spot_img
Homeພາສາລາວອຸປະຕິເຫດ, ອຸປັດເຫດ, ອຸບັດເຫດ

ອຸປະຕິເຫດ, ອຸປັດເຫດ, ອຸບັດເຫດ

Published on

ເມົາເຫຼົ້າ + ຂັບລົດ = ອຸບປະຕິເຫດ
———
(ພອຈ.ເນືອງພິລັກ ໂຊຕິທອນ)

ໍ- ຄຳວ່າ “ອຸປະຕິເຫດ, ອຸປັດເຫດ, ອຸບັດເຫດ” ທັງສາມວິທີຂຽນ ແລະສາມຄຳນີ້ ເມື່ອອິງຕາມພັດທະນາການທາງ ອັກຂະຫຼະວິທີລາວນັບແຕ່ອະດີດຮອດປັດຈຸບັນ ເຫັນວ່າມີການໃຊ້ກັນທັງສາມ ມີການຮັບຮູ້ກັນວ່າ ຖືກຕ້ອງຕາມມະຕິສັງຄົມ ແລະເຄົ້າມູນຂອງພາສາ ທີ່ຖືກບັນຍັດໃຊ້ມາ.

– ດັ່ງທີ່ບອກແລ້ວວ່າ ຄຳວ່າ “ອຸປະຕິເຫດ, ອຸປັດເຫດ, ອຸບັດເຫດ” ທັງສາມວິທີຂຽນ ແລະສາມຄຳນີ້ ເຄີຍມີການໃຊ້ມາກ່ອນໃນພັດທະນາການທາງອັກຂະຫຼະວິທີລາວ ແຕ່ລະຍຸກສະໄໝ ແມ່ນວ່າທັງສາມວິທີຂຽນນີ້ ບາງວິທີບໍ່ໄດ້ຖືກບັນຍັດໄວ້ໃນວັດ ຈະນານຸກົມກໍຕາມ ແຕ່ມັນກໍປະກົດຕົວໃນໜັງສືເກົ່າໆຕ່າງໆມາແລ້ວ ມັນຍ່ອມຢັ້ງຢືນໄດ້ວ່າ ທັງສາມຄຳນີ້ມາມາດໃຊ້ໄດ້ໂດຍທາງການ ຕາມຄວາມເໝາະສົມອັນຄວນຂອງຜູ້ໃຊ້ຈະເລືອກໃຊ້.

– ວິທີຂຽນທັງສາມທີ່ກ່າວມາເທິງນັ້ນ ມັນມີເຄົ້າມາຈາກການທີ່ເອົາພາສາພາປາລີ ຫຼືເວົ້າອີກ ຢ່າງໜຶ່ງວ່າ ເອົາຄຳລາວທີ່ໄດ້ມາຈາກພາສາປາລີມາປະສົມດັດແປງກັນ 2 ຄຳ ຄື:

1. ອຸປະຕິ (ເກີດ)
2. ເຫຕຸ (ເຫດ)

– ເອົາສອງຄຳມາຜະສົມກັນແລ້ວໄດ້ຮູບຕາມເຄົ້າເດີມ “ອຸປະຕິເຫຕຸ” ໃນການຂຽນແບບເດີມ ແມ່ນຂຽນແບບນີ້ເວລາອ່ານ ກຳນົດໃຫ້ອ່ານ (ອຸ-ປະ-ຕິ-ເຫດ), ເມື່ອພັດທະນາການອັກຂະຫຼະ ວິທີລາວປ່ຽນໄປກໍຂຽນ “ອຸປະຕິເຫຕ” ແລະ “ອຸປະຕິເຫດ” ຕາມລຳດັບ ການອ່ານກໍອ່ານ ແບບເດີມ (ອຸ-ປະ-ຕິ-ເຫດ), ແຕ່ທັງນີ້ທັງນັ້ນ ການຂຽນແບບນີ້ ແມ່ນຈະກຳນົດໃຫ້ອ່ານວ່າ ອຸປະຕິເຫດ ແຕ່ການອອກສຽງສ່ວນໃຫຍ່ຂອງຄົນລາວ ກໍມັກຈະອອກສຽງເປັນ “ອຸບ-ປະ-ຕິ-ເຫດ” ການອອກສຽງແບບນັ້ນ ບໍ່ໄດ້ໝາຍວ່າອອກສຽງຜິດ ເປັນການອະນຸໂລມໃນການໃຊ້ ອັນເປັນສ່ວນພາສາເວົ້າ ແຕ່ພາສາຂຽນນັ້ນຈະຂຽນ “ອຸບປະຕິເຫຕຸ ຫຼື ອຸບປະຕິເຫດ” ຖືວ່າ ຂຽນຜິດຕາມການກຳນົດແຫ່ງອັກຂະຫຼະວິທີລາວ.

– ຄຳວ່າ “ອຸປະຕິເຫດ” ນອກຈາກເຮົາຈະໄດ້ເຫັນການຂຽນເຊັ່ນນີ້ແລ້ວ ເຮົາຍັງເຫັນການຂຽນ ແລະການອອກສຽງຕ່າງອີກ ຄື “ອຸບັດເຫດ ແລະ ອຸປັດເຫດ” ທັງສອງຄຳນີ້ ໃນອະດີດ ເຫັນໃຊ້ ຄວບຄູ່ກັບ “ອຸປະຕິເຫດ” ເລື້ອຍມາ ແຕ່ກໍບໍ່ໄດ້ໃຊ້ເປັນທາງການ ຄື ໃນໜັງສືທີ່ເປັນທາງຣາຊະ ການ ປະກົດໃນໜັງສືເຄິ່ງທາງການ ສ່ວນຕົວ ແລະວັນນະຄະດີສະໄໝໃໝ່.

– ຄຳວ່າ “ອຸບັດເຫດ” ກໍໄດ້ຈາກຄຳ ທີ່ຜະສົມກັນສຳເລັດແລ້ວ ຄື ອຸປະຕິເຫຕຸ ແລ້ວມາສົນທິ (ຕັດຄຳໃຫ້ສັ້ນເຂົ້າອີກ) ເປັນ “ອຸປັຕິເຫຕຸ“ ຄຳໜຶ່ງ ແລ້ວກໍແປງ “ປ ເປັນ ບ” ກໍຈະໄດ້ “ອຸບັຕິເຫດ“ ເມື່ອເຫັນຮູບແບບນີ້ການອ່ານອອກສຽງຂອງແຕ່ລະຄົນບໍ່ຄືກັນ ບາງຄົນກໍອອກສຽງ ເປັນ “ອຸ-ປັດ-ຕິ-ເຫດ ຫຼື ອຸ-ບັດ-ຕິ-ເຫດ ຫຼື ອຸບັດເຫດ” ກໍດັ່ງທີ່ບອກແລ້ວ ການອອກ ສຽງແບບນັ້ນ ກໍບໍ່ຜິດແຕ່ການຂຽນຕາມສຽງທີ່ອອກນັ້ນມັນຈະຜິດ.

– ໄລຍະຕໍ່ມາ ອັກຂະຫຼະວິທີລາວປ່ຽນໄປ ເຮົາຈະເຫັນການຂຽນ “ອຸບັຕິເຫດ” ຖືກປ່ຽນມາເປັນ “ອຸບັດເຫດ” ເວລາອອກສຽງ ຈະອອກສຽງຕາມຮູບທີ່ເຫັນ ສະນັ້ນ, ຈຶ່ງເກີດມີທີ່ໃຊ້ຂຽນຢ່າງ ຖືກຕ້ອງສາມຄຳຄື

1. ອຸປະຕິເຫດ
2. ອຸປັດເຫດ.
3. ອຸບັດເຫດ.

– ຫາກຂຽນຕ່າງຈາກສາມຄຳນີ້ ຖືວ່າຜິດຈາກອັກຂະຫຼະວິທີ ທີ່ກໍານົດ, ມີຫຼາຍຄົນຖາມວ່າ ໃນ 3 ຄຳນີ້ ຄຳໃດຖືກແທ້, ກໍຈະຕອບວ່າຖືກທັງສາມ, ແຕ່ຫາກຖາມວ່າຈະໃຊ້ຈັງໃດ ກໍຕອບວ່າ ສຸດແລ້ວແຕ່ທ່ານຈະສະຫຼາດໃຊ້ ແຕ່ໃນຄວາມມຸ້ງໝາຍ ຄື ທັງສາມຄຳນີ້ແມ່ນສາມາດໃຊ້ໄດ້ ເມື່ອເຮົາຕ້ອງການເອົາຄຳເລົ່ານີ້ໄປສ້າງປະໂຫຍກໃໝ່, ໄປຂຽນກະວີ ບົດເພງ ແລະວັນນະຄະ ດີອື່ນໆ ສາມາດເອົາຄຳທັງສາມນີ້ໄປເລືອກໃຊ້ພຸ້ນແລ.

ແຕ່ງກ່ອນໃຫ້ອ່ານສັງເກດ
– ອຸປະຕິ ເຫຕຸ ທະລຸເຫດ
ເປັນອາເພດ ອຸບັດກໍ່ ໃຫ້ຂັດສົນ
ອັນເຫຕຸການ ອຸບັດໄພ ມາຜະຈົນ
ເກີດຂັດສົນ ຈົນສິ້ນຫວັງ ເກືອບຊີບວາຍ
(ໂດຍ: ສາຍເຊລຳເພົາ 12-04-14 ເວລາ 04:42)

ທີ່ມາ facebook.com/phasalao

ບົດຄວາມຫຼ້າສຸດ

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...

ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ

ພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ. ສະຫະພັນບານເຕະແຫ່ງຊາດລາວຮ່ວມກັບສະຫະພັນບານເຕະນານາຊາດ(FIFA), ອຳນາດການປົກຄອງນະຄອນຫຼວງວຽງຈັນ,ເມືອງໄຊເສດຖາ ແລະ ບ້ານນາຄວາຍໃຕ້ ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA(FIFA Arena Project) ແຫ່ງທຳອິດຂອງ...

ລາວ ແລະ ມາເລເຊຍ ໄດ້ເປີດຕົວເສັ້ນທາງ ການຄ້າທາງລົດໄຟ-ທະເລ ແຫ່ງໃໝ່

ລາວ ແລະ ມາເລເຊຍ ໄດ້ເປີດຕົວເສັ້ນທາງ ການຄ້າທາງລົດໄຟ-ທະເລ ແຫ່ງໃໝ່ ເພື່ອເສີມສ້າງລະບົບການຂົນສົ່ງໃນພາກພື້ນ, ສົ່ງເສີມການຮ່ວມມືທາງເສດຖະກິດ, ແລະ ເຊື່ອມຕໍ່ອາຊີຕາເວັນອອກສຽງໃຕ້ ເຂົ້າກັບເສັ້ນທາງການຄ້າໂລກ. ອີງຕາມການລາຍງານຂອງເວັບໄຊຕ໌ຂ່າວການຂົນສົ່ງທາງລົດໄຟ Railway Supply. ໃນວັນທີ 25 ພຶດສະພາ, ບໍລິສັດ Penang Port Sdn Bhd ແລະ...