spot_img
Homeຂ່າວການພັດທະນາລັດ ແຕ່ງຕັ້ງຄະນະສະເພາະກິດ ເພື່ອສຶກສາ, ວິເຄາະວິໄຈ ບັນຫາດິນໃຫ້ລະອຽດ

ລັດ ແຕ່ງຕັ້ງຄະນະສະເພາະກິດ ເພື່ອສຶກສາ, ວິເຄາະວິໄຈ ບັນຫາດິນໃຫ້ລະອຽດ

Published on

ລັດຖະບານລາວສັ່ງໃຫ້ແຕ່ງຕັ້ງ ຄະນະສະເພາະກິດໜຶ່ງຂຶ້ນ ເພື່ອດໍາເນີນມາດຕະການສຶກສາ, ກວດກາ ແລະ ຄົ້ນຄົ້ວວິໄຈບັນຫາທີ່ດິນ ຢ່າງເລິກເຊິ່ງ ພາຍຫລັງພົບວ່າລັດເສຍຜົນປະໂຫຍດ ຈາກການໃຫ້ສໍາປະທານທີ່ດິນບໍ່ໜ້ອຍ ຍິ່ງກວ່ານັ້ນຍັງສ້າງປະກົດການຫຍໍ້ທໍ້ ຕໍ່ສັງຄົມ ແລະ ປະຊາຊົນ.

ອີງຕາມກອງປະຊຸມລັດຖະບານສະໄໝສາມັນ  ແລະ ກອງປະຊຸມນາຍົກ-ຮອງນາຍົກລັດຖະມົນຕີ ປະຈໍາເດືອນ ມັງກອນ 2017 ​ໄດ້​ປິດ​ລົງຢ່າງ​ເປັນ​ທາງ​ການ ​ໃນ​ວັນ​ທີ 25 ມັງກອນ 2017 ນີ້ ທີ່​ນະຄອນຫລວງ​ວຽງ​ຈັນ ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ ທ່ານ ທອງ​ລຸນ ສີ​ສຸ​ລິດ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ​ພ້ອມ​ດ້ວຍ​ແຂກ​ຖືກ​ເຊີນ​ເຂົ້າ​ຮ່ວມຢ່າງ​ພ້ອມພຽງ ​ເຊິ່ງຜົນ​ຂອງ​ປະຊຸມ​ຄັ້ງ​ນີ້​ ໄດ້​ສຸມ​ໃສ່ປຶກສາ​ຫາລື ແລະ ​ຕົກລົງຮັບຮອງເອົາບັນ​ຫາ​ສໍາຄັນຮີບ​ດ່ວນ ໃນນັ້ນເລື່ອງທີ່ດິນແມ່ນບັນຫາໜຶ່ງ ທີ່ສໍາຄັນຮີບດ່ວນໂດຍກອງປະຊຸມໄດ້ເປັນເອກະພາບ ໃນເບື້ອງຕົ້ນກ່ຽວກັບທິດທາງແກ້ໄຂ ດັ່ງນີ້:  ໃຫ້ແຕ່ງຕັ້ງຄະນະສະເພາະກິດໜຶ່ງຂຶ້ນ ເພື່ອສຶກສາ ແລະ ວິເຄາະ-ວິໄຈ ບັນຫາທີ່ດິນໃຫ້ເລິກເຊິ່ງ ໂດຍມອບໃຫ້ ທ່ານ ບຸນທອງ ຈິດມະນີ, ຮອງນາຍົກລັດຖະມົນຕີ ເປັນຜູ້ຊີ້ນໍາ, ມີລັດຖະມົນຕີກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເປັນຫົວໜ້າຄະນະ, ມີບັນດາຮອງລັດຖະມົນຕີ ກະຊວງກ່ຽວຂ້ອງ ປະກອບເປັນຄະນະ, ມີກອງເລຂາປະຈໍາການຢູ່ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແລະ ມີງົບປະມານ ໃນການເຄື່ອນໄຫວປະຕິບັດໜ້າທີ່ ແລະ ຄວາມຮັບຜິດຊອບ ຂອງຄະນະ, ໃຫ້ຄະນະທີ່ຖືກແຕ່ງຕັ້ງສຶກສາ ແລະ ວິເຄາະ-ວິໄຈບັນຫາທີ່ດິນ ໃຫ້ລະອຽດ-ເລິກເຊິ່ງ ພ້ອມທັງເບິ່ງບົດຮຽນຂອງປະເທດເພື່ອນມິດສາກົນ.

ຄາດໝາຍໃນການເຮັດວຽກ ຂອງຄະນະໃຫ້ສຳເລັດ ແລະ ສາມາດລາຍງານ ລັດຖະບານ ຢ່າງຊ້າພາຍໃນເດືອນຕຸລາ ປີ 2017, ກ່ອນຈະນຳສະເໜີຕໍ່ກອງປະຊຸມກົມການເມືອງສູນກາງພັກ ແລະ ກອງປະຊຸມສະພາແຫ່ງຊາດເພື່ອພິຈາລະນາ, ໃຫ້ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ສືບຕໍ່ຕິດຕາມ, ກວດກາ ບັນຫາສະພາບການຄຸ້ມຄອງ, ​ນຳໃຊ້, ການເຊົ່າ-ສຳປະທານ ແລະ ການບຸກລຸກທີ່ດິນປ່າສະຫງວນ, ປ່າຕົ້ນນໍ້າ, ຊັບພະຍາກອນທໍາມະຊາດ ທີ່ບໍ່ຖືກຕ້ອງໃນຂອບເຂດທົ່ວປະເທດ ຢ່າງເປັນປົກກະຕິ, ມີການລາຍງານໃຫ້ລັດຖະບານຊາບ ແລະ ສະເໜີທິດທາງແກ້ໄຂເປັນແຕ່ລະໄລຍະ.

ແນວໃດກໍດີ ຫລາຍຊຸມປີຜ່ານມາ ມີປະຊາຊົນຈໍານວນບໍ່ໜ້ອຍໄດ້ໂທລະສັບສາຍດ່ວນ ເຂົ້າຫາສະພາແຫ່ງຊາດເພື່ອຂໍຄວາມເປັນທໍາຈາກພາກລັດ ໃນກໍລະນີມີການບຸກລຸກພື້ນທີ່ທໍາກິນ ແລະ ທີ່ຢູ່ອາໃສຂອງປະຊາຊົນ ຈາກກຸ່ມຄົນຈໍານວນໜຶ່ງ ທີ່ສວຍໂອກາດ ໂດຍໃຫ້ຄ່າຊົດເຊີຍບໍ່ສົມເຫດສົມຜົນ ຄືຊື້ຖືກຂາຍແພງ, ຍິງກວ່ານັ້ນຍັງມີບາງຄົນສວຍໃຊ້ອໍານາດລັດ ເອົາດິນປະຊາຊົນມາເປັນຂອງຕົນເອງ; ສ່ວນນັກລົງທຶນຕ່າງປະເທດເຂົ້າມາລົງທຶນໃນ ສປປ ລາວ ຍັງພົບວ່າມີບາງໂຄງການ ໄດ້ຮັບຜົນປະໂຫຍດຕໍ່າຫລາຍ ຈາກຄ່າການສໍາປະທານທີ່ດິນ ນອກຈາກນັ້ນ ການພັດທະນາຫລາຍເກີນໄປ ໂດຍບໍ່ມີການສຶກສາ, ກວດກາ ຄົ້ນຄ້ວາ ແລະ ວິໃຈດ້ານດິນຢ່າງເລິກເຊິ່ງ ໄດ້ສົ່ງຜົນກະທົບພາບລວມຂອງຊາດ ເປັນຕົ້ນເຮັດໃຫ້ເນື້ອທີ່ ການຜະລິດກະສິກໍາ ເພື່ອຄໍ້າປະກັນສະບຽງອາຫານໄລຍະຍາວໄດ້ຮັບຜົນກະທົບ; ເນື້ອທີ່ປ່າໄມ້ຖືກບຸກລຸກ ແລະ ຫລຸດລົງ, ເຂດທໍາມາຫາກິນ ແລະ ບ່ອນຢູ່ອາໃສຂອງປະຊາຊົນໄດ້ຮັບຜົນກະທົບ ຢ່າງກວ້າງຂວາງ ແລະ ຂໍ້ຂັດແຍ່ງອື່ນໆ.

ຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...