spot_img
Homeຂ່າວພາຍ​ໃນສາເຫດທີ່ນະຄອນຫລວງວຽງຈັນ ຈັດເກັບລາຍຮັບບໍ່ໄດ້ຕາມແຜນການ

ສາເຫດທີ່ນະຄອນຫລວງວຽງຈັນ ຈັດເກັບລາຍຮັບບໍ່ໄດ້ຕາມແຜນການ

Published on

ທ່ານ ຄຳ​ພັນ ມາລາ​ບັນດິດ ຫົວໜ້າ​ພະ​ແນ​ການ​ເງິນ ນະຄອນຫຼວງ​ວຽງ​ຈັນ ໄດ້​ໃຫ້​ສຳພາດ​ວັນທີ 30 ທັນວາ 2016 ຮູ້​ວ່າ: ການຈັດ​ຕັ້ງ​ປະຕິບັດ​ແຜນ​ງົບປະມານ ສົກ​ປີ 2015-2016 ນວ ໄດ້​ຮັບເບື້ອງ​ຕົ້ນ 1.069 ຕື້​ກີບ ໃນ​ນັ້ນ ພະ​ແນກ​ສ່ວຍ​ສາ​ອາກອນ 1.000 ຕື້​ກີບ ຫ້ອງການ​ຄຸ້ມ​ຄອງ​ຊັບ​ສິນຂອງ​ລັດ 55 ຕື້​ກີບ ຫ້ອງການ​ຄຸ້ມຄອງ​ລັດ​ວິ​ສາ​ຫະ​ກິດ 708 ລ້ານກີບ ແລະ ດ່ານ​ປະເພນີ-ດ່ານທ້ອງຖິ່ນ 13 ຕື້​ກວ່າ​ກີບ ໃນ​ນັ້ນ ແຍກ​ອອກ​ສ່ວນ​ຂອງ​ທ້ອງຖິ່ນ ນວ ຈັດ​ເກັບ 1.055 ຕື້​ກີບ ແຕ່​ວ່າ​ມາຮອດ​ງວດ 4 ຂອງ​ສົກ​ປີ ກະຊວງການ​ເງິນ​ໄດ້​ມອບ​ແຜນ​ດັດແກ້​ໃຫ້ຕື່ມ 1.464 ຕື້​ກີບ ເພີ່ມ​ຂຶ້ນ​ປະມານ 395 ຕື້​ກີບ ໃນ​ນັ້ນ ເພີ່ມໃຫ້​ພະ​ແນກ​ສ່ວຍ​ສາ​ອາກອນ 55 ຕື້​ກີບ ແລະ ເພີ່ມ​ໃຫ້​ພາສີ ໝາຍວ່າ​ເອົາ​ສ່ວນ 10% ຂອງ​ລາຍຮັບ​ທີ່​ເກັບ​ຢູ່​ດ່ານ​ພາສີ​ສາກົນ​ທີ່ຕັ້ງ​ຢູ່ ນວ ໃຫ້​ເພີ່ມ​ເຕີມ​ປະມານ 344 ຕື້​ກີບ ແຕ່​ສາມາດ​ຈັດ​ຕັ້ງປະຕິບັດ​ຕົວ​ຈິງ​ໄດ້ 1.214,58 ຕື້​ກີບ ເທົ່າ​ກັບ 82,96%.

ສາເຫດ​ທີ່​ບໍ່​ສາມາດ​ເກັບ​ລາຍຮັບ​ໄດ້​ຕາມ​ແຜນການ​ນັ້ນ ຍ້ອນ​ວ່າ​ບັນດາ​ແຫຼ່ງ​ລາຍ​ຮັບຕ່າງໆ​ ທີ່​ຈັດ​ເກັບ​ຢູ່​ທ້ອງຖິ່ນ​ຢູ່​ໃນ ນວ ບໍ່​ແມ່ນ​ພະແນກການ​ເງິນ ນວ ເປັນ​ຜູ້​ເກັບ​ທັງ​ໝົດ ສ່ວນ​ໃຫຍ່​ແມ່ນ​ສູນກາງ​ເປັນ​ຜູ້​ຈັດ​ເກັບ ແລະ ຄຸ້ມຄອງ ສະເພາະ​ແຫຼ່ງ​ລາຍ​ຮັບ​ທີ່ເກີດ​ຂຶ້ນ​ຢູ່ ນວ ສູນ​ກາງ​ເປັນ​ຜູ້ຄຸ້ມ​ຄອງ​ຈັດ​ເກັບ​ກວມ​ຢູ່​ປະມານ 90% ແລະ ນວ ຈັດ​ເກັບ 10% ເທົ່າ​ນັ້ນ ມັນ​ຕ່າງ​ກັບ​ທ້ອງຖິ່ນ​ອື່ນ ທີ່​ເກັບ​ເອົາ​ໝົດ​ທັງ​ສ່ວນ​ຂອງ​ສູນກາງ ​ທີ່​ໄປ​ຕັ້ງ​ຢູ່​ບັນດາ​ວິ​ສາ​ຫະກິດ​ຂະໜາດ​ໃຫຍ່​ທີ່​ສູນ​ກາງ​ເກັບ ຈະ​ມີ​ບໍລິສັດ​ເບຍ ໄຟຟ້າ ລາວ​ໂທລະ​ຄົມ ທະນາຄານ​ໃຫຍ່ໆ ບໍ​ລິສັດ ຂາ​ອອກ-ຂາ​ເຂົ້າ ແລະ ກິດຈະ​ການ​ອື່ນໆ ນອກ​ນີ້ ສາເຫດໜຶ່ງ​ອີກ​ແຜນ​ລາຍ​ຮັບ​ທີ່​ກະຊວງການ​ເງິນ​ວາງ​ໃຫ້ ນວ ຈັດ​ເກັບ ຖ້າ​ທຽບໃສ່​ທ່າແຮງ ແລະ ຄວາມອາດ​ສາມາດ​ຕົວ​ຈິງ​ຂອງ ນວ ຖືວ່າ​ບໍ່​ທັນ​ແທດເໝາະ ຫຼື​ ສູງ​ເກີນ​ຄວາມ​ສາມາດ.

ແຫຼ່ງຂ່າວຈາກ: ຫນັງສືພິມວຽງຈັນໃຫ່ມ ແລະ http://www.abclaosnews.com/
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...