- ການເຄາະ ໂອຫລື ຂັນຢ່າງສະນັ່ນຫວັ່ນໄຫວ(ໃນບຸນສົມໂພດພຣະ): ໂດຍເປົ່າປະໂຫຍດສ້າງຄວາມເນືອງນັນລ້າ ສິ່ງເຫຼົ່ານີ້ແມ່ນປາກົດການແຍກຕົວແບບເອກະເທດ ໂດຍຕາມເດີມແລ້ວເພິ່ນຈະໃຫ້ມີແຕ່ຕີ ຫຼືລັ່ນຄ້ອງຢ່າງດຽວແລະຫນ່ວຍດຽວເທົ່ານັ້ນ ແຕ່ເນື່ອງຈາກວ່າໃຜໆກະຢາກຕີ ຢາກຕ່ອຍກໍເລີຍຊອກຫາມາເປັນຂອງຕົນເອງ.
- ການໄຕ້ທຽນບູຊາກໍເຊັ່ນດຽວກັນ: ນອກຈາກຈະເປັນການລົບກວນສະມາທິແລ້ວ ຍັງເປັນການສິ້ນເປືອງ ແລະບໍ່ມີຄວາມປອດໄພນຳອີກລວມໄປເຖິງການສູບດົມເອົາຄວັນ ແລະສານເຄມີ ເຂົ້າໃນຮ່າງກາຍ ຊໍ້າບໍ່ຫນຳບາງຄົນໄຕ້ແລ້ວບໍ່ເບິ່ງດີຍ້ອຍໃສ່ສາດໃສ່ຜ້າພົມ ເຮັດໃຫ້ເສຍຫາຍອີກ. ໃນກໍລະນີໄປບຸນເຮືອນຄົນອື່ນ ສະຖານທີ່ຈັດແຈງຢ່າງງາມ ປູຜ້າພົມຢ່າງດີ ຜູ້ເປັນແຂກ (ບາງທ່ານ) ຊໍ້າໄຕ້ທຽນຍ້ອຍລົງໃສ່ຜ້າພົມ, ບາງຄັ້ງທຽນຕັ້ງບໍ່ຢູ່ດີກໍຫຼົ່ນລົງໄຫມ້ຜ້າພົມ ກໍເຫັນມາແລ້ວຫຼາຍບ່ອນ. ແນວຄິດນີ້ກໍໄດ້ມາຈາກການເອກະເທດແນວຄິດ ໂດຍຕາມເດີມແລ້ວແມ່ນ ຈະໄຕ້ແຕ່ສະເພາະຫນ້າພະກໍພໍແລ້ວ ແຕ່ຍ້ອນວ່າໃຜກໍຢາກໄຕ້ ເປັນຂອງຕົນເອງເລີຍພາກັນຊື້ມາໄຕ້ ຢ່າງເຕັມທີ່ຈົນອຶກກະທຶກນຶກນອງ ຖາມວ່າຈຳເປັນບໍ່! ບໍ່ເລີຍມັນເປັນສິ່ງທີ່ບໍ່ເຫມາະສົມ ຄິດໄລ່ຜົນໄດ້ບໍ່ເທົ່າຜົນເສຍຊໍ້າ ແຕ່ຫຼາຍຄົນ ກໍຍັງຍຶດຖືຍືນກະຕ່າຍຂາດຽວ ບໍ່ຍອມຍົກເລີກ ພຽງເພື່ອວ່າບໍ່ໄດ້ໄຕ້ລະບໍ່ດີໃຈ ອາໄສພຽງເທົ່ານັ້ນບໍ່ໄດ້ເອົາຫຼັກເຫດຜົນ ມາຕັດສິນບໍ່ໄດ້ພິຈາລະນາດ້ວຍເຫດຜົນ ພຽງແຕ່ແຫ່ຕາມຂະບວນຖ້າເປັນເຊັ່ນນັ້ນໄປພາຍຫນ້າ ແຮງຊິມີຫຼາຍສິ່ງຢ່າງເກີດຂຶ້ນ ແລະຈະຫາວິທີຢຸດຕິ ຫລືແກ້ໄຂກໍຄົງຈະຍາກແລ້ວ.
- ການລູບຄ້ອງ: ຖືວ່າເປັນປາກົດການທີ່ຫາກໍສ້າງຂຶ້ນ ແລະເລີ່ມເປັນກະແສໄປເກືອບທົ່ວສັງຄົມແລ້ວ, ຄ້ອງເພິ່ນເຮັດຂຶ້ນມາ ເພື່ອຕີ ຫຼືລັ່ນບໍ່ແມ່ນເພື່ອລູບ ເພາະເພິ່ນຈະເຮັດຄ້ອນສຳລັບຕີມາໄວ້ພ້ອມ ແຕ່ຄົນກໍຍັງລ່ວງເກີນເອົາມືໄປລູບ ຊໍ່າບໍ່ຫນໍາບາງຄົນລູບທາງຫນ້າບໍ່ດັງຍັງຫັນໄປລູບດ້ານຫລັງຄ້ອງອີກ. ການລູບຄ້ອງນອກຈາກຈະສ້າງຄວາມຕື່ນຕະນົກຕົກໃຈ ແກ່ຜູ້ຄົນແລ້ວຍັງເປັນການບໍ່ສົມຄວນ ເມື່ອພິຈາລະນາເຖິງຄວາມສະອາດ ຄົນເປັນຮ້ອຍເປັນພັນ ມືເປັນຮ້ອຍເປັນພັນ ຫຼາກຫຼາຍຖານະຊົນຊັ້ນ ບໍ່ຮູ້ວ່າມືໃຜຕໍ່ມືໃຜ ບາງຄົນກໍເປັນພະຍາດແຕກຕ່າງກັນໄປ ຊໍ້າບໍ່ຫນໍາບາງຄົນຈັກວ່າຈັບຫຍັງມາກໍບໍ່ຮູ້ ມາລູບຄ້ອງແຖມເວລາກິນເຂົ້າບາງຄົນພັດລືມລ້າງມື ສາລະພັດຄິດແລ້ວບໍ່ຖືກຕ້ອງ ແຕ່ຜູ້ໃຫຍ່ກໍຍັງພາລູກຫຼານເຮັດ ອາໄສເປັນການສ່ຽງດວງຊະຕາວາດສະຫນາເຊື່ອວ່າໃຜລູບຄ້ອງດັງລະເປັນຄົນດີ ໃຜລູບບໍ່ດັງລະເຂົ້າໃຈວ່າເປັນຄົນບໍ່ດີ, ເຊື່ອແບບນີ້ມັນສົມເຫດສົມຜົນແລ້ວບໍ່ (ບໍ່ຮູ້ວ່າໃຜເປັນຜູ້ລິເລີ່ມ) ທີ່ຕັດສິນແລ້ວຄົນຈະດີຫຼາຍ ຊົ່ວຕົວຍ່ອມຮູ້ແກ່ໃຈຕົນເອງດີ (ທຳດີໄດ້ດີ ທຳຊົ່ວໄດ້ຊົ່ວ/ບໍ່ແມ່ນລູບຄ້ອງດັງລະດີ ລູບຄ້ອງບໍ່ດັງລະຊົ່ວ; ຄິດໄດ້ຈັ່ງໃດຫວະ!) ຄ້ອງກໍເປັນພຽງວັດຖຸບໍ່ສາມາດຕັດສິນ ບໍ່ສາມາດຮັບຮູ້ໄດ້ ວ່າໃຜດີໃຜຊົ່ວ. ສະນັ້ນ, ຈຶ່ງເຫັນຫຼາຍວັດຈະຂຽນຫນັງສືຕິດໃສ່ເລີຍວ່າ “ຫ້າມລູບຄ້ອງ” ໂດຍສະເພາະຜູ້ຂຽນເຫັນຢູ່ວັດອົງຕື້ມະຫາວິຫານ ແລະເຫັນດີນຳຢ່າງຍິ່ງ. ໂດຍຕາມຫຼັກຂອງສາສະຫນາແລ້ວ ແມ່ນສັດທາຕ້ອງປະກອບດ້ວຍປັນຍາ ຫມາຍຄວາມວ່າ ຈະເຊື່ອສິ່ງໃດກໍຕ້ອງພິຈາລະນາຕຶກຕອງຊັ່ງຊາດ້ວຍປັນຍາ ດ້ວຍເຫດຜົນເສຍແລ້ວຈຶ່ງຕົກລົງປົງໃຈກັນເຊື່ອ. ຢ່າງໃດກໍດີ, ນອກຈາກສອງຢ່າງນີ້ແລ້ວ ກໍຍັງມີອີກຫຼາກຫຼາຍປະກົດການຫຍໍ້ທໍ້ ບໍ່ສົມຄວນແຕ່ການທີ່ຈະແກ້ໄຂບັນຫາດັ່ງກ່າວ ກໍຕ້ອງອາໄສຫຼາຍພາກສ່ວນຕ້ອງເຂົ້າໃຈແລະ ພິຈາລະນາດ້ວຍກົດແຫ່ງເຫດຜົນ ເມື່ອເຂົ້າໃຈແລ້ວກໍຄວນຊ່ວຍກັນໂຄສະນາ ເຜີຍແຜ່ອັນເປັນການກ້າວໄປສູ່ ການຢຸດຕິພຶດຕິກຳດັ່ງກ່າວນັ້ນ.
ຂອບໃຈບົດຄວາມດີໆຈາກ: ພຣະ ບຸນທະວີ ກົມພະພັນ