Homeວິທະຍາສາດ-ວິທະຍາການນັກວິທະຍາສາດຈາກປະເທດ ອົສສະຕາລີ ທີ່ສຶກສາໄຫຫີນຊຽງຂວາງ ໃຊ້ເທັກນິກສ້າງພາບ Virtual Reality

ນັກວິທະຍາສາດຈາກປະເທດ ອົສສະຕາລີ ທີ່ສຶກສາໄຫຫີນຊຽງຂວາງ ໃຊ້ເທັກນິກສ້າງພາບ Virtual Reality

Published on

ນັກວິທະຍາສາດຈາກປະເທດ ອົສສະຕາລີ ທີ່ສຶກສາໄຫຫີນຊຽງຂວາງ ໃຊ້ເທັກນິກສ້າງພາບ Virtual Reality ເພື່ອສຶກສາ ແລະ ໄຂຄວາມລັບຂອງ ໄຫຫີນຊຽງຂວາງ

ເນື່ອງຈາກຂໍ້ຈຳກັດຫລາຍຢ່າງໃນການເຮັດວຽກສຳຫລວດ ໂດຍສະເພາະບັນຫາລະເບີດຕົກຄ້າງ ທີ່ເຮັດໃຫ້ການຂຸດສຳຫລວດເຮັດໄດ້ບໍ່ເຕັມທີ່ ທີມວິໃຈຈຶ່ງໃຊ້ເທັກນິກການສ້າງພາບຈຳລອງແບບສາມມິຕິຂຶ້ນມາໂດຍນຳໃຊ້ໂດຣນບິນສະແກນພື້ນທີ່ທົ່ງໄຫຫີນ ເພື່ອສ້າງພາບຈຳລອງພູມສັນຖານ ໄປເຂົ້າກັບຂໍ້ມູນການຂຸດສຳຫລວດ ມາປະສົມກັນສ້າງເປັນວິດີໂອຈຳລອງແບບສົມຈິງ 3D virtual reality ຜົນການເຮັດແບບນີ້ ຈະເຮັດໃຫ້ນັກວິໃຈ ມີເວລາສັງເກດແລະວິເຄາະຂໍ້ມູນຫລາຍຂຶ້ນ ໂດຍບໍ່ຕ້ອງມາປະຈຳຢູ່ທົ່ງໄຫຫີນ.

PJG-19

ຈາກການສຳຫລວດໃນອະດີດຜ່ານມາ ນັກວິທະຍາສາດສັນນິຖານວ່າ ທົ່ງໄຫຫີນ ແມ່ນທຳນຽມການຝັງສົບຂອງຄົນຍຸກກ່ອນ ແລະຄາດວ່າຫນ້າຈະມີອາຍຸ 2.500 ປີ ຫລັງຈາກການເກັບຂໍ້ມູນສຳຫລວດລະອຽດ ແລະສ້າງພາບຈຳລອງຂຶ້ນແລ້ວ ນັກວິໃຈຈະສຶກສາເພື່ອໄຂຄວາມລັບຕ່າງໆເຊັ່ນ:

– ອາຍຸຂອງຫີນ ແມ່ນ 2.500 ປີ ດັ່ງທີ່ຄາດການກັນໄວ້ແທ້ບໍ່ ຫລື ອາຍຸເທົ່າໃດແທ້ ໄຫຫີນມີຢູ່ໃນຍຸກໃດຂອງປະຫວັດສາດລາວ
– ສຶກສາໂຄງກະດູກທີ່ພົບ ກວດ DNA ວ່າແມ່ນຄົນກຸ່ມໃດ ມາຈາກໃສ
– ສຶກສາວິທີການສ້າງໄຫຫີນ ແລະ ເຄື່ອນຍ້າຍ ມາໄວ້ໄດ້ແນວໃດ ເພາະບາງໄຫມ ທີ່ມີຂະຫນາດໃຫຍ່ ແລະ ຫນັກຫລາຍ

ຂ່າວຈາກ www.livescience.com/57395-plain-of-jars-burial-site-in-virt…

ແລະ ເຟສບຸກເພສ: ວິທະຍາສາດ

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...