spot_img
HomeBaby-ແມ່ແລະເດັກສູດຄຳນວນຄວາມສູງຂອງລູກເມື່ອເວລາເຂົາໃຫຍ່ຂຶ້ນມາ

ສູດຄຳນວນຄວາມສູງຂອງລູກເມື່ອເວລາເຂົາໃຫຍ່ຂຶ້ນມາ

Published on

ໃນຄໍລຳ ແມ່ ແລະ ລູກ ມື້ນີ້ແອັດມິນຈະມານຳສະເໜີບົດເບົາໆ ຄືການຄຳນວນຄວາມສູງຂອງລູກນ້ອຍໃນອານາຄົດ ເມື່ອເວລາທີ່ເຂົາໃຫຍ່ຂຶ້ນມາ ເຂົາຈະມີຄວາມສູງປະມານເທົ່າໃດ? ດ້ວຍການໃຊ້ສູດແບບງ່າຍໆ

ການຈະເລີນເຕີບໃຫຍ່ ແລະ ຄວາມສູງຂອງມະນຸດນັ້ນ ເປັນຂະບວນການທີ່ຊັບຊ້ອນ ແລະ ຖືກກຳນົດດ້ວຍປັດໄຈທາງກຳມະພັນເປັນຫຼັກ ທີ່ມີຜົນຕໍ່ຄວາມສູງຂອງລູກ ຖ້າພໍ່ແມ່ສູງ ລູກສ່ວນຫລາຍກໍ່ຈະເກີດມາສູງ ຖ້າພໍ່ແມ່ເຕ້ຍລູກກໍ່ມັກຈະເກີດມາເຕ້ຍ

ສູດນີ້ແອັດມິນໄດ້ອ່ານຈາກເວັບໄຊ http://mothersdigest.in.th ເຊິ່ງມັນກໍ່ເປັນສູດໜຶ່ງທີ່ໜ້າສົນໃຈ ຮູ້ສຶກວ່າເປັນຫົວຂໍ້ທີ່ແປກໃໝ່ ບໍ່ເຄີຍໄດຍິນຈາກທາງໃດມາກ່ອນ ແຕ່ມັນກໍ່ສາມາດຕອບສະໜອງຄວາມຢາກຮູ້ຂອງພໍ່ແມ່ບາງກຸ່ມຄົນໄດ້ ແລະ ມັນກໍ່ບໍ່ແມ່ນເລື່ອງເສຍຫາຍທີ່ເຮົາຈະລອງຄຳນວນຄວາມສູງຂອງລູກເຮົາດ້ວຍສູດນີ້ໃນຍາມເວລາຫວ່າງໆ ແຕ່ຂໍບອກໄວ້ກ່ອນວ່າ ສູດຄຳນວນນີ້ແມ່ນອີງຕາມສັກກະຍະພາບທາງພັນທຸກຳແທ້ໆຂອງພໍ່ແມ່ເທົ່ານັ້ນ.

(ໝາຍເຫດ: ສູດນີ້ບໍ່ສາມາດນຳໃຊ້ໄດ້ກັບພໍ່ແມ່ຜູ້ມີຄວາມຜິດປົກກະຕິທາງຮ່າງກາຍ ເຊັ່ນ: ຮ່າງກາຍເປັນພິການ ທີ່ສົ່ງຜົນເຮັດໃຫ້ການຈະເລີນເຕີບໃຫຍ່ຂອງຮ່າງກາຍທີ່ສົມບູບແບບຄົນທົ່ວໄປ ຫຼື ຄົນທີ່ໄປເຮັດສັນລະຍະກຳຕໍ່ກະດູກໃຫ້ຕົວເອງສູງຂຶ້ນ) 

ເດັກນ້ອຍຜູ້ຊາຍ = (ຄວາມສູງຂອງພໍ່ + ຄວາມສູງຂອງແມ່ +13)/2 

ເດັກນ້ອຍແມ່ຍິງ = (ຄວາມສູງຂອງພໍ່ + ຄວາມສູງຂອງແມ່ -13)/2

ສູດມັນກໍ່ມີພຽງງ່າຍໆເທົ່ານີ້ ລອງຄຳນວນຫຼິ້ນໆເບິ່ງເດີ້… ເມື່ອຮູ້ຜົນຄຳນວນແລ້ວ ກໍ່ຢ່າໄປຄິດຈິງຈັງຫຍັງຫຼາຍ! ເພາະໂລກດຽວນີ້ມັນພັດທະນາແລ້ວ ຄວາມສູງກໍ່ສາມາດເສີມໄດ້ ດ້ວຍອາຫານ ແລະ ທາງການແພດທີ່ທັນສະໃໝ

ແຫລ່ງທີ່ມາ: http://mothersdigest.in.th/post/G44dlcg-%E0%B8%A7%E0%B8%B4%E0%B8%95%E0%B8%B2%E0%B8%A1%E0%B8%B4%E0%B8%99_%E0%B8%AD%E0%B8%B2%E0%B8%AB%E0%B8%B2%E0%B8%A3%E0%B9%80%E0%B8%AA%E0%B8%A3%E0%B8%B4%E0%B8%A1%E0%B8%AD%E0%B8%B0%E0%B9%84%E0%B8%A3_%E0%B8%8A%E0%B9%88%E0%B8%A7%E0%B8%A2%E0%B9%83%E0%B8%AB%E0%B9%89%E0%B8%A5%E0%B8%B9%E0%B8%81%E0%B8%95%E0%B8%B1%E0%B8%A7%E0%B8%AA%E0%B8%B9%E0%B8%87___/4

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...