spot_img
Homeຂໍ້ມູນກ່ຽວກັບປະເທດລາວປະຫວັດສາດລາວປະຫວັດສາດລາວສະໄໝຕົກເປັນຫົວເມືອງຂຶ້ນ ປະກາດເອກະລາດ ແລະ ສົງຄາມກາງເມືອງ

ປະຫວັດສາດລາວສະໄໝຕົກເປັນຫົວເມືອງຂຶ້ນ ປະກາດເອກະລາດ ແລະ ສົງຄາມກາງເມືອງ

Published on

ສະໄໝຕົກເປັນຫົວເມືອງຂຶ້ນ ປະກາດເອກະລາດ ແລະ ສົງຄາມກາງເມືອງ ແກ້ໄຂໄລຍະ 60 ປີ ທີ່​ລາວ​ເປັນ​ເມືອງ​ຂຶ້ນຝຣັ່ງ

ພາຍຫຼັງ​ໄດ້​ຍຶດ​ເອົາ 12 ຈຸ​ໄທ, ອານາ​ມ, ​ໂກ​ແຊງ​ຊິນ ​ແລະ ກຳປູ​ເຈຍ​ ໄດ້​ແລ້ວ ​ຝຣັ່ງ​ກໍ່​ໄດ້​ມາ​ຍຶດ​ເອົາ​ລາວ ​ໃນ​ປີ 1893 ​ໂດຍ​ໄລ່​ສະຫຍາມ​ອອກຈາກ​ລາວ, ​ເຊັນ​ສັນຍາ​ແບ່ງ​​ເຂດ​ປົກຄອງ​ ລະຫວ່າງ​ ຝຣັ່ງ ​ແລະ ສະຫຍາມ ​ໂດຍ​ໃຫ້​ດິນ​ແດນ​ຝັ່ງ​ຊ້າຍ​ ຂອງ​ແມ່ນ້ຳຂອງ​​ ເປັນ​ຂອງ​ຝຣັ່ງ ​ແລະ ຝັງ​ຂວາ ​ເປັນຂອງ​ສະຫຍາມ​ ໃນວັນທີ 3/10/1893, ເຮັດ​ໃຫ້​ດິນ​ແດ​ນຂອງ​ລາວ​ຫຼາຍ​ກວ່າ​ເຄິ່ງນຶ່ງຖືກ​ສູນ​ເສຍ​ ​ແລະ ຕົກເປັນ​ຂອງ​ສະຫຍາມ ​ອັນ​ສ້າງ​ຄວາມ​ເຈັບ​ປວດ​ ໃຫ້​ກັບປະຊາຊົນ​ລາວຢ່າງບໍ່​ມີ​ວັນ​ລືມ.

ພາຍຫຼັງ​ໄດ້​ ເຊັນ​ສັນຍາ ​ແບ່ງ​ເຂດ​ແດນ​ກັບສະຫຍາມ​ແລ້ວ ຝຣັ່ງກໍ່​ຈັດ​ລະບຽບ​ການ​ປົກຄອງ​ຂຶ້ນຢູ່​ລາວ ຕາມ​ແບບ​ສະບັບ​ຂອງ​ສະຫຍາມ​ໂດຍ​ ແບ່ງ​ເປັນ 10 ​ແຂວງ ​​ແລະ ​ຖື​ເອົາ​ວຽງ​ຈັນ​ ເປັນ​ທີ່​ຕັ້ງຂອງ​ສຳນັກງານ​ ສຳລັບ​ຂ້າ​ຫຼວງ​ໃຫຍ່​ປະຈຳ​ລາວ, ​ເອົາ​ຄົນ​ຝຣັ່ງ​ເປັນ​ເຈົ້າ​ແຂວງ ສ່ວນ​ເຈົ້າ​ເມືອງ ຕາ​ແສງ ​ແລະ ນາຍບ້າ​ນນັ້ນປະ​ໃຫ້​ຄົ​ນລາວ​ ເປັ​ນເອງ​ເພື່ອ​ເກັບ​ສ່ວຍ​ຈາກປະຊາຊົນ, ​ເກ​​ນເອົາຄົນ​ໄປ​ອອກ​ແຮງ​ງານ​ ໂດຍ​ວາງ​ລະບຽບ​ການ​ອອກ​ຄື: ຜູ້​ຊາຍ​ອາຍຸ 18 ປີ​ ຂຶ້ນ​ໄປ​ຕ້ອງ​ໄດ້​​ເສຍສ່ວຍ​​ໄຖ່​ການ​ໄປ​ເຮັດ​ວຽກ 15 ວັ​ນ ໃນ 1 ປີ ​ໂດຍບໍ່​ມີຄ່າ​ຕອບ​ແທນ​ແຮງ​ງານ​ແຕ່​ຢ່າງ​ໃດ, ພວກ​ເຂົາ​ໄດ້​ຕັດ​ເອົາ​ໄມ້​ເນື້ອດີ, ຂຸດ​ເອົາ​ແຮ່​ທາດ ຈຳນວນ​ໜຶ່ງ​ກັບ​ຄື​ນເມືອ​ສ້າງ​ຄວາມ​ຮັ່ງມີ​ໃຫ້​ປະ​ເທດ​ແມ່, ສ້າງ​ໂຮງຮຽ​ນຈຳນວນ​ໜຶ່ງ​ເພື່ອ​ລູກ​ຫຼານ​ຂອງ​ເຂົາ ​ແລະ ລູກ​ຫຼານ​ຂອງ​ຄົ​ນລາວ​ທີ່​ເຮັດ​ກາ​ນນຳ​ຝຣັ່ງ, ​ສ້າງໂຮງໝໍ​ ໃ​ນເມືອງ​ຈຳນວນໜຶ່ງ ​ເພື່ອ​ປິ່ນປົວ​ເຂົາ​ເອງ ​ແລະ ສ້າງ​ຖະ​ໜົນ ຫົນທາງ​ຈຳນວ​ນໜຶ່ງ ​ໂດຍ​ເກນ​ເອົາ​ແຮງ​ງາ​ນຂອງ​ປະຊາຊົນ ​ໄປ​ເຮັດ​ເພື່ອ​​ຂົນ​ສົ່ງ​ສິນຄ້າ​​ສຳລັບ​ພວກ​ເຂົາ. ຢູ່​ໃຕ້​ແອກ​ປົກຄອງ​ຂອງຝຣັ່ງ ​ໄດ້​ເກີດ​ມີ​ໄພພິບັດ​ໃຫຍ່ 4 ປະການທີ່​ຂົ່ມ​ຂູ່​ຊີວິດ​ຂອງ​ຄົ​ນລາວ​ເຊັ່ນ: ​ໄພ​ແຫ່ງ​ຄວາ​ມອຶດ​ຫິວ, ​ໄພ​ແຫ່ງ​ຄວາມ​ກືກ​ໜັງສື, ​ໄພ​ແຫ່ງ​ໂລກລະບາດ​ບໍ່​ມີ​ຢຸກຢາ​ປິ່ນປົວ ​ແລະ ​ໄພ​ແຫ່ງ​ຄວາມ​​ໂງ່​ຈ້າ​ຫຼ້າຫຼັງ ​ແລະ ຄວາມ​ຕ່ຳ​ຕ້ອຍສູນ​ເສຍ​ອິດສະຫຼະພາບ ​ແຫ່ງ​ຄວາມ​ເປັນ​ຄົນຍ້ອນ​ປະ​ເທດ​ຊາດ​ສູນ​ເສຍ​ເອກະລາດ.

ຕໍ່ໜ້າ​ສະພາບ​ການ​ດັ່ງກ່າວ​ ໂດຍ​ເສີມ​ຂະຫຍາຍ​ມູນ​ເຊື້ອ​ແຫ່ງ​ ການຕໍ່​ສູ້​ໃ​ນການ​ສ້າງ​ຊາດ ​ແລະ ປົກ​ປັກ​ຮັກສາ​ຊາດ ຂອງ​ບັນດາ​ ບັນພະ​ບູລຸດຕົນເປັນ​ຕົ້ນ ແມ່​ນກາ​ນນຳພາ​ຕໍ່​ສູ້​ບໍ່​ຍອມ​ຈຳນົນ​ຂອງ​ເຈົ້າ​ອານຸວົງ ​ແລະ ​ເຈົ້າ​ລາຊະວົງ ທີ່​ໄດ້​ຕໍ່​ສູ້ ກັບ​ສັດຕູ​ຈົນ​ເຖິງ​ຢາດ​ເລືອດ ຢາດ​ສຸດ​ທ້າຍນັ້ນ ປະຊາຊົນ​ລາວ​ ບັນດາ​ເຜົ່າໄດ້​ຕໍ່​ສູ້​ ກັບ​ລັດທິ​ລ່າ​ເມືອງ​ຂຶ້ນ​ແບບ​ເກົ່າ ດ້ວຍ​ຫຼາຍ​ຮູບ​ການ ນັບ​ແຕ່​ຫຼົບຫຼີກ ​ບໍ່​ໄປ​ເຮັດ​ການ 15 ວັນ, ຫຼົບ​ຫຼີກ​ບໍ່​ເສຍ​ສ່ວຍ​ໄຖ່​ການ ຫຼື ​ໄປ​ເຮັດ​ການ ກໍ​ເຮັດ​ແບບ​​ແປະໆ​ບາງໆ ຫຼື ມ້າງ​ເຄື່ອງ​ຈັກ​ເຄື່ອງ​ລານ. ຈາກ​ຮູບ​ກາ​ນຕໍ່​ສູ້​ເຫຼົ່າ​ນີ້ກໍ່​​ເກີດມີ​ ການ​ຕໍ່​ສູ້​ເປັນ​ກຸ່ມ ​ກ້ອນ​ຈົ​ນເກີດ​ມີ​ຂະ​ບວນການ​ໃຫຍ່​ເຊັ່ນ: ກາ​ນຕໍ່​ສູ້​ຂອງ​ປະຊາຊົນ​ຊາວ​ສະຫວັນນ​ະ​ເຂດ ພາຍ​ໃຕ້​ກາ​ນຳພາ​ຂອງ​ ພໍ່​ກະ​ດວດ, ຂະ​ບວນການ​ຕໍ່​ສູ້​ຂອງ​ເຜົ່າ​ມົ້ງ ຢູ່​ແຂວງ​ຫົວພັນ ​ແລະ ​ແຂວງ​ຊຽງ​ຂວາງ ​ນຳໂດຍ ​ເຈົ້າຟ້າ​ປັດ​ໄຈ​, ຂະ​ບວນການ​ຕໍ່​ສູ້​ຂອງ​ເຜົ່າ​ລື້ ນຳໂດຍ​ ເຈົ້າຟ້າ​ເມືອງ​ສິງ ແລະ ຂະ​ບວນການ​ຕໍ່​ສູ້​ຂອງ​ຊົນ​ເຜົ່າ​ລາວ​ເທິງ ຢູ່​ພາກ​ໃຕ້ ນຳໂດຍ​ ອົງ​ແກ້ວ-ອົງ​ກົມມະ​ດຳ​.

ພາຍຫຼັງ​ມີ​ພັກ​ກອມ​ມູນິ​ດອິນດູຈີນນຳພາ (1930) ​ເຮັດ​​ໃຫ້ການ​ຕໍ່​ສູ້​ທີ່​ໄຮ້​ທິດ​ທາງ​ໃນ​ເມື່ອ​ກ່ອນນັ້ນ ​ໄດ້​ຫັ​ນມາ​ສູ່​ການ​ຕໍ່​ສູ້​ທີ່​ມີ​ທິດ​ທາງ, ມີ​ຈຸດໝາຍ​ປາຍທາງ, ມີ​ການຈຳ​ແ​ນກມິດ-ສັດຕູ​ຢ່າງ​ຈະ​ແຈ້ງ ອັນ​ໄດ້​ເຮັດ​ໃຫ້ການ​ຕໍ່​ສູ້​ຂອງ​ປະຊາຊົນ​ລາວ​ບັນດາ​ເຜົ່າ​ເຕີບ​ໃຫຍ່​ຂຶ້ນ​ເປັ​ນລຳດັບ ​ແລະ ຍາດ​ເອົາ​ໄຊຊະນະ​ມາ​ໄດ້​ຢ່າງ​ຕໍ່​ເນື່ອງ.

ປີ 1934 ​ໄດ້​ມີ​ກອງ​ປະຊຸມ​ຄັ້ງ​ທຳ​ອິດ ​ເພື່ອ​ຈັດ​ຕັ້ງ​ ຄະນະ​ພັກ​ແຄວ້ນ​ລາວ​ຂຶ້ນ ຢູ່​ດອນ​ຊິງ​ຊູ້ນະຄອນຫຼວງ​ວຽງ​ຈັນ ​ເຮັດ​ໃຫ້ກາ​ນນຳພາ​ ການ​ຕໍ່​ສູ້​ຕ້ານ​ລັດທິ​ລ່າ​ເມືອງ​ຂຶ້ນ​ແບບ​ເກົ່າ ນັບ​ມື້ນັບຂະຫຍາຍຕົວ. ບັນດາ​ເຫດການ ​ທີ່​ເປັນ​ຂີດ​ໝາຍ​ ທາງ​ປະຫວັດສາດ ໃນ​ພາລະກິດ​ຕໍ່ຕ້ານ​ກັບ​ ລັດທິ​ລ່າ​ເມືອງ​ຂຶ້​ນແບບເກົ່າ​ ອັນໄດ້​ແກ່​ກາ​ນລຸກ​ຮື້ຂຶ້ນ ຢຶດ​ເອົາ​ອຳນາດ​ການ​ປົກຄອງ​ຢູ່​ວຽງ​ຈັນ ໃນ​ວັ​ນທີ 23 ສິງຫາ 1945 ​ໄດ້​ນຳ​ໄປ​ສູ່​ ການ​ປະກາດ​ເອກະລາດ 12 ຕຸລາ ​ໃນປີ​ດຽວ​ກັນ, ສ້າງ​ຕັ້ງ​ລັດຖະບານ​ລາວ​ອິດສະຫຼະຊົ່ວຄາວ. ຫຼັງ​ຈາກ​ນັ້ນ ​ກໍ່​​ໄດ້ຫັນທິດ​ອອກ​ສູ່​ຊົນນະບົດ​ ເພື່ອ​ຕ້ານ​ກັບ​ການ​ມາ​ຍຶດຄອງ​ລາວ​ ຄັ້ງ​ທີ 2 ຂອງຝຣັ່ງ, ​ໄດ້​ສ້າງ​ຕັ້ງ​ແນວ​ລາວ​ອິດສະຫຼະ ​ແລະ ລັດຖະບານ​ຕໍ່ຕ້ານ ​ເພື່ອ​ເຕົ້າ​ໂຮມ​ປະຊາຊົນ ດຳ​ເນີນ​ການຕໍ່ຕ້ານ ​ໂດຍ​ສົມທົບ​ກັບ​ກອງທັບ ​ແລະ ປະຊາຊົນ​ຫວຽດນາມ ໃນ​ພາລະກິດ​ຕໍ່​ສູ້​ກັບ​ລັດທິ​ລ່າ​ເມືອງ​ຂຶ້ນ​ແບບ​ເກົ່ານານ​ເຖິງ 9 ປີ ຈົນ​ໄດ້​ຮັບ​​ໄຊຊະນະ​ຢູ່​ສະໜາມຮົບ​ດຽນບຽນ​ຟູ, ອັນນຳ​ໄປ​ສູ່​ກອງ​ປະຊຸມ​ເຊີ​ແນວ ປີ 1954 ກ່ຽວ​ກັບອິນດູຈີນ; ​ໂລກ​ໄດ້​ຮັບ​ຮູ້​ເອກະລາດ, ອຳນາດ​ອະທິປະ​ໄຕ ຂອງ​ສາມ​ຊາດ​ອິນດູຈີນ ​ແລະ ນຳ​ເອົາ​ ປະ​ເທດ​ລາວ​ເຂົ້າ​ສູ່​ໄລຍະ​ສັນຕິພາບ ແລະ ຄວາມ​ປອງ​ດອງ​ຂອງ​ຊາດ ​ເປັນ​ເວລາ​ສັ້ນ, ຈາກນັ້ນ​ບ້ານ​ເມືອງ ກໍ່​ກັບ​ຄື​ສູ່​ສົງຄາມ​ເທື່ອ​ໃໝ່.

ສະໄໝເປັນສາທາລະນະລັດ ປະຊາທິປະໄຕປະຊາຊົນລາວ ແກ້ໄຂໃນວັນທີ 1 ທັນວາ ຄ.ສ 1975 ກອງປະຊຸມຜູ້ແທນທົ່ວປະເທດໄດ້ໄຂຂື້ນທີ່ນະຄອນຫຼວງວຽງຈັນ ເຊິ່ງມີຜູ້ແທນເຂົ້າຮ່ວມ 264 ທ່ານ ເພື່ອຄົ້ນຄວ້າຕີລາຄາສະຖານະການຮ່ວມກັນ ແລະ ພິດຈາລະນາອະນາຄົດຂອງປະເທດຊາດ. ຜ່ານການຄົ້ນຄວ້າພິດຈາລະນາ, ຮັບຮອງເອົາການປະກາດຍຸບຕົວຂອງລັດຖະບານປະສົມຊົ່ວຄາວແຫ່ງຊາດ. ກອງປະຊຸມຍັງໄດ້ຕົກລົງມະຕິຮັບຮອງເອົາທຸງສາມສີວົງເດືອນເປັນທຸງຊາດລາວ, ຮັບຮອງເອົາເນື້ອຮອງເພງຊາດໃໝ່, ຮັບຮອງເອົາພາສາລາວ ເປັນພາສາທາງການ ແລະ ປະກາດປະເທດລາວເປັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ປະກາດແຕ່ງຕັ້ງ ທ່ານ ສຸພານຸວົງ ເປັນປະທານປະເທດ, ແຕ່ງຕັ້ງທ່ານ ໄກສອນ ພົມວິຫານ ເປັນນາຍົກລັດຖະມົນຕີ, ແຕ່ງຕັ້ງ ເຈົ້າສີສະຫວ່າງວັດທະນາ ເປັນທີ່ປຶກສາສູງສູດຂອງປະທານປະເທດ, ແຕ່ງຕັ້ງ ເຈົ້າສຸວັນນະພູມມາ ເປັນທີ່ປຶກສາສູງສູດຂອງລັດຖະບານ ແລະ ຜ່ານມະຕິອື່ນໆ. ໃນວັນທີ 2 ທັນວາ ຄ.ສ 1975 ກອງປະຊຸມໄດ້ປິດລົງດ້ວຍຜົນສຳເລັດອັນສະງ່າງາມ

ຮູບພາບປະກອບ:ມໍລະດົກລ້ານຊ້າງ
ຂໍ້ມູນ ປະເທດລາວ
ຂຽນໂດຍ: ນາງສາຍວາລິນ ບໍລະວົງ
ທີ່ມາຈາກ: ບູຮານຄະດີແລະປະຫວັດສາດລາວ

ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຈັບສາຍປາຕີ້ຄໍລະເຈັ້້ນ 9 ຄົນ ຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ.

ປກສ ແຂວງບໍ່ແກ້ວ ມ້າງຄະດີແກ້ງມົ້ວສຸ່ມຢາເສບຕິດ ຈຳນວນ 9 ຄົນ ຈັດປາຕີ້ຄໍລະເຈັ້ນ ຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ. ໃນຄັ້ງວັນທີ 26 ມີນາ 2025 ຜ່່ານມາ,...

ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ໃນການອຳນວຍຄວາມສະດວກ ໃນໄລຍະປີໃໝ່ລາວ 2025

ເພື່ອສະກັດກັ້ນອຸບັດເຫດ ກົມຕຳຫຼວດຈະລາຈອນ ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ຕັ້ງຈຸດກວດກາ 143 ຈຸດ ຕາມແຕ່ລະເສັ້ນທາງ ໄລຍະປີໃໝ່ລາວ. ທ່ານ ພັອ ຄໍາສອນ ສີດາວົງ ຫົວໜ້າກົມຕຳຫລວດຈະລາຈອນ,...

ລະທຶກ! ເຮືອສະປີດໂບ໊ດເກີດໄຟໄໝ້ກາງທະເລອັນດາມັນ ປະເທດໄທ

ເລັ່ງອົບພະຍົບຜູ້ໂດຍສານ ຈາກເຫດໄຟໄໝ້ເຮືອສະປີດໂບ໊ດ ບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ. ສຳນັກຂ່າວຕ່າງປະເທດລາຍງານ ເຫດໄຟໄໝ້ເຮືອສະປີດໂບ໊ດບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ ໃນເວລາປະມານ 09:10 ນາທີ ຂອງວັນທີ 1 ເມສາ...

ເພີ່ມຂຶ້ນຕໍ່ເນື່ອງເຫຍື່ອແຜ່ນດິນໄຫວທີ່ມຽນມາ ຫຼ້າສຸດມີຜູ້ເສຍຊີວິດກວ່າ 2,056 ຄົນ

ສະຖານະການແຜ່ນດິນໄຫວໃນມຽນມາຍັງໜ້າເປັນຫ່ວງ ເຈົ້ານ້າທີ່ຕ້ອງເລັ່ງທຳການຄົ້ນຫາ ແລະ ຊ່ວຍຜູ້ລອດຊີວິດອອກມາຈາກໃຕ້ຊາກອາຄານ ຫຼັງຈາກ້າວເຂົ້າສູ່ມື້ທີ 4 ນັບຕັ້ງແຕ່ເກີດເຫດເມື່ອວັນທີ 28 ມີນາ 2025. ສຳນັກຂ່າວຕ່າງປະເທດລາຍນງານໃນວັນທີ 1 ເມສາ 2025 ນີ້,...