Homeຂ່າວການພັດທະນາລັດຖະບານ ຕັ້ງເປົ້າຈະຟື້ນຟູປ່າໃຫ້ໄດ້ 37.000 ເຮັກຕາ

ລັດຖະບານ ຕັ້ງເປົ້າຈະຟື້ນຟູປ່າໃຫ້ໄດ້ 37.000 ເຮັກຕາ

Published on

ອີງຕາມ​ຄຳ​ສັ່ງ​ຂອງ ທ່ານ ລຽນ ​ທິ​ແກ້ວ ​ລັດຖະມົນຕີ ກະຊວງ​ກະສິກຳ ​ແລະ ປ່າ​ໄມ້ ສະບັບ​ເລກທີ 3827/ກປ ລົງ​ວັນ​ທີ 29 ທັນວາ 2016 ກ່ຽວ​ກັບ​ການ​ກະກຽມ​ ຜະລິດ​ເບ້​ຍໄມ້, ປູກ​ໄມ້ ​ແລະ ຟື້ນ​ຟູ​ປ່າ ປະຈຳ​ປີ 2017 ໄດ້ລະບຸວ່າ: ພັກ-ລັດຖະບານ ແລະ ອົງການປົກຄອງທ້ອງຖິ່ນ ທຸກຂັ້ນກໍໄດ້ ເອົາໃຈໃສ່ປົກປັກຮັກສາ, ຄຸ້ມຄອງ ແລະ ນຳໃຊ້ຕາມ ທິດຍືນຍົງ ດ້ວຍການອອກກົດໝາຍ ແລະ ນິຕິກຳລຸ່ມກົດໝາຍ ຫລາຍສະບັບ ພ້ອມທັງດຳເນີນການຈັດສັນ ກຳນົດຂອບເຂດ, ປັກຫລັກໝາຍ ແລະ ຕິດປ້າຍເຂດ ຟື້ນຟູປ່າເພື່ອແກ້ໄຂປາກົດການ ຫຍໍ້ທໍ້ ແລະ ​ເປັນ​ການຊຸກຍູ້ສົ່ງເສີມ ການຜະລິດເບ້ຍໄມ້, ການປູກໄມ້ ແລະ ຟື້ນຟູປ່າໄມ້ ໃຫ້ໄປຕາມທິດຍືນຍົງ ສະນັ້ນ ພາຍໃນປີ 2017 ນີ້ ລັດຖະບານຈະສູ້ຊົນ ໃຫ້ບັນລຸເນື້ອທີ່ ຟື້ນຟູປ່າໄມ້ 37.000 ເຮັກຕາ​ໂດຍແນໃສ່ ເພີ່ມຄວາມປົກຫຸ້ມ ປ່າໄມ້ໃຫ້ໄດ້ 70% ໃນປີ 2020 ຕາມທີ່ໄດ້ກຳນົດໄວ້  ໃນຍຸດທະສາດປ່າໄມ້.
ປັດຈຸບັນນີ້ ການກະກຽມຜະລິດເບ້ຍໄມ້, ປູກໄມ້ ແລະ ຟື້ນຟູປ່າ ໃຫ້ພະແນກກະສິກຳ ແລະ ປ່າໄມ້ ປະຈຳແຂວງ, ນະຄອນຫລວງວຽງຈັນ ຊີ້ນຳ ຂະແໜງປ່າໄມ້ ແລະ ຫ້ອງການກະສິກຳ ແລະ ປ່າໄມ້ປະຈຳເມືອງເອົາໃຈໃສ່ດັ່ງນີ້: ເພີ່ມທະວີ ຄວາມຮັບຜິດຊອບ ຕໍ່ການປະຕິບັດຕົວເລກ ຄາດໝາຍ ແຜນການປີ 2017 ທີ່ກະຊວງກະສິກຳ ແລະ ປ່າໄມ້ມອບໝາຍ ໃຫ້ໂດຍມີການຕິດຕາມ, ກວດກາ ແລະ ເກັບກຳຂໍ້ມູນເນື້ອທີ່ປ່າໄມ້ທີ່ ໄດ້ຮັບການ ຟື້ນຟູ ໄປພ້ອມໆ ກັບການກຳນົດຂອບເຂດ, ປັກຫຼັກໝາຍ ແລະ ຕິດປ້າຍເຂດຟື້ນຟູປ່າ ໃຫ້ຈະແຈ້ງ ແລະ ຊັດເຈນ; ເກັບກຳຄືນ ແກ່ນພັນໄມ້ທີ່ມີແລ້ວ ແລະ ແກ່ນພັນໄມ້ ທີ່ພົບໃຫມ່ ພາຍໃນແຂວງຂອງຕົນ ເພື່ອກຳນົດ ເປັນແຜນການ ໃນການຕອບສະຫນອງ ແກ່ນພັນໄມ້ ໃນແຕ່ລະປີ; ກ່ຽວກັບການ ຜະລິດເບ້ຍໄມ້ ແມ່ນໃຫ້ເລັ່ງໃສ່ ພັນໄມ້ພື້ນເມືອງ ທີ່ເຫມາະກັບສະພາບ ພື້ນທີ່ ຂອງແຕ່ລະທ້ອງຖິ່ນ ເພື່ອເປົ້າຫມາຍຟື້ນຟູປ່າ, ປົກປັກຮັກສາ ສິ່ງແວດລ້ອມ ແລະ ໃຫ້ມີເບ້ຍໄມ້ໄວ້ ຕອບສະຫນອງໃຫ້ ແກ່ການປູກໄມ້ ທັນກັບລະດູການ, ສ່ວນໄມ້ອຸດສາຫະກຳ ແລະ ໄມ້ທີ່ເປັນເສດຖະກິດ  ແມ່ນໃຫ້ຊຸກຍູ້ ຜູ້ປະກອບການ ປູກໃສ່ໃນ ເນື້ອທີ່ດິນປ່າ ປອກໂຫຼ້ນ ແລະ ທີ່ດິນເປົ່າຫວ່າງ ທີ່ລັດຈັດສັນໃຫ້; ເກັບກຳຄືນການປູກໄມ້ ໃນໄລຍະຜ່ານມາ ໂດຍໃຫ້ແຍກລະອຽດ ລະຫວ່າງ ສວນປູກໄມ້ ຂອງພາກລັດ, ເອກະຊົນ ແລະ ປະຊາຊົນ ທີ່ມາລົງທຶນທັງພາຍໃນ ແລະ ຕ່າງປະເທດເປັນຕົ້ນ ຈຳນວນເນື້ອທີ່ປູກ, ສະຖານທີ່ປູກ, ຊະນິດໄມ້ທີ່ປູກ, ເນື້ອທີ່ທີ່ສາມາດ ເກັບຜົນຜະລິດໄດ້ພ້ອມນັ້ນ ກໍດຳເນີນ ການຂຶ້ນທະບຽນ ສວນປູກໄມ້ ທີ່ໄດ້ຕາມເງື່ອນໄຂ ແລະ ລະບຽບການຂຶ້ນທະບຽນສວນປູກຕາມ ທີ່ໄດ້ກຳນົດໄວ້ ໃນຄຳສັ່ງ ແນະນຳຂອງລັດຖະມົນຕີ ເລກທີ 1849/ກປ.99 ລົງ ວັນທີ 7 ຕຸລາ 1999 ແລ້ວ ສະຫລຸບລາຍງານກົມ ປ່າໄມ້ຮັບຊາບ ເປັນແຕ່ລະໄລຍະ.
ພ້ອມ​ດຽວ​ກັນ​ນັ້ນ ​ຄຳ​ສັ່ງຍັງ​ໄດ້ໃຫ້ກົມປ່າໄມ້, ກົມກວດກາ ປ່າໄມ້, ກົມຄຸ້ມຄອງ ຊັບພະຍາກອນ ປ່າໄມ້, ພະແນກກະສິກຳ ແລະ ປ່າໄມ້ ປະຈຳແຂວງ, ນະຄອນຫລວງວຽງຈັນ ແລະ ຫ້ອງການກະສິກຳ ແລະ ປ່າໄມ້ປະຈຳເມືອງ ສືບຕໍ່ເປັນເຈົ້າການ ໂຄສະນາເຜີຍແຜ່ເນື້ອໃນ ຕົ້ນຕໍ ຂອງກົດຫມາຍວ່າດ້ວຍ ປ່າໄມ້ ແລະ ລະບຽບການຕ່າງໆ ທີ່ກ່ຽວຂ້ອງໃຫ້ແກ່ພະນັກງານ, ທະຫານ, ຕຳຫຼວດ, ພໍູ່ຄ້າຊາວຂາຍ, ຫົວຫນ່ວຍບໍລິການ ຕະຫຼອດຮອດ ປະຊາຊົນບັນດາເຜົ່າ ໃຫ້ຮັບຮູ້ ແລະ ເຂົ້າໃຈ ໂດຍຍົກໃຫ້ເຫັນ ຄວາມ ສຳຄັນຂອງປ່າໄມ້ ຕໍ່ສິ່ງແວດລ້ອມທຳມະຊາດ,  ຕໍ່ຊີວິດການ ເປັນຢູ່ ຂອງຄົນເຮົາ, ໄພພິບັດເກີດຈາກການ ທຳລາຍ ປ່າລວມທັງການຖາງປ່າເຮັດໄຮ່, ແຜນປູກ ແລະ ຟື້ນຟູປ່າໄມ້ຂອງລັດ ແລະ ທ້ອງຖິ່ນຕົນ  ໂດຍຜ່ານສື່ຕ່າງໆ ເປັນຕົ້ນຫນັງສືພິມ, ໂທລະພາບ, ວິທະຍຸກະຈາຍສຽງ ແລະ ສື່ອື່ນໆ ຕາມຄວາມເຫມາະສົມ.

ຂ່າວ: ສຳນັກຂ່າວສານປປະເທດລາວ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...