Homeມຸມຂ່າວ AECຂົວນ້ຳຂອງປາກແບງ-ເມືອງເງິນ ຈຸດເຊື່ອມໂຍງທາງການຄ້າລະຫວ່າງແຂວງ ແລະ ອາຊຽນ

ຂົວນ້ຳຂອງປາກແບງ-ເມືອງເງິນ ຈຸດເຊື່ອມໂຍງທາງການຄ້າລະຫວ່າງແຂວງ ແລະ ອາຊຽນ

Published on

ຂົວ​ຂ້າມ​ນ້ຳ­ຂອງ​ປາກ​ແບງŒ-ເມືອງ​ເງິນ ເປັນ​ຂົວ​ທີ່​ຕັ້ງ​ຢູ່​ເສັ້ນ­ທາງ​ຫຼວງແຫ່ງ​ຊາດ​ລະ­ຫວ່າງ​ທາງ​ ເລກ​ທີ 2W ແລະ 2E

ເຊື່ອມ​ຕໍ່​ໃສ່​ກັນ​ຈາກ​ແຂວງ​ອຸດົມ​ໄຊ ຫາ ແຂວງ​ໄຊ​ຍະ​ບູ​ລີ ພາຍ­ຫຼັງສ້າງ​ສຳ­ເລັດ​ຈະ​ເປັນ​ຈຸດ​ທາງ​ຜ່ານ​ທີ່​ສຳຄັນເພື່ອ​ອຳ

­ນວຍ​ຄວາມ​ ສະ­ດວກ​ໃນ​ການຄົມ­ມະ­ນາ­ຄົມ​ຂົນ­ສົ່ງ​ສິນ­ຄ້າ​ຂອງ​ສອງແຂວງ​ອອກ​ສູ່​ແຂວງ​ ອື່ນໆ ແລະ ປະ­ເທດໃກ້​ຄຽງ

​ໃຫ້​ນັບ​ມື້​ດີ​ຂຶ້ນ​ກວ່າ​ເກົ່າ, ທັງເປັນ​ການ​ເຊື່ອມ​ຕໍ່​ເຂດ​ພາກ​ເໜືອ​ຂອງລາວ​ກັບ​ບັນ­ດາ​ປະ­ເທດ​ອ້ອມ​ຂ້າງ​ ໃຫ້​ໃກ້­ຊິດ​ກັນ

​ຫຼາຍ​ຂຶ້ນ.

ຕາມ​ການ​ເປີດ­ເຜີຍ​ຂອງ​ທ່ານ ໂນ​ລະສັກ ສີ​ສຸ­ພັນ ຫົວ­ໜ້າ​ໂຄງ­ການ​ກໍ່­ສ້າງ​ຂົວຂ້າມ​ນ້ຳ­ຂອງ​ປາກ​ແບງກະ­ຊວງ​ໂຍ­ທາທິ

​ການ ແລະ ຂົນ­ສົ່ງ (ຍທຂ) ຕໍ່​ກັບ​ທີມຂ່າວ​ເສດ­ຖະ­ກິດ​ໃຫ້​ຮູ້​ວ່າ: ໂຄງ­ການ​ກໍ່ສ້າງ​ຂົວ​ຂ້າມ​ນ້ຳ­ຂອງ​ປາກ​ແບງ​ເມືອງປາກ

​ແບງ ແຂວງ​ອຸ­ດົມ​ໄຊ ຫາ ເມືອງ​ເງິນ ແຂວງໄຊ​ຍະ​ບູ​ລີເປັນ​ຂົວ​ໜຶ່ງ​ທີ່​ຕັ້ງ​ຢູ່​ຕາມ​ສາຍທາງ​ຫຼວງ​ແຫ່ງ​ຊາດ​ ລະ­ຫວ່າງ​

ທາງ​ເລກ ທີ 2W ແລະ 2E ເພື່ອ​ເຊື່ອມ​ຕໍ່​ສອງແຂວງ​ໃສ່​ກັນ ທັງ​ຈະ​ອຳ­ນວຍ​ຄວາມສະ­ດວກ​ໃນ​ການ​ຄົມ­ມະ­ນາ­ຄົມ​ຂົນ

­ສົ່ງສິນ­ຄ້າ​ລະ­ຫວ່າງ​ ແຂວງ​ອຸ­ດົມ​ໄຊ​ຫາ ແຂວງ​ໄຊ​ຍະ​ບູ​ລີ ເຊື່ອມ​ຕໍ່​ໃສ່​ເຂດ​ພາກເໜືອ​ຂອງ​ລາວ​ກັບ​ປະ­ເທດ​ໄທ, ຫວຽດ

ນາມ ແລະ ປະ­ເທດ​ຈີນ​ທີ່​ມີ​ຊາຍ​ແດນ​ຕິດ​ກັນ​ໃຫ້​ສະ­ດວກ​ໃນ​ການ​ລົງ­ທຶນ​ຮ່ວມ​ກັນ​ຫຼາຍ​ຂຶ້ນ.

ຂົວ​ທີ່​ມີ​ມູນ​ຄ່າ​ການ​ລົງ­ທຶນ​ກວ່າ 200 ຕື້​ນີ້ ເມື່ອ​ສ້າງ​ສຳ­ເລັດ​ຈະ​ອຳ­ນວຍ​ຄວາມສະ­ດວກ​ໃນ​ດ້ານ​ການ​ຄ້າ, ການ​ລົງ­ທຶນ

ແລະ ການ​ບໍ­ລິ­ການ​ໄດ້​ຄ່ອງ​ຕົວ ແລະ ສະດວກ​ກວ່າ​ເກົ່າ​ຫຼາຍ ຊຶ່ງ​ຂະ­ນະ​ນີ້​ກໍ່­ສ້າງ ໂດຍ​ລວມ​ມີ​ຄວາມ​ຄືບ​ໜ້າ 52,51%,

ໃນ​ນີ້ ວຽກ​ທີ່​ສຳ­ເລັດ 100% ປະ­ກອບ​ມີວຽກ​ເບ​ຕົງ​ເສົາ​ຂົວ ຫຼື ພາກ­ສ່ວນ​ລຸ່ມ ລວມ​ທັງ​ແຜ່ນ​ເບ​ຕົງ​ທາງ​ຍ່າງ ແລະ ວຽກ

ດິນ​ຈຳ­ນວນ​ໜຶ່ງ.

ປະ­ຈຸ​ບັນ ທາງ​ໂຄງ­ການ​ກຳ­ລັງ​ຂຸ້ນຂ້ຽວ​ປະ­ຕິ­ບັດ​ຢູ່​ເປັນ­ຕົ້ນ​ແມ່ນ​ການ​ກະ­ກຽມ​ວຽກ​ ໂຄງ​ສ້າງ​ຂອງ​ພາກ­ສ່ວນເທິງ​ຈຳ­ນວນ

​ໜຶ່ງ ແລະ ກຽມ​ຜ່ານ​ແບບ​ວິທີ​ການ​ກໍ່­ສ້າງ​ຂາງ​ຂົວ​ແບບ​ຂົວ​ເສົາ​ເບີ 0 ຫາ 1 ເບື້ອງ​ເມືອງ​ປາກ​ແບງ ແລະ ຂາງ​ຂົວ​ແຕ່​ເສົາ

4 ຫາ 5, 6, 7 ເບື້ອງ ເມືອງ​ເງິນ, ລວມ​ໄປ​ເຖິງ​ການ​ອອກ​ແບບ​ທາງ​ເຂົ້າ​ຂົວ​ທັງ​ສອງ​ເບື້ອງ​ຄືນ­ໃໝ່ ທ່ານ ໂນ​ລະ​ສັກ

ສີ​ສຸ­ພັນກ່າວ​ຕື່ມ.

ທ່ານ​ຫົວ­ໜ້າ​ໂຄງ­ການ​ຍັງ​ໃຫ້​ຮູ້​ອີກວ່າ: ໂຄງ­ການ​ກໍ່­ສ້າງ​ຂົວ​ຂ້າມ​ນ້ຳ­ຂອງປາກ​ແບງ ເມືອງ​ປາກ​ແບງ​ແຂວງ​ອຸ­ດົມໄຊ ຫາ

ເມືອງ​ເງິນ ແຂວງ​ໄຊ​ຍະ​ບູ​ລີ ໄດ້​ເລີ່ມ​ລົງ­ມື​ປະ­ຕິ­ບັດ​ວັນ​ທີ 23 ທັນ­ວາ 2012 ໂດຍ​ມີ​ລວງ​ຍາວ​ທັງ​ໝົດ 700 ແມັດ (ລວມ​

ທັງ​ທາງ​ເຂົ້າ​ຂົວ​ທັງ​ສອງເບື້ອງ​ຍາວ 321 ແມັດ), ລວງ​ຍາວ​ຂອງຂົວ​ແມ່ນ 379 ແມັດ ແລະ ກວ້າງ 13 ແມັດ, ຄາດ​ຈະ

​ໃຫ້​ສຳ­ເລັດ​ໃນ​ວັນ​ທີ 22 ມີ­ນາ 2015 ລວມ​ມູນ​ຄ່າ​ຂອງ​ການ​ກໍ່ສ້າງ​ທັງ​ໝົດ 30,89 ກວ່າ​ລ້ານ​ໂດ​ລາ ຫຼື ປະ­ມານ 247,19

ຕື້​ກີບ ໂດຍ​ເປັນ​ທຶນ ກູ້​ຢືມ​ພິ­ເສດ​ຈາກ​ທະ­ນາ­ຄານ EXIM BANK ຈາກ ສປ ຈີນ 95% ແລະ ລັດ​ຖະບານ​ລາວ​ສົມ­ທົບ 5%,

ສ່ວນ​ການ​ອອກ​ແບບ​ຂອງ​ຕົວ​ຂົວ​ແມ່ນ​ໃຫ້​ສາ­ມາດ​ນຳ​ໃຊ້​ໄດ້​ໄລ­ຍະ 100 ປີ, ຊຶ່ງ​ຈະ​ຊ່ວຍ​ເອື້ອ​ອຳນວຍ​ເງື່ອນ­ໄຂ​ສະ­ດວກ

​ໃນ​ການ​ຄົມ​ມະນາ​ຄົມ​ສິນ­ຄ້າ​ ຂອງ​ທັງສອງ​ແຂວງ​ໄດ້ ເປັນ​ຢ່າງ​ດີ ແລະ ສາ­ມາດ​ຮອງ​ຮັບ​ແຜນພັດ­ທະ­ນາ​ເສດ­ຖະ­ກິດŒສັງ­

ຄົມໃນ​ໄລ­ຍະຍາວ​ໄດ້.

ຂອບໃຈຂ່າວຈາກ: http://www.sedthakid.la/home/khao/19848.html

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...