spot_img
Homeຂ່າວທ້ອງຖິ່ນແຂວງຄໍາມ່ວນ ເປີດງານຕະຫາດນັດ ກະສິກໍາປອດສານຜິດ

ແຂວງຄໍາມ່ວນ ເປີດງານຕະຫາດນັດ ກະສິກໍາປອດສານຜິດ

Published on

ແຂວງຄໍາ​ມ່ວນ ເປີດງານຕະຫລາດນັດ ກະສິກໍາປອດສານຜິດ ຂຶ້ນໃນວັນທີ 30 ທັນວາ 2016 ຢູ່ທີ່ຕະຫລາດກາງຄືນ (ນໍ້າພຸ) ເທສະບານເມືອງທ່າແຂກ ແຂວງຄໍາມ່ວນ ໂດຍ​ເຂົ້າຮ່ວມຂອງ ທ່ານ ຈັນ ບຸບຜາລີວັນ ເຈົ້າເມືອງທ່າແຂກ, ທ່ານ ບຸນຈັນ ໄຊປັນຍາ ຫົວໜ້າພະແນກກະສິກໍາ-ປ່າໄມ້ ແລະ ພັດທະນາຊົນນະບົດ, ທ່ານ ທອງໄຊ ມັງໜໍ່ເມກ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ, ທ່ານ ນີວົງ ສີປະເສີດ ຮອງຫົວໜ້າກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກໍາ, ມີບັນດາຕ່າງໜ້າພະແນກການ, ຂະແໜງ ການທີ່ກ່ຽວຂ້ອງ ແລະ ຊາວກະສິກອນເຂົ້າຮ່ວມ.

ທ່ານ ບຸນຈັນ ໄຊປັນຍາ ຫົວໜ້າພະແນກກະສິກໍາ – ປ່າໄມ້ ແລະ ພັດທະນາຊົນນະບົດແຂວງ ໄດ້ລາຍງານວ່າ: ຈຸດປະສົງ​ຂອງ​ການຈັດ​ງານ​ດັ່ງກ່າວ ​ກໍເພື່ອ​ຮັບປະກັນ​ທາງ​ດ້ານ​ສະບຽງ​ອາຫານ ​ແລະ ຄວາມ​ປອດ​ໄພ​ ໃຫ້​ແກ່​ຜູ້​ບໍລິ​ໂພ​ກພືດ​ຜັກ, ​ເພື່ອ​ຫຼຸດຜ່ອນການ​ປ່ຽນ​ແປງ​ຂອງ​ດິນ ​ທີ່​ເກີດ​ຈາກ​ການ​ໃຊ້​ສານ​ເຄມີ ​ຜະລິດ​ກະສິກໍາ ​ແລະ ເພື່ອນໍາ​ໃຊ້​ສິ່ງ​ເສດ​ເຫຼືອ​ ຈາກ​ການ​ກະສິກໍາ​ຢູ່​ຕາມ​ທ້ອງ​ຖິ່ນ​ ໃຫ້​ເປັນ​ປະ​ໂຫຍ​ດຫຼາຍ​ຂຶ້ນ.  ສໍາລັບ​ໂຄງການ​ນີ້​ ໄດ້​ຮັບ​ການຈັດ​ຕັ້ງ​ປະຕິບັດ ​ຢູ່​ບ້ານ​ດອນ​ຂຽວ​ເໜືອ​ ເຊິ່ງ​ເປັນ​ບ້ານ​ສາມ​ສ້າງ​ຂອງ​ເມືອງ​ໜອງ​ບົກ ​ແລະ ​ເປັນ​ບ້ານ​ຈຸດ​ສຸມ​ ໃນ​ການ​ພັດທະນາ​ກະສິກໍາ ​ເພື່ອ​ຄໍ້າປະກັນ​ສະບຽງ​ອາຫານ​ຂອງ​ແຂວງ​ ມີ​ຈໍານວນ 260 ຄອບຄົວ, ມີ​ເນື້ອ​ທີ່​ນາ 252,57 ​ເຮັກຕາ, ດິນ​ສວນ 22,06 ​ເຮັກຕາ ການຈັດ​ຕັ້ງ​ແມ່ນ​ມີ​ຄວາມ​ເຂັ້ມ​ແຂງ ​ແລະ ​ເປັນ​ບ້ານ​ໜຶ່ງ​ທີ່​ມີ​ທ່າ​ແຮງ​ຫຼາຍ ​ໃນ​ການ​ຜະລິດ​ກະສິກໍາຂາຍ​ເປັນ​ສິນຄ້າ​ຈໍານວນ​ຫຼວງ​ຫຼາຍ ​ແລະ ບ້ານ​ກຸດ​ຈັບ​ມີ​ ຈໍານວນ 141 ຄອບຄົວ, ​ມີ​ເນື້ອ​ທີ່​ນາ 276 ​ເຮັກຕາ, ມີ​ດິນ​ສວນ 3 ​ເຮັກຕາ ​ເປັນ​ບ້ານ​ຈຸດ​ສຸມ​ ໃນ​ການ​ພັດທະນາ​ກະສິກໍາ ​ເພື່ອ​ຄໍ້າປະກັນ​ທາງ​ດ້ານ​ສະບຽງ​ອາຫານ, ນອກຈາກ​ການ​ຜະລິດ​ຝຸ່ນ​ແລ້ວ ​ຍັງ​ສາມາດ​ຜະລິດ​ແນວ​ພັນ​ເຂົ້າຂາ​ຍ,​ ແຕ່​ຜ່ານ​ມາ​ປະຊາຊົນ​ທັງ​ສອງ​ບ້ານ​ ຍັງ​ນໍາ​ໃຊ້​ຝຸ່ນວິທະຍາສາດ​ ຈໍານວນ​ຫຼາຍ​ເພື່ອ​ການ​ປູກ​ເຂົ້າ ​ແລະ ປູກ​ພືດ. ​ແຕ່​ມາ​ຮອດ​ປະຈຸ​ບັນ​ ແມ່ນ​ຫັນ​ມາ​ໃຊ້​ຝຸ່ນ​ອົງຄະ​ທາດ​ ທີ່​ຜະລິດ​ໃນ​ກຸ່ມ​ໃນ​ນີ້​ນໍາ​ໃຊ້​ເຂົ້າ​ໃນ​ການ​ປັບປຸງ​ດິນ​ເພື່ອປູກ​ເຂົ້າ​ 80% ​ແລະ ພືດ 100%.
​ໃນ​ດ້ານ​ການຈັດ​ຕັ້ງ​ ກຸ່ມ​ຜະລິດ​ມີ​ສອງ​ກຸ່ມ​ຄື: ກຸ່ມ​ຜູ້​ຊາຍຜະລິດ​ຝຸ່ນ​ອົງຄະ​ທາດ​ມີ 35 ຄົນ, ກຸ່ມ​ຜູ້ຍິງ​ປູກ ​ແລະ ຂາຍ​ພືດ​ຜັກ​ມີ 30 ຄົນ. ນອກຈາກ​ນັ້ນ​ ໂຄງການ​ຍັງ​ໄດ້​ຝຶກ​ອົບຮົມ​ໃຫ້​ຊາວ​ກະສິກອນ​ທັງ​ສອງ​ບ້ານ ​ເພື່ອ​ຍົກ​ລະດັບ​ຄວາມ​ຮູ້​ທາງ​ດ້ານ​ວິທະຍາ​ການ​​ປູກ​ພືດ​ຜັກ ​ແລະ ການ​ເຮັດ​ຝຸ່ນ​ອົງຄະ​ທາດ. ສໍາລັບ​ການ​ຜະລິດ​ຝຸ່ນ​ອົງຄະ​ທາດ​ ເພື່ອ​ນໍາ​ໃຊ້​ເຂົ້າ​ໃນ​ການ​ປູກ​ເຂົ້າ ​ແລະ ພືດ​ຜັກ​ ໃນ​ເຮືອນ​ຮົ່ມ​ທັງ​ສອງ​ກຸ​ມບ້ານ ມີ​ສະມາຊິກ​ກຸ່ມ 65 ຄົນ, ຍິງ 30 ຄົນ​ສາມາດ​ຜະລິດ​ຝຸ່ນ​ອົງຄະ​ທາດ​ໄດ້ 217 ​ໂຕນ, ສ້າງ​ໂຮງ​ຜະລິດ​ຝຸ່ນ​ໄດ້ 2 ຫຼັງ, ສ້າງ​ເຮືອນ​ຮົ່ມ 11 ຫຼັງ, ປູກ​ຜັກ​ໄດ້ 571 ກິ​ໂລ, ທົດ​ລອງ​ນໍາ​ໃຊ້​ຝຸ່ນ​ໃສ່​ເຂົ້ານາ​ ໄດ້​ສະມັດ​ຕະພາບ 4,3 ​ໂຕນ/ເຮັກຕາ, ​ເຮັດ​ຝຸ່ນ​ບົ່ມ​ດ້ວຍ​ເຟືອງ​ໄດ້ 4 ​ໂຕນ , ​ເຮັດ​ນໍ້າ​ໝັກ​ຊີວະ​ພາບ​ໄດ້ 350 ​ລິດ ​ແລະ ​ເຮັດ​ນໍ້າ​ສະ​ໝຸນ​ໄພ​ໄລ່​ແມງ​ໄມ້​ໄດ້ 90 ລິດ ລວມ​ເປັນມູນ​ຄ່າ​ທັງ​ໝົດ 290 ລ້ານ​ກວ່າ​ກີບ ພ້ອມ​ກັນ​ນັ້ນ ​ພະ​ແນ​ກອຸດສາຫະກໍາ ​ແລະ ການ​ຄ້າ​ແຂວງ, ພະ​ແນ​ກກະສິກໍາ ​ແລະ ປ່າ​ໄມ້​ແຂວງ ​ແລະ ​ເມືອງ​ໜອງ​ບົກ​ ໄດ້​ໃຫ້​ທຶນ​ສົມທົບ​ສ້າງຕະຫຼາດ​ຜັກອິນ​ຊີ​ ມູນ​ຄ່າ 32 ລ້ານ​ກວ່າ​ກີບ .
ແຫລ່ງຂ່າວ:
ຂປລ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...