ. ສປປ ລາວ ຄາດວ່າຈະບັນລຸຂໍ້ຕົກລົງ ການເຂົ້າເປັນ ຄູ່ຮ່ວມສັນຍາການຄ້າ ແບບສະໝັກໃຈ ກັບສະຫະພາບເອີຣົບ ໃນປີ 2018 ພາຍຫລັງກຽມຄວາມພ້ອມ ມາແຕ່ປີ 2010.

ທ່ານ ຄຳພຸດ ພັນດານຸວົງ ຫົວໜ້າກົມກວດກາປ່າໄມ້, ກະຊວງກະສິກຳ ແລະ ປ່າໄມ້ ກ່າວໃນກອງປະຊຸມ ຜ່ານແຜນດຳເນີນງານ ປະຈຳປີ 2017 ກ່ຽວກັບການຈັດຕັ້ງປະຕິບັດ ກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ ເພື່ອກາຍເປັນຄູ່ຮ່ວມສັນຍາ ການຄ້າໄມ້ແບບສະໝັກໃຈ ລະຫວ່າງ ສປປ ລາວ ກັບ ສະຫະພາບເອີຣົບ ໃນວັນທີ 8 ກຸມພານີ້ວ່າ: ປັດຈຸບັນ ທີມງານວິຊາການກຳລັງສຸມໃສ່ ສອງບັນຫາທີ່ສຳຄັນຄື: ການຄົ້ນຄວ້າຕໍ່ການ ກຳນົດນິຍາມໄມ້ ທີ່ຖືກຕ້ອງຕາມລະບຽບກົດໝາຍ ແລະ ລະບົບຄ້ຳປະກັນ ໄມ້ທີ່ຖືກຕ້ອງຕາມ ລະບຽບກົດໝາຍ. ການກຽມຄວາມພ້ອມສອງຢ່າງນີ້ ແມ່ນເປັນພື້ນຖານທີ່ສຳຄັນ ສຳລັບການເຈລະຈາ ຊ່ອງໜ້າລະຫວ່າງລາວ ແລະ ເອີຣົບຄັ້ງທຳອິດ ຊຶ່ງຈະຈັດຂຶ້ນ ໃນວັນທີ 13-17 ມີນາ 2017 ທີ່ນະຄອນຫລວງວຽງຈັນ.

ທ່ານ ຄຳພຸດ ພັນດານຸວົງ ຜູ້ຊຶ່ງເປັນຫົວໜ້າ ຄະນະຮັບຜິດຊອບ ຊຸກຍູ້ການເຈລະຈາ ອະທິບາຍວ່າ: ພາຍຫລັງສຳເລັດ ການເຈລະຈາຊ່ອງໜ້າ ຄັ້ງທີ່ໜຶ່ງແລ້ວ, ລາວກໍຈະສືບຕໍ່ ກອງປະຊຸມວີດີໂອທາງໄກ ກັບເອີຣົບຄັ້ງທີສີ່, ຮ່າງເອກະສານທີ່ໜຶ່ງ ກ່ຽວກັບລະບົບຄວບຄຸມຕ່ອງໂສ້ ການສະໜອງໄມ້, ຮ່າງເອກະສານທີ່ໜຶ່ງ ກ່ຽວກັບລະບົບ ການກວດກາຢັ້ງຢືນ, ການເຈລະຈາ ຊ່ອງໜ້າຄັ້ງທີ່ສອງ ແລະ ດຳເນີນກອງປະຊຸມ ວີດີໂອທາງໄກຄັ້ງທີ່ຫ້າ ສຳລັບການເຈລະຈາ ໃຫ້ສຳເລັດພາຍໃນ ປີ 2017. ຕໍ່ຈາກນັ້ນ ກໍຈະໄດ້ຮັບຮອງເອົາ ນິຍາມໄມ້ທີ່ຖືກຕ້ອງ ຕາມກົດໝາຍສະບັບສຸດທ້າຍ ແລະ ຮັບຮອງເອົາລະບົບຄວບຄຸມຕ່ອງໂສ້ ການສະໜອງໄມ້ ແລະ ກວດກາຢັ້ງຢືນ ໃນທ້າຍປີ 2017 ກ່ອນຈະກ້າວໄປສູ່ ການເຊັນສັນຍາການເຂົ້າເປັນ ຄູ່ຮ່ວມສັນຍາການຄ້າ ແບບສະໝັກໃຈ ໃນປີ 2018.

ຜົນປະໂຫຍດ ທາງດ້ານເສດຖະກິດທີ່ ສປປ ລາວ ຈະໄດ້ຮັບຈາກການເຂົ້າເປັນ ຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ ກັບສະຫະພາບເອີຣົບລວມມີ ເພີ່ມໂອກາດໃຫ້ແກ່ ຂະແໜງອຸດສາຫະກຳປຸງແຕ່ງໄມ້ຂອງລາວ ໃຫ້ສາມາດເຂົ້າເຖິງຕະຫລາດ ເອີຣົບ, ຍີ່ປຸ່ນ, ສະຫະລັດອາເມລິກາ ແລະ ອົດສະຕາລີ ຫລາຍຂຶ້ນ; ສົ່ງເສີມການລົງທຶນ ໃນຂະແໜງ ອຸດສາຫະກຳປຸງແຕ່ງໄມ້ ຈາກພາຍໃນ ແລະ ຕ່າງປະເທດ; ສົ່ງເສີມການພັດທະນາ ສີມືແຮງງານ, ມາດຕະຖານ ແລະ ການອອກແບບ; ເພີ່ມມູນຄ່າ ໃຫ້ແກ່ຜະລິດຕະພັນໄມ້ ກ່ອນສົ່ງອອກເພື່ອສ້າງ ຜົນກຳໄລຫລາຍຂຶ້ນ ແລະ ເພີ່ມລາຍຮັບຂອງ ລັດຖະບານຈາກການຂະຫຍາຍຕົວ ຂອງອຸດສາຫະກຳປຸງແຕ່ງໄມ້ ແລະ ທຸລະກິດໄມ້ ທີ່ຖືກຕ້ອງຕາມລະບຽບກົດໝາຍ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...

ສະຫຼົດ! ຊາຍອາຍຸ 26 ປີ (ເສຍຊີວິດ) ຍ້ອນຂັບລົດຕຳງົວ ທີ່ບ້ານວຽງແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ບັນຫາການປ່ອຍສັດຊະຊາຍ ສ່ຽງເຮັດໃຫ້ຄົນອື່ນເກີດອຸບັດຕິເຫດ ເຖິງຂັ້ນເສຍຊີວິດໄດ້. ບັນຫາການປ່ອຍສັດລ້ຽງ (ງົວ, ຄວາຍ, ແບ້, ມ້າ...) ຍັງຄົງຖືກພົບເຫັນເລື້ອຍໆຢູ່ຫຼາຍໆຂົງເຂດ ຕັ້ງແຕ່ເຂດຊານເມືອງຈົນໄປເຖິງໃນເມືອງ. ຈົນກາຍເປັນຄວາມເຄີຍຊິນໄປແລ້ວສຳລັບຜູ້ສັນຈອນໄປມາທີ່ຕ້ອງລະວັງເອງ ແຕ່ບາງຄັ້ງກໍມີອຸບປະຕິເຫດຕາມມາ ເຊັ່ນ: ລົດໃຫຍ່ຕຳງົວ, ລົດຈັກຕຳງົວ,...