Homeຂ່າວຕ່າງປະເທດຕຳຫລວດໄທ ກວດຄົ້ນເຮືອນພັກ ອາຍັດຊັບສິນ ສາມີດາລາສາວ " ແພັດ " ຕ້ອງສົງໄສເຄືອຂ່າຍໄຊຊະນະ!

ຕຳຫລວດໄທ ກວດຄົ້ນເຮືອນພັກ ອາຍັດຊັບສິນ ສາມີດາລາສາວ ” ແພັດ ” ຕ້ອງສົງໄສເຄືອຂ່າຍໄຊຊະນະ!

Published on

ເວັບໄຊ ຂ່າວສົດອອນລາຍ ຂອງໄທ ລາຍງານໃນວັນທີ 2 ກຸມພານີ້ວ່າ ເຈົ້າໜ້າທີ່ຕຳຫລວດປາບປາມຢາເສບຕິດຂອງໄທ ໄດ້ເຂົ້າກວດຄົ້ນເຮືອນພັກຂອງ ທ້າວ ອັກຄຣະກິດ ວໍຣະໂຣດຈະເຣີນເດດ ຫລື ເບັ້ນ ເຣດຊິ້ງ ສາມີຂອງນາງເອກສາວ ແພັດ ນະປະພາ ດາລາຊື່ດັງຂອງໄທ ຫລັງຈາກທີ່ເຈົ້າໜ້າທີ່ສາມາດຂະຫຍາຍຜົນວ່າ ອາດມີສ່ວນພົວພັນກັບແກ໊ງຄ້າຢາ ທ້າວ ໄຊຊະນະ ແກ້ວພິມພາ ພໍ່ຄ້າຢາເສບຕິດຊາວລາວ.

ທັງນີ້ ການກວດຄົ້ນດັ່ງກ່າວ ໄດ້ມີຂຶ້ນຫລັງຈາກທີ່ມີການສືບສວນຄະດີກຸ່ມເຄືອຂ່າຍ ທ້າວ ໄຊຊະນະ ແກ້ວພິມພາ ແລ້ວໄດ້ມີການຊັດທອດໄປເຖິງດາລາ ແລະ ກຸ່ມໄຮໂຊ ວົງການລົດຫລູຫລາຍຄົນຢູ່ບາງກອກ ເຮັດໃຫ້ເຈົ້າໜ້າທີ່ໄດ້ອອກໝາຍຄົ້ນກວ່າ 40 ກໍລະນີ ຊຶ່ງພົບວ່າມີສ່ວນກ່ຽວຂ້ອງ ທັງເລື່ອງການຟອກເງິນ ແລະ ຂະບວນການຢາເສບຕິດ, ແນວໃດກໍຕາມ ການກວດຄົ້ນເຮືອນພັກຂອງສາມີດາລາສາວ ແພັດ ນະປະພາ ໃນຄັ້ງນີ້ ແມ່ນເປັນມາດຕະການສືບສວນໜຶ່ງ ໂດຍຕຳຫລວດຈະມີການອາຍັດຊັບສິນເພື່ອກວດສອບ ແລະ ຜູ້ກ່ຽວຈະຕ້ອງນຳເອົາຫລັກຖານ ມາສະແດງຄວາມຖືກຕ້ອງຂອງຊັບສິນ ໂດຍຍັງບໍ່ທັນໄດ້ຖືກຕັ້ງຂໍ້ກ່າວຫາ ຫລື ຍັງບໍ່ຖືວ່າເປັນຜູ້ຖືກຫາແຕ່ຢ່າງໃດ.

ທ່ານ ພົນເອກ ສະເຫລີມກຽດ ສີວໍຣະຂານ ຮອງຜູ້ບັນຊາການຕຳຫລວດແຫ່ງຊາດໄທ ໄດ້ເປີດເຜີຍວ່າ ການກວດຄົ້ນໃນຄັ້ງນີ້ ເປັນໄປຕາມການຂະຫຍາຍຜົນການສືບສວນ ຈາກການຈັບກຸມເຄືອຂ່າຍຢາເສບຕິດໄດ້ມື້ວານນີ້ ໂດຍຈະມີການຖະແຫລງຄວາມຄືບໜ້າ ໃນເວລາ 11:00 ໂມງ ຂອງມື້ນີ້ (2 ກຸມພາ).

 

 
ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...