spot_img
Homeຂ່າວທ້ອງຖິ່ນລາວເລັ່ງຄວບຄຸມເຄື່ອງດື່ມທີ່ມີທາດແອລກໍຮໍ

ລາວເລັ່ງຄວບຄຸມເຄື່ອງດື່ມທີ່ມີທາດແອລກໍຮໍ

Published on

ຄະນະກຳມາທິການວັດທະນະທຳ-ສັງຄົມສະພາແຫ່ງຊາດໃຫ້ຮູ້ວ່າ: ໃນໄລຍະຜ່ານມານີ້ການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າຂອງພົນລະເມືອງລາວເຖິງວ່າຈະມີບາງດ້ານເຮັດໄດ້ດີ, ແຕ່ກໍຍັງມີຫຼາຍອັນທີ່ຍັງ ເຮັດບໍ່ທັນໄດ້ດີເທົ່າທີ່ຄວນ, ຊຶ່ງສະແດງອອກໃຫ້ເຫັນຢູ່ຫຼາຍຂອດນັບແຕ່ການຈັດງານລ້ຽງ, ງານດອງ ແລະ ງານປະເພນີຕ່າງໆຢູ່ໃນສັງຄົມກໍ່ຍັງຖືເອົາເຄື່ອງດື່ມທີ່ມີທາດເຫຼົ້າເປັນຫຼັກ, ພ້ອມກັນນີ້ການໂຄສະນາຜົນກະທົບຕ່າງໆຈາກເຄື່ອງດື່ມມຶນເມົາຜ່ານສື່ມວນຊົນກໍເຮັດໄດ້ບໍ່ກ້ວາງຂວາງ ແລະ ຍັງບໍ່ມີປະສິດທິຜົນ, ໂດຍສະເພາະແມ່ນໃນຕົວເມືອງໃຫຍ່ ແລະ ກະໂຕພາກສ່ວນກ່ຽວຂ້ອງເອງເຖິງວ່າໄດ້ໃຊ້ຄວາມພະຍາຍາມໂຄສະນາເຜີຍແຜ່ລະບຽບກົດໝາຍຕ່າງໆກ່ຽວກັບຄວບຄຸມທາດເຫຼົ້າດ້ວຍຫຼາຍວິທີຄື: ການຖາມ-ຕອບບັນຫາ, ການແຕ່ງບົດເພັງ-ບົດລະຄອນກອມ ແລະ ກາບກອນເລື່ອງສັ້ນຕ່າງໆ, ເພື່ອໂຄສະນາສ່ອງແສງຜົນຮ້າຍຂອງເຄື່ອງດື່ມທີ່ມີທາດເຫຼົ້າແຕ່ກໍເຫັນວ່າສັງຄົມຍັງບໍ່ມີການຫັນປ່ຽນແຕ່ຢ່າງໃດ, ທັງນີ້ກໍອາດເປັນຍ້ອນການຈັດ ຕັ້ງປະຕິບັດຄວບຄຸມບໍ່ທັນເຂັ້ມງວດ, ການໃຫ້ຄວາມຮ່ວມມືຂອງສັງຄົມຍັງບໍ່ທັນສູງ ແລະ ເລິກເຊິ່ງ, ບາງການໂຄສະນາຍັງມີລັກຊະນະຊວນເຊື້ອຂອງຜູ້ປະກອບການເຄື່ອງດື່ມທີ່ມີທາດເຫຼົ້າກໍຍັງມີໃຫ້ເຫັນ, ສົ່ງຜົນທາງດ້ານຈິດວິທະຍາຕໍ່ສັງຄົມກໍຄືຜູ້ບໍລິໂພກ, ອັນເປັນການຍຸຍົງສົ່ງເສີ່ມໃຫ້ຖັນແຖວຊາວໝຸ່ມ, ເຍົາວະຊົນກໍຄືສັງຄົມຍັງມີພຶດຕິກຳໃຊ້ເຄື່ອງດື່ມທີມີທາດເຫຼົ້າມີທ່າອ່ຽງເພີ່ມຂຶ້ນ, ມັນສະແດງອອກໃນການເກີດອຸປະຕິເຫດທາງທ້ອງຖະໜົນທີ່ມີສາເຫດມາຈາກການດື່ມສິ່ງ, ຮ້າຍແຮງໄປກວ່ານັ້ນຢູ່ບາງຕົວເມືອງ ແລະ ເຂດຊົນນະບົດຫ່າງໄກສອກຫຼີກຫຼາຍແຂວງຍັງຖືເອົາການດື່ມສິ່ງມືນເມົາເປັນສຳຄັນໃນງານບຸນປະເພນີຕ່າງໆຂອງຕົນ ແລະ ທັງໝົດນີ້ມັນໄດ້ກາຍເປັນສິ່ງທ້າທາຍຕໍ່ສັງຄົມບ້ານເຮົາ, ທີ່ທຸກຄົນຈະຕ້ອງໄດ້ຮີບຮ້ອນແກ້ໄຂ, ເພື່ອເຮັດແນວໃດໃຫ້ປະເທດເຮົາສາມາດຄວບຄຸມເຄື່ອງດື່ມດັ່ງກ່າວໄດ້ຢ່າງມີປະສິດທິຜົນ.

ແຫລ່ງຂ່າວຈາກ: http://laophatthananews.blogspot.com/
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...