spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ສະຫຼຸບການເກີດອຸບັດຕິເຫດທົ່ວປະເທດ ປະຈຳປີ 2016 ທັງໝົດມີ 5.610 ກໍລະນີ

ສະຫຼຸບການເກີດອຸບັດຕິເຫດທົ່ວປະເທດ ປະຈຳປີ 2016 ທັງໝົດມີ 5.610 ກໍລະນີ

Published on

ອີງຕາມການເປີດເຜີຍຂອງເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ກອງຄະດີອຸປະຕິເຫດທ້ອງຖະໜົນ ກົມຕໍາຫຼວດຈະລາຈອນ ກົມໃຫຽ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ໃນວັນທີ 05 ມັງກອນ 2017 ໃຫ້ຮູ້ວ່າ ໃນປີຜ່ານມາ ນັບແຕ່ເດືອນມັງກອນ ຫາ ເດືອນທັນວາ 2016 ມີອຸປະຕິເຫດຕາມທ້ອງຖະໜົນເກີດຂຶ້ນຢູ່ທົ່ວປະເທດທັງໝົດ 5.610 ກໍລະນີ ພາຫະນະເປ່ເພໜ້ອຍ 4.502 ຄັນ ເປ່ເພສົມຄວນ 5.520 ຄັນ ໃຊ້ການບໍ່ໄດ້ 381 ຄັນ ມີຄົນໄດ້ຮັບບາດເຈັບໜ້ອຍ 4.058 ຄົນ ບາດເຈັບສົມຄວນ 3.483 ຄົນ ບາດເຈັບສາຫັດ 1.371 ຄົນ ແລະ ເສຍຊີວິດ 1.086 ຄົນ.
ຈັດອັນດັບແຂວງທີ່ເກີດອຸບັດຕິເຫັດຫຼາຍທີ່ສຸດ
1. ນະຄອນຫຼວງວຽງຈັນ ມີ 1.554 ກໍລະນີ ແລະ ເສຍຊີວິດ 261 ຄົນ
2. ແຂວງ ຈໍາປາສັກ ມີ 705 ກໍລະນີ ແລະ ຄົນເສຍຊີວິດ 131 ຄົນ
3. ແຂວງ ສະຫວັນນະເຂດ ມີ 690 ກໍລະນີ ແລະ ມີຄົນເສຍຊີວິດ 122 ຄົນ
4. ແຂວງ ອຸດົມໄຊ ມີ 519 ກໍລະນີ ແລະ ເສຍຊີວິດ 45 ຄົນ
5. ແຂວງ ວຽງຈັນ ມີ 376 ກໍລະນີ ແລະ ເສຍຊີວິດ 85 ຄົນ
6. ແຂວງ ຫຼວງພະບາງ ມີ 326 ກໍລະນີ ແລະ ເສຍຊີວິດ 51 ຄົນ
7. ແຂວງ ບໍລິຄໍາໄຊ ມີ 318 ກໍລະນີ ແລະ ເສຍຊີວິດ 56 ຄົນ
8. ແຂວງ ຫຼວງນໍ້າທາ ມີ 177 ກໍລະນີ ແລະ ເສຍຊີວິດ 28 ຄົນ
9. ແຂວງ ສາລະວັນ ມີ 156 ກໍລະນີ ແລະ ເສຍຊີວິດ 62 ຄົນ
10. ແຂວງ ບໍ່ແກ້ວ ມີ 141 ກໍລະນີ ແລະ ເສຍຊີວິດ 35 ຄົນ
11. ແຂວງ ເຊກອງ ມີ 115 ກໍລະນີ ແລະ ເສຍຊີວິດ 18 ຄົນ
12. ແຂວງ ຄໍາມ່ວນ ມີ 108 ກໍລະນີ ແລະ ເສຍຊີວິດ 38 ຄົນ
13. ແຂວງ ຊຽງຂວາງ ມີ 105 ກໍລະນີ ແລະ ເສຍຊີວິດ 26 ຄົນ
14. ແຂວງ ຜົ້ງສາລີ ມີ 100 ກໍລະນີ ແລະ ເສຍຊີວິດ 14 ຄົນ
15. ແຂວງ ອັດຕະປື ມີ 91 ກໍລະນີ ແລະ ເສຍຊີວິດ 25 ຄົນ
16. ແຂວງ ໄຊຍະບູລີ ມີ 71 ກໍລະນີ ແລະ ເສຍຊີວິດ 68 ຄົນ
17. ແຂວງ ຫົວພັນ ມີ 57 ກໍລະນີ ແລະ ເສຍຊີວິດ 25 ຄົນ
18. ແຂວງ ໄຊສົມບູນ 7 ກໍລະນີ ຍັງບໍ່ມີການລາຍງານຄົນເສຍຊີວິດ.
ຂ່າວ/ພາບ: ເທບພະວົງ
ແຫລ່ງທີ່ມາ:​ http://www.abclaosnews.com/2017/01/2016-5610-1000.html

ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...

ສະຫຼົດ! ຊາຍອາຍຸ 26 ປີ (ເສຍຊີວິດ) ຍ້ອນຂັບລົດຕຳງົວ ທີ່ບ້ານວຽງແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ບັນຫາການປ່ອຍສັດຊະຊາຍ ສ່ຽງເຮັດໃຫ້ຄົນອື່ນເກີດອຸບັດຕິເຫດ ເຖິງຂັ້ນເສຍຊີວິດໄດ້. ບັນຫາການປ່ອຍສັດລ້ຽງ (ງົວ, ຄວາຍ, ແບ້, ມ້າ...) ຍັງຄົງຖືກພົບເຫັນເລື້ອຍໆຢູ່ຫຼາຍໆຂົງເຂດ ຕັ້ງແຕ່ເຂດຊານເມືອງຈົນໄປເຖິງໃນເມືອງ. ຈົນກາຍເປັນຄວາມເຄີຍຊິນໄປແລ້ວສຳລັບຜູ້ສັນຈອນໄປມາທີ່ຕ້ອງລະວັງເອງ ແຕ່ບາງຄັ້ງກໍມີອຸບປະຕິເຫດຕາມມາ ເຊັ່ນ: ລົດໃຫຍ່ຕຳງົວ, ລົດຈັກຕຳງົວ,...