HomeBaby-ແມ່ແລະເດັກ5 ສັນຍານເຕືອນໃກ້ເກີດລູກ

5 ສັນຍານເຕືອນໃກ້ເກີດລູກ

Published on

ການເກີດລູກເປັນເລື່ອງທຳມະຊາດ ທີ່ຮ່າງກາຍຂອງແມ່ຈະສົ່ງສັນຍານເຕືອນໃຫ້ຮູ້ເມື່ອໃກ້ກຳນົດເກີດຄືມີອາການເຈັບທ້ອງ ແຕ່ບໍ່ຕ້ອງຮີບຮ້ອນໄປໂຮງໝໍທັນທີ ໃຫ້ກຽມຕົວ ແລະໃຈຮັບສິ່ງທີ່ກຳລັງຈະເກີດຂຶ້ນ ແລະກວດສອບທຸກຢ່າງໃຫ້ຮຽບຮ້ອຍອີກຄັ້ງກ່ອນໄປໂຮງໝໍ

  1. ເຈັບທ້ອງເຕືອນກ່ອນເກີດ: ການເຈັບທ້ອງເຕືອນກ່ອນເກີດລູກ ຈະເກີດຂຶ້ນກ່ອນປະມານ ໜຶ່ງອາທິດກ່ອນຮອດມື້ເກີດ, ອາການນີ້ມັກຈະເຈັບຂຶ້ນເລື້ອຍໆເປັນສັນຍານໃນການກຽມພ້ອມຂອງຮ່າງກາຍ ແມ່ຍິງຖືພາຄວນສັງເກດອາການທີ່ເກີດຂຶ້ນໃນໄລຍະນີ້
  2. ມີນໍ້າມູກເລືອດໄຫຼອອກມາໃນຊ່ອງຄອດ: ນໍ້າມູກເລືອດນີ້ ເກີດຈາກຮ່າງກາຍສ້າງຂຶ້ນເພື່ອປິດປາກມົດລູກໄວ້ ເພື່ອປ້ອງກັນບໍ່ໃຫ້ເຊື້ອພະຍາດເຂົ້າໄປໃນມົດລູກລະຫວ່າງຖືພາ ຖືເປັນປາກົດການທຳອິດທີ່ປົກປ້ອງລູກນ້ອຍໃນທ້ອງ ເມື່ອຮອດເວລາໃກ້ເກີດນໍ້າມູກເລືອດນີ້ຈະຫຼຸດອອກມາກ່ອນ ແລະອາດມີເລືອດປະສົມອອກມາ ເນື່ອງຈາກເກີດການແຕກຂອງເສັ້ນເລືອດ ບໍລິເວນປາກມົດລູກ ອາການແບບນີ້ເອີ້ນວ່າປາກມົດລູກເປີດ
  3. ນໍ້າຄາວປາແຕກ: ນໍ້າທີ່ອອກມາມີລັກສະນະໃສໆ ຄືກັບນໍ້າປັດສະວະ ເປັນອາການຂອງນໍ້າຄາວປາແຕກ ສະແດງເຖິງມົດລູກເລີ່ມບີບຕົວຫົດນ້ອຍລົງ ເພື່ອບີບໃຫ້ລູກນ້ອຍອອກມາ ຫາກແມ່ຖືພາເກີດອາການແບບນີ້ແລ້ວ ຄວນຮີບໄປໂຮງໝໍ ເພາະເປັນສັນຍານສຳຄັນຂອງການເກີດທີ່ກຳລັງຈະມາຮອດ
  4. ການເຈັບທ້ອງ: ແມ່ຍິງຖືພາຈະຮູ້ສຶກເຈັບທ້ອງເປັນໄລຍະຕໍ່ເນື່ອງ ແລະຖີ່ຂຶ້ນເລື້ອຍໆ ອາການເຈັບທ້ອງນີ້ຄ້າຍກັບຕອນເຈັບທ້ອງມີປະຈຳເດືອນ ແຕ່ຈະເລີ່ມເຈັບຫຼາຍຂຶ້ນເປັນຈັງຫວະ, ການເຈັບປວດໄລຍະທຳອິດຈະດົນປະມານ 1-2 ນາທີ ແລະເກີດຂຶ້ນໃນທຸກ 10-15 ນາທີ ຫຼັງຈາກນັ້ນຈະເຈັບຂຶ້ນມາເລື້ອຍໆທຸກໆ 5 ນາທີ ອາກນແບບນີ້ເປັນການໃກ້ເກີດລູກ ເພາະເປັນການສົ່ງສັນຍານໃນການມືນຕາເບິ່ງໂລກຂອງລູກນ້ອຍ
  5. ປາກມົດລູກບາງ ແລະຂະຫຍາຍ: ໃນຂະນະຖືພາປາກມົດລູກຈະມີລັກສະນະກົມໜາ ແລະປິດຕະຫຼອດເວລາ (ປາກມົດລູກຈະມີຄວາມໜາ ແລະຍາວປະມານ 2 ຊັງຕີແມັດ), ແຕ່ເມື່ອໃກ້ເກີດ ອິດທິພົນຂອງລະດັບໂຮໂມນທີ່ສູງຂຶ້ນໃນຕົວແມ່ນັ້ນ ຈະເຮັດໃຫ້ປາກມົດລູກເລີ່ມບາງລົງ ແລະອ່ອນນຸ້ມ ເມື່ອປາກມົດລູກຫົດຕົວລົງ ຈະເຮັດໃຫ້ປາກມົດລູກບາງ ແລະຄ່ອຍໆເປີດກວ້າງອອກຈົນເຖິງ 10 ຊັງຕີແມັດ ເຊິ່ງເປັນຄວາມກວ້າງ ສາມາດເຮັດໃຫ້ຫົວຂອງລູກນ້ອຍຜ່ານອອກມາໄດ້

ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ifram FB ວິທະຍາສຶກສາ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...