Homeຂ່າວຕ່າງປະເທດຜົນການສຶກສາພົບວ່າ ຄົນທີ່ມີເຮືອນໃກ້ຖະໜົນໃຫຍ່ ມີໂອກາດເປັນພະຍາດສະໝອງເສື່ອມ

ຜົນການສຶກສາພົບວ່າ ຄົນທີ່ມີເຮືອນໃກ້ຖະໜົນໃຫຍ່ ມີໂອກາດເປັນພະຍາດສະໝອງເສື່ອມ

Published on

ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 7 ມັງກອນ 2017 ຜ່ານມາວ່າ ຜົນການສຶກສາຈາກໜ່ວຍງານສາທາລະນະສຸກແຫ່ງລັດອອນແທຣີໂອ ຂອງແຄນນາດາ ໄດ້ບອກວ່າ ຜູ້ທີ່ອາໄສຢູ່ໃກ້ກັບຖະໜົນໃຫຍ່ ຫຼືທາງສາຍຫຼັກ ມີຄວາມສ່ຽງປະສົບພາວະສະໝອງເສື່ອມຫຼາຍກວ່າຄົນປົກກະຕິ ຈາກມົນລະພິດທີ່ໄດ້ຮັບ ສະສົມໄວ້

ຜົນການສຶກສາດັ່ງກ່າວ ໄດ້ພິມອອກວາລະສານການແພດແລນເຊດ ຂອງອັງກິດ ໄດ້ເຮັດການຕິດຕາມປະຊາກອນກຸ່ມຕົວຢ່າງເກືອບ 2 ລ້ານຄົນໃນລັດແຫ່ງໜຶ່ງ ເປັນເວລາ 11 ປີ ຈົນຄົ້ນພົບຂໍ້ມູນທີ່ສຳຄັນວ່າ ຄົນທີ່ພັກໃກ້ກັບຖະໜົນໃນລັດສະໝີ 50 ແມັດ ມີຄວາມສ່ຽງປ່ວຍເປັນພະຍາດສະໝອງເສື່ອມຫຼາຍກວ່າ 7%, ຜູ້ທີ່ອາໄສໃນລັດສະໝີ 50-100 ແມັດ ມີຄວາມສ່ຽງຫຼາຍກວ່າ 4% ແລະໃນລັດສະໝີ 101-200 ແມັດມີຄວາມສ່ຽງຫຼາຍກວ່າ 2% ເມື່ອທຽບກັບຄົນທີ່ອາໄສຫ່າງຈາກຖະໜົນໃຫຍ່ 300​ ແມັດ ເຊິ່ງສາເຫດຂອງການສ່ຽງສຳຄັນຄື ການຈະລາຈອນ ເຊິ່ງສົ່ງຜົນກະທົບທັງມົນລະພິດທາງສຽງ ແລະທາງອາກາດ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...