spot_img
Homeຂ່າວພາຍ​ໃນນາຍົກເນັ້ນໃຫ້ອົງການກວດສອບ ນຳໃຊ້ລະບົບການເຊື່ອມຕໍ່ບັນຊີງົບປະມານ-ຄັງເງິນ-ກຸ່ມລາຍຮັບ

ນາຍົກເນັ້ນໃຫ້ອົງການກວດສອບ ນຳໃຊ້ລະບົບການເຊື່ອມຕໍ່ບັນຊີງົບປະມານ-ຄັງເງິນ-ກຸ່ມລາຍຮັບ

Published on

ໃນຕອນບ່າຍຂອງວັນທີ 12 ມັງກອນ 2017 ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ໂອ້ລົມ ຕໍ່ກອງປະຊຸມເປີດກວ້າງວຽກງານກວດສອບງົບປະມານ ປະຈຳປີ 2016 ມາແຕ່ວັນທີ 11 ມັງກອນ 2017 ທີ່ສູນການຮ່ວມມື ແລະ ການຝຶກອົບຮົມ (ICTC).

ໂອກາດນີ້, ທ່ານນາຍົກລັດຖະມົນຕີ ໄດ້ສະແດງຄວາມຊົມເຊີຍ ຕໍ່ບັນດາຜົນງານ ທີ່ຄະນະນຳ, ສະມາຊິກພັກ ແລະ ພະນັກງານ ໃນຂົງເຂດວຽກງານຂອງອົງການກວດສອບແຫ່ງລັດ ຍາດມາໄດ້ໃນໄລຍະຜ່ານມາ ໂດຍສະເພາະ ການປັບປຸງແກ້ໄຂບັນດາມາດຕະການແນະນຳ ແລະ ກຳນົດທິດທາງຈຸດສຸມ ແຜນການກວດສອບງົບປະມານແຫ່ງລັດ ປີ 2017; ໄດ້ມີການວິເຄາະ, ວິໄຈ ສາເຫດ ແລະ ປະກົດການຕົວຈິງ ທີ່ເປັນຜົນກະທົບ ຕໍ່ເສດຖະກິດມະຫາພາກ ໃນສະພາບປະຈຸບັນ, ສາມາດຊີ້ໃຫ້ເຫັນການຮົ່ວໄຫຼ ທາງດ້ານລາຍຮັບ-ລາຍຈ່າຍຂອງງົບປະມານແຫ່ງລັດ ແລະ ໄດ້ພ້ອມກັນຖອດຖອນບົດຮຽນກ່ຽວກັບລະບົບການຄຸ້ມຄອງນຳໃຊ້ງົບປະມານແຫ່ງລັດ ແລະ ການປັບປຸງແກ້ໄຂຂໍ້ຄົງຄ້າງຈາກຜົນການກວດສອບຂອງສົກປີຜ່ານມາ. ໃນສະພາບເງື່ອນໄຂທີ່ກຳລັງປະເຊີນ ທ່ານຍັງໄດ້ເນັ້ນບາງດ້ານ ທີ່ຈະຕ້ອງໄດ້ສຸມໃສ່ປັບປຸງແກ້ໄຂ ໂດຍສະເພາະ ໃນການຄຸ້ມຄອງດ້ານລາຍຮັບ-ລາຍຈ່າຍ, ການດຳເນີນທຸລະກິດຂອງທະນາຄານລັດ ແລະ ລັດວິສາຫະກິດ

ພ້ອມນີ້ ທ່ານຍັງໄດ້ເນັ້ນຕື່ມບາງບັນຫາທີ່ຕິດພັນກັບທາງກະຊວງການເງິນ, ກະຊວງແຜນການ ແລະ ການລົງທຶນ, ອົງການກວດສອບແຫ່ງລັດ ແລະ ຂະແໜງທີ່ກ່ຽວຂ້ອງເພື່ອນຳໄປຄົ້ນຄ້ວາ ແລະ ປັບປຸງ, ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດຕື່ມດັ່ງນີ້:

  1. ໃຫ້ນຳໃຊ້ລະບົບເຊື່ອມຕໍ່ບັນຊີງົບປະມານ-ຄັງເງິນ-ກຸ່ມລາຍຮັບ ແຕ່ຂັ້ນສູນກາງລົງຮອດຂັ້ນເມືອງ ເພື່ອເຊື່ອມໂຍງກັນ ໃຫ້ທຸກຫົວໜ່ວຍງົບປະມານ ແລະ ສາມາດດຸ່ນດ່ຽງໃນແຕ່ລະວັນ ຢ່າງເປັນລະບົບ ວ່ອງໄວທັນການ.
  2. ປັບປຸງແກ້ໄຂລະບົບການຕິດຕາມ ການບັນທຶກໜີ້ຕ້ອງຮັບ ຈາກການຈ່າຍເງິນລ່ວງໜ້າງົບປະມານແຫ່ງລັດ ໃຫ້ສ້າງກົນໄກໃນການຕິດຕາມ ແລະ ສະສາງບັນຊີເງິນຝາກ ອົງການບໍລິຫານວິຊາການ ໃນລະບົບຄັງເງິນແຫ່ງຊາດປະຈຳສູນກາງ, ຄັງເງິນປະຈຳແຂວງ-ນະຄອນຫຼວງ, ໃຫ້ບັນດາໜ່ວຍງານງົບປະມານ ທີ່ມີບັນຊີເງິນຝາກຢູ່ ທະນາ ຄານທຸລະກິດ ປິດບັນຊີ ແລະ ໂອນຍອດເຫຼືອບັນຊີດັ່ງກ່າວ ເຂົ້າລວມສູນຢູ່ໃນເງິນເງິນແຫ່ງຊາດແຕ່ລະຂັ້ນ
  3. ໃຫ້ຂະແໜງການລາຍຮັບສ້າງແຜນ ແລະ ຕິດຕາມສະຖິຕິ ສິນຄ້ານຳເຂົ້າ-ສົ່ງອອກ ໃຫ້ມີຄວາມຊັດເຈນ, ແຜນຍົກເວັ້ນພາສີ ໂຄງການລົງທຶນຂອງລັດ ເປັນລາຍລະອຽດ ເພື່ອຫຼີກລ່ຽງອະນຸມັດຍົກເວັ້ນພາສີ ທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ ແລະ ກວດຄືນການເຄື່ອນໄຫວທຸລະກິດ ຕາມຂໍ້ມູນຂະແໜງສ່ວນສາອາກອນ, ກຳນົດການຄິດໄລ່ອັດຕາກອນແຕ່ລະປະເພດ ໃຫ້ສອດຄ່ອງກັບລັດຖະບັນຍັດ ທີ່ປະກາດໃຊ້ອັນສຳຄັນ ແມ່ນຕ້ອງໄດ້ເອົາຂໍ້ມູນສູ່ລະບົບເອເລັກໂທຣນິກ ທັງໝົດ ແລະ ສ້າງພະນັກງານ ໃຫ້ມີຈັນຍາບັນ ຈັນຍາທຳ ແລະ ບັນຫາອື່ນໆອີກ

ເປັນຕົ້ນແມ່ນໃຫ້ທວນຄືນການຈັດສັນໜີ້ສິນ ໃນລະບົບຄັງເງິນແຫ່ງຊາດ ແລະ ໜີ້ຕ້ອງຮັບ ຂອງກຸ່ມລາຍຮັບໃຫ້ລະອຽດຄົບຖ້ວນ

ໃຫ້ກວດຄືນການຊຳລະໜີ້ໂຄງການລົງທຶນຂອງລັດ ທີ່ນອນໃນແຜນສະພາແຫ່ງຊາດຮັບຮອງ ໃຫ້ກວດຄືນໂຄງການລົງທຶນຂອງລັດ ທີ່ບໍ່ໄດ້ຈັດຕັ້ງການປະມູນການກໍ່ສ້າງ ຈັດຊື້-ຈັດຈ້າງ ເພື່ອດຳເນີນຂັ້ນຕອນການປະເມີນ ໃຫ້ສອດຄ່ອງກັບກົດໝາຍວ່າດ້ວຍການລົງທຶນຂອງລັດ, ໂຄງການໃດບໍ່ຖືກຕ້ອງ ຫຼື ບໍ່ໄດ້ປະເມີນຕາມການກຳນົດ ແມ່ນໃຫ້ໂຈະການຈັດຕັ້ງປະຕິບັດ ເພື່ອຫຼີກລ່ຽງເຮັໃຫ້ໂຄງການມີມູນຄ່າສູງ

ແຫລ່ງຂ່າວຈາກ: ໜັງສືພິມເສດຖະກິດ-ການຄ້າ
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

 

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...