spot_img
Homeຂ່າວພາຍ​ໃນລາວ-ກຳປູເຈຍ ຈະເປີດດ່ານສາກົນຮ່ວມກັນ ກາງເດືອນນີ້

ລາວ-ກຳປູເຈຍ ຈະເປີດດ່ານສາກົນຮ່ວມກັນ ກາງເດືອນນີ້

Published on

ຂປລ. ໃນວັນທີ 10 ມັງກອນ 2017 ທີ່ຈະມາເຖິງນີ້, ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຣາຊະອານາຈັກ ກຳປູເຈຍ ຈະຈັດພິທີເປີດດ່ານສາກົນ ໜອງນົກຂຽນ-ຕຣາປຽງກຣຽນ ລະຫວ່າງ ສອງປະເທດ ໂດຍການໃຫ້ກຽດ ເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ແລະ ທ່ານ ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈຮຸນແຊນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ, ໂດຍຈະມີເຈົ້າໜ້າທີ່ກ່ຽວຂ້ອງ ແລະ ປະຊາຊົນຂອງສອງປະເທດ ເຂົ້າຮ່ວມ.

ດ່ານສາກົນ ໜອງນົກຂຽນ-ຕຣາປຽງກຣຽນ ຈະເປັນດ່ານສາກົນແຫ່ງທໍາອິດ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ກໍາປູເຈຍ, ເຊິ່ງຜ່ານມາ ເຄີຍເປັນດ່ານທ້ອງຖິ່ນ ເພື່ອອໍານວຍ ຄວາມສະດວກ ໃຫ້ແກ່ການໄປມາຫາສູ່ກັນ ລະຫວ່າງ ປະຊາຊົນແຂວງ ຈຳປາສັກ ແຫ່ງ ສປປ ລາວ ແລະ ແຂວງ ຊຽງແຕງ ແຫ່ງ ຣາຊະອານາຈັກ ກຳປູເຈຍ. ໃນວັນທີ 9 ເມສາ 2009, ລັດຖະບານສອງປະເທດ ໄດ້ຕົກລົງເຫັນດີ ຍົກລະດັບໃຫ້ເປັນດ່ານສາກົນ, ໂດຍຄວາມພະຍາຍາມ ຂອງສອງຝ່າຍ ໃນການກະກຽມດ້ານຕ່າງໆ ທັງເປັນການກໍ່ສ້າງພື້ນຖານໂຄງລ່າງ ແລະ ຂັ້ນຕອນເອກະສານ ລະບຽບການກ່ຽວຂ້ອງ ເພື່ອສ້າງດ່ານແຫ່ງນີ້ ໃຫ້ກາຍເປັນດ່ານສາກົນ ຈົນສຳເລັດ.

ການເປີດດ່ານສາກົນດັ່ງກ່າວ, ແມ່ນມີຄວາມໝາຍ ຄວາມສໍາຄັນປະຫວັດສາດ ສຳລັບສອງປະເທດທີ່ເກີດຂຶ້ນ ໃນທ່າມກາງບັນຍາກາດ ທີ່ສອງປະເທດ ໄດ້ສະເຫລີມສະຫລອງວັນສ້າງຕັ້ງ ສາຍພົວພັນການທູດສອງປະເທດ ລາວ-ກໍາປູເຈຍ-ກໍາປູເຈຍ-ລາວ ຄົບຮອບ 60 ປີ ແລະ ທັງຈະເປັນການຕອບສະໜອງ ຄວາມມຸ້ງມາດປາດຖະໜາ ຂອງປະຊາຊົນສອງປະເທດ ທີ່ຢາກຮັດແໜ້ນ ສາຍພົວພັນມິດຕະພາບ ທີ່ເປັນມູນເຊື້ອມາແຕ່ດົນນານ ແລະ ການຮ່ວມມືອັນດີ ລະຫວ່າງ ປະຊາຊົນສອງປະເທດ ໃຫ້ ແໜ້ນແຟ້ນຍິ່ງໆຂຶ້ນ ໂດຍຜ່ານການໄປມາຫາສູ່ກັນ ໃຫ້ຫລາຍຂຶ້ນ ແລະ ສະດວກສະບາຍຕາມບໍລິເວນຊາຍແດນ ແລະ ຈະເປັນການຊຸກຍູ້ສົ່ງເສີມ ການທ່ອງທ່ຽວ ລະຫວ່າງ ປະຊາຊົນສອງຊາດ ກໍຄືຕໍ່ຕ່າງປະເທດ

 

ຂ່າວຈາກ: ສຳນັກຂ່າວສານປະເທດລາວ
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...