Homeສຸຂະພາບ ແລະ ສີ່ງແວດລ້ອມຖ່າຍໜັກເປັນເລືອດ ສ່ຽງ 6 ພະຍາດຮ້າຍອັນຕະລາຍ

ຖ່າຍໜັກເປັນເລືອດ ສ່ຽງ 6 ພະຍາດຮ້າຍອັນຕະລາຍ

Published on

ຖ້າຫາກເຮົາຖ່າຍໜັກເປັນເລືອດ ຫຼືອຸດຈະລະປົນເລືອດອອກມາ ເຊິ່ງເຮົາຮູ້ນຳກັນດີວ່າ ມີຄວາມເປັນໄປໄດ້ສູງທີ່ຈະເປັນພະຍາດລິດສີດວງທະວານ, ແຕ່ຄວາມຈິງແລ້ວ ຍັງມີອີກຫຼາຍພະຍາດທີ່ອາດສະແດງອາການເລີ່ມຕົ້ນຈາກການຖ່າຍໜັກເປັນເລືອດ ແລະຍັງເປັນອັນຕະລາຍກວ່າລິດສີດວງທະວານອີດ

  1. ລິດສີດວງທະວານ: ຄົນທີ່ທ້ອງຜູກຕະຫຼອດ ຈະມີຄວາມສ່ຽງເປັນພະຍາດນີ້ໄດ້ຫຼາຍກວ່າຄົນທີ່ຖ່າຍປົກກະຕິ, ຫາກມີການຖ່າຍໜັກເປັນກ້ອນແຂງຕະຫຼອດ ຈົນເຮັດໃຫ້ເປັນບາດແຜກັບຮູທະວານ ຫຼືເນື້ອເມືອກຂອງທະວານໜັກ ມີເລືອດສົດໄຫຼອອກມາເປັນຢົດໆ ຫຼືເປັນເສັ້ນ ພ້ອມກັບການຖ່າຍໜັກຕະຫຼອດ, ນອກຈາກຈະມີການເຈັບແສບແລ້ວ ຍັງອາດມີກ້ອນລິດສີດວງປີ້ນອອກມາ ຈົນມີອາການອັກເສບ, ເຈັບແສບຫຼາຍຂຶ້ນ ຫາກອາການບໍ່ດີຄວນພົບແພດທັນທີ ເພື່ອປິ່ນປົວ
  2. ເລືອດອອກໃນລຳໄສ້ໃຫຍ່: ຫາກມີເລືອດສົດໆ ອອກມາພ້ອມກັບອຸດຈະລະ ແຕ່ບໍ່ມີອາການເຈັບແສບທະວານ ເພາະບໍ່ມີອາການທ້ອງຜູກ ອາດເພາະເລືອດອອກໃນລຳໄສ້ໃຫຍ່, ຫາກມີອາການເລັກນ້ອຍ ເລືອດໄຫຼອອກມາໜ້ອຍ ແລະເລືອດຢຸດໄຫຼໄດ້ເອງ ສາມາດເບິ່ງອາການຢູ່ບ້ານໄດ້ ແຕ່ຖ້າມີເລືອດອອກມາຫຼາຍ ຄວນພົບແພດທັນທີ
  3. ເລືອດອອກໃນກະເພາະອາຫານ ຫຼືລຳໄສ້ນ້ອຍ: ອາການອາດເລີ່ມຈາກໄອເປັນເລືອດ ຫຼືມີອາການໄອ, ຈາກນັ້ນອາດອຸດຈະລະເປັນເລືອດ ເຊິ່ງເລືອດຈະມີສີເຂັ້ມຈົນດຳ ຫາກຖ່າຍເປັນເລືອດຈຳນວນຫຼາຍ ຄວນໄປພົບແພດ
  4. ໂຣກບິດ: ຫາກມີອາການເຈັບທ້ອງ ແລ້ວຖ່າຍເປັນເລືອດປົນມູກ ອາດສ່ຽງເປັນໂຣ.ບິດ ທີ່ເກີດຈາກການຕິດເຊື້ອໃນລຳໄສ້ໃຫຍ່ ຈົນເຮັດໃຫ້ລຳໄສ້ໃຫຍ່ອັກເສບ ເປັນບາດແຜ ຄວນໄປພົບແພດເພື່ອກວດຫາສາເຫດ
  5. ພະຍາດມະເຮັງລຳໄສ້ໃຫຍ່: ມະເຮັງຈະເຮັດໃຫ້ເປັນບາດແຜ ໂດຍສະເພາະບໍລິເວນໃກ້ຮູທະວານ ຈຶ່ງເຮັດໃຫ້ມີຄວາມສ່ຽງຖ່າຍປົນເລືອດ, ພະຍາດມະເຮັງລຳໄສ້ໃຫຍ່ມັກເກີດກັບຜູ້ໃຫຍ່ອາຍຸ 40-50​ ປີ ແຕ່ມີໂອກາດເກີດກັບໄວລຸ້ນ ຫຼືໄວເຮັດວຽກໄດ້ເຊັ່ນກັນ ໂດຍສະເພາະກັບຄອບຄົວຄົນທີ່ມີປະຫວັດມາກ່ອນ ກໍຍິ່ງມີຄວາມສ່ຽງຫຼາຍຂຶ້ນ ທາງທີ່ດີຄວນຢຸດກິນຊີ້ນແດງ, ອາຫານປີ້ງ, ເຊົາສູບຢາ, ດື່ມແອວກໍຮໍ ແລະອອກກຳລັງກາຍຕະຫຼອດ
  6. ພະຍາດລຳໄສ້ຂາດເລືອດ: ມາຈາກຫຼາຍສາເຫດ ແຕ່ອາການຄືເລືອດບໍ່ສາມາດເຂົ້າໄປໄຫຼວຽນໃນເສັ້ນເລືອດໄດ້ ເຮັດໃຫ້ເຊວລຳໄສ້ໃຫຍ່ບໍ່ເຮັດວຽກ ຈົນເຊວຕາຍ ແລະເລີ່ມເນົ່າກາຍເປັນແບັກທີເລຍ , ອາການທີ່ພົບເຫັນຄື ເຈັບທ້ອງ ອາດເຈັບຫຼາຍຈົນໝົດສະຕິ ແລະອາດມີການຕິດເຊື້ອໃນກະແສເລືອດຈົນເສຍຊີວິດໄດ້, ຫາກອາການເຈັບທ້ອງມີການຖ່າຍເປັນເລືອດ ສະແດງວ່າເປັນໜັກ ຄວນໄປພົບແພດດ່ວນ ເພື່ອກວດໃຫ້ແນ່ໃຈ

ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ifram FB ວິທະຍາສຶກສາ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...