ປະຊາຄົມບັນດາປະ ຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ຊຶ່ງເປັນອົງການຈັດຕັ້ງພາກພື້ນລະຫວ່າງລັດຖະບານ
ທີ່ປະກອບມີ 10 ປະ ເທດຄື: ອິນໂດເນເຊຍ, ມາເລເຊຍ, ຟີລິບປິນ, ສິງກະໂປ, ໄທ, ມຽນມາ, ບຣູໄນ, ລາວ, ຫວຽດນາມ
ແລະ ກຳປູເຈຍ.
ຈຸດປະສົງຕົ້ນຕໍຂອງອາຊຽນ ທີ່ໄດ້ກຳນົດໄວ້ໃນກົດບັດ ແມ່ນເພື່ອປົກປັກຮັກສາ ແລະ ສົ່ງເສີມສັນຕິພາບ, ສະຖຽນລະ
ພາບ ແລະ ຄວາມໝັ້ນຄົງຂອງພາກພື້ນ, ເຮັດໃຫ້ອາຊີຕ ເວັນອອກສ່ຽງໃຕ້ ເປັນເຂດປອດອາວຸດນິວເຄຼຍ ແລະ ອາວຸດ
ທຳລາຍລ້າງຜານອື່ນໆ.
ການກ້າວສູ່ປະຊາຄົມເສດຖະກິດອາຊຽນ ໃນປີ 2015 ເພື່ອເພີ່ມທະວີຄວາມສາມາດໃນການເພິ່ງຕົນເອງໃນພາກພື້ນ
ໂດຍການສົ່ງເສີມການຮ່ວມມືທາງດ້ານການເມືອງ – ຄວາມໝັ້ນຄົງ, ເສດຖະກິດ ແລະ ວັດທະນະທຳ-ສັງຄົມ ໃຫ້ກ້ວາງ
ຂວາງ. ການເຊື່ອມໂຍງທາງເສດຖະກິດ, ເຮັດໃຫ້ອາຊຽນກາຍເປັນຕະຫຼາດ ແລະ ຖານການຜະລິດໜຶ່ງດຽວ, ພ້ອມທັງ
ຮັບປະກັນຄວາມສາມາດໃນການແຂ່ງຂັນສູງທາງດ້ານເສດຖະກິດ, ເພື່ອອຳນວຍຄວາມສະດວກໃຫ້ແກ່ການຄ້າ ແລະ
ການລົງທຶນຢ່າງມີປະສິດທິພາບ ໂດຍມີການໄຫຼວຽນຢ່າງເສລີຂອງສິນຄ້າ, ການບໍລິການ ແລະ ການລົງທຶນ.
ນອກຈາກການຮ່ວມມືທາງດ້ານເສດຖະກິດ, ການຄ້າ, ການບໍລິການ ແລະ ການລົງທຶນແລ້ວ ອາຊຽນ ຍັງໄດ້ໃຫ້ການສົ່ງ
ເສີມຄວາມຢູ່ດີກິນດີ ແລະ ການດຳລົງຊີວິດທີ່ດີຂອງປະຊາຊົນພາຍໃນອາຊຽນ ໂດຍໃຫ້ເຂົາເຈົ້າໄດ້ມີໂອກາດຢ່າງ
ເທົ່າທຽມກັນ ໃນການເຂົ້າເຖິງ ແລະ ຊົມໃຊ້ຜົນປະໂຫຍດຈາກການພັດທະນາ, ສະຫວັດດີການ ແລະ ຄວາມຍຸຕິທຳ
ຂອງສັງຄົມ.ຮັກສາບົດບາດຄວາມເປັນແກນກາງຂອງອາຊຽນ ແລະ ຄວາມເປັນເຈົ້າການ ໃນຖານະເປັນກຳລັງຂັບ
ເຄື່ອນຕົ້ນຕໍ ໃນການພົວພັນຮ່ວມມືລະຫວ່າງອາຊຽນກັບບັນດາຄູ່ເຈລະຈາ ແລະ ຄູ່ຮ່ວມມືຈາກນອກພາກພື້ນ.
ປະຈຸບັນອາຊຽນມີການຮ່ວມມືກັບ 10 ຄູ່ເຈລະຈາ ແລະ ໄດ້ສ້າງເຂດການຄ້າເສລີກັບຄູ່ເຈລະຈາເຊັ່ນ: ສປ ຈີນ, ສ.ເກົາຫຼີ,
ຍີ່ປຸ່ນ, ອິນເດຍ, ອົດສະຕຣາລີ ແລະ ນິວຊີແລນ. ນອກຈາກນັ້ນ ຍັງມີການຮ່ວມມືກັບອົງການສະຫະປະຊາຊາດ, ອົງການ
ຮ່ວມມືອ່າວເຂດຕາເວັນອອກກາງ, ອົງການຮ່ວມມືຊຽງໄຮ້, ອົງການຮ່ວມມືພາກພື້ນອາຊີໃຕ້, ຕະຫຼາດຮ່ວມອາເມຣິກາ
ໃຕ້ ແລະ ອົງການຮ່ວມມືເສດຖະກິດ.
ບົດຄວາມຈາກ: http://www.pasaxon.org.la/Economic/7-8-14/Content11.html