ໄມ້ຂີດໄຟຖືກນຳມາໃຊ້ຄັ້ງທຳອິດຕັ້ງແຕ່ສັດຕະວັດທີ 5 ໃນປະເທດຈີນ ແຕ່ໄມ້ຂີດໄຟທີ່ໃຊ້ງານໄດ້ຢ່າງປອດໄພ (ເຊິ່ງໝາຍເຖິງໄມ້ຂີດໄຟແບບພວກເຮົາໃຊ້ໃນປັດຈຸບັນ) ແມ່ນໄດ້ຄິດຄົ້ນຂຶ້ນໃນສັດຕະວັດທີ 19
ໄມ້ຂີດໄຟໄດ້ກຳເນີດຂຶ້ນໃນປີ ຄ.ສ 1827 ໂດຍນັກເຄມີຊາວອັງກິດຊື່ວ່າ ຈອນ ວໍເກີ ໄມ້ຂີດທີ່ເຮັດຂຶ້ນມາຈາກເສດໄມ້ປາຍຈຸ່ມດ້ວຍສ່ວນປະສົມຂອງແອນຕິໂມນີຊັລໄຟຕ໌ ໂປຕັສຊຽມຄໍເລຣດ ແລະ ກາວຈາກຢາງໄມ້ ເຊິ່ງຕິດໄຟຍາກ
ຕໍ່ມາເມື່ອປີ ຄ.ສ 1930 ຊາລ ໂຊເຣຍ ຊາວຝຣັ່ງໄດ້ຜະລິດໄມ້ຂີດໄຟ ທີ່ປາຍຫຸ້ມດ້ວຍ ຟອສຟໍຣັສເຫຼືອງ ເຊິ່ງມີຄຸນສົມບັດຕິດໄຟໄດ້ດີ ແຕ່ຟອສຟໍຣັສເຫຼືອງເປັນວັດຖຸມີພິດ ເຮັດໃຫ້ຄົນໃນໂຮງງານປ່ວຍເປັນໂຣກ Phossy Jaw ເຊິ່ງໂຣກນີ້ມີອາການຮ້າຍແຮງເຖິງຂັ້ນເຮັດໃຫ້ເປັນພິການ ຫຼື ເສຍຊີວິດໄດ້ ກໍ່ເລີຍຖືກຍົກເລີກການຜະລິດ
ເມື່ອປີ ຄ.ສ 1940 ມີການຄົ້ນພົບ ຟອສຟໍຣັດແດງທີ່ມີຄວາມປອດໄພໃນການເຮັດໄມ້ຂີດໄຟຂຶ້ນ ໂດຍໄມ້ຂີດໄຟຊະນິດນີ້ຈະຕິດໄຟໄດ້ກໍ່ຕໍ່ເມື່ອຂີດລົງພື້ນທີ່ກຽມໄວ້ເທົ່ານັ້ນ ສ່ວນຫົວໄມ້ຂີດນັ້ນຈະຖືກຫຸ້ມດ້ວຍ ໂປຣຕັສຊຽມຄໍລເຣດ ແລະ ຂ້າງກ່ອງໄມ້ຂີດຈະຖືກສາບໂດຍ ຟອສຟໍຣັສສີແດງ ເມື່ອໂປຕັສຊຽມຄໍລເຣດ ຖືກສຽດສີກັບ ຟອສຟໍຣັສ ກໍ່ຈະເກີດປະກາຍໄຟໄດ້ດີ ສ່ວນວັດຖຸທີ່ນຳມາເຮັດກ້ານໄມ້ຂີດໄຟ ແມ່ນໃຊ້ເຈ້ຍແຂງເຄືອບຂີ້ເຜິ້ງ ແຕ່ຕໍ່ມາກໍ່ພົບວ່າໄມ້ເປັນວັດຖຸທີ່ໃຊ້ເຮັດເປັນກ້ານໄມ້ຂີດໄຟໄດ້ດີທີ່ສຸດ ເຊິ່ງໄມ້ທີ່ເຮັດກ້ານໄມ້ຂີດໄຟໄດ້ດີທີ່ສຸດແມ່ນໄມ້ປະເພດ ໄມ້ໝາກຍົມປ່າ, ໄມ້ໝາກກອກ ຫຼື ປະເພດໄມ້ເນື້ອອ່ອນ ມີສີຂາວ
ຂໍ້ມູນຈາກ: http://www.thairath.co.th/content/512533, http://www.takieng.com/stories/1878
ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!