spot_img
Homeຂ່າວການພັດທະນາລັດຖະບານລາວໃຊ້ງົບ 50 ລ້ານກວ່າໂດລາເພື່ອເລັ່ງລັດແກ້ໄຂຄວາມທຸກຍາກ

ລັດຖະບານລາວໃຊ້ງົບ 50 ລ້ານກວ່າໂດລາເພື່ອເລັ່ງລັດແກ້ໄຂຄວາມທຸກຍາກ

Published on

ຂປລ. ລັດຖະບານລາວມີງົບ 50 ລ້ານໂດລາສະຫະລັດນໍາໃຊ້ເຂົ້າໃນກອງທຶນຫລຸດຜ່ອນຄວາມທຸກຍາກ ( ທລຍ ) ໂດຍມີເປົ້າໝາຍເລັ່ງລັດແກ້ໄຂຄວາມທຸກຍາກໃນ 43 ຕົວເມືອງທົ່ວປະເທດນັບແຕ່ 2017-2019 ຂະນະທີ່ ສປປ ລາວໄດ້ວາງຄາດໝາຍສູ້ຊົນເຮັດໃຫ້ປະເທດຕົນເອງຫລຸດພົ້ນອອກຈາກຄວາມທຸກຍາກພາຍໃນປີ 2020.

ຫລ້າສຸດ ວັນທີ 31 ມັງກອນ 2017 ທີ່ ນະຄອນຫລວງວຽງຈັນ ຄະນະນໍາກອງທຶນຫລຸດຜ່ອນຄວາມທຸກຍາກ (ທລຍ), ກະຊວງກະສິກໍາ ແລະ ປ່າໄມ້ຈັດກອງປະຊຸມ ສະພາ ບໍລິຫານ ກອງທືນຫລຸດຜ່ອນຄວາມທຸກຍາກ (ທລຍ) ຂຶ້ນ ໂດຍການເປັນປະທານຂອງ ທ່ານ ລຽນ ທິແກ້ວ ລັດຖະມົນຕີກະຊວງ ກະສິກຳ ແລະ ປ່າໄມ້. ປະທານສະພາບໍລິຫານ ກອງທືນຫລຸດ ຜ່ອນຄວາມທຸກຍາກຂັ້ນສູນກາງ ມີຮອງລັດຖະມົນຕີ, ບັນດາຮອງເຈົ້າແຂວງ, ຜູ້ຕ່າງໜ້າທະນາ ຄານໂລກ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ ເພື່ອທົບທວນ ຕີລາຄາ ແລະ ຊອກຫາຊ່ອງທາງແຜນລະອຽດໃນການຈັດຕັ້ງປະຕິບັດໃຫ້ມີຜົນສໍາເລັດໃຫຍ່ກວ່າເກົ່າ.

ກອງປະຊຸມຄັ້ງນີ້ ຄະນະນໍາຂອງ ທລາຍກໍໄດ້ອະທິບາຍບາງບັນຫາດັ່ງນີ້ ກອງທຶນຫລຸດຜ່ອນຄວາມທຸກຍາກ (ທລຍ) ໄລຍະ 3 ແມ່ນການສືບຕໍ່ເສີມຂະຫຍາຍຜົນສຳເລັດ ຈາກ (ທລຍ) ໄລຍະ2 ເພື່ອການຈັດຕັ້ງ ປະຕິບັດ ນະໂຍບາຍ ແຜນງານ ຂອງລັດຖະບານ ໃນການພັດທະນາຊົນບົດ ແລະ ແກ້ໄຂຄວາມທຸກຍາກ ເຊິ່ງໄດ້ມີການສົມທົບທຶນ ລະຫວ່າງລັດຖະບານ ສປປ.ລາວ ກັບ ທະນາຄານໂລກ ພ້ອມດ້ວຍຄູ່ຮ່ວມໃຫ້ທຶນອື່ນໆ ສະເພາະ (ທລຍ) ໄລຍະ3 ມີມູນຄ່າ 50 ລ້ານກວ່າໂດລາສະຫະລັດເພື່ອນໍາໃຊ້ເຂົ້າໃນການຈັດຕັ້ງປະຕິບັດ ຢູ່ 263 ບ້ານ ໃນ 43 ເມືອງທຸກຍາກ 10 ແຂວງທົ່ວປະເທດນັບແຕ່ປີ 2017-2019.

ເພື່ອນຳພາປະເທດຊາດ ອອກຈາກ ສະຖານະພາບດ້ອຍພັດທະນາ ໃນປີ 2020 ກ້າວໄປສູ່ ປະເທດ ທີ່ມີລາຍຮັບ ປານກາງ-ສູງ ໃນປີ 2030 ນັ້ນ ໂຄງການ ກອງທຶນຫລຸດຜ່ອນຄວາມທຸກຍາກ (ທລຍ) ໄລຍະ3 ໄດ້ສືບຕໍ່ສຸມໃສ່ການຈັດຕັ້ງປະຕິບັດ ໃນເງື່ອນໄຂ ທີ່ລັດຖະບານ ໄດ້ກຳນົດໄວ້ໂດຍ ຫັນເອົາການພັດທະນາ ຊົນນະບົດ ແລະ ລົບລ້າງຄວາມທຸກຍາກ ເປັນຈຸດສຸມ ບູລິມະສິດສໍາຄັນ ໄລຍະ 2016-2020 ນອກຈາກນັ້ນ ບັນດານະ ໂຍບາຍຂອງຜູ້ໃຫ້ທຶນ ກໍ່ແມ່ນປະຕິບັດຕາມເງື່ອນໄຂທີ່ ລັດຖະບານ ກຳນົດໄວ້ເຊັ່ນ.

5 ປີຜ່ານມາ 2011-2016 ກອງທຶນຫລຸດຜ່ອນຄວາມທຸກຍາກສາມາດຕີລາຄາ ແລະ ຍາດໄດ້ຜົນສໍາເລັດດັ່ງນີ້: ໂຄງການ ທລຍ ໄລຍະ 2 ມີງົບປະມານ 80 ລ້ານກວ່າໂດລາສະຫະລັດ ໃນນັ້ນ ລັດຖະບານສົມທົບທຶນ 10 ລ້ານໂດລາ, ທະນາຄານໂລກ 25 ລ້ານໂດລາ, ສະວິດເຊີແລນ 13 ລ້ານກວ່າໂດລາ ແລະ ອົດສະຕາລີ 17 ລ້ານກວ່າໂດລາ ເຊິ່ງສາມາດຈັດຕັ້ງປະຕິບັດ 1.931 ໂຄງການຍ່ອຍກ່ຽວກັບຂະແໜງການສາທາລະນະສຸກ, ສຶກສາ, ນໍ້າສະອາດ, ຄົມມະນາຄົມ, ກະສິກໍາ ນອກຈາກນັ້ນ ກໍໄດ້ປະກອບທຶນຈໍານວນ 50 ລ້ານກວ່າໂດລາເຂົ້າໃນການພັດທະນາຄວາມຈໍາເປັນ 1.300 ກວ່າບ້ານທຸກຍາກ ເຊິ່ງມີປະຊາຊົນໄດ້ຮັບຜົນປະໂຫຍດໂດຍກົງເກືອບ 7 ແສນຄົນ.

ຂ່າວໂດຍ. ສັກ (ສຳນັກຂ່າວສານປະເທດລາວ)
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...