Homeຂ່າວຕ່າງປະເທດສຸດສະເທືອນໃຈ! ກຸ່ມໄອເອສທຳລາຍມໍລະດົກໂລກເມືອງສອງພັນປີ ພ້ອມຕັດຫົວຊາວຊີເຣຍອີກ

ສຸດສະເທືອນໃຈ! ກຸ່ມໄອເອສທຳລາຍມໍລະດົກໂລກເມືອງສອງພັນປີ ພ້ອມຕັດຫົວຊາວຊີເຣຍອີກ

Published on

ວັນທີ 20 ມັງກອນ 2017 ສຳນັກຂ່າວເອຟພີລາຍງານວ່າ ເມືອງບູຮານສອງພັນປີ ພັລໄມຣາ ປະສົບຊະຕາກຳໜ້າສະຫຼົດໃຈອີກຄັ້ງເມື່ອກອງກຳລັງລັດອິສລາມ ຫຼື ໄອເອສ ທຸບທຳລາຍເມືອງບູຮານສະຖານສຳຄັນທີ່ເປັນມໍລະດົກໂລກ ເລີ່ມຈາກບາງສ່ວນຂອງໂຮງລະຄອນກາງແຈ້ງ ສັນຍາລັກປະຈຳເມືອງ ເຊິ່ງກຸ່ມໄອເອສເຄີຍໃຊ້ເປັນລານປະຫານໝູ່ທະຫານຊີເຣຍ 25 ຄົນ ເມື່ອປີ 2015 ຕາມມາດ້ວຍເສົາບູຮານຈັດລຽງສີ່ທິດ ຫຼື ເຕຕຣະໄພລອນ ສະໄໝສັດສັດຕະ ວັດທີ 3

FILE PHOTO A view shows the Tetrapylon, one of the most famous monuments in the ancient city of Palmyra, in Homs Governorate, Syria, April 1, 2016. REUTERS/Omar Sanadiki/File Photo

ການທຳລາຍສະຖາປັດຕະຍາກຳລ້ຳຄ່າໄດ້ສ້າງຄວາມສະເທືອນໃຈ ແລະ ເຈັບແຄ້ນໄປທົ່ວໂລກ ທ່ານ ນາງ ອີຣິນາ ໂບໂກວາ ຜູ້ອຳນວຍການ ຢູເນສໂກ ກ່າວວ່າ ການກະທຳນີ້ເປັນອາຊະຍາກຳສົງຕາມ ເປັນຄວາມສູນເສຍຂອງຊາວຊີເຣຍ ແລະ ຂອງມວນມະນຸດ

ກຸ່ມສັງເກດການດ້ານສິດທິມະນຸດລະບຸວ່າ ການຫວນຄືນໂຈມຕີ ເມືອງ ພັລໄມຣາ ຂອງກຸ່ມໄອເອສ ເກີດຂຶ້ນລະຫວ່າງທີ່ກອງທັບຊີເຣຍ ແລະ ພັນທະມິດ ຫັນໜ້າໄປບຸກໂຈມຕີທີ່ເມືອງ ອາເລບໂປ ສ່ວນສະຫະລັດອາເມລິກາກໍ່ຫັນໜ້າໄປບຸກໂຈມຕີເມືອງ ອັລຣັອກເກາະ ເຮັດໃຫ້ເມືອງ ພັລໄມຣາບໍ່ມີຜູ້ປົກປ້ອງ

963-2

ນອກຈາກນີ້ ກອງທັບອິຣັກ ແລະ ກອງທັບນານາຊາດຍັງເດີນໜ້າໂຈມຕີ ໄອເອສໃນເມືອງ ໄມຊຸລ ຢ່າງຕໍ່ເນື່ອງ ນັກຮົບໄອເອສຈຳນວນຫຼາຍຄົນຫຼົບໜີຂ້າມຊາຍແດນໄປທາງຕະເວັນອອກຂອງຊີເຣຍ ຮວມທັງອາດເດີນທາງໄປສົມທົບກັບກອງກຳລັງບໍລິເວນຊານເມືອງ ພັລໄມຣາ ແລະ ເປີດສາກປະທະຈົນຢຶດຄອງພື້ນທີ່ບາງສ່ວນຂອງເມືອງບູຮານໄດ້ອີກຄັ້ງ

ຂະນະດຽວກັນກຸ່ມສັງເກດການດ້ານສິດທິມະນຸດໃນຊີເຣຍເປີດເຜີຍວ່າ ກອງກຳລັງລັດອິສລາມ ຫຼື ໄອເອສ ກໍ່ເຫດສັງຫານຊາວຊີເຣຍຢ່າງໜ້ອຍ 12 ຄົນ ໃນເມືອງ ພັລໄມຣາ ເມືອງບູຮານທີ່ມີອາຍຸເກົ່າແກ່ກວ່າ 2,000 ປີ ແລະ ຍັງຕັດຫົວຂອງເຫຍື່ອບາງຄົນອີກດ້ວຍ

 

ຂ່າວຈາກ: ຂ່າວສົດ
ຮູບພາບຈາກ: http://petmaya.com/palmyra-isis

ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...