spot_img
Homeຂໍ້ມູນກ່ຽວກັບປະເທດລາວປະຫວັດສາດລາວບູຮານຄະດີ ແລະ ປະຫວັດສາດລາວ ຕອນ “ລາຊະການ ເຈົ້າອານຸວົງ“

ບູຮານຄະດີ ແລະ ປະຫວັດສາດລາວ ຕອນ “ລາຊະການ ເຈົ້າອານຸວົງ“

Published on

ເມື່ອ​ບ້າ​ນເມືອງ​ສູນເສຍ​ເອກກະລາດ ​ປະຊາຊົນ​ຕົກ​ເປັນ​ຂ້ອຍ​ຂ້າ​ມ້າ​ໃຊ້​ຂອງ​ຕ່າງ​ຊາດ (ສະຫຍາມ) ​ເຮັດ​ໃຫ້​ເຈົ້າ​ອະນຸວົງ ​ເກີດ​ຄວາມ​ຮູ້ສຶກ​ຢາກ​ກູ້​ຊາດຍາດແຜ່ນດິນກັບຄືນມາ ກູ້​ເອົາ​ອິດສະຫຼະພາບ​ຂອງ​ຊາວ​​ລ້າ​ນຊ້າງ​ວຽງຈັນກັບຄືນ​ມາ. ​ເພື່ອ​ກະກຽ​ມໃຫ້​ແກ່​ການ​ລຸກຂຶ້ນກູ້​ຊາດ​ຍາດແຜ່ນດິນ​ຄື​ນມາ, ພາຍຫຼັງ​ໄດ້​ຖືກ​ແຕ່ງ​ຕັ້ງ ຈາກ​ສະຫຍາມ​ໃຫ້​ເປັ​ນກະສັດ​ລ້າ​ນຊ້າງ​ວຽງ​ຈັນ, ​ເຈົ້າ​ອານຸວົງ​ ກໍ່ໄດ້​ດຳ​ເນີນ​ພາລະກິດ​ອັນສຳຄັນ​ຫຼາຍ​ປະການ​ ເຊັ່ນ:

​ດ້າ​ນການ​ເມືອງ: ​ໄດ້​ຕິດຕາມ​ຂະ​ບວນກາ​ນຕໍ່​ສູ້​ຂອງ​ປະຊາຊົນ​ຢູ່​ໃນ​ແຕ່ລະ​ທ້ອງ​ຖິ່ນ ຄື : ຢູ່​ຈຳປາ​ສັກ ພາຍ​ໃຕ້​ກາ​ນນຳພາ​ຂອງ​ອ້າຍ​ຊຽງ​ແກ້ວ ຢູ່​ເມືອງ​ໂຂງ; ການ​ຕໍ່​ສູ້​ ຂອງ​ເຈົ້າ​ໂອ, ເຈົ້າ​ອິນ ຢູ່​ອັດ​ຕະປື; ສ່ວນຢູ່​ພາກ​ເໜືອ ພາກ​ກາງ ກໍ່​ມີ​ຂະ​ບວນຂອງ​ປະຊາຊົນ​ທີ່​ບໍ່ພໍ​ໃຈ​ກັບ​ສັກ​ດີ​ນາ​ທ້ອງ​ຖິ່ນ ​ໄດ້​ລຸກຂຶ້ນ​ແບບ​ກະ​ແຈກ​ກະຈາຍ; ຢູ່​ນະຄອນ​ພະນົມ​ກໍ່​ປ່າວປະກາດ​ແຍກ​ຕົວ​ບໍ່​ຂຶ້ນກັບ​ບາງກອກ; ​ໄດ້​ປັບປຸງ​ການ​ປົກຄອງ​ໃນ 79 ຫົວ​ເມືອງ ທີ່​ຂຶ້ນກັບ, ​ໄດ້​ໄປ​ພົບ​ກັບ​ເຈົ້າ​ເມືອງ​ທີ່​ເຂົ້າ​ໃຈ​ກັນດີຢູ່​ນະຄອ​ນພະນົມ, ມຸກດາ​ຫານ, ​ໄດ້​ແຕ່ງ​ໃຫ້​​ເຈົ້າລາຊະບຸດ​ໂຍ້ ​ໄປ​ເປັນ​ຜູ້​ປົກຄອງ​ຈຳປາ​ສັກ, ​ໄດ້​ນຳ​​ເອົາເຮືອ​ຄຳ, ນຳ​ເອົາຊ້າງ 7 ສອກ ​ແລະ ຂອງຂວັ​ນອື່ນ ໆ​ ໄປ​ມອບ​ຖວາຍ ​ແດ່ເຈົ້າ​ມັ​ນທາຕຸ​ລາດ ອານາຈັກ​ລ້ານຊ້າງ​ຫຼວງ​ພະ​ບາງ ​ເພື່ອ​ໃຫ້​ຫຼົງ​ລືມຄວາມ​ເກົ່າ​ຄວາມ​ຫຼັງ​ເພື່ອ​ພ້ອມ​ກັນ​ຕໍ່​ສູ້ ຍາດເອົາ​ແຜ່ນດິ​ນຄືນ​ມາ.

ດ້າ​ນການ​ສ້າງສາ: ​ເຈົ້າ​ອານຸວົງ​ ໄດ້​ນຳພາ​ປະຊາຊົນສ້າງ​ລາຊະ​ວັງ, ສ້າງແລະປະຕິສັງຂອນ​ວັດວາອາ​ຮາມ​ຂຶ້ນຫຼາຍ​ແຫ່ງ​ຄື: ວັດ​ສີສະ​​ເກດ, ປັບປຸງ​ເມືອງ​ໜອງ​ຄາຍ, ສ້າງຫໍພະແກ້ວ​ຂຶ້ນຢູ່​ວັດ​ຊ້າງ​ເຜືອກ ສີ​ຊຽງ​ໃໝ່, ລົງ​ໄປ​ສະຫຼອງ​ຂົວ ​ແລະ ເຂົ້າ​ຮ່ວມ​ງາ​ນນະມັດສະການ​ທາດ​ພະນົມ, ສ້າງ​ຂົວ​ຂ້າມແມ່ນ້ຳຂອງ​​ມາ​ສູ່​ວັດ​ອຸບ​ມຸງ.

ດ້ານ​ການ​ທະຫານ: ​ໄດ້​ປັບປຸງ​ກອງທັບ​ບັນດາ​ຫົວ​ເມືອງ​ໃຫ້​ເຂັ້ມ​ແຂງ.

ດ້ານການ​ຕ່າງປະ​ເທດ: ​ເຈົ້າ​ອານຸວົງ​ ພະຍາຍາມ​ໃກ້ຊິດ ​ກັບ​ກະສັດສະຫຍາມ ​ແລະ ​ໄດ້​ຊ່ວຍ​ສະຫຍາມ​ຍົກ​ທັບ​ໄປ​ຕີ​ພະມ້າ​ ຈົນ​ໄດ້​ຮັບ​​ໄຊຊະນະ ໃ​ນຂະນະ​ທີ່​ກອງທັບ​ສະຫຍາມ​ ໄດ້​ກັບ​ມາ​ດ້ວຍ​ມື​ເປົ່າ ​ແລະ​ ເສຍ​ໄຊ​ແກ່​ພະມ້າ ​ເຊິ່ງ​ໄດ້​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັບ​ສະຫຍາມ. ເຈົ້າ​ອານຸວົງ ​ມີ​ນະ​ໂຍບາຍພາຍ​ໃນ ​ແລະ ພາຍນ​ອກ​ຢ່າງ​ຈະ​ແຈ້ງ; ​ໃນນັ້ນ ​ມີ​ກາ​ນພົວພັນກັບ​ອານາ​ມ (ດ້າຍ​ຫວຽດ ຫຼື ຫວຽດນາມ​ໃນປະຈຸ​ບັນ).

​ເມື່ອກະກຽມ​ກຳລັງ​ພຽງພໍ​ແລ້ວ​ກໍ່​ໄດ້ ​ໂອກາດ​ລົງ​ໄປ​ປົງ​ພະສົບຂອງພະບາດສົມເດັດ​ພະພຸດທະ​ເລີດ​ຫຼ້າ​ນະພາ​ໄລ (ລາຊະການ ​ທີ 2) ຂອງສະຫຍາມ​. ໃນໂອກາດນີ້ ເຈົ້າ​ອານຸວົງ​ໄດ້​ຂໍ​ເອົາ​ຄົນ​ລາວ​ທີ່​ຖືກ​ກວາດ​ຕ້ອນ ໄປ​ໃນ​ເມື່ອ​ກ່ອນກັບ​ຄືນ, ຂໍ​ເອົາ​ນາງ​ສະໜົມ​ລາວ, ຂໍ​​ເອົາເຈົ້າ​ຍິງ​ດວງ​ຄຳ ພະຂະນິດຖະພະຄິນີອອກ​ຈາກ​ວັງ​ຄືນ​ມາ. ​ແຕ່​ບໍ່​ເປັນຈັ່ງ​ບຸນ ເພາະ​ອົງຜູ້​ຂຶ້ນຄອງ​ລາດ​ແທນ ​ພະບາດສົມເດັດພະພຸດທະ​ເລີດ​ຫຼ້ານ​ະພາ​ໄລ ນັ້ນ ​ບໍ່​ແມ່ນ​ອົງຜູ້​ສືບ​ທອດ​ຕາມ​ແຜນ ​ເພາະ​ຊົງຖືກ​ໄປ​ຜະໜວດ​ຍ້ອ​ນ ກາ​ນຊ່ວງ​ຊີງ​ອຳນາດ​ກັນໃນວັງ. ຜູ້​ທີ່ກຳ​ອຳນາດ​ພັດແມ່ນຜູ້​ທີ່​ຂັດ​ໃຈ​ກັບ​ເຈົ້າ​ອານຸວົງ​ມາ​ຕະຫຼອດ ສະ​ນັ້ນ ຈິ່ງ​ບໍ່​ຍອມ​ໃຫ້​ເຈົ້າ​ອານຸວົງ​ໄດ້​ຈັກຢ່າງ. ຄວາມຄຽດ​​ແຄ້ນຂອງ​ເຈົ້າ​ອານຸວົງ​ ທີ່​ມີ​ຕໍ່​ສະຫຍາມ​ນັບ​ມື້​ເພີ່ມ​ທະວີ​ຂຶ້ນ. ດັ່ງນັ້ນ ເຈົ້າ​ອານຸວົງ​ ຈິ່ງ​ໄດ້​ຊົງຕັດສິນ​ໃຈ​ລຸກຂຶ້ນຕໍ່​ສູ້​ເພື່ອ​ອິດສະຫຼະພາບ ​ແຕ່​ຍ້ອ​ນການກະກຽມ​ ແລະ ການສ້າງ​ກຳລັງ​ບໍ່​ທັນ​ດີ, ພາຍ​ໃນ​ບໍ່​ທັນ​ເຂັ້ມ​ແຂງ, ການຊັ່ງຊາ​ກຳລັງ​ກໍ່​ຜິດ​ໂຕ​ນກັນຫຼາຍ, ຝ່າຍ​ລາວ​ມີ​ທະຫານພຽງ​ແຕ່ 7 ໝື່ນຄົນ ​ພາຫະນະເສິກ​ສົງ​ຄາມ​ກໍ່​ຫຼ້າ​ສະ​ໄໝ ມີ​ແຕ່​ຫອກ​ແຕ່​ດາບ, ​ໃຊ້​ຊ້າງ​, ​ໃຊ້​ມ້າ ​ແລະ ງົວ​ກວຽນ. ກົງກັນ ຂ້າມ​ຝ່າຍ​ສະຫຍາມ​ມີ​ທະຫານ 1 ​ແສນ 7 ໝື່​ນຄົນ, ມີ​ອາວຸດ​ທັ​ນສະ​ໄໝ: (ປືນໃຫຍ່, ປືນ ​ເຫຼັກ​ຍາວ) ມີ​ລົດ​ລາກ​ແກ່​ຈຳນວນນຶ່ງ. ສະນັ້ນ, ຈິ່ງ​ພາ​ໃຫ້ການຕໍ່​ສູ້​ຂອງ​ເຈົ້າອານຸວົງ​ ບໍ່​ເປັນ​ຜົນສຳ​ເລັດ, ນະຄອນວຽງ​ຈັນ ​ກໍ່​ຖືກ​ກອງ​ທະຫານສະຫຍາມ​ມາ​ຍຶດ​ເອົາ ແລະ ທຳລາຍ​ທຸກສິ່ງ​ທຸກ​ຢ່າງ​ບໍ່​ໃຫ້​ເຫຼືອຫຍັງ, ​ເຈົ້າ​ອານຸວົງ​ກໍ່​ຖືກ​ຈັບໃສ່ກົງເຫຼັກ​ໄປ​ທໍລະມານ​ຢ່າງ​ປ່າ​ເຖື່ອນ​ຢູ່​ບາງກອກ ແລະ ຊົງສຸລະຄົດ​ຢູ່​ທີ່ນັ້ນ. ສຳລັບ​ຜູ້​ທີ່ເປັນ ​ເລືອດເນື້ອເຊື້ອໄຂ​ເຈົ້າ​ວຽງ​ຈັ​ນ ທັງ​ໝົດ​ກໍ່​ຖືກ​ດັບສູນ ດ້ວຍຮູບ​ການທໍລະມານຮ່າງກາຍ ຫຼື ຂ້າ​ຖິ້ມ. ສ່ວນບຸກຄົນທີ່ຮອງ​ລົງ​ມາ​ກໍ່​ຖືກ​ເຮັດ​ໃຫ້​ເສຍກຽດ​ເສຍ​ສັກ​ສີ, ສຳລັບ​ປະຊາຊົນກໍ່​ຖືກ​ກວາດ​ຕ້ອນລົງ​ໄປ​ບາງກອກ​ ​ແລະ ຖືກ​​ໃຊ້​ງານ​ຢ່າງ​ໜັກ​ ໃນ​ຖານະເປັນສະ​ເລີຍ​ເສິກ, ​ເປັນຂ້ອຍ​ຂ້າ​ມ້າ​​ໃຊ້​ໃຫ້​ ພວກ​ຂຸນນ​າງ​ສັກ​ດີ​ນາສະຫຍາມ.

ສຳລັບ​ຕົວ​ເມືອງ​ວຽງ​ຈັນກໍ່​ຖືກຂຸນເສິກ​ສະຫຍາມ ​ສັ່ງ​ໃຫ້​ກອງ​ທະຫານ ​ຕັດ​ກົກ​ໄມ້​ທັງ​ໝົດ ແລະ ຈູດ​ເຜົາ​ທຳລາຍ, ປຸ້ນ​ເອົາ​ຊັບ​ສົມບັດ​ຂອງ​ປະຊາຊົ​ນແບບໂຈນ 500 ​ໂດຍ​ເຈຕະນາ​​ເຮັດໃຫ້​ວຽງ​ຈັນ ​ເປັນເມືອງ​ຮ້າງ​ບໍ່​ສາມາດ​ຢູ່​ໄດ້ ບໍ່​ໃຫ້​ຟື້ນຟູ​ເປັນຕົວ​ເມືອງ​ໄດ້​ອີກ. ອານາຈັກ​ລ້າ​ນຊ້າງ​ວຽງ​ຈັນ ​ໄດ້​ຖືກຫຼຸດ​ຖານະ​ຈາກ​ເປັ​ນ ອານາຈັກໜຶ່ງ​ລົງ​ມາ​ເປັນ​ແຄວ້​ນໜຶ່ງ​ຂອງ​ສະຫຍາມ​​ໂດຍມີ​ສຳນັກງານ ​ຕັ້ງ​ຢູ່​ໜອງ​ຄາຍ ຕໍ່​ມາ​ກໍ່​ໄປ​ຕັ້ງ​ຢູ່ ​ອຸດອນທານີ, ວຽງ​ຈັນທີ່​ເຄີຍສວຍສົດງົດງາມ​ກໍກັບກາຍ​ເປັນເມືອງ​ຮ້າງ 60 ກວ່າ​ປີ.

ເຖິງ​ວ່າກາ​ນຕໍ່​ສູ້​ກູ້​ແຜ່ນດິນ​ຄືນ​ຂອງ ​ເຈົ້າ​ອານຸວົງ ​ບໍ່​ເປັນຜົນສຳ​ເລັດ​ກໍ່ຕາມ ​ແຕ່​ມັ​ນກໍ່​ມີ​ຄວາມ​ໝາຍປະຫວັດສາດ ອັ​ນເລິກ​ເຊິ່ງຊຶ່ງ​ສະ​ແດງ​ໃຫ້​ເຫັນເຖິງ​ມູ​ນເຊື້ອຕໍ່​ສູ້​ອັນ ເດັດດ່ຽວ​ກ້າຫານ ​ບໍ່​ຍອມ​ຈຳນົນຂອງ​ຄົ​ນລາວ​ ໃຕ້​ກາ​ນນຳພາ​ຂອງ​ເຈົ້າ​ອານຸວົງ, ມູນ​ເຊື້ອ ດັ່ງກ່າວ ຖືກຝັງ​ເລິກ​ຢູ່​ໃນ​ຈິດ​ໃຈ​ຂອງ​ຄົ​ນລາວ​ທຸກ​ຄົນ ​ບໍ່​ວ່າຈະ​ເປັນ​ຄົ​ນເຊື້ອຊາດ​ລາວ​ຢູ່​ຝັ່ງ​ຊ້າຍ, ກໍ​ຄືຝັ່ງ​ຂວາ​ຂອງ​ແມ່ນ້ຳຂອງ​​ຕ່າງ​ກໍ່​ຈົດ​ຈຳ​ມູນເຊື້ອດັ່ງກ່າວໄວ້​ຕະຫຼອດ​ມາ ​ແລະ​ ໄດ້​ສືບຕໍ່​ກາ​ນຕໍ່​ສູ້​ໃນຮູບ​ການໃໝ່ເປັ​ນຕົ້ນ ແມ່​ນຊາວ​ອີສານຂອງ​ໄທ ​ໄດ້​ພາກັນແຕ່ງ​ກາບ​ກອນ, ວັນນະຄະດີ, ສ້າງເປັ​ນໜັງສື​ອິນຕົກ ​ເພື່ອຄັດຄ້າ​ນຕ້ານຢັ​ນການສັກ​ລາຍ ​​ເອົາ​ຄົນລາວ​ອີສານເປັນສັນຊາດ​ໄທ; ​ເປັນຄຳປິດສະໜາ ​ແລະ ມີ​ຄຳ​ເວົ້າ​ທີ່​ວ່າ: “ໝາກ​ຟັກ, ໝາກອຶ ຢູ່ດີໆ​ຈະ​ກາຍ​ເປັນຊ້າງ​ເປັນ​ມ້າ​ໄດ້​ແນວ​ໃດ, ຄວາຍ​ເຖິກຄວາຍ​ດ່ອນ ​ແລະ ໝູ​ດ່ອນ ​ຢູ່ດີໆ​ຈະ​ກາຍ​ເປັນຍັກ​ກິນຄົນໄດ້​ແນວ​ໃດ, ຄົ​ນລາວ​ ຢູ່ດີໆ​ຈະ​ກາຍ​ເປັນໄທ​ໄດ້​ແນວ​ໃດ”, ນອກນັ້ນ ​ກໍ​ມີ​ຈົດໝາຍ “ສານລືບ​ພະ​ສູນ” ແລະ ອື່ນໆ… ຂະບວນການຕໍ່​ສູ້​ຕ້ານສະຫຍາມ ​ເພື່ອ​ກູ້​ແຜ່ນດິ​ນຄືນຂອງ ເຈົ້າ​ອານຸວົງ ​ໄດ້​ເຮັດໃຫ້​ລັດທິ​ຮັກ​ຊາດ​ອັນດູດ​ດື່ມ​ເຂັ້ມ​ຂຸ້ນຂຶ້ນ, ຊື່​ສຽງ​ຂອງນັກ​ຮົບວິລະ​ຊົນ​ທີ່​​ເຂົ້າຮ່ວມ​ການ​ຕໍ່​ສູ້​ຄັ້ງນັ້ນ​ເຊັ່ນ: ເຈົ້າ​ສຸ​ກກະສານ​, ເຈົ້າ​ລາຊະວົງ, ເຈົ້າ​ລາຊະບຸດ, ພະຍາ​ນາ​ລີ, ພະຍາ​ໄກ​ສົງຄາມ ​ແລະ ຜູ້​ອື່ນ ໆ ໄດ້​ຖືກຈົດ​ບັນທຶກ​ໄວ້ໃນປຶ້ມຄຳ​ປະຫວັດສາດ ເຊິ່ງຄົນລາວ ​ບໍ່ຫຼົງລືມ​ໄດ້​. ສັງ​ຮວມ​ແລ້ວ ​ໄລຍະລາວ​ ຕົກ​ເປັ​ນເມືອງ​ສ່ວຍ ​ແລະ ເມືອງ​ຂຶ້ນຂອງ​ສະຫຍາມຮ້ອຍ​ກວ່າ​ປີ, ​ເປັນໄລຍະທີ່​ນະຄອນວຽງ​ຈັນ ​ຫງ່ວມ​ເຫງົາເສົ້າໝອງ ​ແລະ ສູນເສຍນ້ຳຕາ ບ້າ​ນເມືອງ​ອັນ​ສວຍສົດງົດ​ງາມຮຸ່ງເຮືອງເຫຼືອງເຫຼື້ອມ​ທີ່​ບັນພະ​ບູລຸດ​ເຮົາ​ສ້າງ​ໄວ້​ເກືອບ 500 ປີ​ກ່ອນນັ້ນ ​ເກືອບຈະ​ບໍ່​ຍັງ​ເຫຼືອ​ແມ່​ນແຕ່ຮ່ອງຮອຍ. ຄວາມ​​ໂຫດຮ້າຍ ​ປ່າ​ເຖື່ອນໃນ​ກາ​ນທຳລາຍ​ລ້າງຜາ​ນຂອງ​ສະຫຍາມ​ທີ່​ມີ​ຕໍ່​ລາວເວລາ​​ໃດ​ກໍ່​ຍັງ​ຝັງ​ເລິກ​ຢູ່​ໃນ ດວງຈິດດວງ​ໃຈ​ຂອງ​ຄົນລາວ​ຕະຫຼອດ​ມາ.

ພາຍຫຼັງ​ ເຈົ້າ​ອະນຸວົງ ​ ຖືກ​ປະຫານຊີວິດ​ດ້ວຍ​ການທໍລະມານຮ່າງກາຍ​ອັນປ່າ​ເຖື່ອນ​ແລ້ວ​ ກໍ່​ຍັງເກີດ​ມີ​ຂະ​ບວນການຕ້ານ​ສະຫຍາມ​ເຊັ່ນ: “​ເສິກ​ສາມ​ໂບກ (ນ້ຳ​ພອງ ຈັງຫວັດຂອນແກ່ນ) 1893”, ຂະ​ບວນການຕໍ່​ສູ້​ຂອງເຈົ້າຟ້າ​ຂາວ ຍາດພີ່ນ້ອງ​ຂອງ ​ເຈົ້າ​ລາຊະ​ດາ​ ໃນເຈົ້າ​ເມືອງ​ຈຳປາ​ສັກ, ພະຍາອຸທຸມພອນ ​ເຈົ້າ​ເມືອງ​ອຸທຸມພອນ, ພະຍາ​ສ້າງ​ດີ ​ເຈົ້າ​ເມືອງ​ອັດ​ຕະປື ແລະ ຂະ​ບວນການ ​ຕໍ່​ສູ້​ອື່ນໆ ທີ່ໄດ້​ປະ​ຮ່ອງຮອຍ​ແຫ່ງ​ການ​ຕໍ່​ສູ້​ໄວ້​ ເຊິ່ງມູ​ນເຊື້ອຕໍ່​ສູ້ນັ້ນ ​ໄດ້​ລຸກ​ເປັນໄຟ​ໃນສະໄໝ​ຝຣັ່ງ​ມາ​ປົກຄອງ.

ຮູບພາບປະກອບ:ມໍລະດົກລ້ານຊ້າງ
ຂໍ້ມູນຈາກ:ປະຫວັດສາດ ປະເທດລາວ
ຂຽນໂດຍ:ນາງ ສາຍວາລິນ ບໍລະວົງ

ແຫລ່ງທີ່ມາຈາກ: ບູຮານຄະດີແລະປະຫວັດສາດລາວ

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ເສຍຫາຍ 4 ຕື້ກວ່າກີບ! ສຳນວນເອກະສານໃບຕາດິນກວ່າ 20,000 ຕອນ ເສຍຫາຍຈາກນ້ຳຖ້ວມຢູ່ແຂວງຫຼວງນ້ຳທາ

ໃນໄລຍະວັນທີ 14-15 ມັງກອນ 2025, ທ່ານ ນ. ບຸນຄໍາ ວໍລະຈິດ ລັດຖະມົນຕີ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ພ້ອມດ້ວຍທ່ານ ຫົວໜ້າຫ້ອງການ,...

ແຈ້ງເຕືອນໄພ ສະພາບອາກາດຫນາວເຢັນ ແລະ ມີລົມພັດແຮງ ປະຈໍາວັນທີ 17 ມັງກອນ 2025

ມວນອາກາດຫນາວເຢັນ ຍັງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກໍາລັງແຮງ, ສົມທົບກັບກະແສລົມຕາເວັນອອກ ສ່ຽງເຫນືອທີ່ມີກໍາລັງແຮງພັດປົກຄຸມ. ຊຶ່ງຈະເຮັດໃຫ້ ອາກາດຈະສືບຕໍ່ຫນາວເຢັນຢູ່ທົ່ວໄປໃນແຕ່ລະພາກ ແລະ ອາກາດຈະຫນາວເຢັນຫຼາຍ ຢູ່ບັນດາແຂວງພາກເຫນືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ພ້ອມມີຫມອກຫນາປົກຫຸ້ມຢູ່ທົ່ວໄປ ແລະ...

TikTok ໃນສະຫະລັດກຽມປິດຕົວລົງໃນວັນທີ 19 ມັງກອນ 2025

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 16 ມັງກອນ 2025 ຜ່ານມານີ້ວ່າ: TikTok ວາງແຜນການປິດປະຕິບັດການຂອງແອບພຣິເຄຊັ່ນ TikTok ໃນສະຫະລັດເຊິ່ງມີຊາວອາເມຣິກາໃຊ້ຫຼາຍກວ່າ 170 ລ້ານຄົນ ໃນວັນອາທິດທີ 19...

ທ່ານປະທານປະເທດລົງຢ້ຽມຢາມ ຖານການຜະລິດຝຸ່ນໂປຕາສ ຂອງ ບໍລິສັດ ຊີໂນ-ອາກຣີ ໂປຕາສ ຢູ່ແຂວງຄໍາມ່ວນ.

ວັນທີ 16 ມັງກອນ 2025 ໃນໂອກາດທີ່ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ພ້ອມດ້ວຍຄະນະ ໄປຢ້ຽມຢາມ ບໍລິສັດ ຊີໂນ-ອາກຣີ ໂປຕາສ...