Home​ຂ່າວບັນເທິງພິທີຄອບຮູບເງົາ ຫົງຫາມເຕົ່າ ພ້ອມເປີດກອງຖ່າຍທຳແລ້ວ

ພິທີຄອບຮູບເງົາ ຫົງຫາມເຕົ່າ ພ້ອມເປີດກອງຖ່າຍທຳແລ້ວ

Published on

ບັນເທີງດາລາ ກັບ ລາວໂພສຕ໌ ມື້ນີ້ແອັດມິນຈະພາທຸກຄົນມາຊົມພາບບັນຍາກາດ ການເຮັດພິທີຄອບ ຮູບເງົາ ຫົງຫາມເຕົ່າ ເຊິ່ງໄດ້ຈັດຂຶ້ນໃນຊ່ວງເວລາ 8:00 ໂມງເຊົ້າ, ຂອງວັນທີ 8 ມັງກອນ 2017 ທີ່ຜ່ານມາ ທີ່ຮ້ານອາຫານ ຮ້າດເໝດ ສາຂາ 2 ເຊິ່ງໃນພິທີໄດ້ຈັດກັນຢ່າງອົບອຸ່ນເປັນກັນເອງ ເຊິ່ງງານນີ້ນຳທີມໂດຍ ຜູ້ກຳກັບສາຍຮາ ຄົນເກັ່ງຢ່າງ ເຈ້ຍ ປາຊີຟິກ ແລະ ພັນລະຍາຄົນງາມຂອງເພິ່ນນັ້ນເອງ

484

ສ່ວນທາງນັກສະແດງກໍ່ນຳທີມໂດຍພະເອກ-ນາງເອກ ຢ່າງ ວິນລີ້, ລູກນ້ຳ, ບາບີ້, ບັອບບີ ພ້ອມດ້ວຍນັກສົມທົບ ແລະ ທີມງານອີກຫຼາຍຊີວິດ ທາງທີມງານບັນເທີງລາວໂພສຕ໌ ກໍ່ຂໍເປັນກຳລັງໃຈໃຫ້ ຮູບເງົາ ຫົງຫາມເຕົ່າ ປະສົບຄວາມສຳເລັດສ້າງລາຍຮັບ ທະລຸ 1,000 ລ້ານໄປເລີຍ, ສຳລັບແຟນໆຂອງ ເຈ້ຍ ປາຊີຟິກ ທີ່ລໍຊົມຜົນງານຮູບເງົາເລື່ອງນີ້ກໍ່ໃຫ້ອົດໃຈລໍຖ້າໄປກ່ອນ ຖ້າຫາກມີຂ່າວການເຄື່ອນໄຫວ້ພີ່ມເຕີມດຽວແອັດມິນຈະນຳມາແຈ້ງໃຫ້ຮູ້ອີກຄັ້ງໜຶ່ງ  ແຕ່ຕອນນີ້ເຮົາມາເບິ່ງພາບບັນຍາກາດ ພິທີຄອບ ຮູບເງົາ ຫົງຫາມເຕົ່າ ກັນດີກວ່າ

15826248_10209819247655353_5835870909969672409_n

692

4845

483 4844

 

ຂໍ້ມູນ ແລະ ຮູບພາບປະກອບຈາກ: Jear Pacific
ຕິດຕາມເລື່ອງດີດີ ບັນເທີງລາວ Lao Entertenment ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...